ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສິດເສລີພາບ ປະຊາທິປະ​​​ໄຕ ໃນທົ່ວໂລກ ຕົກສູ່ລະດັບ ຕ່ຳສຸດ ​ໃນ​ປີ 2014


ສັນຍາລັກຂອງ ອົງການ Freedom House.
ສັນຍາລັກຂອງ ອົງການ Freedom House.

ກຸ່ມປົກປ້ອງ​ສິດທິ​ມະນຸດ​ສາກົນ Freedom House ກ່າວໃນ
​ວັນ​ພຸດ​ມື້​ນີ້​ວ່າ ຄວາມຫວັງໃນອະນາຄົດຂອງລະບົບ​ສາກົນ​ທີ່​
ສ້າງຕັ້ງຂຶ້ນໂດຍແນວ​ຄິດ​ປະຊາ ທິປະ​ໄຕນັ້ນ ກຳລັງຖືກຂົ່ມຂູ່
ໃນປັດ​ຈຸ​ບັນ​ນີ້ ຫລາຍ​ກວ່າ​ຈຸດ​ໃດໆ​ໃນຮອບ 25 ປີ​ທີ່​ຜ່ານ​ມາ.

ອົງການ Freedom House ກ່າວ​ຢູ່​ໃນ​ລາຍ​ງານ​ປະຈຳ​ປີ ​ໃນ
​ວັນ​ພຸດ​ມື້​ນີວ່າ ສະພາບຂອງ​ປະຊາທິປະ​ໄຕ​ໃນ​ປີ 2014 ​ແມ່ນ
“ມືດ​ມົວເປັນພິເສດ”. ຊີ​ເຣຍ ຕົກ​ຢູ່​ໃນ​ອັນ​ດັບ​ຕຳ່ສຸດ ຂອງລາຍ
​ງານ​ທີ່​ຫາ​ກໍ່​ນຳອອກເຜີຍ​ແຜ່ ​ແຕ່​ວ່າ​ບັນທຶກ​ ​ຂອງ​ກຸ່ມສະແດງ
ໃຫ້ເຫັນວ່າ ມີການຊຸດໂຊມລົງ ​ຫລາຍ​ກວ່າດີຂື້ນ ​ຂອງສິດ ​
ເສລີພາບປະຊາທິປະ​ໄຕ ຢູ່ໃນ​ທົ່ວ​ໂລກ.

ອົງການ Freedom House ກ່າວ​ວ່າ ສິ່ງ​ນຶ່ງ​ທີ່ໄດ້ຮັບການຍົກເວັ້ນ ​ນັ້ນ​ກໍ​ຄື ປະເທດ
Tunisia ຊຶ່ງໃນ​ປີ 2014 ​ໄດ້​ກາຍ​ມາ​ເປັນ​ປະ​ເທດ​ອາຣັບທຳ​ອິດ ທີ່​ໄດ້ຮັບຖານະບັນລຸ
“ສິດເສລີພາບ” ນັບ​ຕັ້ງ​ແຕ່ສົງຄາມ​ກາງ​ເມືອງທີ່ Lebanon ​ເມື່ອ​ສີ່​ທົດ​ສະ​ວັດ​ກ່ອນ.

ອີງ​ຕາມ​ລາຍ​ງານ​ທີ່ນຳອອກເຜີຍແຜ່ໃນ​ວັນ​ພຸດ​ມື້​ນີ້ແລ້ວ “ໂຕ​ເລກ​ທີ່ໜ້າຕື່ນຕົກໃຈ” ຂອງ
ບັນດາມະຫາອຳນາດທາງເສດຖະກິດ ​ແລະບັນດາປະເທດທີ່ມີອິດທິ ພົນໃນພູມີພາກທີ່
ມາດຕະຖານປະຊາທິປະໄຕຂອງພວກເຂົາເຈົ້າ​ໄດ້​ຫລຸດນ້ອຍ ຖອຍລົງ​. ໄພອັນຕະລາຍ​
ຕໍ່​ສິດເສລີພາບໃນການສະແດງຄວາມຄິດຄວາມເຫັນ ກ່າວ​ກັນວ່າ ​ມາ​ຈາກ​ການ​ສອດ
ແນມຂອງ​ລັດຖະບານ ການ​ຈຳກັດຮັດແຄບໃນ​ການໃຊ້​ອິນ​ເຕີ​ແນັດ ​ແລະ​ການຫ​ລຸດລົງ​ຂອງສິດເສລີພາບເພື່ອ​ເຮັດ​ໃຫ້​ການ​ຕັດ ສິນ​ໃຈ​ຂອງສ່ວນ​ບຸກຄົນ ​ໃນ​ຫລາຍ​ຢ່າງ ​ເຊັ່ນວ່າການສຶກສາ ວຽກ​ງານ ​ແລະ ​ການ​ເດີນທາງ. ຣັດ​ເຊຍ ​ເວ​ເນ​ຊູ​ເອລາ ອີ​ຈິບ ​ເທີ​ກີ
ໄທ ​ໄນ​ຈີ​ເຣຍເຄນ​ຢາ ອາ​ເຈີບາຍ​ຈານ ​ແລະ​ຮັງ​ກາຣີ ​ແມ່ນຮວມ​ໃນ​ບັນດາ​ປະ​ເທດ ທີ່​ມີ
ການໃຫ້​ຂໍ້​ສັງ​ເກດ​ວ່າ​ ມີ​ການ​ຫລຸດ​ຕ່ຳລົງດັ່ງກ່າວນີ້.

ບັນຫາທີ່​ເພີ້​ມ​ໄປ​ກວ່າ​ນັ້ນ​ອີກ ອົງການ Freedom House ກ່າວ​ວ່າ ມີ​ການ​ປະຕິ​ເສດ​ຢ່າງ
ແຮງ ​ຕໍ່ມາດຕະຖານປະຊາທິປະ​ໄຕ ​ເຊັ່ນ​ວ່າ ການຮຸກຮານຂອງ ຣັດ​ເຊຍເຂົ້າໄປໃນ ຢູ
ເຄຣນ “ຮວມທັງ​ການ​ໃຊ້ກຳລັງ​ຍຶດ​ເອົາ ​ແລະ​ການປະກາດ ຮວມເອົາແຫຼມ Crimea ຢ່າງ
​ເປັນ​ທາງ​ການ” ຊຶ່ງ​ລາຍງານ ໃຫ້​ຂໍ້ສັງ​ເກດ​ວ່າ “​ເປັນ​ໂຕ​ຢ່າງ​ທີ່​ສຳຄັນ” ອັນນຶ່ງ.

ອົງການ Freedom House ​ໄດ້​ລະບຸອີກຢ່າງ​ນຶ່ງ ​ທີ່​ອາດເຮັດໃຫ້ສິດເສລີພາບ ປະຊາທິ
ປະໄຕຫລຸດຜ່ອນລົງ ນັ້ນກໍຄື​ການ​ສູ້​ລົບ​ຕ້ານ​ພວກ​ກໍ່​ການ​ຮ້າຍ. ລາຍ​ງານ​ກ່າວ​ວ່າ ບັນດາ
ລັດຖະບານ​ເຊັ່ນ​ວ່າ ​ເວ​ເນ​ຊູ​ເອລາ ​ເຄນ​ຢາ ​ແລະ​ຈີນ ​ໄດ້ອ້າງກົດໝາຍກໍ່​ການ​ຮ້າຍ ​ເພື່ອ
​ປິດ​ປາກປິດສຽງ​ພວກຄັດຄ້ານລັດຖະບານ.

XS
SM
MD
LG