ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Kerry ວ່າ ມີແຕ່ກົດໝາຍ ຈະນຳໄປສູ່ ການແກ້ໄຂ ບັນຫາຂັດແຍ້ງ ໃນທະເລຈີນໃຕ້ (ວີດີໂອ)


Kerry: Law, Not Coercion, Key to South China Sea Disputes
please wait

No media source currently available

0:00 0:02:46 0:00

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ກ່າວວ່າ ການແກ້ໄຂບັນຫາການອ້າງກຳມະສິດກວມກັນຢູ່ໃນ
ທະເລຈີນໃຕ້ກໍແມ່ນກ່ຽວກັບການເຄົາລົບນັບຖືກົດໝາຍນາໆ
ຊາດ ແລະບໍ່ແມ່ນກ່ຽວ​ກັບການອ້າງກຳມະສິດຂອງ​ປະ​ເທດ​ຄູ່
​ແຂ່ງ ​ທີ່​ພະຍາຍາມ ຈະທຳການຂົ່ມຂູ່ ຕໍ່ກັນແລະກັນ. Scott
Stearn ຜູ້ສື່ຂ່າວວີໂອເອປະຈຳກະຊວງການຕ່າງປະເທດສະ
ຫະລັດມີລາຍງານກ່ຽວກັບຄຳຖະແຫຼງຂອງລັດຖະມົນຕີການ
ຕ່າງປະເທດ Kerry ທີ່ລັດຮາວາຍ ໃນຕອນທ້າຍ ຂອງການ
ຢ້ຽມຢາມຂົງເຂດເອເຊຍເປັນເວລານຶ່ງອາທິດເມື່ອ​ຕົ້ນ​ເດືອນ
​ສິງຫາ​ນີ້ ຊຶ່ງໄພສານຈະນຳເອົາລາຍລະອຽດ ມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry
ກ່າວວ່າ ການຂັດແຍ້ງ ໃນເລື່ອງສິດທິດ້ານແຮ່ທາດ ແລະການຫາປາ ຢູ່ໃນທະເລຈີນໃຕ້
ແມ່ນ​ເນັ້ນ​ໜັກເຖິງຄຳຖາມພື້ນຖານ​ຕ່າງໆ ທາງດ້ານກົດໝາຍ ກ່ຽວ​ກັບອະທິປະໄຕແລະ ສິດທິໃນການຜ່ານໄປມາຢ່າງ​ເສລີ.

ທ່ານ Kerry ເວົ້າວ່າ “ທ່ານຄົງຮູ້ດີ ທີ່ຈິງແລ້ວມັນແມ່ນຫຼາຍໄປກວ່າການອ້າງກຳມະ ສິດເອົາໝູ່ເກາະໝູ່ດອນ ແລະຫີນປະກາຣັງ ​ແລະຜົນປະໂຫຍດທາງດ້ານເສດຖະ ກິດທີ່ໄດ້ຮັບຈາກສິ່ງເຫຼົ່ານີ້. ມັນແມ່ນກ່ຽວກັບວ່າ ການມີ​ແສນ​ຍານຸພາບ ສາມາດ ເຮັດໃຫ້ເປັນຜູ້ຖືກຕ້ອງ ຫລືມີ​ສິດ ຫຼືວ່າຫລັກການຕ່າງໆຂອງໂລກ ແລະການປົກ
ຄອງດ້ວຍຕົວບົດກົດໝາຍແລະ​ກົດ​ໝາຍ​ສາກົນ ຈະເປັນ​ໃຫຍ່​ແລະ​ຖືກຕ້ອງ​ຫຼາຍ ກ່ວາ.”

ແຜນທີ່ ທະເລຈີນໃຕ້
ແຜນທີ່ ທະເລຈີນໃຕ້

ເຂດ​ທະ​ເລ​ຈີນ​ໃຕ້ແມ່ນເສັ້ນທາງເດີນເຮືອ ທີ່ມີເຮືອແລ່ນຜ່ານ
ໄປມາຫລາຍທີ່ສຸດໃນໂລກ ບ່ອນທີ່ໜ່ວຍຍາມຝັ່ງຂອງຈີນໄດ້
ເກີດການປະທະກັນໄປແລ້ວ ກັບເຮືອ ຂອງຫວຽດນາມ ແລະ
ຟີລິບປິນ. ອິນໂດເນຊຍ ບຣູນາຍ ມາເລເຊຍ ແລະ ໄຕ້ຫວັນ
ຕ່າງກໍອ້າງເອົາກຳມະສິດກວມກັນ ຢູ່ໃນເຂດດັ່ງ​ກ່າວ ບ່ອນທີ່
ທ່ານ Kerry ເວົ້າວ່າ ຄວາມສຳພັນແບບສ້າງສັນລະຫວ່າງຈີນ
ກັບສະຫະລັດຈະຊ່ອຍອຳນວຍໃຫ້ມີສະຖຽນລະພາບນັ້ນ.

ທ່ານ Kerry ເວົ້າວ່າ “ປະທານາທິບໍດີ ໂອບາມາ ໄດ້ສະ
ແດງໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ ສະຫະລັດຍິນຕີຕ້ອນຮັບການມີອິດທິພົນເພີ້ມ ຂຶ້ນແບບບໍ່ຮຸກຮານ ມີຄວາມອຸດົມຮັ່ງມີ ແລະມີສະຖຽນລະພາບຂອງຈີນ ກໍ​ຄືເປັນ ປະເທດ ທີ່ຫລິ້ນບົດບາດແບບມີຄວາມຮັບຜິດຊອບຢູ່ໃນຂົງເຂດເອເຊຍແລະໃນ ໂລກ ແລະໃຫ້ການສະໜັບສະໜຸນລະບຽບແລະຫລັກການຕ່າງໆກ່ຽວກັບບັນຫາ ທາງດ້ານເສດຖະ ກິດແລະຄວາມໝັ້ນຄົງ.”

ທ່ານ Kerry ກ່າວວ່າ ວໍຊິງຕັນຢາກຈະຫລີກລ່ຽງການ​ຕົກຢູ່​ໃນ “ກັບດັກຂອງການເປັນຄູ່ ແຂ່ງທາງດ້ານຍຸດທະສາດກັບຈີນ.” ແຕ່ທ່ານ Michael Auslin ນັກວິເຄາະຂອງສະຖາ
ບັນ American Enterprise ກ່າວໃນທ້າຍສັບປະດາກ່ອນນີ້ວ່າ ຈີນຊ້ຳພັດໄດ້ບັ່ນທອນ ການດຳເນີນຄວາມພະຍາຍາມຂອງສະຫະລັດ ເພື່ອຍຸຕິການທ້າທາຍເກາະຜິດຕ່າງໆ ຢູ່
ໃນທະເລຈີນໃຕ້ຊຶ່ງເຮັດໃຫ້ອັນທີ່ເອີ້ນວ່າ ການຫັນຊັບພະຍາກອນທາງດ້ານທະຫານແລະ
ການທູດໄປເຂດເອເຊຍຂອງວໍຊິງຕັນນັ້ນ ມີຄວາມສຳຄັນໜ້ອຍລົງ​ໄປ​ອີກ.

ທ່ານ Auslin ເວົ້າວ່າ “ຈົ່ງເບິ່ງວິທີທີ່ເຂດນ່ານນ້ຳໃນເອເຊຍໄດ້ມີການປ່ຽນແປງໄປ ຈົ່ງເບິ່ງການບີບບັງຄັບຂູ່ເຂັນທີ່ເພີ້ມທະວີຂຶ້ນຂອງຈີນ ທີ່​ເກືອບ​ເທົ່າ​ກັບ​ເປັນການ ຮຸກຮານ​ແລ້ວ​ນັ້ນ ​ໃນເວລານີ້. ພວກ​ທ່ານ ບໍ່ໄດ້ເຮັດຫຍັງເລີຍ ກ່ຽວກັບເລື່ອງນັ້ນ. ແຕ່ໃນທຸກໆຄັ້ງໃນທຸກໆໂອກາດພວກທ່ານກັບເຕືອນພວກເຮົາຢູ່​ເລື້ອຍໆວ່າການ ຫັນປ່ຽນນີ້ມີຄວາມສຳຄັນສ່ຳໃດ ຕໍ່ສະຫະລັດ. ຂ້າພະເຈົ້າຄິດວ່າ ຜູ້ຄົນບໍ່ຮູ້ຈັກວ່າ
ຈະ​ເຂົ້າ​ໃຈແນວໃດ ກ່ຽວກັບເລື່ອງນີ້.”

ກຳປັ່ນ ຂອງໜ່ວຍຍາມຝັ່ງຈີນ ພວມຂັບໄລ່ກຳປັ່ນຫວຽດນາມ
ກຳປັ່ນ ຂອງໜ່ວຍຍາມຝັ່ງຈີນ ພວມຂັບໄລ່ກຳປັ່ນຫວຽດນາມ

ໃນຂະນະທີ່ຟີລິບປິນແລະຫວຽດນາມຫັນມາຍັງວໍຊິງຕັນເພື່ອຂໍ
ຄວາມຊ່ອຍເຫຼືອນັ້ນ ທ່ານ​ນາງ Hillary Mann Leverett ອາ
ຈານ​ສອນ ​ທີ່ມະຫາວິທະຍາໄລ American University ກ່າວ
ວ່າ ຈີນກໍພວມກົດດັນຕໍ່ບັນດາພັນທະມິດຂອງສະຫະລັດໄປສູ່
ຈຸດທີ່ປັກກິ່ງເຊື່ອວ່າວໍຊິງຕັນຈະສະແດງອອກໃຫ້ເຫັນຈຸດອ່ອນ
ຂອງນະໂຍບາຍຕໍ່ເຂດເອເຊຍຂອງຕົນໂດຍບໍ່ສາມາດໃຫ້ການ
ຊ່ອຍເຫລືອແກ່ປະເທດເຫຼົ່ານີ້ໄດ້.

ທ່ານ​ນາງ Leverett ເວົ້າວ່າ “ມັນເປັນຍຸດທະສາດທີ່ມີການ
ເພັ່ງເລັງ ມີການຕັດສິນ ໃຈຢ່າງແທ້ຈິງ ອີງຕາມການສົມມຸດຖານທີ່ວ່າ ສະຫະລັດ ຈະບໍ່ນຳໃຊ້ ຊັບພະຍາກອນທາງທະຫານຂອງຕົນ ຢູ່ທະເລຈີນໃຕ້ ເພື່ອສູ້ລົບກັບ
ຈີນ ກ່ຽວກັບບັນຫາຂັດແຍ້ງທີ່ສະຫະລັດກໍບໍ່ໄດ້ໃຫ້ຄວາມສຳຄັນຢ່າງແທ້ຈິງນັ້ນ.”

ຊຶ່ງເປັນຄວາມເຂົ້າໃຈທີ່ທ່ານນາງເວົ້າວ່າ ໄດ້ສ້າງຄວາມ​ເສຍ​ຫາຍ ໃຫ້ແກ່ວໍຊິງຕັນ ໃນເວ ລາທີ່ປັກກິ່ງແລະມົສກູ ມອງເຫັນຜົນປະໂຫຍດຮ່ວມກັນຫຼາຍຂຶ້ນ.

ທ່ານ​ນາງ Leverett ເວົ້າວ່າ “ຄວາມກັງວົນກ່ຽວກັບນະໂຍບາຍສະຫະລັດ ​ໄດ້ຊຸກຍູ້ ໃຫ້ຣັດເຊຍແລະຈີນມາ​ເຂົ້າກັນເປັນ​ເວລາສອງສາມປີຜ່ານມາ​ແລ້ວໂດຍສະເພາະ ນັບຕັ້ງແຕ່ໄດ້ມີການເລີ້ມຕົ້ນ ການລຸກຮືຂຶ້ນ ຂອງຊາວອາຣັບ ​ແລະ​ກ່ຽວ​ກັບ​ເລື້ອງ ລີເບຍເລື້ອງຊີເຣຍ. ພວກເຮົາໄດ້ເຫັນເຂົາເຈົ້າເຂົ້າກັນນັບມື້ນັບຫຼາຍຂຶ້ນເລື້ອຍໆ ໂດຍສະເພາະໃນເລື່ອງ hydrocarbon.”

ທ່ານ Kerry ເວົ້າວ່າ ລັດຖະບານທ່ານໂອບາມາ ພວມດຳເນີນງານ ເພື່ອຍົກລະດັບ ມາດ ຕະຖານການຄ້າແລະການລົງທຶນຢູ່ໃນເຂດເອເຊຍຍ້ອນອັນ​ທີ່ທ່ານເວົ້າວ່າຜົນປະໂຫຍດ ແຫ່ງຊາດຈະ​ໄດ້​ຮັບ​ຄວາມ​ກ້າວໜ້າບໍ່ແມ່ນພຽງແຕ່ດ້ວຍກຳລັງທະຫານຫລືນັກການທູດທໍ່
ນັ້ນ ແຕ່ດ້ວຍນັກວິສາຫະກິດ ແລະການຮ່ວມມືຂອງປະຊາຊົນນຳ.

XS
SM
MD
LG