ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸ​ປະ​ຕິ​ເຫດ ບົນທ້ອງຖະໜົນ ຢູ່​ໃນ​ນະ​ຄອນ​ ຫຼວງວຽງ​ຈັນ ມີ​ທ່າ​ອ່ຽງ​ເພີ້ມ​ຂຶ້ນ


ຄົນ​ປ່ວຍ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ອຸ​ປະ​ຕິ​ເຫດ​ ທີ່ນອນ​ຢູ່​ໂຮງ​ໝໍ 150 ຕຽງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ
ຄົນ​ປ່ວຍ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ອຸ​ປະ​ຕິ​ເຫດ​ ທີ່ນອນ​ຢູ່​ໂຮງ​ໝໍ 150 ຕຽງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ

ອຸປະຕິເຫດບົນທ້ອງຖະໜົນ ແມ່ນເຫດການທີ່ເກີດຂຶ້ນແບບບໍ່ຄາດຝັນ ໂດຍ​ມີ​ທ່າ​ອ່ຽງ​
ເພີ້ມ​ຂຶ້ນ​ເລື້ອຍໆ ຢູ່​ໃນ​ລາວ. ທັງ​ນີ້​ກໍ​ຍ້ອນ​ມີ ການຖືເບົາ ແລະຂາດສະຕິຂອງ​ນັກ​ຂັບ​ຂີ່
ບວກ​ກັບການບໍ່ເປັນເຈົ້າການໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​. ສະ​ພາບ​ການເຫລົ່ານີ້ມັນຈະເຮັດໃຫ້ ຫຼາຍ​ຄົນເສຍຊີວິດ ເສຍອົງຄະ, ເສຍຊັບສິນ, ເງິນທອງ ຕະຫຼອດທັງ​ຄົນທີ່ຮັກ ແລະຫວງ ແຫນທີ່ສຸດ ໃນ​ພຽງພິບ​ຕາ​ດຽວ​ໄດ້. ນັກຂ່າວຂອງເຮົາ
ມີລາຍງານເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໄດ້ຫຼາຍທົດ​ສະ​ວັດມາແລ້ວ ທີ່ບັນຫາອຸປະຕິເຫດ ບົນທ້ອງຖະໜົນໃນລາວຍັງບໍ່ມີ​ທ່າ
​ອ່ຽງ​ຈະຫຼຸດລົງແລະຍັງມີທ່າທີຈະນັບ​ມື້ນັບເພີ້ມທະວີ​ຂຶ້ນ​ໂດຍ​ສະ​ເພາະ​ໃນ​ໄລ​ຍະ​ທີ່​ມີ​ພາຫະນະລົດ​ສັນ​ຈອນ​ໄດ້ເພີ້ມຂຶ້ນຢ່າງໄວວາ ໃນປັດຈຸບັນ ຢູ່ຕາມ​ທ້ອງ​ຖະ​ໜົນ, ຍ້ອນ​
ການ​ຂະ​ຫຍາຍ​ໂຕ ທາງ​ເສດ​ຖະ​ກິດ​ ຂອງ​ລາວ. ອີງຕາມສະຖິຕິການເກີດອຸປະຕິເຫດ ຂອງກົມຕໍາຫຼວດຈາລະຈອນນະ ຄອນບານ ນະຄອນຫຼວງວຽງຈັນແລ້ວ, ອຸປະຕິເຫດ
ບົນທ້ອງຖະໜົນ ທີ່ເກີດຂຶ້ນໃນຊ່ວງໄລຍະ 6 ເດືອນທ້າຍປີກາຍທຽບໃສ່ກັບ 6 ເດືອນ
ຕົ້ນປີ 2019 ນີ້ ເຫັນວ່າ ມີທ່າອ່ຽງເພີ້ມຂຶ້ນຢ່າງໜ້າເປັນຫ່ວງ ໂດຍມີເຫດການເກີດ
ຂຶ້ນໃນ ນະຄອນຫຼວງວຽງຈັນ ທັງໝົດ 525 ຄັ້ງ, ໃນນັ້ນ ມີຄົນເສຍຊີວິດ 89 ຄົນ, ບາດ
ເຈັບສາຫັດ 128 ຄົນ, ບາດເຈັບທໍາມະດາ 439 ຄົນ, ບາດເຈັບເລັກນ້ອຍ 184 ຄົນ
ແລະ ພາຫະນະລົດເປ່ເພຫຼາຍໃຊ້ບໍ່ໄດ້ 9 ຄັນ, ເປ່ເພທໍາມະດາ 955 ຄັນ ແລະ
ເປ່ເພເລັກນ້ອຍ 334 ຄັນ.

ສະ​ພາບ​ການ​ເຊັ່ນ​ນີ້ ແມ່ນເປັນສາຍເຫດເຮັດໃຫ້ມີການສູນເສຍຊັບສິນເງິນ ທອງຕະ
ຫຼອດຄົນຮັກອື່ນໆ ຢ່າງບໍ່ຄາດຝັນ, ດັ່ງການໃຫ້ສໍາພາດຕໍ່​ວີ​ໂອ​ເອ ຂອງທ້າວທອງດຳ, ຊາວບ້ານນາປົ່ງ, ເມືອງຄົງເຊໂດນ ແຂວງສາລະວັນ ໃນ​ຂະ​ນະ​ທີ່ຜູ້​ກ່ຽວກຳ​ລັງ​ນອນ​
ປິ່ນ​ປົວ​ຢູ່​ໃນ​ໂຮງ​ໝໍ 150 ຕຽງ ​ໃນ​ນະ​ຄອນ​ຫລວງວຽງ​ຈັນ​ ຍ້ອນ​ຖືກ​ອຸ​ປະ​ຕິ​ເຫດ ວ່າ:

ຂ້າພະເຈົ້າໄດ້ມາທໍາງານ ຢູ່ວຽງຈັນໄດ້ 5 ປີ ແລ້ວ ຕໍ່ມາວັນທີ 13 ເດືອນ 9 2019 ຕົນໄດ້ເກີດອຸປະຕິເຫດ ລົດຈັກຕໍາລົດຈັກເສຍຫາຍໜັກພໍສົມຄວນ, ລົດເປ່ເພໜັກ ຕົນເອງກໍ່ຂາຫັກ ຫົວຖືກກະທົບ ໜັກສົມຄວນ, ເສຍເງິນຫຼາຍ ເສຍເວລາ, ເສຍ
ຄວາມຮູ້ສຶກ ບໍ່ໄດ້ໄປທໍາມາຫາກິນທາງໃດ, ປະກັນໄພ ປະກັນສັງຄົມກໍ່ບໍ່ມີ ຄອບ
ຄົວກໍ່ຫຍຸ້ງຍາກເສຍເວລານໍາ ຍັງນອນຢູ່ໂຮງໝໍ 150 ຕຽງໃນປັດຈຸບັນ. ສ່ວນສາຍ

ເຫດທີ່ເກີດອຸປະຕິເຫດໃນຄັ້ງນີ້ ແມ່ນຍ້ອນ ການຊຸມແຊວກິນເຫຼົ້າ ກັບໝູ່ຂ້າງເຮືອນ
ພັກ ເພາະບໍ່ໄດ້ພໍ້ກັນດົນແລ້ວ
.”

ເຈົ້າໜ້າທີ່ຈາລະຈອນ​ທ່ານ​ນຶ່ງເວົ້າວ່າ ສາເຫດທີ່​ພາ​ໃຫ້ເກີດ ອຸປະຕິເຫດບົນທ້ອງ
ຖະໜົນແມ່ນມີ 4 ປັດໄຈຫຼັກ ຊຶ່ງກ່ຽວ​ຂ້ອງກັບສະພາບແວດລ້ອມ ດິນ ຟ້າອາກາດ, ສະພາບເສັ້ນທາງ, ສະພາບເຕັກນິກຂອງພາຫະນະທີ່ບໍ່ໄດ້ມາດຕະຖານ ແລະການ
ລະເມີດກົດລະບຽບຈາລະຈອນ ຂອງ ຜູ້ຂັບຂີ່ຍວດ​ຍານ ພາຫະນະ ໂດຍ​ສະ​ເພາະ
​ແມ່ນ​ການດື່ມສິ່ງມືນເມົາ ຊຶ່ງທ່ານ ກ່າວຕໍ່ວີ ໂອເອພວກເຮົາດັ່ງ​ນີ້:

“4 ສາຍເຫດຫຼັກທີ່ພາໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນ ຄື ສາຍເຫດທີ 1 ຈາກ
ສະພາບແວດລ້ອມ ທາງສັງຄົມ ທໍາມະຊາດ ດິນຟ້າອາກາດ ທາງມີສິ່ງກີດຂວາງ, ຕົ້ນ
ໄມ້ລົ້ມທັບທາງແລະອື່ນໆ. ສາຍເຫດທີ 2. ເກີດຂຶ້ນຍ້ອນສະພາບເສັ້ນທາງເປັນບວກ
ເປັນຂຸມ ເວລາຝົນຕົກມີນໍ້າອັ່ງອໍ ເປັນຕົມ ຍາມແລ້ງກໍ່ມີຂີ້ຝຸ່ນຫຼາຍ, ປ້າຍສັນຍານຈາ
ລະຈອນ ແລະດອກໄຟເຍືອງທາງກາງ ຄືນບໍ່ພຽງພໍ. ສາຍເຫດທີ 3 ເກີດຂຶ້ນຍ້ອນສະ
ພາບເຕັກນິກ ຂອງພາຫະນະເຊັ່ນ ພາຫະນະເກົ່າແກ່ຊຸດໂຊມ ຢາງລົດຫຼຸ້ຍຫ້ຽນເກີນ
ມາດຕະຖານ ລະບົບເບກ ຄັນສົ່ງ ບໍ່ດີ, ລະບົບໄຟຕາ, ໄຟສັນຍານຕ່າງໆບໍ່ຮັບປະກັນ
ທາງດ້ານເຕັກນິກ. ສາຍເຫດທີ 4 ເກີດຂຶ້ນຍ້ອນຜູ້ຂັບຂີ່ພາຫະນະລົດ ຜູ້ໃຊ້ລົດໃຊ້ຖະ
ໜົນ ທີ່ລະເມີດກົດລະບຽບການສັນຈອນ ແລ້ວພາໃຫ້ເກີດອຸປະຕິເຫດ, ມັກດື່ມສິ່ງມືນ
ເມົາ ແລ້ວຂັບຂີ່ລົດໄວເກີນກໍານົດ ແຊງຂຶ້ນໜ້າບໍ່ຮັບປະກັນຄວາມປອດໄພ, ລ້ຽວຊ້າຍ
ລ້ຽວຂວາ ບໍ່ຮັບປະກັນຄວາມປອດໄພ ປະໝາດຂາດສະ ຕິ ທ້າທາຍ ເອົາແຕ່ໃຈຕົນ
ເອງ ແລະ ອື່ນໆ.”

ໃນຂະນະດຽວກັນ, ຝ່າຍຫົວໜ້າໜ່ວຍງານຂັ້ນສູງຂອງລັດ ທີ່ກ່ຽວຂ້ອງທ່ານໜຶ່ງ ກໍໄດ້
ໃຫ້​ຄຳ​ສະ​ເໜີ​ວ່າ ເພື່ອ​ໃຫ້​ຫລຸດ​ຜ່ອນ​ອຸ​ປະ​ຕິ​ເຫດ​ໄດ້ຈະ​ຕ້ອງ​ມີ​ການ​ຍົກ​ລະ​ດັບ​ຄວາມ​
ເຂົ້າ​ໃຈ​ຂອງ​ປະ​ຊາ​ຊົນ​ໃນ​ທຸກ​ອາ​ຍຸ​ເພດໄວແລະ​ຂະ​ແໜງອາ ​ຊີບໃຫ້​ເຂົ້າ​ໃຈເຖິງ​ຄ​ວາມ
ສຳ​ຄັນ ແລະ​ມີ​ສະ​ຕິ​ໃນ​ການ​ປະ​ຕິ​ບັດ​ລະ​ບຽບຈະ​ລາ​ຈອນ ຊຶ່ງທ່ານ​ໃຫ້​ຄຳ​ເຫັນ​ດັ່ງ​ນີ້:

“ຢາກໃຫ້ຫຼຸດຜ່ອນອຸປະຕິເຫດໄດ້ ບັນຫາຫຼັກໆ ແມ່ນຕ້ອງໄດ້ໂຄສະນາເຜີຍ ແຜ່ ກົດລະບຽບຈາລະຈອນຢູ່ຕາມທາງສາມແຍກ, ສີ່ແຍກທີ່ມີໄຟແດງ ໄຟອໍານາດນີ້
ຄືບັນຫາ 1. ບັນຫາ 2 ແມ່ນຕ້ອງລົງເຜີຍແຜ່ລະບຽບຈາລະຈອນຢູ່ຕາມບ້ານ ຕາມໂຮງຮຽນແລະຕາມສໍານັກງານອົງການຕ່າງໆ ເພື່ອໃຫ້ພໍ່ແມ່ ປະຊາຊົນ

ເຂົ້າໃຈກົດລະບຽບຈາລະຈອນເພື່ອໃຫ້ສາມາດຫຼຸດຜ່ອນອຸປະຕິເຫດ ຕາມທ້ອງ
ຖະໜົນ”

ສະຫຼຸບແລ້ວ ອຸປະຕິເຫດບົນທ້ອງຖະໜົນແມ່ນເຫດການທີ່ເກີດຂຶ້ນຍ້ອນການຖືເບົາ
ມັກງ່າຍ ແລະຂາດສະຕິຂອງ​ນັກ​ຂັບ​ຂີ່​ຢູ່ໃນຫຼາຍ​ດ້ານ ໂດຍ​ສະເພາະ ແມ່ນ​ການ​ດື່ມ
​ສິ່ງ​ມືນ​ເມົາ​ເກີນ​ຂອບ​ເຂດ ແລະບໍ່​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ຈາ​ລະ​ຈອນ. ພ້ອມ​ກັນ​ນັ້ນ
ທາງ​ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ດ້ານ​ການ​ອອກ​ໃບອະ​ນຸ​ຍາດໃນ​ການຂັບ​ຂີ່ ແລະ​ບູ​ລະ
​ນະ​ສ້ອມ​ແປງ​ຖະ​ໜົນ​ຫົນ​ທາງ​ກໍຍັງ​ບໍ່​ທັນ​ເປັນ​ເຈົ້າ​ການໃນການທີ່ຈະແກ້ໄຂບັນຫາ
ເຫລົ່ານີ້ຮ່ວມກັນ ແລະ​ການ​ສຶກ​ສາ​ອົບ​ຮົມເພື່ອ​ຍົກ​ລະ​ດັບ​ຄວາມ​ເຂົ້າ​ໃຈ​ຂອງ​ບັນ​ດາ​
ນັກ​ຂັບ​ຂີ່​ກໍ​ຍັງ​ບໍ່​ທົ່ວ​ເຖິງ ແລະ​ບໍ່​ມີ​ປະ​ສິດ​ທິ​ຜົນ​ສູງ. ​ສະ​ນັ້ນ​ເພື່ອ​ຫຼີກ​ລ້ຽງຜົນ​ຕາມ​ມາ
​ທາງ​ເສດ​ຖະ​ກິດແລະ​ຊີ​ວິດຂອງ​ ຄົນ ທີ່ບໍ່​ເພິ່ງ​ປາ​ດຖະ​ໜານີ້ ມັນຮຽກ​ຮ້ອງ​ທຸກ​ພາກ​
ສ່ວນ​ ໃຫ້​ເອົາ​ໃຈ​ໃສ່​ຮ່ວມ​ມື​ກັນ​ແກ້​ໄຂຢ່າງ​ເປັນ​ຮູບ​ປະ​ທຳ ແລະ​ເປັນ​ລະ​ບົບ.

XS
SM
MD
LG