ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເສື້ອແດງ ຫຼາຍໝື່ນຄົນ ທຳການໂຮມຊຸມນຸມ ສະໜັບສະໜຸນລັດຖະບານໄທ ເປັນເວລາ 3 ມື້


ປະຊາຊົນ​​ໄທ ໃນຈຳນວນຫຼາຍໝື່ນຄົນ ທີ່ພາກັນໂຮມຊຸມນຸມ ເພື່ອສະແດງການສະໜັບສະໜຸນ ນາຍົກລັດຖະມົນຕີ ຢິ່ງລັກ ຊີນນະວັດ ໃນວັນເສົາວານນີ້, ທີ 5 ເມສາ 2014.
ປະຊາຊົນ​​ໄທ ໃນຈຳນວນຫຼາຍໝື່ນຄົນ ທີ່ພາກັນໂຮມຊຸມນຸມ ເພື່ອສະແດງການສະໜັບສະໜຸນ ນາຍົກລັດຖະມົນຕີ ຢິ່ງລັກ ຊີນນະວັດ ໃນວັນເສົາວານນີ້, ທີ 5 ເມສາ 2014.
ປະຊາຊົນໄທ ຫຼາຍໝື່ນຄົນ ທີ່ສະໜັບສະໜຸນ ນາຍົກລັດ
ຖະມົນຕີໄທ ທ່ານນາງຢິ່ງລັກ ຊີນນະວັດ ທີ່ປະສົບ​ກັບ​ບັນ
ຫາ​ນັ້ນ ໄດ້​ໄປໂຮມຊຸມ ນຸມກັນ ຢູ່ນອກນະຄອນຫຼວງບາງ
ກອກ ໃນວັນເສົາວານ​ນີ້ ຊຶ່ງເປັນ ສ່ວນ​ນຶ່ງຂອງ​ແຜນການ
ໂຮມຊຸມນຸມກັນ ເປັນເວລາ 3 ມື້ ເພື່ອຕອບໂຕ້ ຕໍ່ການປະ
ທ້ວງຕໍ່ຕ້ານລັດຖະບານ ມາເປັນເວລາຫຼາຍເດືອນ ທີ່ໃນ
ບາງ ຄັ້ງ​ໄດ້ເກີດຄວາມຮຸນແຮງນັ້ນ.

ໃນການສະ​ແດງ​ກຳລັງຄັ້ງໃຫຍ່ສຸດ​ໃນ​ຮອບຫຼາຍໆເດືອນ
ຂອງ​ເຂົາ​ເຈົ້າ ພວກ“ເສື້ອແດງ” ທີ່ສະໜັບສະໜຸນລັດຖະ
ບານ ກ່າວວ່າ ພວກເຂົາ​ເຈົ້​າ ພ້ອມທີ່ຈະຕໍ່ສູ້ກັບທຸກໆການ
​ເຄື່ອນ​ໄຫວເພື່ອປົດ ທ່ານນາງຢິ່ງລັກອອກຈາກໜ້າທີ່ນັ້ນ.

ຜູ້ນຳເສື້ອແດງ ຈະຕຸ​ພອນ ພ້ອມ​ພັນ ກ່າວຕໍ່ພວກນັກຂ່າວວ່າ ກຸ່ມ​ຂອງ​ທ່ານຈະບໍ່
ຍິນຍອມຮັບເອົາການກໍ່​ລັດຖະປະຫານ ຫຼືການ​ດຳ​ເນີນຄວາມພະຍາຍາມທີ່ຈະປົດ
ອຳນາດທ່ານນາງຢິ່ງລັກ ໂດຍຜ່ານຂະບວນການ ຂອງສານນັ້ນ.

​ເມື່ອ​ບໍ່​ເທົ່າ​ໃດວັນ​ຜ່ານ​ມາ​ນີ້ ສານສູງ​ແຫ່ງ​ນຶ່ງຂອງໄທ ​ໄດ້ຕົກລົງທີ່ຈະພິຈາລະນາ
ການຟ້ອງຮ້ອງທາງກົດໝາຍຕໍ່ ທ່ານນາງຢິ່ງລັກ ຊຶ່ງ​ການຟ້ອງນີ້ ​ແມ່ນມາຈາກ
ບັນດາສະມາຊິກສະພາທີ່ຕໍ່ຕ້ານລັດຖະບານ ທີ່ ກ່າວວ່າ ນາງໄດ້​ເຮັດຜິດລັດຖະ
ທຳມະນູນໃນການປົດສະມາຊິກສະພາ ຄວາມໝັ້ນຄົງແຫ່ງຊາດທ່ານ​ນຶ່ງ ເພື່ອ
ຜົນປະໂຫຍດທາງການເມືອງ ໃນປີ 2011.

ນອກ​ນີ້ ທ່ານນາງ ຢິ່ງລັກ ຍັງເປັນຈຸດຂອງການສອບສວນ​ເລື້ອງ​ການສໍ້ລາດບັງ
ຫຼວງທີ່ພົວພັນ​ກັນ ກ່ຽວ​ກັບ​ບົດບາດ​ຂອງນາງ ໃນໂຄງການຮັບຊື້ ຫຼືຈຳນຳເຂົ້າ
ຈາກຊາວນາ ຊຶ່ງເຮັດໃຫ້ລັດຖະບານ​ສິ້ນ​ເປືອງເງິນໄປ ຫຼາຍຕື້ດອລລ່ານັ້ນ.

ຖ້າຫາກຖືກສານຕັດສິນວ່າ ມີ​ຄວາມຜິດ​ໃນທັງສອງຄະດີ ທ່ານ​ນາງ​ກໍ​ມີສິດຖືກ
ປົດອອກຈາກໜ້າທີ່​ໄດ້.
XS
SM
MD
LG