ຢູເຄຣນ ກ່າວວ່າ ທະຫານຂອງຕົນຄົນນຶ່ງ ຖືກຂ້າຕາຍ ແລະ ອີກ
7 ຄົນໄດ້ຮັບບາດເຈັບ ໃນວັນອາທິດວານນີ້ ໃນການປະທະກັນ
ຢ່າງຮຸນແຮງບັ້ນໃໝ່ ລະຫວ່າງ ກອງກຳລັງລັດຖະບານ ແລະ
ພວກແບ່ງແຍກດິນແດນນິຍົມຣັດເຊຍ ທີ່ໄດ້ຕໍ່ສູ້ກັນເພື່ອຄວບຄຸມ
ພື້ນທີ່ ໃນພາກຕາເວັນອອກຂອງຢູເຄຣນ.
ໂຄສົກກອງທັບຢູເຄຣນ ທ່ານ Oleksandr Motuzyanyk ໄດ້
ກ່າວຫາ ພວກກະບົດ ວ່າເປັນຝ່າຍທະວີຄວາມຮຸນແຮງຂຶ້ນ ດ້ວຍ
ການຍິງປືນພວກເຂົາເຈົ້າໃສ່ ທະຫານຂອງ Kyiv ໃນໄລຍະເວລາ
24 ຊົ່ວໂມງຜ່ານມາ ຊຶ່ງເປັນການຂົ່ມຂູ່ເທື່ອໃໝ່ ຕໍ່ຂໍ້ຕົກລົງຢຸດຍິງ
ອັນບອບບາງ ທີ່ໄດ້ບັນລຸກັນເມື່ອເດືອນກຸມພານັ້ນ. ທ່ານກ່າວອີກ
ວ່າ ການໂຈມຕີຕ່າງໆ ສ່ວນໃຫຍ່ ແມ່ນເພັ່ງເລັງໃສ່ສະໜາມບິນໃກ້ໆກັບ ເມືອງ Donetsk
ແລະ ໃກ້ກັບ ເມືອງທ່າ Mariupol ທີ່ລັດຖະບານຄວບຄຸມ ຢູ່ຊາຍຝັ່ງທະເລ Azov.
ບັນດາຜູ້ຕິດຕາມກວດກາສາກົນ ກ່າວວ່າ ການໂຈມຕີດ້ວຍປືນໃຫຍ່ ຍັງມີຢູ່ຕໍ່ມາໃນແຕ່
ລະມື້ ຢ່າງເປັນປົກກະຕິ ເຖິງແມ່ນວ່າ ໄດ້ມີຂໍ້ຕົກລົງຢຸດຍິງກັນແລ້ວກໍຕາມ ແຕ່ຫາກວ່າ
ບໍ່ຮ້າຍແຮງເທົ່າກັບເມື່ອກ່ອນ. ພົນລະເຮືອນ ພວກແບ່ງແຍກດິນແດນ ແລະ ພວກ
ພະນັກງານຂອງ Kyiv ຫຼາຍກວ່າ 6,100 ຄົນ ໄດ້ເສຍຊີວິດ ໃນການສູ້ລົບກັນ ຈົນເຖິງ
ປັດຈຸບັນນີ້ ເປັນເວລາຍາວນານ ຫຼາຍກວ່າ 1 ປີມາແລ້ວ.
ນາຍທະຫານຢູເຄຣນ ຖືກສົ່ງມາຮັກສາຕົວ ຢູ່ສະຫະລັດ:
Ukraine said that one of its soldiers was killed and seven others injured Sunday in a new outbreak of violence between government forces and pro-Russian separatists fighting for control in eastern Ukraine.
Ukrainian military spokesman Oleksandr Motuzyanyk accused the insurgents of escalating their fire against Kyiv's troops in the last 24 hours, a new threat to the fragile cease-fire agreed to in February.
He said the attacks were mostly focused near the Donetsk airport and near Mariupol, a government-held coastal city on the Sea of Azov.
International monitors say shelling has continued on a daily basis in spite of the truce, although not as extensively as before. More than 6,100 civilians, separatists and Kyiv personnel have been killed in the fighting that now has lasted for more than a year.