ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

HRW ຮຽກຮ້ອງ ໃຫ້ຈີນ ປ່ອຍນັກເຄື່ອນໄຫວ ທີ່ຫາຍໂຕໄປ


ເຈົ້າໜ້າທີ່ຕໍາຫລວດຄົນນຶ່ງ ຢືນຍາມທາງເຂົ້າ ສານປະຊາຊົນຊັ້ນກາງ ທີ່ເມືອງ Jinan
ເຈົ້າໜ້າທີ່ຕໍາຫລວດຄົນນຶ່ງ ຢືນຍາມທາງເຂົ້າ ສານປະຊາຊົນຊັ້ນກາງ ທີ່ເມືອງ Jinan
ກຸ່​ມປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ຮຽກຮ້ອງ
ໃຫ້ຈີນປ່ອຍ​ໂຕ​ນັກ​ເຄື່ອນ​ໄຫວ​ຄົນນຶ່ງ ທີ່ “ຖືກບັງຄັບ ໃຫ້ຫາຍ​
ສາບ​ສູນ” ​ໃນ​ຂະນະ​ທີ່​ພະຍາຍາມ​ເຂົ້າ​ຮ່ວມການທົບ​ທວນ​ຂອງ
ອົງການ​ສະຫະ​ປະຊາ​ຊາດ ​ເບິ່ງ​ເລື່ອງສິດທິ​ມະນຸດ​ ຂອງປັກ​ກິ່ງ.

ທ່ານນາງ Cao Shunli ບໍ່​ໄດ້​ປະກົດຕົວ​ໃຫ້​ເຫັນ​ຕັ້ງ​ແຕ່​ວັນ​ທີ 14 ​
ເດືອນກັນຍາ ​ເວ​ລາມີ​ລາຍ​ງານ​ຂ່າວ​ວ່າ ນາງໄດ້​ຖືກ​ຈັບ​ ​ແລະ
ສ​ອບປາກຄຳ​ຢູ່​ທີ່ສະໜາມ​ບິນ​ຂອງ​ກຸງ​ປັກ​ກິ່ງ. ນາງແມ່ນ​ຮວມ​
ຢູ່​ໃນ​ຈໍານວນພວກ​ນັກ​ເຄື່ອນ​ໄຫວຈີນ​ຫລາຍໆ​ຄົນ ​ທີ່​ຖືກ​ຂັດ
ຂວາງ​ບໍ່​ໃຫ້​ເດີນທາງ​ໄປນະຄອນ​ເຈ​ນີວາ ​ເພື່ອ​ເຂົ້າ​ຮ່ວມ​ປະຊຸມ
​ສຳ​ມະ​ນາ ກ່ຽວ​ກັບສິດທິ​ມະນຸດ​ນາ​ໆຊາດ.

ບັນດາ​ນັກ​ເຄື່ອນ​ໄຫວ​ເຫຼົ່ານີ້ ​ໄດ້​ພະຍາຍາມຊ່ວຍລັດ​ຖະບານ ຮ່າງລາຍ​ງານ​ທີ່​ເປັນ​ທາງ​ການ ​ຕໍ່ສະພາສິດທິ​ມະນຸດຂອງ​ອົງການສະຫະ​ປະຊາ​ຊາດ. ສະພາ ສິດທິ​ມະນຸດ ທີ່​ມີ​ສຳ
ນັກງານ​ຕັ້ງຢູ່​ນະຄອນ​ເຈ​ນີວາ ພວມ​ທຳ​ການ​ທົບ​ທວນ​ກ່ຽວ ກັບປະຫວັດ​ສິດທິ​ມະນຸດ​ຂອງ​
ຈີນ ດັ່ງ​ດຽວ​ກັນ​ກັບ​ທຸກໆ​ປະ​ເທດ​ໃນ​ທຸກໆ​ສີ່​ປີ.

ພາຍ​ໃຕ້​ກົດ​ລະບຽບ​ຂອງ​ສະພາ​ສິດທິ​ມະນຸດ ບັນດາ​ປະ​ເທດ​ຕ່າງໆ​ຖືກ​ຊຸກ​ຍູ້​ໃຫ້ ປະຊາ
ຊົນ​ເຂົ້າຮ່ວມ​ໃນ​ການ​ຮ່າງ​ລາຍ​ງານ​ຂອງ​ເຂົາ​ເຈົ້າ. ປັກ​ກິ່ງ​ໂຕ້​ແຍ້​ງວ່າ ຕົນ​ໄດ້​ບັນລຸ​ຂໍ້​ບັງ
ຄັບ​ເຫລົ່ານີ້ໂດຍ​ຊອກ​ຫາ “ການ​ສະໜັບສະໜຸນ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຈາກປະຊາ
ຊົນທົ່ວ​ໄປ.” ຢູ່​ໃນ​ເວັບ​ໄຊ​ຂອງ​ກະຊວງ​ການ​ຕ່າງປະ ​ເທດ​ຈີນ.

​ແຕ່​ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch​ ກ່າວວ່າ ຈີນ “​ກົດ​ຂີ່ ຢ່າງ​ເປັນ​ລະບົບ​
ຕໍ່ພວກ​ນັກ​ເຄື່ອນ​ໄຫວ ​ທີ່​ພະຍາຍາມ​ເຂົ້າ​ຮ່ວມການ​ທົບ​ທວນ​ດ້ານສິດທິ​ມະນຸດ” ຊຶ່ງ​ເປັນ​ການ
​ຝ່າຝືນ​ຕໍ່ກົດ​ລະບຽບ ​ແລະ “​ເຮັດ​ໃຫ້ກຽດ​ສັກ​ສີ ​ໃນ​ການ​ທົບ​ທວນຂອງສະພາ​ສິດທິ​ມະນຸດ
ອົງການ​ສະຫະ​ປະຊາ​ດ ​ໄດ້​ຮັບ​ຄວາມ​ເຊື່ອມ​ເສຍ.”
XS
SM
MD
LG