ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຸ່ນຍົນພະນັກງານເສີບ ຊ່ວຍບັນເທົາ ການຂາດແຄນແຮງງານ ໃນອຸດສາຫະກຳ ການຕ້ອນຮັບ ຂອງ ອອສເຕຣເລຍ


ປະຊາຊົນນັ່ງກິນເຂົ້າທ່ຽງ ຢູ່ຮ້ານອາຫານແຫ່ງນຶ່ງ ໃນນະຄອນ ຊິດນີ, 11 ຕຸລາ, 2021.
ປະຊາຊົນນັ່ງກິນເຂົ້າທ່ຽງ ຢູ່ຮ້ານອາຫານແຫ່ງນຶ່ງ ໃນນະຄອນ ຊິດນີ, 11 ຕຸລາ, 2021.

ຮ້ານອາຫານແຫ່ງນຶ່ງໃນນະຄອນ ຊິດນີ ແມ່ນກຳລັງໃຊ້ຫຸ່ນຍົນຕ້ອນຮັບ ທີ່ຜະລິດໃນ ຈີນ ທີ່ສາ ມາດເວົ້າໄດ້ຫຼາຍພາສາ ເພື່ອແກ້ໄຂການຂາດແຄນພະ ນັກງານຢ່າງຕໍ່ເນື່ອງ ໃນຂະນະທີ່ເສດຖະ ກິດຂອງ ອອສເຕຣເລຍ ເລີ່ມທີ່ຈະ ຟື້ນຕົວຈາກການກັກບໍລິເວນ COVID-19 ແລະການປິດເຂດຊາຍແດນອື່ນໆ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຫຸ່ນຍົນພະນັກງານເສີບ ແມ່ນຖືກຕັ້ງໂປຣແກຣມ ໃຫ້ຮູ້ຈັກການຈັດລະບຽບໂຕະ ແລະ ນຳສົ່ງອາ ຫານຈາກເຮືອນຄົວ. ມັນຍັງເວົ້າໄດ້ຫຼາຍພາສາ, ເຊິ່ງຖືກຕັ້ງໃຫ້ສື່ສານໃນພາສາ ອັງກິດ ແລະ ຈີນກາງ. ຫຸ່ນທີ່ເອີ້ນວ່າ BellaBot ແມ່ນຖືກສ້າງຂຶ້ນໂດຍບໍລິສັດ ປູດູ ເທັກ (Pudu Tech) ຂອງ ຈີນ.

ຫຸ່ນແຕ່ລະໂຕມີລາຄາປະມານ 17,000 ໂດລາ. ພວກມັນສາມາດຖືກເຊົ່າ ໃນລາຄາ 34 ໂດລາຕໍ່ມື້ສຳລັບແຕ່ລະໂຕ, ຫຼື ເທົ່າກັບຄ່າແຮງສອງຊົ່ວໂມງສຳລັບພະນັກງານຮ້ານອາຫານ. ຫຸ່ນຍົນດັ່ງກ່າວ ແມ່ນຖືກໃຊ້ໃນຮ້ານອາຫານແຫ່ງອື່ນໆໃນ ອອສເຕຣເລຍ ແລະ ການນຳເຂົ້າໄປ ອອສເຕຣເລຍ ປາກົດວ່າຈະບໍ່ມີປະສິດທິຜົນຍ້ອນຄວາມເຄັ່ງຕຶງທາງການຄ້າຄັ້ງຫຼ້າສຸດ ລະຫວ່າງ ສອງປະເທດນັ້ນ.

ທ່ານນາງ ລີອານ ສາຍ (Liarne Schai), ເຈົ້າຂອງຮ້ານອາຫານ ແມັດເທີຮອນ (Matterhorn) ໃນນະຄອນ ຊິດນີ, ແມ່ນດີໃຈກັບສະມາຊິກພະນັກງານໃໝ່ທີ່ເປັນເຄື່ອງຈັກຂອງລາວ.

ທ່ານນາງ ສາຍ ເວົ້າວ່າ, “ຂ້າພະເຈົ້າມັກຫຸ່ນຍົນ. ມັກຫຸ່ນຍົນນີ້. ລາວເຮັດໃຫ້ຊີວິດຂອງຂ້າພະເຈົ້າງ່າຍຂຶ້ນຫຼາຍ. ມັນຄືກັບຫໍຄອຍທີ່ມີສີ່ຖາດ. ມັນຈະຂົນອາຫານຂອງເຮົາ 8 ຈານໃນຄັ້ງດຽວ. ລາວໄດ້ຖືກຕັ້ງຂໍ້ມູນພື້ນທີ່ຂອງຮ້ານໃສ່ຄື ຊື່ຂອງລູກຄ້າ, ສະຖານທີ່ຂອງໂຕະ ແລະ ອື່ນໆ. ຫຸ່ນຍົນນັ້ນຮູ້ຈັກວ່າໂຕະຂອງພວກເຮົາທັງໝົດຢູ່ໃສ.”

ກຳລັງແຮງງານຕ້ອນຮັບຂອງ ອອສເຕຣເລຍ ຕາມປະເພນີແລ້ວໄດ້ເພິ່ງພາອາ ໄສນັກສຶກສາຕ່າງປະເທດ. ແນວໃດກໍຕາມ, ເຂົາເຈົ້າໄດ້ຖືກຫ້າມບໍ່ໃຫ້ເຂົ້າມາ ຫຼັງຈາກ ອອສເຕຣເລຍ ໄດ້ປິດເຂດຊາຍແດນຂອງເຂົາເຈົ້າຕໍ່ຄົນປະເທດສ່ວນຫຼາຍໃນເດືອນມີນາ 2020 ໃນຄວາມພະຍາຍາມທີ່ຈະຫຼຸດຜ່ອນການແຜ່ລາມຂອງໄວຣັສໂຄໂຣນາ.

ການຂາດແຄນແຮງງານແມ່ນໄດ້ສົ່ງຜົນກະທົບບໍ່ພຽງແຕ່ດ້ານການຕ້ອນຮັບໃນ ອອສເຕຣເລຍ ເທົ່ານັ້ນ, ແຕ່ໃນອຸດສາຫະກຳຫຼາຍຂະແໜງ ນັບຈາກການກໍ່ສ້າງ ຫາຂໍ້ມູນເທັກໂນໂລຈີ.

ທ່ານນາງ ລີອານ ສາຍ ໄດ້ກ່າວວ່າລາວໄດ້ພະຍາຍາມທີ່ຈະຮັບເອົາພະນັກງານຫຼາຍເດືອນແຕ່ບໍ່ປະສົບຄວາມສຳເລັດ.

ທ່ານນາງ ສາຍ ກ່າວວ່າ “ມັນແມ່ນບັນຫາທີ່ໃຫຍ່ທີ່ສຸດທີ່ພວກເຮົາມີໃນເວລານີ້. ພວກເຮົາໄດ້ໂຄ ສະນາຮັບເອົາພໍ່ຄົວ, ສຳລັບຄົນເສີບ, ສຳລັບຄົນລ້າງຈານເປັນເວລາ 6 ເດືອນ ແລະ ພວກເຮົາບໍ່ມີຄົນສະໝັກເລີຍ. ພວກເຮົາໄດ້ສະເໜີຄ່າແຮງສູງ, ພວກເຮົາໄດ້ສະເໜີເງິນໂບນັສ, ພວກເຮົາໄດ້ສະເໜີທຸກຢ່າງທີ່ເຈົ້າສາມາດຄິດໄດ້ເພື່ອດຶງດູດເອົາພະນັກງານທີ່ເໝາະສົມ ແລະ ຂ້າພະເຈົ້າຍັງບໍ່ໄດ້ພະນັກງານທີ່ບໍ່ສົມດ້ວຍຊໍ້າ, ຫຼືພະນັກງານທີ່ບໍ່ໄດ້ຮັບການຝຶກແອບ. ຂ້າພະເຂົ້າບໍ່ໄດ້ໃຜເລີຍ.”

ການຂາດແຄນແຮງງານຄວນຫຼຸດລົງ ເວລາທີ່ ອອສເຕຣເລຍ ເປີດຄືນເຂດຊາຍແດນຂອງເຂົາເຈົ້າຕໍ່ຄົນຕ່າງປະເທດ, ແຕ່ບັນດານັກວິເຄາະຄາດວ່າ ຕໍາແໜ່ງຫວ່າງຈຳນວນຫຼາຍ ແມ່ນຈະຍັງຄົງຫວ່າງຢູ່ຄືເກົ່າ.

ກຸ່ມຜູ້ຈ້າງງານໄດ້ຮຽກຮ້ອງໃຫ້ ອອສເຕຣເລຍ ຂະຫຍາຍການນຳເຂົ້າກຳມະ ການຍົກຍ້າຍຖິ່ນ ຖານ.

ອັດຕາການຫວ່າງງານຢ່າງເປັນທາງການຂອງ ອອສເຕຣເລຍ ແມ່ນ 5.2 ເປີເຊັນ.

ແຕ່ປະຊາຊົນຫຼາຍກວ່າ 700,000 ຄົນ ແມ່ນບໍ່ມີວຽກເຮັດງານທຳ, ມັນໄດ້ມີການຮຽກຮ້ອງໃຫ້ລັດ ຖະບານຂະຫຍາຍໂຄງການຝຶກງານພາຍໃນປະເທດ ແລະ ຄ່າແຮງງານຕ່າງໆ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG