ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມປົກ​ປ້ອງ​ສິ​ດ​ທິ​ມະ​ນຸດ ຮຽກ​ຮ້ອງ​ໃຫ້ ​​ຫົວ​ໜ້າ ສປ​ຊ ປະ​ນ​າມ​ຈີນ ​​ທີ່​ຄຸມ​ຂັງ ຊາວ​ວີ​ເກີ້


ຊາວ​ວີ​ເກີ ພາ​ກັນ​ສູດ​ມົນ​ໃນ​ວັນ​ສຸກ ຢູ່​ທີ່ວັດ ໃນ​ເມືອງ ອູ​ຣຳ​ກີ (Urumqi) ທາງ​ພາກ​ຕາ​ເວັນ​ຕົກ​ປະ​ເທດ​ຈີນ ໃນ​ແຂວງ ຊິນ​ຈຽງ ວັນ​ທີ 8 ສິງ​ຫາ 2008.
ຊາວ​ວີ​ເກີ ພາ​ກັນ​ສູດ​ມົນ​ໃນ​ວັນ​ສຸກ ຢູ່​ທີ່ວັດ ໃນ​ເມືອງ ອູ​ຣຳ​ກີ (Urumqi) ທາງ​ພາກ​ຕາ​ເວັນ​ຕົກ​ປະ​ເທດ​ຈີນ ໃນ​ແຂວງ ຊິນ​ຈຽງ ວັນ​ທີ 8 ສິງ​ຫາ 2008.

ບັນ​ດາ​ກຸ່​ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ແຖວ​ໜ້າ​ຂອງ​ສາ​ກົນ ພວມ​ຮ້ອງ​ຂໍ​ໃຫ້​ເລ​ຂາ​ທິ​ການ​ໃຫຍ່
​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ອານ​ໂຕ​ນິ​ໂອ ກິວ​ເຕ​ເຣ​ສ ກ່າວ​ປະນາມ​ຈີນ​ຢ່າງ​ເປັນ​
ການເປີດ​ເຜີຍ ໃນ​ການ​ຄຸມ​ຂັງ​ຊາວ​ມຸ​ສ​ລິມ​ຫຼາຍກວ່າ​ນຶ່ງ​ລ້ານຄົນ.

ຖະ​ແຫຼງ​ການ​ຮ່ວມ​ທີ່​ລົງ​ນາມ​ໂດຍ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Humnan Rights Watch
ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ ອົງ​ການ​ກຳ​ມາ​ທິ​ການ​ຍຸ​ຕິ​ທຳ​ສາ​ກົນ ສະຫະ​ພັນ​ສິດ​ທິ​ມະ
​ນຸດ​ນາໆ​ຊາດ ແລະ​ ອົງ​ການສະ​ພາ​ຊາວ​ວີ​ເກີ້​ໂລກ ຫຼື WorldUighur Conference
ຍັງຮຽກ​ຮ້ອງ ​ໃຫ້​ຜູ້​ນຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດສັ່ງ​ໃຫ້​ຈີນ​ປິດ​ທຸກ​ສູນ​ຄຸມ​ຂັງ​ຊາວ
​ວີ​ເກີ້​ຢູ່​ໃນ​ແຂວງ​ຊິນ​ຈຽງ​ທັນ​ທີ.

ບັນ​ດາ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ກ່າວ​ວ່າ ການ​ປະ​ນາມ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ຂອງ
​ທ່ານ​ກິວ​ເຕ​ເຣ​ສ ຈະ​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ ເພື່ອ​ແກ້​ໄຂ “ນຶ່ງ​ໃນ​ບັນ​ຫາສິດ​ທິ​ມະ​ນຸດ​
ທີ່​ຮ້າຍ​ແຮງ​ສຸດ​ໃນ​ຍຸກ​ສະ​ໄໝຂອງ​ພວກ​ເຮົາ.”

ໃນ​ອາ​ທິດ​ແລ້ວນີ້ ທ່ານ​ກິວ​ເຕ​ເຣ​ສ​ໄດ້​ເລີ້ມ​ໂຄງ​ການ​ໃຫ້​ຄວາມ​ຄຸ້ມ​ຄອງ​ຕໍ່​ສະ​ຖານ​ທີ່​
ສຳ​ຄັນໆ​ທາງ​ສາ​ສະ​ໜາ​ຢູ່​ໃນ​ທົ່ວ​ໂລກ. ນອກນັ້ນ ຍັງ​ໄດ້​ແນ​ໃສ່​ ເພື່ອ​ສະ​ໜອງ​ຄຳ​ແນະ
​ນຳເພື່ອ​ຊ່ວຍ​ປະ​ເທດ​ຕ່າງໆ​ຄ້ຳ​ປະ​ກັນ​ວ່າ ສະ​ຖານ​ທີ່ທາງ​ສາ​ສະ​ໜາ ຫຼື​ ວັດ​ວາ​ອາ
​ຮາມຕ່າງໆ ແລະ​ພວກປະ​ຕິ​ບັດ​ສາ​ສະ​ໜາ​ກິດ ມີ​ຄວາມ​ປອດ​ໄພ ແລະຄຸນ​ຄ່າໃນ​ຄວາມ​
ເມດ​ຕາ​ກະ​ລຸ​ນາແລະ​ການ​ໂຍະ​ຍານ​ຜ່ອນ​ຜັນ ແມ່ນ​ໄດ້​ຮັບ​ການສົ່ງ​ເສີມ​ຢູ່​ໃນ​ທົ່ວ​ໂລກ.

ອີກ​ເທື່ອ​ນຶ່ງ ທ່ານ​ໄດ້​ຫລີກ​ເວັ້ນ​ຈາກ​ການ​ຕ້ອງ​ຕິ​ປັກ​ກິ່ງ ໃນ​ອາ​ທິດ​ແລ້ວນີ້ ເວ​ລາ​ວີ​ໂອ
​ເອ​ໄດ້​ຖາມ​ທ່ານ​ ກ່ຽວ​ກັບ​ວ່າທ່ານ​ຢາກ​ສົ່ງ​ຂ່າວ​ໂດຍ​ສະ​ເພາະໄປ​ຫາ​ຈີນ​ຫຼື​ບໍ່ ໃນການ
ຈັບ​ກຸມ​ຄຸມ​ຂັງ​ແລະ​ການ​ປະ​ຕິ​ບັດ​ທີ່​ບໍ່​ຖືກ​ຕ້ອງ ​ຕໍ່​ຊາວ​ມຸ​ສ​ລິມ​ວີ​ເກີ້.



Leading international human rights organizations are asking U.N. Secretary-General Antonio Guterres to publicly condemn China for detaining more than a million Muslims.

A joint letter signed by Human Rights Watch, Amnesty International, the International Commission of Jurists, the International Federation for Human Rights and the World Uyghur Conference also urged the U.N. chief to call for the immediate closing of all detention camps in Xinjiang province.

The groups said a public condemnation from Guterres would be an important step toward addressing "one of the most pressing human rights issues of our time.''

Last week, Guterres launched a new initiative to protect religious sites around the world. It aims to provide concrete recommendations to help countries ensure that houses of worship and their congregations are safe, and that the values of compassion and tolerance are fostered globally.

He again refrained from criticizing Beijing last week when asked by VOA if he had a specific message for China on the detention and mistreatment of Uighur Muslims.

"My specific message to all countries in the world is that religious freedom needs to be respected in all circumstances," he said, "and that, in the context of religious freedom being fully respected, all religious sites must be protected."

XS
SM
MD
LG