ນັກພືດພັນວິທະຍາ ລູອິສ ຊີສກາ (Lewis Ziska) ໄດ້ທໍາການສົມທຽບເບິ່ງເຂົ້າທີ່ປູກຕາມນາ ແລະຈໍາພວກເຂົ້າແດງສາຍພັນວັດຊະພືດ ຫລືພັນຫຍ້ານັ້ນ ມາເປັນເວລາຫລາຍປີແລ້ວ. ທ່ານ Ziska ຊຶ່ງເປັນນັກຄົ້ນຄວ້າຂອງກະຊວງກະເສດສະຫະລັດ ກໍາລັງປູກເຂົ້າແຕ່ລະພັນໃນສະພາບທີ່ມີອຸນຫະ ພູມ ແລະລະດັບທາດ Carbon Dioxide ທີ່ແຕກຕ່າງກັນ. ມາຮອດປັດຈຸບັນ ເຂົ້າແດງຫລືເຂົ້າກໍ່າແມ່ນຈະເລີນງອກງາມດີເມື່ອປູກຢູ່ໃນອຸນຫະພູມທີ່ຮ້ອນເອົ້າກວ່າ ຄືມັນຈະເຕີບໃຫຍ່ໄວກວ່າ ແລະໃຫ້ເມັດຫລາຍກວ່າເຂົ້າພັນທີ່ປູກໂດຍທົ່ວໆໄປ. ທ່ານອະທິບາຍວ່າ
“ສິ່ງທີ່ພວກເຮົາກໍາລັງເຮັດຢູ່ໃນຂະນະນີ້ ກໍຄືສຶກສາເບິ່ງເຂົ້າພັນປ່າຫລືຫຍ້າ ໃນຖານະເປັນແຫລ່ງເຊື້ອພັນ ທີ່ຈະຊ່ວຍໃຫ້ເຂົ້າພັນທີ່ປູກຕາມບ້ານ ປັບຕົວ ເພື່ອທີ່ຈະສາມາດໃຫ້ຜົນເກັບກ່ຽວດີ ເຖິງແມ່ນມີການປ່ຽນແປງຂອງ ສະພາບດິນຟ້າອາກາດ ກໍຕາມ.”
ຫ້ອງທີ່ພວກນັກຄົ້ນຄວ້າໃຊ້ທົດລອງປູກຕາມສະພາບແວດລ້ອມນີ້ ແມ່ນອໍານວຍໃຫ້ພວກເຂົາເຈົ້າສາມາດຄວບຄຸມຄວາມຮ້ອນ ຄວາມຊຸ່ມ ແລະລະດັບທາດຄາບອນ ໄດອອ໊ກໄຊດ໌ ໄດ້. ທ່ານຊິສກາ ຊີແຈງວ່າ
“ການໃຊ້ຫ້ອງປູກເຫລົ່ານີ້ ເຮັດໃຫ້ພວກເຮົາສາມາດນໍາເອົາລະດັບຂອງທາດຄາບອນໄດອ໊ອກໄຊດ໌ ທີ່ມີຢູ່ເມື່ອ 50 ປີກ່ອນເຂົ້າມາໃຊ້ ແລະ ມັນກໍອໍານວຍໃຫ້ພວກເຮົາສາມາດຈໍາລອງເບິ່ງສະພາບການ ໃນອີກ 50 ປີ ຕໍ່ໜ້າໄດ້.”
ຫ້ອງປູກທີນຶ່ງແມ່ນຈໍາລອງສະພາບການໃນອະດີດ. ສ່ວນຫ້ອງປູກທີສອງ ຈໍາລອງສະພາບການໃນເວລາປັດຈຸບັນ. ພັນເຂົ້າທີ່ປູກຢູ່ໃນທາງກາງ ແລະຂ້າງຊ້າຍແມ່ນພັນເຂົ້າປູກທໍາມະດາທົ່ວໄປ. ສ່ວນພັນທີ່ປູກຢູ່ຂ້າງຂວາແມ່ນພັນເຂົ້າປະເພດຫຍ້າ ທີ່ປົ່ງດອກເບັ່ງບານແລ້ວ.
ທ່ານ ລູອິສ ຊີສກາ ກ່າວວ່າ ສ່ວນຫ້ອງປູກທີສາມນັ້ນ ແມ່ນຈໍາລອງສະພາບອາກາດໃນອານາຄົດ ຄືລະດັບທາດຄາບອນໄດອອ໊ກໄຊດ໌ແມ່ນສູງກວ່າ ແລະອຸນຫະພູມກໍຮ້ອນກ່ວາໃນປັດຈຸບັນນີ້ ສອງອົງສາ. ທ່ານຊີສກາ ດຶງຕົ້ນເຂົ້າຕົ້ນນຶ່ງຂຶ້ນມາໃຫ້ເບິ່ງ ແລ້ວເວົ້າວ່າ:
“ນີ້ແມ່ນພັນເຂົ້າປູກທໍາມະດາ ທີ່ຂ້າພະເຈົ້າຫາກໍດຶງອອກຈາກບ່ອນນີ່ ມັນເປັນຮວງເຂົ້າພັນທໍາມະດາ ທີ່ເຮົາຈະເຫັນວ່າມັນກໍາລັງເລີ່ມອອກດອກແລະເລີ່ມປົ່ງເມັດ. ນີ້ກໍແມ່ນຮວງດຽວກັນ ທຸກຢ່າງເຮັດແບບເທົ່າໆກັນ ແຕ່ອັນນີ້ ແມ່ນສໍາລັບເຂົ້າພັນປ່າ ແລະເຮົາສາມາດເຫັນເຂົ້າພັນປ່າແຕກຮວງອອກໄປ ຫລາຍກວ່າສໍ່າໃດ.”
ແລະຫ້ອງປູກທີສີ່ນັ້ນ ແມ່ນຕັ້ງອຸນຫະພູມໄວ້ 4 ອົງສາສູງກວ່າອຸນຫະພູມໃນປັດຈຸບັນ ຈໍາລອງສະພາບການທີ່ພວກນັກວິທະຍາສາດກ່າວວ່າ ໂລກອາດຈະປະສົບໃນອີກ 30 ຫາ 50 ປີຂ້າງໜ້າ. ແລະໃນຫ້ອງນີ້ກໍຄືກັນ ປາກົດວ່າເຂົ້າພັນປ່າຈະໃຫ້ຜົນດີກວ່າ ແຕ່ເຂົ້າປູກພັນທໍາມະດາກັບຕົກຕໍ່າລົງໄປຢ່າງໃຫຍ່. ທ່ານ ລູອີສ ກ່າວວ່າ
“ມັນຈະກາຍເປັນພືດພັນທີ່ບໍ່ມີເຊື້ອພະຍາດ ດອກກໍຄື ຝຸ່ນເກສອນດອກໄມ້ ຈະບໍ່ມີເຊື້ອພະຍາດ ພາຍໃຕ້ອຸນຫະພູມທີ່ສູງຫລືຮ້ອນ ກວ່າ ແລະຍ້ອນສະພາບການເຊັ່ນນີ້ ຜົນກໍຄື ພືດອາດຈະເບິ່ງປົກກະຕິດີຢູ່ ແຕ່ມັນຈະບໍ່ອອກເມັດ.”
ຄລິກຢູ່ບ່ອນນີ້ ເພື່ອເບິ່ງວີດິໂອເປັນພາສາລາວ
(ຫລືຄລິກຢູ່ບ່ອນ MP4 ຂ້າງເທິງຂວາມື)
ທ່ານ ລູອີສ ຊີສກາ ອະທິບາຍຕໍ່ໄປວ່າ ເຂົ້າພັນທໍາມະດາຈະບໍ່ທົນທານຕໍ່ສະພາບອາກາດທຸກຢ່າງໄດ້. ກົງກັນຂ້າມ ເຂົ້າແດງຫລືເຂົ້າກໍ່າທີ່ເປັນພັນເຂົ້າປ່າຫລືຫຍ້ານັ້ນ ກັບປັບຕົວໄດ້ດີ ແລະທີ່ສໍາຄັນໄປກວ່ານັ້ນກໍແມ່ນວ່າ ຈໍາພວກພືດພັນເມັດທັງຫລາຍນັ້ນ ແມ່ນມີເຊື້ອພັນຈາກພືດປ່າ. ທ່ານຊິສກາກ່າວວ່າ
“ສິ່ງພວກເຮົາກໍາລັງເຮັດຢູ່ນີ້ ແມ່ນພວກເຮົາເຮັດໄປຕາມທີ່ທໍາມະຊາດເຮັດ ພວກເຮົາກໍລັງຄັດເລືອກເອົາເຊື້ອພັນທີ່ວ່າດີທີ່ສຸດ ແຕ່ໃນກໍລະນີນີ້ ແມ່ນເຊື້ອພັນທີ່ດີທີ່ສຸດທີ່ສາມາດຕອບສະໜອງຕໍ່ສະພາບການປ່ຽນແປງໃນຂັ້ນກວ້າງຂວາງໄດ້ດີ ແທນທີ່ຈະເປັນສະພາບການທີ່ແຄບໆນັ້ນ.”
ອີງຕາມກະຊວງກະເສດສະຫະລັດ ປະເທດໄທ ຫວຽດນາມ ຈີນ ແລະສະຫະລັດ ແມ່ນພວກປະເທດຜະລິດເຂົ້າຊັ້ນນໍາຂອງໂລກ ຄືສົ່ງເຂົ້າ ພັນສໍາຄັນສີ່ຊະນິດ ອອກຂາຍໃນທົ່ວໂລກ. ທ່ານຊິສກາກ່າວວ່າ ຫລາຍໆຄົນຢູ່ໃນທົ່ວໂລກແມ່ນອາໃສເຂົ້າເປັນອາຫານຫລັກ ແລະວິຊາຫາກິນຂອງເຂົາເຈົ້າ. ທ່ານກ່າວຕໍ່ໄປວ່າ
“ຈໍານວນຜູ້ຄົນທີ່ກາງຕໍ່ເຂົ້າຢູ່ໃນທົ່ວໂລກແມ່ນມີໂຕເລກ ໃນລະຫວ່າງ ສອງ ຫາ ສາມພັນລ້ານຄົນ. ເຂົ້າເປັນອາຫານຫລັກ ເປັນອາຫານປະເພດເມັດທີ່ສໍາຄັນທີ່ສຸດຂອງໂລກ”
ທ່ານ Lewis Ziska ຊຶ່ງເປັນນັກວິທະຍາສາດ ຫວັງທີ່ຈະຜະລິດເຂົ້າພັນປ່າ ທີ່ສາມາດສະໜອງໃຫ້ພວກຊາວນານໍາໄປປູກໃຫ້ໄດ້ຜົນ ພາຍໃນ 3 ຫາ 5 ປີຕໍ່ໜ້າ. ທ່ານຍັງຕ້ອງການສຶກສາເບິ່ງເຂົ້າແດງທີ່ປູກຢູ່ໃນສະພາບຄວາມແຫ້ງແລ້ງ ແລະນໍ້າຖ້ວມຮຸນແຮງ ຊຶ່ງທ່ານເຊື່ອວ່າ ໃນບໍ່ເທົ່າໃດທົດສະວັດຕໍ່ໜ້ານີ້ ມັນອາດເປັນອາຫານຫລັກໃຫ້ແກ່ໂລກ ທີ່ກໍາລັງປະເຊີນກັບສະພາບດິນຟ້າອາກາດ ທີ່ຮຸນແຮງແລະປັ່ນປ່ວນທີ່ສຸດນັ້ນໄດ້.