ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບ້ານເຮືອນ ທີ່ແພງຂຶ້ນ ກໍາລັງປ່ຽນແປງ ຄຸ້ມ Chinatown ຂອງນິວຢອກ (ວີດີໂອ ລາວ/ອັງກິດ)


Ethnic Neighborhoods in New York's Chinatown Disappear As Rents Rise
please wait

No media source currently available

0:00 0:03:05 0:00
ລິງໂດຍກົງ

ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານນີ້.

ລາຄາ​ອະສັງຫາລິມະ​ຊັບ ກໍ​ຄື​ທີ່​ດິນແລະ​ບ້ານ
​ເຮືອນ​ ​ທີ່​ກໍາລັງຖີບ​ຕົວ​ສູງຂຶ້ນ​ໄປ​ນັບ​ມື້ ໃນນະຄອນ​ນີວຢ໊ອກນັ້ນ
ໄດ້ສ້າງຜົນ​ກະທົບ​ອັນໃຫຍ່​ຫລວງຕໍ່​ຜູ້​ຄົນ​ໃນ​ຫຼາຍໆ​ຄຸ້ມ ​ໂຮມ​ທັງ
ຄຸ້ມ​ເມືອງ​ຈີນ ຫຼື Chinatown ທີ່​ມີ​ຊື່​ສຽງ​ຂອງ​ນີວຢ໊ອກນັ້ນ. ​ຄຸ້ມ
​ທີ່​ວ່ານີ້ ຊຶ່ງ​ຕັ້ງ​ຢູ່​ໃນ​ເຂດ​ຕອນລຸ່ມ​ຂອງ​ເກາະ Manhattan ເອິ້ນ​
ວ່າ Lower Manhattan ນັ້ນ ​ແມ່ນ​ໄດ້ເປັນຖານ​ບ່ອນຢູ່​ແລະ
​ບ່ອນທໍາ​ມາ​ຫາ​ກິນທີ່​ສໍາຄັນ ຂອງ​ພວກຄອບຄົວ​ຊາວ​ຕ່າງ​ດ້າວ
ຫຼາຍຊົນ​ຊາດ ມາ​ເປັນ​ເວລາ​ດົນ​ນານ ​ແຕ່​ມາ​ລະຍະຫຼັງໆ​ນີ້​ ປະ
ກົດ​ວ່າມີ​ຫຼາຍ​ຄົນ​ພາກັນ​ຍົກຍ້າຍ​ໜີ​ຈາກ​ເຂດ​ດັ່ງກ່າວ ຍ້ອນມີ
ການ​ຫຼັ່ງ​ໄຫຼ​ເຂົ້າມາ​ຢູ່​ອາໄສ​ຂອງ​ພວກນັກວິຊາ​ຊີບຊາວ​ຜິວ​ຂາວ ​
ແລະພວກນັກ​ສຶກສາ ທີ່​ໄດ້​ຜັກ​ດັນ​ໃຫ້ລາຄາບ້ານຖີບ​ສູງ​ຂຶ້ນ​ໄປ​
ນັບ​ມື້. ຜູ້​ສື່​ຂ່າວ​ວີ​ໂອ​ເອ Rebecca Valli ມີ​ໂອກາດ​ໄດ້​ໂອ້​ລົມ​ກັບຫລາຍໆ​ຄົນ​ທີ່​ອາ​ໄສ​ຢູ່​
ໃນ​ເຂດ​ນັ້ນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ທີ່​ວ່າ​ນີ້ ຊຶ່ງ​ດາຣາ ຈະ​ນໍາ​ມາສະ​ເໜີ​ທ່ານ.


ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້:


ເປັນ​ເວລາ​ຫຼາຍ​ສິບ​ປີ​ຜ່ານມາ​ ​ທີ່ເກາະ Manhattan ໄດ້​ກາຍເປັນ​ບ່ອນ​ຢຸດ​ແວ່​ແຫ່ງ​ທໍາ​ອິດ
ຂອງ​ພວກ​ຊາວ​ຕ່າງ​ດ້າວ ທີ່​ເດີນທາງ​ເຂົ້າມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ.

​ແຕ່ເມື່ອ​ການເວລາ​ຜ່ານ​ໄປ​ ຂະນະ​ທີ່​ຕົວ​ເມືອງ​ຂະຫຍາຍ​ກວ້າງອອກ​ໄປ ຄຸ້ມບ່ອນຢູ່ລາຄາ
​ຖືກໆຫຼາຍໆ​ຄຸ້ມ ທີ່​ພວກ​ຊາວ​ຕ່າງໆ​ດ້າວ​ເຄີຍ​ອາ​ໄສຢູ່ຮ່ວມກັນ​ມາ​ແຕ່​ດົນ​ນານນັ້ນ ​ກໍໄດ້ຮັບ​
ຜົນ​ກະທົບ​ທາງ​ເສດຖະກິດ ​ຈາກການຫຼັ່ງ​ໄຫຼ​ເຂົ້າ​ມາ​ຂອງ​ພວກ​ຊົນ​ຊັ້ນ​ກາງ ຫລື​ນັກວິຊາຊີບ
ຊຶ່ງ​ຄຸ້ມເມືອງ​ຈີນ​ຫຼື Chinatown ກໍ​ເບິ່ງ​ຊົງ​ວ່າ ກໍາລັງ​ກ້າວໄປສູ່​ທິດ​ທາງ​ດຽວ​ກັນນີ້​ແລ້ວ.

Peter Kwong ​ອາຈານ​ສອນ​ ວິຊາການ​ສຶກສາເອ​ເຊຍອາ​ເມຣິກັນ ​ແລະ​ຜູ້​ວາງ​ຜັງເມືອງ
ປະ​ຈໍາ​ມະຫາວິທະຍາ​ໄລ Hunter College ​ເວົ້າ​ວ່າ:

“​ເຫດຜົນ​ສໍາຄັນ​ຢ່າງ​ນຶ່ງ​ນັ້ນ ກໍ​ຄືແທ້ໆ​ແລ້ວພວກ​ພັດທະນາ​ທີ່​ດິນ ຕ້ອງການ​
ປ່ຽນ​ແປງເຂດ​ຄຸ້ມ​ດັ່ງກ່າວ​ນີ້ ​ໃຫ້​ເປັນ​ຕຶກ​ສູງໆ ​ເພື່ອ​ຮອງ​ຮັບ​ຫຼາຍໆ​ທຸລະ​ກິດ
ການ​ຈະລາຈອນ ຕຶກຢູ່​ອາ​ໄສ​ລາ ຄາ​ແພງ ​ແລະ​ທັງ​ໝົດ​ນັ້ນ. ​ເຫດຜົນ​ສໍາຄັນ​
ອີກ​ປະການ​ນຶ່ງ ກໍ​ແມ່ນ​ມາຈາກ​ໂຮງການເມືອງ ຄື​ພວກ​ເຂົາ​ເຈົ້າ​ໄດ້​ເຮັດແບບ
​ນີ້ໄປ​ທົ່ວ​ນະຄອນນີວຢ໊ອກກໍ​ວ່າ​ໄດ້ ​ໂດຍ​ສະ​ເພາະເທິງເກາະ Manhattan.
ຄຸ້ມ​ Chinatown ​ເປັນ​ຄຸ້ມ​ສຸດ​ທ້າຍ​ ທີ່​ຍັງ​ບໍ່​ຖືກ​ລົບ​ກວນ​ໂດຍ​ພວກຊົນ​ຊັ້ນ​ກາງ.”


ລາຍ​ງານ​ສະບັບ​ນຶ່ງ ທີ່​ນໍາ​ອອກ​ເຜີຍ​ແຜ່​ເມື່ອ​ຕົ້ນ​ປີ 2013 ​ໂດຍ​ກອງ​ທຶນເພື່ອການ​ປ້ອງກັນ
​ດ້ານ​ກົດໝາຍ ແລະການ​ສຶກສາ​ຂອງ​ຊາວ​ອາ​ເມຣິກັນ ​ເຊື້ອສາຍ​ເອ​ເຊຍ ທີ່​ມີສໍານັກ​ງານ​
ຢູ່​ນີວຢ໊ອກ ​ໄດ້​ເວົ້າ​ຢ່າງ​ລະອຽດເຖິງລັກສະນະການ​ປ່ຽນ​ແປງ​ຂອງ Chinatown ​ໄປ​ເປັນ​
ເຂດຂອງຊົນ​ຊັ້ນ​ກາງ​ ອັນ​ມີ​ໂຮມ​ທັງ ​ບ້ານ​ເຮືອນແລະ​ໂຮງ​ແຮມຫຼູຫຼາ​ມີເພີ້​ມຂຶ້ນ ລາຄາບ້ານ
ເຮືອນແລະ​ທີ່​ດິນ​ແພງ​ຂຶ້ນ ​ແລະ​ຈໍານວນ​ຮ້ານ​ອາຫານ​ເອ​ເຊຍແລະ​ທຸລະ​ກິດ​ຂອງຊາວ​ເອ​
ເຊຍ ລຸດໜ້ອຍລົງ.

Sun Meirong ອາ​ໄສ​ຢູ່​ໃນ Chinatown ມາ​ຕັ້ງ​ແຕ່ນາງເຂົ້າມາຕັ້ງ​ຖິ່ນ​ຖານຢູ່​ໃນສະຫະ
ລັດຈາກເມືອງ​ Fuzhou ບ້ານ​ເກີດຂອງນາງ ​ໃນ​ປີ 1990 ​ແລະ​ໄດ້​ເປີດ​ຮ້ານ​ອາຫານ ຊຶ່ງ
ຮ້ານ​ຂອງ​ນາງ ​ແມ່ນ​ບໍລິການ​ພວກຊາວ​ຈີນ ​ເປັນ​ສ່ວນ​ໃຫຍ່. ຊຸນ ​ເໝີຍຣົງ ​ເວົ້າວ່າ:

“ຜ່ານ​ມາ​ເນາະ ຍາມ​ວັນພັກ Thanksgiving ​ແມ່ນຈະ​ມີ​ຫຼາຍ​ຄົນ​ຍ່າງ​ອັ່ງ​ອໍ​ກັນ​
ຢູ່​ຕາມ​ຖະໜົນ​ນີ້ ​ເຮົາ​ຍ່າງ​ໄປໃສກໍ​ລໍາບາກ​ ​ເພາະ​ຄົນ​ມັນ​ຫຼາຍ ​ແຕ່​ເມື່ອ​ສອງ​ສາມ​
ປີຜ່ານມາ​ນີ້ ປະກົດ​ວ່າ​ບໍ່​ຄ່ອຍ​ມີ​ຄົນ​ຍ່າງ​ຢູ່​ຕາມ​ຖະໜົນ​ຫຼາຍ​ຄື​ເກົ່າ ນີ້​ຄື​ການ​ປ່ຽນ
​ແປງ​ທີ່​ເຮົາ​ເຫັນ​ເກີດຂຶ້ນຢູ່​ໃນ Chinatown. ທຸລະ​ກິດ​ແມ່ນຕົກ​ຕໍ່າລົງ​ຫຼາຍ.”


ນາງ ຊຸນ ​ເວົ້າ​ວ່າ ການ​ຫຼັ່ງ​ໄຫຼ​ເຂົ້າມາ​ຢູ່ໃນ​ຄຸ້ມ​ຂອງ​ລາວຂອງພວກ​ຊົນ​ຊັ້ນ​ກາງ​ນັ້ນ ໝາຍ
​ເຖິງ​ວ່າ ຊາວ​ຈີນຖືກ​ຂັບ​ໄລ່​ໃຫ້ຍ້າຍ​ໜີ​ອອກ​ຈາກ​ບ້ານເຮືອນ ​ທີ່​ເຂົາ​ເຈົ້າ​ເຄີຍຢູ່​ອາໄສມາ
ດົນ​ນານ​. ນາງ ຊຸນ ​ເວົ້າ​ວ່າ:

“ບ້ານ​ເຮືອນ​ຖືກ​ດັດແປງ​ໃຫ້​ງົດງາມ ຫຼູຫຼາ ແລະ​ຫຼັງ​ຈາກ​ນັ້ນ ກໍ​ຂາຍ​ໃຫ້​ພວກ​ຈັດ​
ສັນ ​ໂດຍ​ບໍ່​ໄດ້​ຄິດ​ເລີຍ​ວ່າ​ ຈະ​ຍົກ​ໃຫ້​ພວກ​ທີ່​ອາໄສ​ຢູ່​ໃນ​ນີ້​ມາ​ກ່ອນ ກໍ​ຄື​ພວກ​
ຊາວ​ຕ່າງ​ດ້າວທີ່ຢູ່​ມາ​ດົນ​ນານ​ແລ້ວ​ນັ້ນ. ສະຫະລັດເປັນ​ປະ​ເທດ​ທີ່​ປະກອບ
​ດ້ວຍ​ຊາວ​ຕ່າງ​ດ້າວ ​ແຕ່​ຊາວ​ຕ່າງ​ດ້າວ​ຫຼາຍໆ​ຄົນ ມາ​ຕົກ​ໜີ້ ແລ້ວກໍ​ບໍ່​ມີ​ບ່ອນຢູ່​
ອາ​ໄສ ​ຫຼື​ບໍ່​ມີ​ເງິນ​ຊື້​ ຫຼື​ເຊົ່າ​ບ້ານ​ຢູ່ໄດ້.”


ລາຄາ​ບ້ານເຮືອນທີ່​ແພງ​ຂຶ້ນ​ໄປ​ນັບ​ມື້ ​ໃນນະຄອນ​ນີວຢ໊ອກ ​ໄດ້​ກາຍມາບັນຫາໂຕ້​ແຍ້​ງກັນ
ທາງ​ການ​ເມືອງ​ຢ່າງ​ໃຫຍ່ ​ແລະ​ກຸ່ມ​ຮາກ​ຫຍ້າ​ບາງ​ກຸ່ມໃນ​ຄຸ້ມ Chinatown ​ເວົ້າ​ວ່າ ທ່າ​ອ່ຽງ​
ດັ່ງກ່າວ​ນີ້ ​ໄດ້​ມີ​ຫລາຍ​ຂຶ້ນ ໃນ​ລະຫວ່າງ​ການ​ປົກຄອງ ​ເປັນ​ເວລາແປດ​ປີຂອງ​ທ່ານ Michael
Bloomberg ​ໃນ​ຖານະ​ເຈົ້າຄອງກໍາ​ແພງ​ນະຄອນ​ນີວຢ໊ອກນັ້ນ.

Li Hua ​ ​ເລຂາ​ສະມາຄົມ ພະນັກງານແລະ​ຄົນ​ງານ​ຈີນ ຫຼື Chinese Staff & Workers Association ມີ​ຄວາມ​ເຫັນ​ດັ່ງ​ນີ້:

“ການວາງ​ແຜນ​ເມືອງ​ເຂດ​ຕາ​ເວັນ​ອອກ​ຂອງ​ເກາະ Manhattan ນັ້ນ ​ແມ່ນ​ການ​
ດໍາ​ເນີນ​ງານ​ຂອງ​ທ່ານ Bloomberg ທັງ​ນັ້ນ. ພວກ​ເຮົາໄດ້​ທໍາ​ການ​ປະ​ທ້ວງ​
ຕະຫຼອດ​ມາ ຢູ່​ທຸກໆ​ເວທີ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ທັງຢູ່ໃນກອງ​ປະຊຸມ​ຮັບ​ຟັງ​ບັນຫາ
ຂອງ​ມະຫາຊົນ ທັງ​ຮ້ອງ​ຮຽນກັບ​ກົມ​ວາງ​ແຜນ​ຜັງເມືອງ​ຂອງ​ກໍາ​ແພງນະຄອນ ​
ແລະຕໍ່​ສະພາ​ປົກຄອງເມືອງ. ພວກ​ເຮົາ​ມີ​ໂຕ​ແທນ​ຮ່ວມ​ປະກອບສ່ວນ​ໃນ​ເລື້ອງ
ນີ້ໃນທຸກໆ​ບາດກ້າວ ບໍ່​ແມ່ນ​ພຽງ​ສິບ​ຊາວ​ຄົນ​ເທົ່າ​ນັ້ນ ​ແຕ່​ເປັນ​ຫຼາຍ​ຮ້ອຍ​ຄົນ ​
ແຕ່​ທ່ານ Bloomberg ກໍ​ຍັງເດີນ​ໜ້າ​ຕໍ່​ໄປ. ພວ​ກ​ເຂົາ​ເຈົ້າບໍ່​ສົນນໍາ​ການ​ປະ​ທ້ວງ​
ໃດໆທັງນັ້ນ.”


ບາງ​ຄົນ​ກໍ​ມີ​ຄວາມຫວັງວ່າ ການ​ປ່ຽນ​ແປງທີ່​ກ່າວ​ມາ​ນັ້ນ ​ຈະສາມາດ​ຕ່າວ​ປີ້ນ​ຄືນ​ໄດ້
ພ້ອມ​ກັບ​ການ​ເຂົ້າ​ມາ​ຮັບ​ຕໍາ​ແໜ່​ງ ​ຂອງເຈົ້າຄອງ​ກໍາ​ແພງຄົນ​ໃໝ່ ທ່ານ Bill de Blasio
ທີ່ໄດ້​ເຂົ້າ​ມາເລີ່​ມບໍລິຫານ​ນະຄອນ​ນີວຢ໊ອກ​ເມື່ອຕົ້ນ​ເດືອນ​ມັງກອນ​ນີ້ ພ້ອມ​ກັບຮັບປາກ​
ວ່າ ຈະ​ເຮັດ​ໃຫ້​ຊ່ອງ​ວ່າງ​ລະຫວ່າງ​ຄົນ​ຮັ່ງມີກັບ​ຄົນທຸກໃນນີວຢ໊ອກ​ ​ແຄບເຂົ້າ​ແລະ​ຈະຂະ
ຫຍາຍ​ບ້ານ​ເຮືອນ​ລາຄາ​ຖືກ ທີ່​ພວກ​ຄົນ​ທຸກ​ຈົນ​ສາມາດ​ຊື້ ຫຼື​ເຊົ່າຢູ່​ໄດ້ນັ້ນ ອອກ​ໄປອີກ.
XS
SM
MD
LG