ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທັດສະນະ ຄວາມສ່ຽງ ແລະ ຄວາມລົ້ມແຫຼວ ລະຫວ່າງ Silicon Valley ແລະ ເອເຊຍ


On Risk and Failure: Silicon Valley Vs. Asia
please wait

No media source currently available

0:00 0:03:04 0:00

ລັດ ຄາລີຟໍເນຍ ກຳລັງປະເຊີນກັບ ອັນທີ່ຖືວ່າ ເປັນສະພາບການຊອກຄົ້ນຫາບໍ່ຄຳ
ໃນຍຸກໃໝ່ ເຖິງວ່າມັນຈະແຕກຕ່າງໄປຈາກໃນສະໄໝກາງຊຸມປີ 1800 ກໍຕາມ.
ບໍ່ຄຳໃໝ່ດັ່ງກ່າວນີ້ ກໍຄື: ເທັກໂນໂລຈີ ແລະ ຄວາມສຳເລັດ ຂອງການເລີ້ມຕົ້ນ
ບໍລິສັດໃໝ່ ຢູ່ໃນເຂດຮ່ອມພູ Silicon ຂອງຄາລີຟໍເນຍ. ມັນດຶງດູດເອົາຜູ້ຄົນ
ມາຈາກທົ່ວທຸກມຸມໂລກໄປຢູ່ ແລ້ວກໍພະຍາຍາມສ້າງຜົນສຳເລັດອັນຍິ່ງໃຫຍ່.
ຢູ່ເອເຊຍກໍເຊັ່ນກັນ ສູນລວມດ້ານເທັກໂນໂລຈີດັ່ງກ່າວນີ້ ກໍພວມກໍ່ຮ່າງຂຶ້ນມາ
ແຕ່ມັນກໍເປັນວັດທະທຳ ຂອງການເລີ້ມຕົ້ນແບບແຕກຕ່າງກັນ ກັບສິ່ງທີ່ທ່ານ
ຈະໄດ້ເຫັນ ຢູ່ໃນລັດບໍ່ຄຳແຫ່ງນີ້ ຊຶ່ງຜູ້ສື່ຂ່າວຂອງວີໂອເອ Elizabeth Lee ຈະອະທິບາຍສູ່ຟັງ ດັ່ງ ໄຊຈະເລີນສຸກ ຈະນຳເອົາມາສະເໜີທ່ານ.

ທ້າວ ແອດ ໂອ ເຄີຍເຮັດວຽກໃຫ້ແກ່ບໍລິສັດເລີ້ມຕົ້ນໃໝ່ ຢູ່ໃນປະເທດ ຈີນ ໄຕ້ຫວັນ
ແລະດຽວນີ້ ລາວມາຢູ່ບໍລິສັດເລີ້ມຕົ້ນໃໝ່ ທີ່ແທ້ຈິງ ໃນຮ່ອມພູ Silicon. ລາວກ່າວ
ວ່າ ການເລີ້ມຕົ້ນບໍລິສັດ ຢູ່ໃນເອເຊຍ ແມ່ນຍາກກວ່າ ຢູ່ໃນ Silicon Valley ຕັ້ງຫຼາຍ.

ທ້າວ ແອດ ໂອ ທີ່ເປັນຜູ້ອຳນວຍການ ບໍລິສັດ Fulldive Creative ເວົ້າວ່າ “ມັນຍາກ
ຫຼາຍ ທີ່ຈະຊອກຫາພວກນັກລົງທຶນ ແລະ ພວກເຂົາເຈົ້າ ຢາກເຫັນຄວາມເປັນຈິງ
ຫຼາຍກວ່າ ໃນແງ່ທີ່ວ່າ “ເຈົ້າຕ້ອງສ້າງແບບແຜນທຸລະກິດຂຶ້ນມາ ຕັ້ງແຕ່ຫົວທີໄປ
ແລະ ສ້າງລາຍຮັບຕັ້ງແຕ່ຕົ້ນໆເລີຍ ເພື່ອຈະໃຫ້ອູ້ມຊູຕົນເອງໄດ້.”

ທ້າວ ໂອ ກ່າວຕໍ່ໄປວ່າ ພວກນັກລົງທຶນ ມີຄວາມຮູ້ສຶກສະບາຍໃຈຫຼາຍກວ່າ ໃນ
ການສ່ຽງ ຢູ່ທີ່ Silicon Valley.

ທ້າວ ໂອ ເວົ້າອີກວ່າ “ເຈົ້າມີແນວຄິດທີ່ ດີຫຼາຍ! ໄປ...ໄປນຳມັນອອກມາໃຊ້.
ພວກເຮົາຈະເອົາເງິນມາລົງທຶນ ໃຫ້ເຈົ້າຊອກຫາແບບແຜນທຸລະກິດ ໃນລະຫວ່າງ
ດຳເນີນການໄປ.”

ນັກລົງທຶນຄົນນຶ່ງ ໃນ Silicon Valley ທ່ານ Tuoc Luong ເຄີຍເຮັດວຽກ ຢູ່ໃນ
ບໍລິສັດ ອິນເຕີເນັດ ຂອງຈີນ. ທ່ານກ່າວວ່າ ເຫດຜົນໃຫຍ່ອັນນຶ່ງ ໃນເບື້ອງຫລັງ
ຄວາມແຕກຕ່າງກັນນັ້ນ ກໍແມ່ນວ່າ ການມອງເບິ່ງຄວາມສ່ຽງ ແລະ ຄວາມລົ້ມແຫລວ.

ທ່ານ Tuoc Luong ເວົ້າວ່າ “ເອເຊຍ ເນັ້ນໜັກ ຫຼາຍເກີນໄປ ເຖິງທັດສະນະຂອງ
ພວກຄົນອື່ນໆ ວ່າ ພວກເຂົາຈະຄິດຈັ່ງໃດກັບທ່ານ. ໃນເວລາທີ່ທ່ານລົ້ມແຫລວ
ພວກເຂົາຈະມີທັດສະນະທີ່ວ່າ ‘ເຈົ້າບໍ່ປະສົບຜົນສຳເລັດຫວະ? ແຕ່ວ່າ ມັນຈະ
ຮ້າຍແຮງໄປກວ່ານັ້ນອີກ. ມັນສົ່ງຜົນກະທົບ ເຖິງຜູ້ປົກຄອງທີ່ເປັນພໍ່ແລະແມ່ ທີ່
ວ່າ ‘ໂອ້ລູກຂອງຂ້ອຍ ບໍ່ປະສົບຜົນສຳເລັດຫວະ?’”

ຢູ່ໃນ Silicon Valley ຄວາມລົ້ມແຫລວ ແມ່ນບໍ່ໄດ້ຖືກແນມເຫັນ ວ່າ ເປັນເລື່ອງ
ເສຍຫາຍ ໃນແງ່ລົບ ພາຍໃນບັນດານັກລົງທຶນ ເລີຍ.

ທ່ານ Tuoc Luong ເວົ້າວ່າ “ພວກນັກລົງທຶນ ບໍ່ໄດ້ຫລົບຫລີກ ພວກຄົນຜູ້ທີ່ເຄີຍ
ລົ້ມແຫລວມາແລ້ວ ເພາະວ່າ ພວກເຂົາເຈົ້າເຫັນວ່າ ມັນບໍ່ເປັນຫຍັງ ພວກເຂົາເຈົ້າ
ໄດ້ຮຽນຮູ້ ບາງຢ່າງຈາກຄວາມລົ້ມແຫລວ ນັ້ນ.

ທ່ານ Binh Tran ຄູ່ຮ່ວມລົງທຶນ ໃນ 500 ບໍລິສັດເລີ້ມຕົ້ນໃໝ່ ກ່າວວ່າ ເຖິງແມ່ນວ່າ
ຄວາມລົ້ມແຫລວ ຈະຖືກມອງເຫັນໃນແງ່ບວກຫຼາຍກວ່າ ຢູ່ນະທີ່ນີ້ ກໍຕາມ ແຕ່ມັນກໍ
ຍັງຍາກລຳບາກຢູ່ ເວລາ ມັນເປັນໄປ.

ທ່ານ Binh Tran ເວົ້າວ່າ “ມີຫຼາຍໆຄົນ ຕົກຢູ່ໃນສະພາບຊຶມເສົ້າ ພວກຄົນດັ່ງກ່າວ
ເປັນໄປໄດ້ສູງທີ່ຈະຕັດສິນໃຈຂ້າຕົວເອງຕາຍ. ມັນມີຄວາມກົດດັນອັນມະຫາສານ
ໃນເວລາ ຈະເລີ້ມຕົ້ນບໍລິສັດໃໝ່ ຂອງຕົນເອງ. ເຈົ້າຖືກຜູກມັດຕິດ ກັບບາງຢ່າງ
ເຊັ່ນວ່າ ກຽດສັກສີຂອງເຈົ້າ ແລະ ຊື່ສຽງຂອງເຈົ້າ.”


ແຕ່ທ່ານ Tran ກ່າວວ່າ ພວກຜູ້ປະກອບການ ຈາກທົ່ວໂລກ ພຽງແຕ່ຢາກມາ Silicon
Valley ເທົ່ານັ້ນ ໂດຍໄຝ່ຝັນຢາກຈະກາຍເປັນແບບ Google ຫຼື Facebook ຄົນຕໍ່ໄປ.

ທ່ານ Tran ເວົ້າຕື່ມວ່າ “ທ່ານອ່ານກ່ຽວກັບເລື່ອງນີ້ ໃນສື່ມວນຊົນ ແລະອັນນັ້ນ ມັນ
ໄດ້ເຮັດໃຫ້ຫຼາຍຄົນ ຜູ້ທີ່ຢາກຈະລ້ຳລວຍ ພວກຄົນຜູ້ທີ່ມີແນວຄິດ ແບບພົບເຫັນ
ບໍ່ຄຳ ນັ້ນເອງ.”

ພວກປະກອບການຫຼາຍຄົນ ຈາກຕ່າງປະເທດ ມາແຫ່ງນີ້ ພ້ອມພຽງດ້ວຍ ຄວາມຮູ້
ດ້ານເທັກນິກທີ່ດີຫຼາຍ ແຕ່ພວກເຂົາເຈົ້າອາດຈະບໍ່ມີທັກສະຕ່າງໆ ໃນດ້ານມະນຸດ
ສຳພັນ.

ທ່ານ Tuoc Luong ເວົ້າວ່າ “ມັນເປັນຄວາມສາມາດສະເພາະໂຕຂອງທ່ານ ທີ່
ຈະເກນເອົາຜູ້ທີ່ດີເດັ່ນ ຄວາມສາມາດຂອງທ່ານທີ່ຈະນຳເອົາຜູ້ທີ່ດີເດັ່ນນັ້ນ ມາເຮັດວຽກຮ່ວມກັນໄດ້ ເປັນຢ່າງດີ ຄວາມສາມາດຂອງທ່ານທີ່ຈະສື່ສານ
ວິໄສທັດຂອງທ່ານ ໃນທາງທີ່ເປັນແຮງຈູງໃຈພວກເຂົາເຈົ້າ.”

ພວກນັກລົງທຶນໃນ Silicon Valley ບໍ່ພຽງແຕ່ຊອກຫາທັກສະຕ່າງໆ ເຫຼົ່ານີ້ ໃນ
ສະຫະລັດ ເທົ່ານັ້ນ ແຕ່ຈາກຕ່າງປະເທດນຳດ້ວຍ.

ທ່ານ Tran ກ່າວຕື່ມວ່າ “ສິ່ງຕ່າງໆເຫຼົ່ານີ້ ເປັນພາກສ່ວນຂອງໂລກ ທີ່ກຳລັງ
ພັດທະນາ ນອກເໜືອຈາກ Silicon Valley ແຫ່ງນີ້ ຊຶ່ງກຳລັງເທົ່າທຽມກັນ
ໃນແງ່ຂອງຄວາມມຸ້ງໝັ້ນ ແລະ ການປະດິດຄິດສ້າງ ແລະ ພວກເຮົາເລີ້ມຈະ
ເຫັນໄດ້ ໃນແຫ່ງຕ່າງໆ ຂອງຈີນ.”

ພວກນັກລົງທຶນ ຈາກຈີນ ກໍຍັງກຳລັງ ວິວັດທະນາການຢູ່....

ທ້າວ ໂອ ກ່າວວ່າ “ພວກເຂົາເຈົ້າ ເຂົ້າມາໃນສະຫະລັດ ແລະ ພວກເຂົາເຈົ້າ
ລົງທຶນ ຢ່າງຫຼວງຫຼາຍ ໃນບໍລິເວນອ້ອມຮອບນີ້ ແລະ ພວກເຂົາເຈົ້ານຳເອົາ
ການລົງທຶນນັ້ນ ກັບຄືນໄປຈີນ ແລະ ພວກເຂົາເຈົ້າ ຊຸກຍູ້ໃຫ້ພວກຄົນຢູ່ໃນຈີນ
ໃຫ້ປະດິດຄິດສ້າງຂຶ້ນມາດ້ວຍຕົນເອງ ນຳດ້ວຍ.”

ແລະການປະດິດຄິດສ້າງ ບໍ່ພຽງແຕ່ເກີດຂຶ້ນ ຢູ້ໃນຈີນ ເທົ່ານັ້ນ ແຕ່ຢູ່ທົ່ວເອເຊຍ
ຕາເວັນອອກສຽງໃຕ້ ໃນຂະນະ ທີ່ການນຳໃຊ້ເທັກໂນໂລຈີ ກຳລັງແຜ່ຂະຫຍາຍ
ອອກໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG