ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມ Human Rights Watch ​ປະນາມ ການຈັບ​ກຸມຄຸມຂັງ​ ໂດຍພະລະການ ຂອງ​ທະຫານໄທ


ແມ່ຍິງຊູ 3 ນິ້ວມື​ ຊຶ່ງເປັນສັນຍາລັກຂອງ "The Hunger Games" ໃນການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ
ແມ່ຍິງຊູ 3 ນິ້ວມື​ ຊຶ່ງເປັນສັນຍາລັກຂອງ "The Hunger Games" ໃນການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ
ຄື້ນຟອງ​ ທີ່​ເບິ່ງ​ຄື​ວ່າ ​ເປັນ​ການ​ຈັບ​ກຸມ​ຄຸມຂັງໂດຍພະລະການ ​
ໂດຍພວກຜູ້ນຳທະຫານ​ຂອງ ໄທ ລຸນຫຼັງ​ທີ່ໄດ້ມີ​ການ​ກໍ່​ລັດຖະ
ປະຫານໃນເດືອນແລ້ວນີ້ ​ໄດ້​ສ້າງຄວາມໂກດແຄ້ນໃຫ້ແກ່ກຸ່ມ
​ປົກປ້ອງສິດ​ທິມະນຸດທີ່ສຳຄັນໆ.

ພວກ​ທະຫານ​ທີ່​ນຳພາ​ໂດຍ ນາຍ​ພົນ​ປຣະຍຸດ ຈັນໂອຊາ ໄດ້​ຈັບ
​ກຸມພວກນັກ​ການ​ເມືອງ ບັນດາ​ນັກ​ຂ່າວ​ ແລະ​ພວກ​ນັກ​ເຄື່ອນ​ໄຫ​ວ
ຫຼາຍ​ກວ່າ 200 ຄົນ ນັບ​ຕັ້ງ​ແຕ່​ໄດ້​ເຂົ້າຍຶດ​ອຳ ນາດ​ ​ໃນ​ວັນ​ທີ 22
ພຶດສະພາ​ຜ່ານ​ມາ​.

ມີ​ຫຼາຍໆ​ຄົນ​ຖື​ກປ່ອຍ​ເປັນ​ອິດ​ສະລະ​ແລ້ວ ​ແຕ່​ວ່າ ມີ​ບາງ​ພວກຍັງ
​ຖືກ​ກັກ​ຂັງ​ຢູ່​ໃນ​ສະຖານ​ທີ່ຄຸມຂັງທີ່ບໍ່​ເປີດ​ເຜີຍ ​ແລະ​ບໍ່​ໄດ້​ອະນຸຍາດ​ໃຫ້ພົບ​ຄອບຄົວແລະ​ທະນາຍຄວາມ​ຂອງ​ພວກ​ເຂົາ​ເຈົ້າ​ເລີຍ.

ກຸ່ມ​ປົກປ້ອງ​ສິດທິ​ມະນຸດ Human Rights Watch ​ໄດ້​ຮຽກຮ້ອງ​ໃຫ້​ພວກທະຫານ​ຍຸຕິ​ການຈັບ​ກຸ​ມ​ຄຸມຂັງໂດຍ​ພະລະ​ການ​ “ຊຶ່ງ​ຮວມທັງການ​ບັງຄັບໃຫ້ຫາຍສາບສູນໄປ” ນຳດ້ວຍ.

ກຸ່ມ​ດັ່ງກ່າວ​ຍັງ​ໄດ້​ເວົ້າ​ອີກ​ວ່າ ຕົນ​ມີ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ​ ກ່ຽວກັບ​ນັກ​ເຄື່ອນໄຫວ​ເສື້ອ​ແດງ ​
ໄວ 27 ປີ Kristsuda Khunasen ຜູ້​ທີ່​ໄດ້​ຖືກ​ທະຫານ​ຈັບ​ກຸມ ​ໃນ​ວັນທີ 28 ພຶດສະພາ ​ຜ່ານ​ມາ​ນັ້ນ.

​ກຸ່​ມປົກປ້ອງສິດທິມະນຸດກຸ່ມນີ້ເວົ້າ​ວ່າ ການ​ກັກ​ຂັງ Kristsuda ​ໄດ້​ກາຍກຳນົດ​ 7 ວັນແລ້ວ
ທີ່​ໄດ້​ອະນຸຍາດໃຫ້​ຕາມກົດໄອ​ຍະ​ການ​ເສິກ ທີ່​ນຳໃຊ້​ໂດຍ​ທາງ​ທະຫານ​.

ຜູ້ອຳນວຍການ​ຝ່າຍເອເຊຍ ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ​ໄດ້​ກ່າວ​ວ່າ ພວກທະຫານບໍ່ໄດ້​ເປີດ​ເຜີຍ​ໃຫ້ຊາບເຖິງ​ສະຖານ​ທີ່​ກັກ​ຂັງ​ພວກ​ນັກ​ເຄື່ອນ​ໄຫວ​ທີ່​ຖືກ​ຈັບ ​ເຊັ່ນ Kristsuda “ຊຶ່ງ​ໄດ້​ສ້າງຄວາມວິຕົກກັງວົນຢ່າງສູງ ​ກ່ຽວກັບຄວາມ​ປອດ​ໄພ​ຂອງ​ພວກ​ເຂົາ​ເຈົ້າ.”
XS
SM
MD
LG