ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຂອງ ນາຍົກ Merkel ຫວັງຈະຊະນະ ການເລືອກຕັ້ງ ສະພາ (ວີດີໂອ)


ນາຍົກລັດຖະມນຕີ Angela Merkel ຂະນະຫາສຽງເລືອກຕັ້ງ
ສະໄໝທີສອງ
ນາຍົກລັດຖະມນຕີ Angela Merkel ຂະນະຫາສຽງເລືອກຕັ້ງ ສະໄໝທີສອງ
ຊາວ​ເຢຍຣະມັນ​ຜູ້​ມີ​ສິດ​ປ່ອນ​ບັດ ກໍາລັງ​ພາກັນ​ອອກ​ໄປໃຊ້​ສິດ​ໃຊ້​ສຽງໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ເລືອກ​ເອົາສະມາຊິກ​ສະພາ​ຊຸ​ດ​ໃໝ່​.

ພັກ​ເປັນກາງ​ອຽງ​ຊ້າຍ CDU/CSU ຂອງນາຍົກລັດຖະມົນຕີ ທ່ານ​ນາງ Angela Merkel ໝັ້ນ​ໃຈ​ທີ່​ຈະໄດ້​ຮັບ​ຄະ​ແນນ​ສຽງ​ສ່ວນຫຼາຍ ອັນ​ເປັນ​ການ​ເປີດ​ໂອກາດ​ໃຫ້​ທ່ານ​ນາງຈະ​ໄດ້ຄອງ​ຕໍາ​ແໜ່​ງນາຍົກລັດຖະມົນຕີຕື່ມ ອີກນຶ່ງ​ສະ​ໄໝ ​ເປັນ​ເວລາ​ສີ່​ປີນັ້ນ.

​ແຕ່​ພັກ​ຂອງ​ລັດຖະບານ​ປະສົມໃນ​ປັດຈຸບັນ​ຂອງ​ທ່ານ​ນາງ ອາດ​ບໍ່​ຊະນະ​ສຽງ​ສ່ວນຫຼາຍແບບ​ເດັດຂາດ ຕາມ​ທີ່​ຕ້ອງການ​ ​ເພື່ອ​ຈັດ​ຕັ້ງ​ລັດຖະບານ ​ແລະທ່ານ​ນາງ​ອາດ​ຕ້ອງ​ໄດ້ ຊອກ​ຫາ​ພັນທະ​ມິດ​ກັບ​ອີກ​ພັກ​ໃດພັກນຶ່ງຕື່ມ.

ທ່ານ Klaus Larres ສາ​ສະ​ດາ​ຈານ ວິຊາ​ຄວາມ​ສໍາພັນ​ນານາ​ຊາດ ປະ ຈໍາ​ມະຫາ​ວິທະຍາ​ໄລ North Carolina ​ເວົ້າ​ວ່າ ພັກ​ເສລີ​ປະຊາທິປະ​ໄຕ ຫຼື Free Democrats ຊຶ່ງ​ເປັນພາຄີຢູ່​ໃນ​ລັດຖະບານ​ປະສົມທີ່​ນິຍົມ​ທຸລະ​ກິດ ໃນປັດ​ຈຸ​ບັນ​ ຂອງ​ນາຍົກລັດ ຖະມົນຕີ Merkel ອາດ​ສູນ​ເສຍ​ສຽງ​ສະ​ໜັບສະ​ໜຸນ​ໄປ ​ແລະ​ວ່າ ທ່ານ​ນາງ Merkel ອາດ​ຕ້ອງໄດ້​ຊອກ​ຫາ​ການ​ເປັນ​ພາຄີ​ກັບ​ພັກ​ສັງຄົມປະຊາທິປະ​ໄຕ ຫຼື Social Demo crats ທີ່​ນໍາ​ໂດຍ​ຂູ່​ແຂ່ງ​ຂອງ​ທ່ານ​ນາງ​ໃນ​ປັດຈຸບັນຄືທ່ານ Peer Steinbrueck ນັ້ນ.

ນາຍົກລັດຖະມົນຕີ Merkel ເຄີຍ​ຕັ້ງ​ລັດຖະບານ​ປະສົມ​ໃຫຍ່​ມາ​ແລ້ວ​ກັບ ​ພັກ​ສັງຄົມ​ປະຊາທິປະ​ໄຕ Social Democrats ​ໃນ​ສະ​ໄໝ​ການ​ເຂົ້າຮັບ ຕຳ​ແໜ່​ງ​ເທື່ອທໍາ​ອິດ​ຂອງທ່ານ​ນາງທີ່​ເລີ່​ມເມື່ອ​ປີ 2005 ນັ້ນ. ​ແຕ່​ຖ້າ​ຫາກ​ວ່າພັກ​ສັງຄົມ​ປະຊາທິປະ​ໄຕ ​ຊະນະ​ບ່ອນ​ນັ່ງ​ພຽງພໍ​ ​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້​ແລ້ວ ພັກ​ສັງຄົມ​ປະຊາ​ທິປ​ໄຕ​ອາດ​ຈັດ​ຕັ້ງ​ລັດຖະບານ​ປະສົມ​ຮ່ວມກັບພັກ​ສີຂຽວ​ ​ແລະ​ບັງຄັບ​ໃຫ້​ທ່ານ​ນາງ​ Merkel ຕ້ອງ​ພົ້ນ​ຈາກ​ຕໍາ​ແໜ່​ງ​ໄປ.

​ແຕ່​ຖ້າ​ຫາກ​ທ່ານ​ນາງ​ຍັງ​ສາມາດ​ກໍາ​ອໍານາດ​ຢູ່​ຕໍ່​ໄປ​ໄດ້​ ທ່ານ​ນາງ Merkel ກໍຈະ​ກາຍ​ເປັນ​ຜູ້​ນໍາ​ທາງການ​ເມືອງ ທີ່​ບໍລິຫານ​ປະ​ເທດ ​ໄດ້​ດົນ​ນານ​ທີ່​ສຸດ ຂອງ​ປະ​ເທດ​ເຢຍຣະ ມັນ ​ໃນ​ຍຸກຫຼັງສົງຄາມໂລກ​ຄັ້ງທີສອງ.

ເບິ່ງວີດີໂອ:

Germany Election
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG