ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສິດທິມະນຸດ ກົດດັນລາວ ໃຫ້ສືບສວນ ແລະຊອກຫາ ທ່ານສົມບັດ ສົມພອນ ດ່ວນ


ທ່ານສົມບັດ ສົມພອນ ໃນພິທີຮັບລາງວັນ ແມັກໄຊໄຊ
ທ່ານສົມບັດ ສົມພອນ ໃນພິທີຮັບລາງວັນ ແມັກໄຊໄຊ
ກຸ່ມອົງການສິດທິມະນຸດສາກົນ ດໍາເນີນມາດຕະການກົດດັນ
ຕໍ່ລັດຖະບານລາວ ຫຼາຍຂຶ້ນເພື່ອໃຫ້ເລັ່ງສືບສວນ ແລະຊອກ
ຫາ ທ່ານສົມບັດ ສົມພອນຢ່າງຮີບດ່ວນ ແລະຢ່າງຈິງຈັງ.

ທ່ານນາງ ເປຣມຣຶດີ ດາວເຣືອງ ຜູ້ປະສານງານເພື່ອການປຸກ
ລະດົມໃຫ້ບັນດາອົງການສິດທິມະນຸດ ແລະອົງການພັດທະນາ
ຕ່າງໆທັງໃນເອເຊຍ ແລະລະດັບສາກົນ ເພື່ອການຮ່ວມມືກັນ ເຂົ້າໃນການຊອກຫາຄວາມຈິງກ່ຽວກັບການຫາຍຕົວໄປຂອງ
ທ່ານສົມບັດ ສົມພອນ ນັກພັດທະນາດີເດັ່ນໃນລາວນັ້ນ ໄດ້
ໃຫ້ການຢືນຢັນກັບວີໂອເອ ວ່າມາດຕະການນຶ່ງທີ່ບັນດາອົງ
ການຕ່າງໆຈະຮ່ວມມືກັນດໍາເນີນການຢ່າງຕັ້ງໜ້າໃນໄລຍະ
ຕໍ່ໄປນີ້ ກໍຄືການເພີ່ມມາດຕະການກົດດັນຕໍ່ລັດຖະບານລາວ
ໃຫ້ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ.

ທັງນີ້ໂດຍນອກຈາກມາດຕະການທີ່ໄດ້ດໍາເນີນການມາແລ້ວ ກໍຄືການຈັດສົ່ງໜັງສື ຮຽກຮ້ອງໄປຍັງລັດຖະບານລາວ ເພື່ອໃຫ້ເລັ່ງສືບສວນຫາຄວາມຈິງ ກ່ຽວກັບກໍລະນີ
ດັ່ງກ່າວນີ້ ເພື່ອວ່າຈະໄດ້ໃຫ້ການຊ່ວຍເຫຼືອແກ່ທ່ານສົມບັດໄດ້ຢ່າງທັນທີ ແລ້ວການ ກົດດັນໃນໄລຍະຕໍ່ໄປນີ້ ກໍຍັງຈະໄດ້ຍົກລະດັບການຮຽກຮ້ອງໄປເຖິງຜູ້ນໍາກຸ່ມອາຊ່ຽນ ແລະສະຫະປະຊາຊາດ ເພື່ອໃຫ້ຮ່ວມມືກັນເຂົ້າໃນການກົດດັນລັດຖະບານລາວ ຈາກ ທຸກທິດທຸກທາງອີກດ້ວຍ ດັ່ງທີ່ທ່ານນາງ ເປຣມຣຶດີ ໄດ້ໃຫ້ການຢືນຢັນວ່າ:
ທ່ານສົມບັດ ສົມພອນ ກ່າວຄໍາປາໄສທີ່ກອງປະຊຸມ FCC
ທ່ານສົມບັດ ສົມພອນ ກ່າວຄໍາປາໄສທີ່ກອງປະຊຸມ FCC

ໃນຂະນະນີ້ ເຮົາຈະຕ້ອງສະແດງຄວາມເປັນຫ່ວງ
ຢ່າງເຕັມທີ ເພາະວ່າຕອນນີ້ ກຸ່ມສິດທິມະນຸດ Human
Rights ກໍດີ UN ສະຖານທູດຕ່າງໆ NGO ທັງຫຼາຍ
ໃນຕ່າງປະເທດ ຕ່າງກໍເຂົ້າຫາລັດຖະສະພາຂອງຕົນ
ເອງ ເພື່ອໃຫ້ສົ່ງຈົດໝາຍສະແດງ ຄວາມເປັນຫ່ວງ
ມາຍັງລັດຖະບານລາວ ທີ່ນີ້ຖາມວ່າ ມັນຈະມີຜົນລົບ
ກັບກໍລະນີໃນລາວຢ່າງໃດນັ້ນ ອັນນີ້ກໍຄືຄວາມຫວັງ
ແຕ່ວ່າ ອັນນຶ່ງກໍຄືຈະຕ້ອງເຂົ້າໄປສູ່ອາຊ່ຽນ.”


ທ່ານສົມບັດ ສົມພອນ ໄດ້ຖືກກຸ່ມຄົນບໍ່ຮູ້ວ່າຝ່າຍໃດ ຄວບຄຸມຕົວໄປຈາກປ້ອມຕໍາຫຼວດ ແຫ່ງນຶ່ງຢູ່ທາງໄປທ່າເດື່ອ ໃນເຂດນະຄອນວຽງຈັນນັບຕັ້ງແຕ່ຕອນແລງຂອງວັນທີ 15 ທັນວາເປັນຕົ້ນມາ ຊຶ່ງຖ້າຫາກອິງຕາມໜັງສືຮ້ອງຮຽນຂອງ ທ່ານນາງ Ng Shui Men ພັນລະຍາຊາວສິງຄະໂປຂອງທ່ານສົມບັດ ທີ່ໄດ້ຍື່ນຕໍ່ທາງການລາວ ເພື່ອຂໍໃຫ້ຊ່ວຍ ຕິດຕາມຫາຜູ້ເປັນສາມີຂອງທ່ານນາງ ທີ່ຖືກຄວບຄຸມຕົວໄປໃນຄັ້ງນີ້ ແລະຈາກການກວດ ສອບພາບທີ່ບັນທຶນໄວ້ໂດຍກ້ອງວົງຈອນປິດຂອງທາງການລາວເອງ ກໍພົບວ່າ ຜູ້ທີ່ສັ່ງ
ໃຫ້ທ່ານສົມບັດຕ້ອງຢຸດຈອດລົດຍົນສ່ວນຕົວ ແລະລົງຈາກລົດ ແລ້ວຍ່າງໄປ ທີ່ປ້ອມ ຕໍາຫຼວດດັ່ງກ່າວ ກໍຄືເຈົ້າໜ້າທີ່ຕໍາຫຼວດລາວນັ້ນເອງ ແລະຕໍ່ຈາກນັ້ນກໍມີຊາຍຄົນນຶ່ງ ຂີ່ລົດຈັກມາຈອດໃກ້ໆ ແລ້ວກໍມີອາການຟ້າວຝັ່ງ ແລ່ນໄປທີ່ປ້ອມຕໍາຫຼວດດັ່ງກ່າວ ຕໍ່ ຈາກນັ້ນກໍມີຊາຍອີກຄົນນຶ່ງ ຍ່າງອອກມາຈາກປ້ອມຕໍາຫຼວດ ເພື່ອຂັບລົດສ່ວນຕົວຂອງ ທ່ານສົມບັດໄປຈາກປ້ອມຕໍາຫຼວດ ໂດຍບໍ່ຊາບສາເຫດ ຫາກແຕ່ວ່າ ຫຼັງຈາກນັ້ນບໍ່ດົນ ກໍມີລົດຍົນອີກຄັນນຶ່ງ ແລ່ນມາຈອດຢູ່ຕໍ່ໜ້າປ້ອມຕໍາຫຼວດດັ່ງກ່າວ ແລະກໍໄດ້ໃຫ້ທ່ານສົມ ບັດເຂົ້າໄປນັ່ງໃນລົດຍົນຄັນດັ່ງກ່າວ ແລະຂັບໄປຈາກປ້ອມຕໍາຫຼງດ ໂດຍບໍ່ຮູ້ຈຸດໝາຍ ປາຍທາງ ແລະບໍ່ຮູ້ສາເຫດທີ່ເຮັດໃຫ້ທ່ານສົມບົດຕ້ອງຖືກຄວບຄຸມຕົວໄປຈົນເຖິງເວລານີ້.
ທ່ານສົມບັດ ສົມພອນ ໃນການຝຶກອົບຮົມດ້ານການພັດທະນາທາງກະສິກໍາ
ທ່ານສົມບັດ ສົມພອນ ໃນການຝຶກອົບຮົມດ້ານການພັດທະນາທາງກະສິກໍາ


ຊຶ່ງດ້ວຍສະພາບການດັ່ງກ່າວ ກໍໄດ້ເຮັດໃຫ້ກຸ່ມອົງການ
ເຄື່ອນໄຫວດ້ານສິດທິມະນຸດຈໍານວນຫຼາຍກວ່າ 60 ອົງການ
ທີ່ມີສໍານັກງານຕັ້ງຢູ່ໃນປະເທດໄທ ແລະກໍໄດ້ປະສານງານ
ກັບທ່ານສົມບັດ ກ່ຽວກັບໂຄງການພັດທະນາຕ່າງໆໃນລາວ
ນັບຕັ້ງແຕ່ປີ 1996 ເປັນຕົ້ນມາຈົນເປັນຜົນເຮັດໃຫ້ທ່ານສົມ
ບັດໄດ້ຮັບລາງວັນ Magsaysay ໃນຖານະນັກພັດທະນາ
ສັງຄົມດີເດັ່ນຂອງເອເຊຍໃນປີ 2005 ທີ່ຜ່ານມານັ້ນ ກໍໄດ້
ຮ່ວມກັນອອກຖະແຫຼງການ ແລະໄດ້ສົ່ງໜັງສືເຖິງທາງການ
ລາວ ເພື່ອຂໍໃຫ້ຊີ້ແຈງເຫດຜົນຕໍ່ກໍລະນີດັ່ງກ່າວນີ້ ຢ່າງຮີບ
ດ່ວນທີ່ສຸດ ກັບທັງຍັງໄດ້ສະແດງຈຸດຢືນວ່າ ຈະຈັບຕາເບິ່ງການປະຕິບັດໃນດ້ານສິດທິ
ຂັ້ນພື້ນຖານຕໍ່ປະຊາຊົນຂອງລັດຖະບານລາວ ໃນໄລຍະຕໍ່ໄປນີ້ຢ່າງໃກ້ຊິດອີກດ້ວຍ.

ທາງດ້ານທ່ານ Phil Robertson ຜູ້ບໍລິຫານອົງການສິ້ງຊອມສິດທິມະນຸດ Human Rights
Watch ກໍໄດ້ໃຫ້ທັດສະນະວ່າ ລັດຖະບານຂອງຫລາຍປະເທດໃນອາຊ່ຽນຍັງບໍ່ໄດ້ໃຫ້ການ
ເຄົາລົບຕໍ່ຫຼັກການສິດທິມະນຸດຢ່າງແທ້ຈິງ ກັບທັງຍັງບໍ່ເຄົາລົບຕໍ່ສິດທິຂັ້ນພື້ນຖານຂອງ
ພົນລະເມືອງຂອງຕົນອີກດ້ວຍ. ໃນບັນດາລັດຖະບານທີ່ຈັດຢູ່ໃນກຸ່ມດັ່ງກ່າວນີ້ ກໍນໍາໜ້າ
ໂດຍ ຫວຽດນາມ ລາວ ມຽນມາ ກໍາປູເຈຍ ແລະ ບຣູໄນ ຕາມລໍາດັບ.
XS
SM
MD
LG