ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ທິລເລີສັນ ສະເໜີ ການພົບປະກັບ ເກົາຫຼີເໜືອ ໂດຍບໍ່ມີ ເງື່ອນໄຂລ່ວງໜ້າ


Tillerson Hopes Diplomacy Can Counter North Korea Nuclear Threat
please wait

No media source currently available

0:00 0:01:58 0:00

ທ່ານ ທິລເລີສັນ ຫວັງວ່າ ການທູດສາມາດຕໍ່ຕ້ານໄພຂົ່ມຂູ່ຂອງ ເກົາຫຼີເໜືອ ໄດ້.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີສັນ ໃນວັນອັງຄານວານ
ນີ້ ໄດ້ສະເໜີທີ່ຈະເລີ່ມການເຈລະຈາກັບ ເກົາຫຼີເໜືອ ໂດຍປາສະຈາກເງື່ອນໄຂລ່ວງ
ໜ້າ, ໃນຂະນະທີ່ໄດ້ສະເໜີໃຫ້ ຈີນ ເພີ່ມການກົດດັນຕໍ່ ພຽງຢາງ, ລວມທັງການຫ້າມ
ນຳເຂົ້ານໍ້າມັນ ຢ່າງສິ້ນເຊີງ ທ່າມກາງຄວາມເຄັ່ງຕຶງທີ່ຮຸນແຮງຂຶ້ນໃນແຫຼມ ເກົາຫຼີ.

ທ່ານ ທິລເລີສັນ ໄດ້ກ່າວທີ່ກອງປະຊຸມມູນນິທິ ສະພາແອັດແລນຕິກ ເກົາຫຼີ ໃນວັນອັງ
ຄານວານນີ້ວ່າ “ພວກເຮົາພ້ອມທີ່ຈະເຈລະຈາ ເວລາ ໃດທີ່ ເກົາຫຼີເໜືອ ຢາກຈະເຈລະ
ຈາ. ແລະ ພວກເຮົາພ້ອມແລ້ວທີ່ຈະ ຈັດກອງປະຊຸມຄັ້ງທຳອິດໂດຍປາສະຈາກເງື່ອນ
ໄຂລ່ວງໜ້າ ແລະ ໄດ້ ກ່າວເພີ່ມເຕີມວ່າ ມັນຕ້ອງມີ “ໄລຍະເວລາທີ່ມີຄວາມສະຫງົບ”
ສຳລັບ ການເລີ່ມຕົ້ນການເຈລະຈາ” ບໍ່ເຊັ່ນນັ້ນມັນກໍຈະເປັນການຍາກຫຼາຍ ທີ່ຈະທຳ
ການປຶກສາຫາລືທີ່ມີປະສິດທິຜົນ.”

ທ່ານ ທິລເລີສັນ ໄດ້ກ່າວວ່າ “ທ່ານປະທານາທິບໍດີ ຢາກຈະເຫັນ ຈີນ ຢຸດເຊົາການສົ່ງ
ນ້ຳມັນໃຫ້” ໂດຍກ່າວເພີ່ມເຕີມວ່າ ຄັ້ງກ່ອນທີ່ ເກົາຫຼີເໜືອ ໄດ້ເຂົ້າຮ່ວມໂຕະເຈລະຈາ
ກໍແມ່ນຍ້ອນ ຈີນ ໄດ້ຢຸດການສົ່ງນໍ້າມັນໃຫ້ພຽງຢາງ.

ອະດີດເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວຕໍ່ວີໂອເອໃນວັນອັງຄານວານນີ້ ວ່າ ຂໍ້ສະເໜີດັ່ງ
ກ່າວນັ້ນແມ່ນກົງໄປກົງມາຜິດປົກກະຕິ ທ່າມກາງໄພ ຂົ່ມຂູ່ທີ່ເພີ່ມຂຶ້ນ ຈາກການຂະ
ຫຍາຍອາວຸດນິວເຄລຍ ແລະ ລູກສອນ ໄຟຂອງ ເກົາຫຼີເໜືອ.

ທ່ານ ເດັນນິສ ວິລເດີ (Dennis Wilder) ຜູ້ໄດ້ຮັບໜ້າທີ່ເປັນຜູ້ອຳ ນວຍການ ກິດຈະ
ການເອເຊຍຕາເວັນອອກ ທີ່ສະພາຄວາມປອດໄພແຫ່ງຊາດ ພາຍໃຕ້ອະດີດປະທາ
ນາທິບໍດີ ຈອຣຈ໌ ດັບໂບຢູ. ບຸຊ (George W. Bush) ກ່າວວ່າ “ຄຳເຕືອນນຶ່ຶງທີ່ທ່ານ
ໄດ້ກ່າວນັ້ນແມ່ນ ມັນຕ້ອງມີໄລຍະເວລາທີ່ສະຫງົບ ຍ້ອນວ່າການເຈລະຈາບໍ່ສາ ມາດ
ດຳເນີນໄປໄດ້ຢ່າງຈິງຈັງ ຖ້າລູກສອນໄຟຕ່າງໆ ຍັງຖືກຍິງທົດລອງຍິງ ແລະ ລະເບີດ
ນິວເຄລຍຍັງແຕກຢູ່.”

ທ່ານ ໂຣເບີດ ແມນນິງ (Robert Manning) ອະດີດເຈົ້າໜ້າທີ່ກະ ຊວງການຕ່າງປະ
ເທດ ແລະ ຕອນນີ້ແມ່ນເຈົ້າໜ້າທີ່ອາວຸໂສ ກ່ຽວກັບ ຄວາມປອດໄພສາກົນ ທີ່ສະພາ
ແອັດແລນຕິກ ໄດ້ກ່າວເພີ່ມເຕີມຕໍ່ຄຳ ເວົ້າທີ່ທ່ານ ທິລເລີສັນ ບໍ່ໄດ້ເວົ້າຢູ່ໃນບົດປາໄສ
ທີ່ໄດ້ກະກຽມໄວ້ນັ້ນວ່າ ທ່ານ ທິລເລີສັນ “ໄດ້ກ່າວຢ່າງຈະແຈ້ງເຖິງຄວາມເຕັມໃຈທີ່ຈະ
ຈັດການ ເຈລະຈາຢ່າງບໍ່ມີເງື່ອນໄຂກັບ ເກົາຫຼີເໜືອ ໃນລະດັບທີ່ສູງ.”

ບໍ່ເທົ່າໃດຊົ່ວໂມງຕໍ່ມາ ທຳນຽບຂາວກໍໄດ້ຫລຸດນ້ຳສຽງລົງ ກ່ຽວກັບຂໍ້ສະເໜີທີ່ຈະເຈລະ
ຈາແບບບໍ່ມີເງື່ອນໄຂລ່ວງໜ້າ.

ທ່ານນາງຊາຣາ ຮັກກາບີ ແຊນເດີ້ ໂຄສົກຂອງທຳນຽບຂາວກ່າວຫຼັງຈາກທ່ານ ທິລເລີ
ສັນໃຫ້ຄວາມເຫັນວ່າ “ທັດສະນະຂອງປະທານາທິບໍດີຕໍ່ເກົາຫຼີເໜືອແມ່ນຍັງບໍ່ປ່ຽນ
ແປງ. ເກົາຫລີເໜືອ ຍັງກະທຳການໃນວິທີທີ່ບໍ່ປອດໄພບໍ່ພຽງແຕ່ຕໍ່ຈີນ ຍີ່ປຸ່ນ ແລະ ເກົາ
ຫຼີໃຕ້ເທົ່ານັ້ນ ແຕ່ຍັງຕໍ່ໂລກທັງມວນດ້ວຍ. ການກະທຳຂອງເກົາຫຼີເໜືອ ແມ່ນບໍ່ດີທັງ
ນັ້ນບໍ່ວ່າສຳລັບປະເທດໃດກໍຕາມ ແລະກໍແນ່ນອນ ບໍ່ດີສຳລັບເກົາຫຼີເໜືອເອງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG