ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ກຸ່ມ​ປົກ​ປ້ອງສິດ​ທິ​ມະ​ນຸດ​ຮຽກ​ຮ້ອງ​ໃຫ້​ໄທ ບໍ່​ໃຫ້​ສົ່ງ​ຊາວ​ວີ​ເກີ ທີ່​ຖືກ​ຄຸມ​ຂັງ​ຢ​ູ່​ນັ້ນ ກັບ​ຄືນໄປຈີນ


ແມ່​ຍິງ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ ອ່ານ​ວ່າ ວີ​ເກີ​ເສ​ລີ 'Free Uyghurs' ໃນ​ຂະ​ນະ​ທີ່​ນາງ​ຮ່ວມ​ປະ​ທ້ວງ ລະ​ຫວ່າງ​ການ​ຢ້​ຽມ​ຢາມ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ຢີ (Wang Yi) ທີ່​ນະ​ຄອນ​ເບີ​ລິນ ວັນ​ທີ 1 ກັນ​ບາ, 2020
ແມ່​ຍິງ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ ອ່ານ​ວ່າ ວີ​ເກີ​ເສ​ລີ 'Free Uyghurs' ໃນ​ຂະ​ນະ​ທີ່​ນາງ​ຮ່ວມ​ປະ​ທ້ວງ ລະ​ຫວ່າງ​ການ​ຢ້​ຽມ​ຢາມ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ຢີ (Wang Yi) ທີ່​ນະ​ຄອນ​ເບີ​ລິນ ວັນ​ທີ 1 ກັນ​ບາ, 2020

ບັນດາກຸ່ມປົກປ້ອງສິດທິມະນຸດ ກຳລັງຮຽກຮ້ອງໃຫ້ປະເທດໄທ ບໍ່ໃຫ້ສົ່ງ ຊາວວີເກີ (Uyghur) ໃດໆຂອງຈຳ ນວນປະມານ 50 ຄົນທີ່ຖືກຄຸມຂັງຢູ່ທີ່ນັ້ນມາເປັນເວລາແປດປີທີ່ຜ່ານມານັ້ນ ກັບຄືນໄປປະເທດຈີນ ໂດຍມີ ຄວາມຢ້ານກົວຈະເກີດເຫດການຊ້ຳຄືນ ແບບປີ 2015 ເວລາລັດຖະບານໄທ ບັງຄັບໃຫ້ໃຫ້ຊາວວີເກີ ຫລາຍ ກວ່າ 100 ຄົນ ກັບຄືນໄປປະເທດຈີນ.

ເປັນທີ່ເຊື່ອຖືກັນວ່າ ປະເທດໄທໄດ້ກັກຂັງຊາວວີເກີ ຫລາຍກວ່າ 50 ຄົນ ຢູ່ໃນບັນດາສູນກັກຄົນເຂົ້າເມືອງຢູ່ໃນ ທົ່ວປະເທດ ຊຶ່ງສ່ວນໃຫຍ່ຂອງເຂົາເຈົ້າແມ່ນດຳ ເນີນມາແຕ່ປີ 2014.

ສະຫະລັດ ແລະປະເທດອື່ນໆ ໄດ້ກ່າວຫາປັກກິ່ງ ວ່າ ຂ້າລ້າງເຊື້ອຊາດເຜົ່າພັນຊາວມຸສລິມຊຶ່ງເປັນຊົນກຸ່ມນ້ອຍ ຢູ່ທາງພາກຕາເວັນຕົກສຽງເໜືອ ໃນຂົງເຂດຊິນຈຽງຂອງປະເທດຈີນ ແລະໄດ້ຮຽກຮ້ອງໃຫ້ບັນດາປະເທດຕ່າງໆ ທີ່ຊາວວີເກີໄດ້ຫລົບໜີໄປ ເພື່ອຄວາມປອດໄພແລ້ວ ບໍ່ໃຫ້ສົ່ງເຂົາເຈົ້າກັບຄືນ.

ປັກກິ່ງ ໄດ້ປະຕິເສດຕໍ່ການຈັບກຸມກຸ່ມດັ່ງກ່າວ.

ຢູ່ໃນປະເທດໄທ ກຸ່ມປົກປ້ອງສິດທິມະນຸດ ຫລາຍກວ່າສິບກຸ່ມ ທີ່ນຳພາໂດຍ ມູນນິທິໃຫ້ອຳນາດປະຊາຊົນ ຫຼື “People’s Empowerment Foundation” ໄດ້ ຍື່ນໜັງສືຕໍ່ຄະນະກຳມະການພົວພັນຕ່າງປະເທດຂອງສະພາຕ່ຳ ໃນວັນທີ 15 ມິຖຸນາ ເພື່ອຂໍການຊ່ວຍເຫລືອ ບໍ່ໃຫ້ສົ່ງຊາວວີເກີ ທີ່ຖືກກັກຂັງຢູ່ນັ້ນດ້ວຍການບັງຄັບໃຫ້ກັບຄືນໄປຈີນ.

Rights groups are urging Thailand not to send any of some 50 Uyghurs it has been holding captive for the past eight years back to China, fearing a repeat of 2015, when the government forcibly returned more than 100 Uyghurs to China.

Thailand is believed to be holding more than 50 Uyghurs in immigration detention centers across the country, most of them since at least 2014.

The United States and others have accused Beijing of genocide over its treatment of the predominantly Muslim minority group living in northwest China’s Xinjiang region, and urged countries that Uyghurs have fled to for safety not to force them back.

Beijing denies persecuting the group.

In Thailand, more than a dozen rights groups, led by the People’s Empowerment Foundation, handed the Foreign Affairs Committee of parliament’s lower house a petition on June 15 asking for its help to spare the detained Uyghurs a forced return.

XS
SM
MD
LG