ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກການເມືອງຂູ່ແຂ່ງໃນ ອິສຣາແອລ ຈະຕັ້ງລັດຖະບານ ສາມັກຄີ ເພື່ອປົດທ່ານ ເນຕັນຢາຮູ ອອກຈາກຕຳແໜ່ງ


ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ , ນະຄອນ ເຈຣູຊາແລັມ, 25 ພຶດສະພາ 2021.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ , ນະຄອນ ເຈຣູຊາແລັມ, 25 ພຶດສະພາ 2021.

ຜູ້ນຳພັກການເມືອງປີກຂວາ ອິສຣາແອລ ທ່ານ ນາຟຕາລີ ເບັດເນັດ ໄດ້ສະແດງການສະໜັບສະ ໜູນທີ່ສຳຄັນສຳລັບ “ລັດຖະບານ ສາມັກຄີ” ໃນ ອິສຣາແອລ ເມື່ອວັນອາທິດວານນີ້ ເພື່ອປົດທ່ານ ເບັນຈາມິນ ເນຕັນຢາຮູ ອອກຈາກຕຳແໜ່ງ, ໃນສິ່ງທີ່ຈະເປັນການສິ້ນສຸດຂອງຍຸກສະໄໝການເມືອງຂອງທ່ານ.

ການຕັດສິນໃຈຂອງທ່ານ ເບັນເນັດ, ເຊິ່ງທ່ານໄດ້ປະກາດໃນຄຳປາໄສອອກໂທລະພາບນັ້ນ, ຈະມອບສິດໃຫ້ຫົວໜ້າພັກຝ່າຍຄ້ານ ທ່ານ ແຢ ລາປິດ ລວມພັນທະມິດປີກຂວາ, ພັກທີ່ມີແນວທາງເປັນກາງ ແລະ ນິຍົມຊ້າຍເຂົ້າກັນ ແລະ ເຮັດໃຫ້ທ່ານ ເນຕັນຢາຮູ ຜ່າຍແພ້ການເລືອກຕັ້ງຄັ້ງທຳ ອິດຂອງທ່ານນັບຕັ້ງແຕ່ປີ 1999.

ທ່ານ ລາປິດ, ຫົວໜ້າຂອງພັກ ເຢສ ອາທິດ (Yesh Atid) ທີ່ນິຍົມແນວທາງເປັນກາງ ເຊິ່ງໄດ້ອັນ ດັບທີສອງຕາມຫຼັງພັກປີກຂວາ ລີຄູດ ຂອງທ່ານ ເນຕັນຢາຮູ ໃນການເລືອກຕັ້ງແຫ່ງຊາດທີ່ຍັງສະ ຫຼຸບບໍ່ໄດ້ເມື່ອວັນທີ 23​ ມີນາທີ່ຜ່ານມານັ້ນ, ໄດ້ປະເຊີນກັບຂີດເສັ້ນຕາຍໃນວັນພຸດນີ້ຈາກປະທາ ນາທິບໍດີຂອງ ອິສຣາແອລ ເພື່ອປະກາດລັດຖະບານໃໝ່.

ໂອກາດປະສົບຄວາມສຳເລັດຂອງທ່ານ ລາປິດ ແມ່ນໄດ້ອາໄສທ່ານ ເບັນເນັດ ເປັນສ່ວນໃຫຍ່, ເຊິ່ງທ່ານແມ່ນອະດີດຫົວໜ້າກະຊວງປ້ອງກັນປະເທດ ແລະ ເປັນມະຫາເສດຖີເທັກໂນໂລຈີລະດັບສູງ ທີ່ພັກ ມາຊີນາ ຂອງທ່ານມີ 6 ບ່ອນນັ່ງໃນສະພາແຫ່ງຊາດທີ່ມີສະມາຊິກ 120 ຄົນນັ້ນ ແມ່ນພຽງພໍທີ່ຈະເຮັດໃຫ້ທ່ານມີສະຖານະພາບອຳນາດທາງການເມືອງສູງ.

ພາຍໃຕ້ເງື່ອນໄຂຂໍ້ຕົກລົງແບ່ງປັນອຳນາດນັ້ນ, ທ່ານ ເບັນເນັດ ຈະເຂົ້າແທນຕຳແໜ່ງຂອງທ່ານ ເນຕັນຢາຮູ ອາຍຸ 71 ປີຜູ້ທີ່ເປັນຫົວໜ້າພັກ ລີຄູດ, ໃນຖານະເປັນນາຍົກລັດຖະມົນຕີ ແລະ ຫຼັງຈາກນັ້ນຈະປ່ອຍທາງໃຫ້ທ່ານ ລາປິດ ທີ່ມີແນວທາງເປັນກາງໃນຂໍ້ຕົກລົງໝູນວຽນ.

ທ່ານ ເບັນເນັດ ໄດ້ປະກາດໃນຄຳປາໄສຂອງທ່ານວ່າ “ຂ້າພະເຈົ້າຈະປະກາດໃນມື້ນີ້ວ່າ ຂ້າພະ ເຈົ້າມີຈຸດປະສົງທີ່ຈະເຮັດວຽກກັບຜູ້ທີ່ມີອຳນາດຂອງຂ້າພະເຈົ້າທຸກຄົນໃນການສ້າງລັດຖະບານສາມັກຄີກັບປະທານພັກ ເຢສ ອາທິດ ທ່ານ ແຢ ລາປິດ. ມັນຈະເປັນການເລືອກຕັ້ງຄັ້ງທີ 5 ຫຼື ລັດ ຖະບານ ສາມັກຄີ.”

ໃນການຕອບໂຕ້ຕໍ່ການປະກາດຂອງທ່ານ ເບັນເນັດ ທາງໂທລະພາບນັ້ນ, ທ່ານ ເນຕັນຢາຮູ ໄດ້ກ່າວຫາທ່ານ ກ່ຽວກັບ ການກໍ່ “ການສໍ້ໂກງແຫ່ງສັດຕະວັດ,” ໂດຍອ້າງເຖິງຄຳສັນຍາຕໍ່ສາທາລະ ນະໃນອະດີດຂອງທ່ານ ເບັນເນັດ ທີ່ວ່າທ່ານຈະບໍ່ເຂົ້າຮ່ວມກັບທ່ານ ລາປິດ.

ອິສຣາແອລ ໄດ້ຈັດການເລືອກຕັ້ງ 4 ຄັ້ງ ນັບຕັ້ງແຕ່ເດືອນເມສາ 2019 ທີ່ໄດ້ສິ້ນສຸດລົງໂດຍບໍ່ມີຜູ້ຊະນະເລີດທີ່ແນ່ນອນ ແລະ ໄດ້ເຮັດໃຫ້ທ່ານ ເນຕັນຢາຮູ ແລະ ບັນດາຄູ່ແຂ່ງຂອງທ່ານຂາດຄະ ແນນສຽງສ່ວນຫຼາຍໃນສະພາແຫ່ງຊາດ, ດ້ວຍຜູ້ນຳອາວຸໂສຄົນດັ່ງກ່າວຍັງຄົງຢູ່ໃນຕຳແໜ່ງດັ່ງກັບ ຫົວໜ້າຜູ້ເບິ່ງແຍງລັດຖະບານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG