ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ຕາງ​ໜ້າ​ອົງ​ການ​ Human Rights Watch ຮ​ຽກ​ຮ້ອງ​ໃຫ້ ໄທ ຊອກ​ຫາ ນັກ​ເຄື່ອນ​ໄຫວ ລາວ ທີ່​ຖືກ​ລັກ​ພາ​ຕົວ​ໄປ


​ທ້າວ ອັອດ ໄຊ​ຍະ​ວົງ ນັກ​ເຄື່ອນ​ໄຫວ ເພື່ອ​ສິດ​ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ​ ໃນລາວ ທີ່​ຖືກ​ລັກ​ພາ​ຕົວ.
​ທ້າວ ອັອດ ໄຊ​ຍະ​ວົງ ນັກ​ເຄື່ອນ​ໄຫວ ເພື່ອ​ສິດ​ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ​ ໃນລາວ ທີ່​ຖືກ​ລັກ​ພາ​ຕົວ.

ຜູ້​ຕາງ​ໜ້າ​ອົງ​ການ​ສິດ​ທິ​ມະ​ນຸດ Human Rights Watch ຮຽກ​ຮ້ອງ​ໃຫ້​ທາງ​ການ ໄທ
ຊອກ​ຫາ​ນັກ​ເຄື່ອນ​ໄຫວ​ເພື່ອສິດ​ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ​ໃນ ລາວ ທີ່​ຖືກ​ລັກ​ພາ​
ແລະ ຫາຍ​ຕົວ​ໄປ​ໃນ ໄທ.


ທ່ານ ສຸ​ໄນ ຜາ​ສຸກ ທີ່​ປຶກ​ສາ​ອົງ​ການ​ສິດ​ທິ​ມະ​ນຸດ Human Rights Watch ໃນ​ປະ​ເທດ
ໄທ ໃຫ້​ການ​ຢືນ​ຢັນ​ວ່າ​ອົງ​ການ Human Rights Watch ໄດ້​ຖະ​ແຫຼງ​ການ​ຮຽກ​ຮ້ອງ​ຕໍ່​
ທາງ​ການ ໄທ ເມື່ອບໍ່ດົນ​ມາ​ນີ້ ເພື່ອ​ຂໍ​ໃຫ້​ດຳ​ເນີນ​ການ​ສືບ​ສວນ​ສອບ​ສວນ ເພື່ອ​ຊອກ​ຫາ​
ທ້າວ ອັອດ ໄຊ​ຍະ​ວົງ ແຮງ​ງານ​ສັນ​ຊາດ ລາວ ທີ່​ເຄື່ອນ​ໄຫວ​ເພື່ອ​ຮຽກຮ້ອງ​ສິດ​ເສ​ລີ​ພາບ
ແລະ ປະ​ຊາ​ທິ​ປະ​ໄຕ​ໃນ ລາວ ຊຶ່ງ​ຖືກ​ລັກ​ພາ ແລະ ຫາຍ​ຕົວ​ໄປ​ຢ່າງບໍ່​ມີ​ຮ່ອງ​ຮອຍ​ໃນ​ປະ​
ເທດ ໄທ ນັບ​ແຕ່​ວັນ​ທີ 26 ສິງ​ຫາ 2019 ເປັນ​ຕົ້ນ​ມາ.

ທັງ​ນີ້​ທ້າວ ອັອດ ຖື​ເປັນ​ແກນ​ນຳ​ຄົນ​ສຳ​ຄັນ​ຂອງ​ບັນ​ດາ​ແຮງ​ງານ ລາວ ໃນ ໄທ ທີ່​ເຄື່ອນ​
ໄຫວ​ເພື່ອ​ຮຽກ​ຮ້ອງ​ສິດ​ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ​ໃນ ລາວ ດ້ວຍ​ການ​ຈັດ​ການ​ຊຸມ​
ນຸມ​ປະ​ທ້ວງ​ຢູ່​ຕໍ່​ໜ້າ​ສະ​ຖານ​ທູດ ລາວ ປະ​ຈຳ ​ບາງກອກ ໃນຫຼາຍ​ໂອ​ກາດ​ນັບ​ແຕ່​ປີ 2014
ເປັນ​ຕົ້ນ​ມາ ໂດຍ​ສະ​ເພາະ​ແມ່ນ​ໃນ​ໂອ​ກາດ​ການ​ສ​ະ​ເຫຼີມ​ສະຫຼອງວັນ​ຊາດ​ ລາວ ທີ 2 ທັນ
​ວາ​ນັ້ນ ດັ່ງ​ທີ່​ທ້າວ ອັອດ ໄດ້​ເຄີຍ​ຖະ​ແຫຼງ​ການ​ໃນ​ນາມ​ຂອງ​ຂະ​ບວນ​ການ​ຊາວ​ໜຸ່ມ ລາວ
ເພື່ອ​ສິດ​ທິ​ມະ​ນຸດ ຢູ່​ທີ່​ບາງກອກ ໃນ​ຕອນ​ນຶ່ງວ່າ

"ພວກ​ຂ້າ​ພະ​ເຈົ້າ​ໃນ​ນາມ​ລູກ​ລາວ ຫຼານ​ລາວ ຂະ​ບວນ​ການ​ຊາວ​ໜຸ່ມ ລາວ ເພື່ອ​ສິດ​ທິ​ມະ
​ນຸດ​ແມ່ນ​ເກີດ​ຂຶ້ນ​ທ່າມ​ກາງ​ຊາວ​ໜຸ່ມ ລາວ ເພື່ອ​ສິດ​ທິ​ມະ​ນຸດ ສິດ​ທິ​ເສ​ລີ​ພາບ​ຢູ່​ໃນ​ປະ​ເທດ
ລາວ ນັບ​ຕັ້ງ​ແຕ່​ໄດ້​ປ່ຽນ​ການ​ເມືອງ ການ​ປົກ​ຄອງ​ໃນ​ປີ 1975 ເປັນ​ຕົ້ນ​ມາ."

ດ້ວຍ​ເຫດນີ້ ອົງ​ການ Human Rights Watch ຈຶ່ງ​ເຊື່ອ​ວ່າ​ການ​ຖືກລັກພາ ແລະ ຫາຍ​
ຕົວ​ໄປ​ຂອງ​ທ້າວ ອັອດ ດັ່ງ​ກ່າວນີ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຜູ້​ກ່ຽວ ແລະ
ທີ່​ສຳ​ຄັນ​ທາງ​ການ ໄທ ຍັງ​ມີ​ພັນ​ທະ​ທີ່​ຈະ​ຕ້ອງ​ໃຫ້​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ໃຫ້​ກັບ​
ທ້າວ ອັອດ ຕາມຫຼັກ​ສາ​ກົນ​ວ່າ​ດ້ວຍ​ຜູ້​ລີ້​ໄພ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ
ສຸ​ໄນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

"Human Rights Watch ຖະ​ແຫຼງ​ການ​ຮຽກ​ຮ້ອງ​ໃຫ້​ທາງ​ການ ໄທ ສອບ​ສວນ​ວ່າ​ເກີດ
​ຫຍັງ​ຂຶ້ນ​ເພາະ​ວ່າ​ທຸກ​ຄົນ​ທີ່​ຢູ່​ໃນ​ປະ​ເທດ ໄທ ນີ້ ບໍ່​ວ່າ​ຈະ​ເປັນ​ຄົນ​ໄທ ຄົນ​ຊາດ​ອື່ນໆ ກໍ​
ຄວນ​ຈະ​ໄດ້​ຮັການ​ຄຸ້ມ​ຄອງ ມີຫຼັກ​ປະ​ກັນ​ໃນ​ເລື່ອງ​ຄວາມ​ປອດ​ໄພ​ໃນ​ຊີ​ວິດ​ຂອງ​ເຂົາ​ ອັນ​
ທີ່​ສຳ​ຄັນ​ກໍ​ຄື​ວ່າ​ທ່ານ ອັອດ ໄຊ​ຍະ​ວົງ ມີ​ສະ​ຖາ​ນະ​ເປັນ​ຄົນ​ທີ່​ສຳ​ນັກ​ງານ​ຂ້າຫຼວງ​ໃຫຍ່​ຜູ້​
ລີ້​ໄພ​ປະ​ຊາ​ຊາດ ຂຶ້ນ​ທະ​ບຽນ​ເປັນ​ຜູ້​ລີ້​ໄພ ກໍ​ຄື​ລາວມີ​ເຫດ​ວ່າ ລາວ​ຢູ່​ໃນ​ປະ​ເທດ ລາວ ບໍ່​
ໄດ້ ເພາະ​ລາວ​ມີ​ສະ​ຖາ​ນະ​ພາບ​ເປັນ​ຜູ້​ລີ້​ໄພ​ນີ້​ແຫຼະ ໄທ​ ກໍ​ມີ​ພັນ​ທະ​ໃນ​ຂໍ້​ນຶ່ງ​ເປັນ​ກົດ​ໝາຍ​
ຈາ​ຮີດ​ປະ​ເພ​ນີ​ລະ​ຫວ່າງ​ປະ​ເທດ ວ່າ​ດ້ວຍ​ການ​ຫ້າມ​ສົ່ງ​ກັບ​ບຸກ​ຄົນ​ທີ່​ໜີ​ຮ້ອງ​ມາ​ເພິ່ງ​
ເຢັນ."

ທ້າວ ອັອດ ໄຊ​ຍະ​ວົງ ມີ​ອາ​ຍຸ 34 ປີ​ທີ່​ເດີນ​ທາງ​ເຂົ້າ​ມາ​ເຮັດ​ວຽກ​ໃນ ໄທ ແລະ ເປັນ​ສະ
​ມາ​ຊິກ​ຮ່ວມ​ໃນ​ກຸ່ມ​ດຽວ​ກັນ​ກັບ​ແຮງ​ງານ ລາວ 3 ຄົນ​ທີ່​ຖືກ​ທາງ​ການ ລາວ ຈັບ​ກຸມ​ໃນ​ຂະ
​ນະ​ທີ່​ເດີນ​ທາງ​ກັບ​ໄປ ລາວ ໃນ​ຕົ້ນ​ປີ 2016 ແລະ ຖືກ​ດຳ​ເນີນ​ຄະ​ດີ​ໃສ່​ຮ້າຍ​ປ້າຍ​ສີ​ພັກ-
ລັດ​ໃນ​ສື່​ສັງ​ຄົມ​ອອນ​ໄລ​ນ໌ ໂດຍ​ສານ​ປະ​ຊາ​ຊົນ ລາວ ທີ່​ນະ​ຄອນຫຼວງ ວຽງ​ຈັນ. ໄດ້​ຕັດ​
ສິນ​ຈຳ​ຄຸກ ແລະ ປັບ​ໄໝ​ແຮງ​ງານ ລາວ ທັງ 3 ຄົນ ເມື່ອ​ເດືອນ​ເມ​ສາ 2017 ທີ່​ປະ​ກອບ
​ດ້ວຍ ທ້າວ ສົມ​ພອນ ພິມ​ມະ​ສອນ ອາ​ຍຸ 29 ປີ​ໃນ​ຂະ​ນະ​ນັ້ນ, ຈຳ​ຄຸກ 20 ປີ ປັບ​ໄໝ
200 ລ້ານ​ກີບ, ທ້າວ ສຸ​ການ ໃຈ​ທັດ ອາ​ຍຸ 32 ປີ, ຈຳ​ຄຸກ 16 ປີ ປັບ​ໄໝ 106 ລ້ານ​ກີບ
ແລະ ນາງ ຫຼອດ​ຄຳ ທຳ​ມະ​ວົງ ອາ​ຍຸ 30 ປີ, ຈຳ​ຄຸກ 12 ປີ ປັ​ບ​ໄໝ 110 ລ້ານ​ກີບ​ຕາມ​
ລຳ​ດັບ.

ການ​ຕັດ​ສິນ​ຈຳ​ຄຸກ​ແຮງ​ງານ ລາວ ທັງ​ສາມ​ດັ່ງ​ກ່າວນີ້ ກໍ​ຖືກ​ນາ​ນາ​ຊາດ​ວິ​ຈານ​ວ່າ ເປັນ
​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຊົນ​ຢ່າງ​ຮຸນ​ແຮງ ແຕ່​ວ່າ​ທ່ານ ພູ​ໂຂງ ສີ​ສຸ​ລາດ ຫົວ​ໜ້າ​ກົມ​ສົນ​
ທິ​ສັນ​ຍາ ແລະ ກົດ​ໝາຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກໍ​ໄດ້​ຢືນ​ຢັນ​ຕໍ່​ກອງ​ປະ​ຊຸມ​ວ່າ​ດ້ວຍ​
ສິ​ດ​ທິ​ພົນ​ລະ​ເມືອງ ແລະ ສິດ​ທິ​ທາງ​ການ​ເມືອງ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ທີ່​ປະ​ເທດ ສວິດ
​ເຊີ​ແລນ ເມື່ອ​ເດືອນ​ກໍ​ລະ​ກົດ 2018 ວ່າ ແຮງ​ງານ ລາວ ທັງ 3 ຄົນ​ເຂົ້າ​ມາ​ ລາວ ເພື່ອ​
ທຳ​ການ​ປະ​ທ້ວງ​ແບບ​ລັບໆ ທັງ​ຍັງ​ພົວ​ພັນ​ກັບ​ກຸ່ມ​ຄົນ​ບໍ່​ດີ​ທີ່​ຕໍ່​ຕ້ານ​ພັກ-ລັດ​ຖະ​ບານ ລາວ
ທີ່​ເປັນ​ຄວາມ​ຜິດ​ອາ​ຍາ​ທີ່ບໍ່​ກ່ຽວ​ຂ້ອງ​ກັບ​ເສ​ລີ​ພາບ​ໃນ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ແຕ່​
ຢ່າງ​ໃດ.

XS
SM
MD
LG