ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Swagbot ຫຼື ຫຸ່ນຍົນຈະມາແທນໝາລ້ຽງ​ງົວ​ ໃນທົ່ງກວ້າງ ​ອອສ​ເຕຣ​ເລຍ


The SwagBot ຕຽມພ້ອມທີ່ຈະເຝົ້າດູສັດລ້ຽງຂອງທ່ານໄດ້ແລ້ວ
The SwagBot ຕຽມພ້ອມທີ່ຈະເຝົ້າດູສັດລ້ຽງຂອງທ່ານໄດ້ແລ້ວ

ບາງ​ບຸກ​ຄົນມີ​ຄວາມ​ເປັນ​ຫ່ວງວ່າ ​ຫຸ່ນ​ຍົນ​ຈະ​ມາຍາດເອົາວຽກ​ງານ​ຂອງພວກເຂົາເຈົ້າ​ໃນ​ອານາ​ຄົດ. ທັງນີ້​ອາດ​ຈະ​ເກີດ​ຂຶ້ນ​ໄດ້ ກັບ​ວຽກງານຂອງພວກ​ສັດ​ເຊັ່ນ ພວກໝາ​ທີ່ກຳກັບ
ນຳຝູງງົວ ​ແລະ​ແກະນັ້ນນຳກໍເປັນໄດ້. ​ເຫດຜົນກໍຄືວ່າ ໄດ້ມີການ​ສ້າງຫຸ່ນ​ຍົນ​ຊະນິດໃໝ່
ຂຶ້ນມາ ​ເພື່ອຄວບຄຸມຝູງງົວ ຊຶ່ງອາດລວມທັງສັດ​ລ້ຽງຈຳພວກອື່ນນຳກໍເປັນໄດ້. ນັກ​ຂ່າວ VOA Deborah Block ມີ​ລາຍ​ງານ​ກ່ຽວກັບ​ການ​ທົດ​ລອງ​ຫຸ່ນ​ຍົນຊະນິດ​ໃໝ່​ ໃນເຂດ
ນອກໆຂອງ Australia ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍ​ລະອຽດ ມາສະ​ເໜີ​ທ່ານ ໃນ​ອັນ
​ດັບ​ຕໍ່​ໄປ.

​ຫຸ່ນຍົນຕົວແບບທີ່​ເອີ້ນ​ວ່າ Swagbot ທີ່ແປໄດ້ວ່າ ຫຸ່ນຍົນແກວ່ງຫາງນັ້ນ ​ກຳລັງທ່ອງ​ທ່ຽວ
ຢູ່​ທົ່ງ​ກວ້າງ ​ໃນ​ບ່ອນລ້ຽງ​ງົວ​ຂອງ​ອ໊ອສ​ເຕຣ​ເລຍ ທີ່​ກຳກັບ​ຝູງງົວຢູ່. ຫຸ່ນ​ຍົນ​ທີ່​ໃຊ້​ໝໍ້​ໄຟ ຊຶ່ງ​ຂັບ ເຄື່ອງຈັກໝູນທຸກລໍ້ ​ສາມາດ​ແລ່ນ​ໄວໄດ້ເຖິງ 20 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ​ໃນ​ດິນພຽງ.

Swagbot ​ແມ່​ນສ້າງ​ຂຶ້ນ​ໂດຍ ນັກວິທະຍາສາດ ຈາກ​ມະຫາວິທະຍາ​ໄລ​ຊິດ​ນີ.

ທ່ານ Salah Sukkharieh ອາຈານ​ສອນ​ຫຸ່ນ​ຍົນຈາກ​ມະຫາວິທະຍາ​ໄລ​ຊິດ​ນີ ກ່າວ​ວ່າ
“​ເຄີຍ​ມີ​ຫຸ່ນ​ຍົນມາແລ້ວ ທີ່ໃຊ້​ຢູ່ໃນ​ທົ່ງລ້ຽງງົວ ​ແຕ່​ວ່າ ມັນ​ມີແຕ່ພຽງ 4 ລໍ້​ທີ່​ເປັນລະບົບ​
ຫຸ່ນ​ຍົນຕາຍ​ຕົວ. ແຕ່​ຕອນ​ນີ້ ທ່ານ​ມີ​ຫຸ່ນ​ຍົນ​ທີ່​ບົງ​ການ​ແບບ​ອ້ອມໂຕທີ່ ສາ ມາດ​ ຂັບ​ເຄື່ອນ​ໄດ້ໃນ​ທຸກທິດທາງ ຊຶ່ງ​ມັນ​ມີ​ການ​ຄຳນວນ​ໃນ​ຕົວລະບົບ​ຂອງມັນ​ເອງ ຄື​ກັນ
ຊຶ່ງ​ນັ້ນ​ມັນເປັນ​ທີ່ວ່ອງ​ໄວ ທັນໃຈ.”


ສະຖານີລ້ຽງ​ງົວ​ຂອງອ໊ອສ​ເຕຣ​ເລຍ ​ແມ່ນ​ເປັນ​ຂົງເຂດທີ່​ແຫ້ງ​ແລ້ງ ​ແລະ​ຍ້ອນວ່າ​ການ​ປູກ​ພືດ​ຜັກ ນັ້ນ​ມັນຍາກ ການ​ມີ​ທົ່ງ​ຫຍ້າ​ກວ້າງ​ໃຫຍ່ ​ຈຶ່ງ​ສຳຄັນ ທີ່​ຈຳ​ເປັນ​ສຳ​ຫຼັບ​ການ​ລ້ຽງສັດ​ພວກ​ນີ້.

ທ່ານ​ Sukkharieh ກ່າວ​ວ່າ “ທີ່ພວກ​ເຮົາ​ເວົ້າ​ເຖິງ​ນີ້​ແມ່ນ​ຜືນ​ທີ່ດິນ​ທີ່​ກວ້າງ​ໃຫຍ່ 4 ພັນ ​ຫາ 40 ພັນ ​ເຮັກຕາ​ສຳ​ລັບ​ທົ່ງ​ລ້ຽງງົວມາດຕະຖານ​ທົ່ວ​ໄປ.”

SwagBot ​ແມ່ນ​ເປັນ​ຫຸ່ນ​ຍົນ ທີ່​ສາ​ມາດ​ຄວບ​ຄຸມ​ຈາກ​ສະຖານ​ທີ່​ອື່ນຢູ່ໄກໄດ້ ສາມາດເລາະລ້ຽວຜ່ານ​ຂ້າມ​ສິ່ງ​ຂີດ​ຂວາງ ແລະແມ່ນແຕ່ຈະ​ແກ່​ລົດບັນທຸກ​ໜັກ​ກໍໄດ້.

ພວກ​ນັກວິທະຍາສາດ ວາງ​ແຜນ​ວ່າ ​ຈະ​ເອົາ sensor ຫຼື ​ເຄື່ອງຄວບຄຸມ​ຕິດຕັ້ງໃສ່​ກັບ​ຕົວ​ມັນ ເພື່ອ​ຈະໃຫ້ສາມາດ​ຕິດຕາມເບິ່ງສະພາບການຂອງ​ພວກ​ງົວຂອງ​ເຂົາ​ເຈົ້າໄດ້.

ທ່ານ Sukkharieh ກ່າວ​ວ່າ “ພວກ​ເຂົາ​ເຈົ້າ​ສາມາດຈະໃຫ້​ລະ​ບົບຫຸ່ນ​ຍົນເຝົ້າຄອຍ
ເບິ່ງ​ຝູງ​ງົວ​ຂອງ​ພວກ​ເຂົາ​ເຈົ້າໄດ້​ຕະຫຼອດ​ເວລາ ​ໂດຍ​ສະ​ເພາະ​ຊອມ​ເບິ່ງພວກ​ງົວ​
ທີ່​ອາດ​ເຈັບເປັນນັ້ນ.”

ພວກ​ນັກວິ​ໄຈ​ທັງຫຼາຍ ຫວັງ​ວ່າ SwagBot ຈະ​ສາມາດ​ນຳເອົາອອກ​ມາ​ໃຊ້ສຳລັບ
ພວກ​ລ້ຽງສັດ ​ພາຍ​ໃນ 3 ປີ ຕໍ່ໜ້າ ຊຶ່ງນັ້ນ​ໝາຍ​ຄວາມ​ວ່າ ຫຸ່ນ​ຍົນ​ນີ້​ຈະສາມາດ​ມາກຳກັບ
​ງົວ​ລ້ຽງ ແທນໝາ​ໄດ້ໃນອີກບໍ່ດົນ.

ອ່ານສາລະຄະດີນີ້ເປັນພາສາອັງກິດ

XS
SM
MD
LG