ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນກຸ່ມໜຶ່ງ ໂຈມຕີ ສະຖານທູດເກົາຫຼີໃຕ້ ທີ່ຕຣິໂປລີ ປະເທດລີເບຍ


ຮູລູກປືນ ຍິງເຂົ້າປ້ອມຄົນຍາມ ສະຖານທູດເກົາຫຼີໃຕ້ ທີ່ຕຣີໂປລີ ປະເທດລີເບຍ ວັນທີ 12 ເມສາ 2015.
ຮູລູກປືນ ຍິງເຂົ້າປ້ອມຄົນຍາມ ສະຖານທູດເກົາຫຼີໃຕ້ ທີ່ຕຣີໂປລີ ປະເທດລີເບຍ ວັນທີ 12 ເມສາ 2015.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫຼີ​ໃຕ້ ​ແລະ​ລີ​ເບຍ ກ່າວ​ວ່າ ​ມື​ປືນ​ຈຸ​ໜຶ່ງ
ທີ່​ບໍ່ຮູ້​ວ່າ ແມ່ນ​ຜູ້​ໃດ ​ໄດ້​ທຳ​ການ​ໂຈມ​ຕີ​ສະຖານທູດ​ເກົາຫຼີ​ໃຕ້
ທີ່ Tripoli ​ໃນ​ວັອາທິດ​ມື້​ນີ້ ​ໂດຍ​ໄດ້​ສັງຫານ​ ​ຍາມ​ທ້ອງ​ຖິ່ນ
2 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄົນ​ຮ້າຍໄດ້​ຍິງ​ປືນ ອອກ​ຈາກ​ລົດ​ຄັນ​ໜຶ່ງທີ່​ແລ່ນ​ກາຍ​ ​ບໍລິ​ເວນ​ສະຖານທູດໄປ ​ໂດຍ​ສັງຫານ​ຄົນ​ຍາມ 2 ຄົນນັ້ນ ​ແລະ​ອີກ​ຄົນ​ໜຶ່ງ​ໄດ້​ຮັບ​ບາດ​ເຈັບ.

​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ທີ່​ນະ​ຫຼວງ​ໂຊ​ລ ກ່າວ​ວ່າ ຄົນ​ເກົາຫຼີ​ໃຕ້ 3 ຄົນ ທີ່​ຮວມທັງ​ນັກ​ການ​ທູດ 2 ຄົນ​ ທີ່​ເຮັດ​ວຽກ​ຢູ່​ໃນ​ສະຖານທູດ ປອດ​ໄພດີ.

​ເຈົ້າ​ໜ້າ​ທີ່​ກະຊວງ​ຕ່າງປະ​ເທດ ກ່າວ​ຕື່ມ​ວ່າ ລັດຖະບານ​ໂຊ​ລ ກຳລັງພິຈາລະນາ ທີ່​ຈະ​ອົບ​ພະຍົບພວກນັກ​ການ​ທູດ​ຂອງ​ຕົນ ​ອອກ​ຈາກ​ລີ​ເບຍ​.

2 Dead in Attack on South Korea Embassy in Libya

South Korean and Libyan officials say unidentified gunmen attacked the South Korean embassy in Tripoli Sunday, killing two local security guards.

Officials say the gunmen fired from a passing car at the embassy compound, killing the two guards and wounding another.

A Foreign Ministry spokesman in Seoul said three South Koreans, including two diplomats working at the embassy were not harmed.

A ministry official said Seoul is considering evacuating its diplomats from Libya.

XS
SM
MD
LG