ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົບຮອບ 25 ປີ ຂອງ ເຫດການວາງລະເບີດ ເຮືອບິນ Pan Am ທີ່ຕົກໃສ່ເມືອງ Lockerbie (ວີດີໂອ)


ພວງມາລາ ທີ່ວາງໄວ້ຢູ່ ບ່ອນປະກອບພິທີ ລະນຶກເຖິງ ພວກເຄາະຮ້າຍ ໃນເຫດວາງລະເບີດເຮືອບິນ Pan Am ເມື່ອ 25 ປີກ່ອນນີ້ ຢູ່ເມືອງ Lockerbie, Scotland, ວັນທີ 22 ທັນວາ 2013.
ພວງມາລາ ທີ່ວາງໄວ້ຢູ່ ບ່ອນປະກອບພິທີ ລະນຶກເຖິງ ພວກເຄາະຮ້າຍ ໃນເຫດວາງລະເບີດເຮືອບິນ Pan Am ເມື່ອ 25 ປີກ່ອນນີ້ ຢູ່ເມືອງ Lockerbie, Scotland, ວັນທີ 22 ທັນວາ 2013.
ອັງກິດ​ແລະ​ສະຫະລັດ ​ໄດ້​ທໍາພິທີ​ຂີດ​ໝາຍ​ວັນ​ຄົບຮອບ 25 ປີ
ຂອງ​ເຫດການວາງລະ​ເບີດ​ເຮືອບິນ​ໂດຍສານ​ສະຫະລັດ ທີ່​ຕົກ
ລົງ​ໃສ່​ເຂດ​ເມືອງ Lockerbie ປະ​ເທດສະ​ກ໊ອດ​ແລນ. ມີບັນດາ
​ເຈົ້າໜ້າ​ທີ່ ສະມາຊິກຄອບ ຄົວ ​ແລະ​ບຸກຄົນ​ອື່ນໆ ປະກອບ​ສ່ວນ​
ໃນພິທີ​ໄວ້ອາ​ໄລ​ ສະດຸ​ດີຜູ້​ເສຍ​ຊີ ວິດ 270 ຄົນ ​ເວລາ​ເຮືອບິນ
​ໂດຍສານ​ ບໍລິສັດ Pan Am ຖ້ຽວ​ບິນ​ທີ່ 103 ລະ​ເບີ​ດຂຶ້ນກາ​ງ
ອາກາດ ​ເມື່ອ​ວັນ​ທີ 21 ​ເດືອນ​ທັນ​ວາ ປີ 1988.

​Lockerbie ຕັ້ງ​ຢູ່​ຫ່າງ​ຈາກ​ເມືອງ Glasgow ​ໄປ​ທາງ​ທິດໃຕ້​ ປະມານ 120 ກິ​ໂລ​ແມັດ
ຢູ່​ໃກ້​ເຂດ​ຊາຍ​ແດນ​ຕິດ​ກັບ​ອັງກິດ. ຄຸນ​ພໍ່ Sandy Stoddart ​ເປັນ​ຜູ້​ນໍາພາ​ພິທີ ຢູ່​ໃນ​ວັດ​
ທ້ອງ​ຖິ່ນ​ແຫ່ງ​ນຶ່ງ ຊຶ່ງທ່ານ​ເວົ້າ​ໃນ​ຕອນ​ນຶ່ງ​ວ່າ:

“ລະ​ເບີດລູກ​ນຶ່ງ​ໄດ້​ຫ້າງ​ໄວ້​ຢູ່​ເທິງ​ເຮືອບິນ Pan Am ຖ້ຽວ​ບິນ 103 ​ແຕ່​ມັນ​ກໍ​ເປັນ​ອຸບັດ​ເຫດ ທີ່​ເຮືອບິນ​ບັງ​ເອິນ​ຕົກລົງ​ມາ​ໃສ່​ເຂດ​ອ້ອມ​ແອ້ມ​ເມືອງ Lockerbie. ​
ເຫດ​ຮ້າຍ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ເມືອງ​ນີ້ ​ໄດ້​ຮັບ​ຄວາມທຸກ​ທໍລະມານ ​ແຕ່ກໍ​ໄດ້​ຮັບ
ກຽດ​ພິ​ເສດ ທີ່​ໄດ້​ເບິ່ງ​ແຍງ​ຊ່ວຍ​ເຫຼືອບັນດາ​ຄອບຄົວ​ຂອງ​ຜູ້​ທີ່ ເສຍ​ຊີວິດ​ໄປ.”


ພິທີ​ໄວ້ອາ​ໄລ ຍັງ​ໄດ້​ຈັດ​ຂຶ້ນຢູ່​ໃນ​ສະຫະລັດ ຍ້ອນ​ວ່າ​ຜູ້​ເຄາະ​ຮ້າຍ​ສ່ວນຫຼາຍ​ເປັນ​ຊາວ
​ອາ​ເມ​ຣິກັນ. ນາງ Whitney Davis ໄດ້ເດີນທາງ​ຈາກ​ລັດ Oregon ມາ​ຍັງ​ສຸສານ​ແຫ່ງ​
ຊາດ Arlington ທີ່​ລັດ​ເວີ​ຈີ​ເນຍ ​ເພື່ອ​ໃຫ້​ກຽດແກ່​ນ້ອງ​ສາວ​ຂອງ​ລາວທີ່ຮວມຢູ່ໃນຈໍານວນ​
ຜູ້​ເສຍ​ຊີວິດ​ໃນ​ຄັ້ງ​ນັ້ນ.

​ອະດີດເຈົ້າໜ້າ​ທີ່​ສືບ​ລັ​ບລີ​ເບຍ Abdel Baset al-Megrahi ຖືກ​ສານ​ຕັດສິນ​ວ່າ​ ມີຄວາມ
​ຜິດ​ໃນ​ເຫດການ​ວາງ​ລະ​ເບີດ​ດັ່ງກ່າວ ​ແລະ​ຕັດສິນຈໍາ​ຄຸກ​ຕະຫຼອດຊີວິດ. ຜູ້ກ່ຽວໄດ້ປະຕິ​
ເສດ​ຕະຫຼອດມາ​ວ່າ ຕົນ​ບໍ່​ໄດ້​ມີ​ສ່ວນ​ພົວພັນ ​ໃນ​ເຫດການ​ໂຈມ​ຕີກໍ່​ການ​ຮ້າຍຄັ້ງນັ້ນ ແລະ​
ເວົ້າ​ວ່າ ຕົນ​ເປັນ​ພຽງ​ພະນັກງານສາຍ​ການບິນ​ເທົ່ານັ້ນ ບໍ່​ແມ່ນ​ສາຍ​ລັບ. ຄອບຄົວ​ແລະ​ໝູ່​
ເພື່ອນ​ຂອງ​ລາວ ​ໃນ​ລີ​ເບຍ ກໍາລັງ​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ສອບ​ສວນ​ຄະດີນີ້ຄືນໃໝ່.

ອັງກິດ​ໄດ້​ປ່ອຍ​ຕົວ ນາຍ Megrahi ​ໃນ​ປີ 2009 ຍ້ອນ​ເຫ​ດຜົນ​ດ້ານ​ມະນຸດ​ສະ​ທໍາ. ຜູ້ກ່ຽວ
​ເສຍ​ຊີວິດ​ດ້ວຍ​ໂຣກມະ​ເຮັງ ​ໃນ​ລີ​ເບຍ ​ໃນ​ປີ 2012.

​ເຮືອບິນ​ໂດຍສານ​ທີ່ຖືກ​ວາງ​ລະ​ເບີດ​ທີ່​ກ່າວ​ມາ​ນີ້ ​ໄດ້​ເດີນທາງ​ອອກ​ຈາກ​ລອນ​ດອນ ​ໄປ​
ຍັງ​ນີວຢ໊ອກ ​ເວລາ​ລະ​ເບີດ​ແຕກ​ຂຶ້ນ ຊຶ່ງ​ໄດ້​ສັງຫານ​ 259 ຄົນ ຢູ່​ເທິງ​ເຮືອບິນ ​ແລະ​ອີກ 11 ຄົນ​ຢູ່​ພາກພື້ນ​ດິນ.

Lockerbie
please wait
Embed

No media source currently available

0:00 0:02:41 0:00

Britain and the United States have marked the 25th anniversary of the bombing of a U.S. jetliner over the town of Lockerbie, Scotland. Officials, family members and others held memorial services honoring the 270 victims killed when Pan Am Flight 103 exploded on December 21, 1988.

Lockerbie is located about 120 kilometers south of Glasgow, near the border with England. Reverend Sandy Stoddart led a memorial service in a local church.

"A bomb was planted on Pan Am 103, but it was an accident that the aircraft happened to come down on and around Lockerbie. This misfortune meant that the town had the agony of the aftermath, but then also the privilege of caring for the families of those who died."

Memorial services also were held in the United States as most of the victims were Americans. Whitney Davis traveled from Oregon to Arlington National Cemetery in Virginia to honor her sister, who was among those killed.

Former Libyan intelligence officer Abdel Baset al-Megrahi was convicted of the bombing and sentenced to life in prison. He always denied involvement in the terrorist attack, saying he was an airline employee, not an intelligence agent. His family and friends in Libya are demanding a new investigation in the case.
Britain released Megrahi in 2009 on humanitarian grounds. He died of cancer in Libya in 2012.

The plane was traveling from London to New York when the bomb exploded, killing 259 people on board and 11 others on the ground.
XS
SM
MD
LG