ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກວິທະຍາສາດ ພາກັນຖົກຖຽງ ເລື່ອງການ ກັບຄືນໄປສູ່ດວງເດືອນອີກຄັ້ງ ຂອງມະນຸດ


Scientists Debate Return to the Moon
please wait

No media source currently available

0:00 0:02:07 0:00

ມັນເປັນເວລາ 45 ປີມາແລ້ວ ນັບຕັ້ງແຕ່ ມະນຸດເຮົາ ໄດ້ໄປຢຽບດວງເດືອນ ປີນັ້ນ
ແມ່ນປີ 1972 ຕອນທີ່ເຄື່ອງໂດຍສານທີ່ໄວທີ່ສຸດ ທີ່ມີໃຫ້ຊົມໃຊ້ ແມ່ນມີ​ເຄື່ອງ​ຈັກ
ທີ່​ນ້ອຍ ຫຼື (microprocessor) ທີ່ສາມາດເກັບກຳຂໍ້ມູນ ໄດ້ສູງສຸດ ພຽງແຕ່ 16
ກິໂລໄບຕ໌ ຂອງ memory ມື້ນີ້ ໂທລະສັບສະຫຼາດສະເລ່ຍ ແລ້ວສາມາດຄຳນວນ
ສະຖິຕິຫຼາຍລ້ານກິໂລໄບຕ໌ ແຕ່ວ່າ ຊ່ອງຫວ່າງຂອງການຄຳນວນພະລັງງານນັ້ນ
ແມ່ນບໍ່ມີຄວາມຄ້າຍຄືກັນ ທີ່ໄດ້ປຽບ ໃນການເດີນທາງໃນອາວະກາດ ໃນການ
ສະແດງຍານອະວະກາດ ປະຈຳປີ ກ່ຽວກັບການສຳຫຼວດອະວະກາດທີ່ຈັດຂຶ້ນ
ໂດຍ ສູນວິໄຈຂອງມະຫາວິທະຍາໄລອະວະກາດ ເຈົ້າໜ້າທີ່ແລະບັນດານັກ
ວິທະຍາສາດຂອງອົງການ NASA ໄດ້ສະແດງອອກເຖິງຄວາມກະຕືລືລົ້ນ ທີ່ສາມາດກັບຄືນໄປສຳຫຼວດໃໝ່ ໃນດວງເດືອນ ແຕ່ວ່າບໍ່ດົນເລີຍ ທີ່ວ່າ ເມື່ອໃດ
ການກັບຄືນໄປຍັງດວງດາວນີ້ ຈະມີຂຶ້ນອີກຍາມໃດນັ້ນ ຊຶ່ງ​ວັນນະ​ສອນ​ ຈະນຳ​
ລາຍລະ​ອຽດ ຈາກ ​ຈອດຈ໌ ພູຕິກ ມາສະ​ເໜີທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ອົງການອະວະກາດນາຊາ ແມ່ນຍັງບໍ່ທັນໄດ້ຮັບງົບປະມານທີ່ເໝາະສົມຂອງປີ
2019 ເທື່ອ ທີ່ຮວມທັງ ການກັບຄືນໄປສູ່ດວງເດືອນ ໃນຊຸ່ມປີ 2020.

ການ​ນຳ​ໃຊ້ດາວ​ທຽມ​ຫຼາຍໆ​ຄັ້ງ ​ແລະ​ຫຸ່ນ​ຍົນ​ທີ່​ລົງ​ຈອດ ​ແມ່ນ​ປະສານ​ງານ​ກັບ
​ອົງການ​ອື່ນ​ໆ. ອົງການ​ອະວະ​ກາດ ​ໄດ້​ວາງ​ແຜນ​ທີ່​ຈະ​ສ້າງ​ຖານ​ອະວະກາດ​ທີ່
​ເອີ້ນ​ວ່າ Lunar Gateway ​ເພື່ອ​ທີ່​ຈະ​ໃຊ້​ເປັນບ່ອນຈັ້ງ ຂອງ​ຍານ​ອະວະກາດ​ນີ້.

ທ່ານ ​ໂຣ​ເບີຣຕ໌ ​ໄລ​ຕ໌ຟຸດ (Robert Lightfoot) ຜູ້​ດຳລົງ​ຕຳ​ແໜ່​ງ​ເປັນອຳນວຍການ
ຂອງ​ອົງການອະວະກາດ​ສະຫະລັດ​ ຫຼື NASA ກ່າວ​ວ່າ: “ສິ່ງ​ທີ່​ມັນ​ສາມາດ​ເຮັດ​
ໃຫ້​ພວກ​ເຮົາ​ເຮັດ​ໄດ້ ກໍ​ຄືການ​ທີ່​ເຮັດ​ໃຫ້​ຍານ​ອະວະກາດ ຈາກ​ດວງ​ເດອນ ​ລົງມາ
ຍັງ​ເກັຕ​ເວ. ພວກ​ເຮົາ​ບໍ່​ຈຳ​ເປັນ​ທີ່​ຈະ​ເປີດ​ໃນ​ແຕ່​ລະ​ຄັ້ງ​ຈາກ​ສະຫະລັດ,
ຂ້າພະ​ເຈົ້າ​ສາມາດ​ທີ່ຈະ​ເຮັດ​ຫຼາຍໆ​ທັງ​ໄປ​ແລະ​ມາ ຈາກ​ທີ່​ນັ້ນ, ຊຶ່ງ​ເຮັດໃຫ້​
ໂຄງ​ສ້າງ​ຢ່າງ​ທົນ​ທານ, ​ເປັນ​ການ​ນຳ​ມາ​ໃຊ້​ໄດ້​ຫຼາຍ​ກວ່າ​ນີ້ ຈາກ​ຈຸດມາດຕະຖານ.”

​ແຕ່​ວ່າ ຄຳ​ຖາມ​ທີ່​ສຳຄັນ ​ແມ່ນ​ຍັງ​ຈະ​ຕ້ອງຈຳ​ເປັນ​ໄດ້​ຕອບ ກ່ອນ​ທີ່​ມະນຸດ​ຈະ​ກັບ​ຄືນ
​ໄປ​ດວງ​ເດືອນ​ອີກ ຊຶ່ງຮວມທັງວ່າ ຮ່າງກາຍ​ຂອງພວກ​ມະນຸດ​ເຮົາ​ທີ່​ຈະ​ມີ​ປະຕິກິລິຍາ
ຕໍ່​ການ​ຖືກ​ເຜີຍ​ແບ​ຕໍ່​ກຳ​ມັນ​ຕະພາບ​ລັງສີ​ຂ້າງ​ນອກ​ຈັກກະວານ ຈາກ​ເຂດ​ທີ່​ປົກ​ປ້ອງ
ຂອງ​ວົງ​ແຫວນ​ຂອງທ່ານ ​ແວນ ​ເອລ​ເລັນ (Van Allen).

ທ່ານນາງ (Ellen Stofan) ອະດີດ​ຫົວໜ້າ​ນັກວິທະຍາສາດ​ຂອງ​ອົງການ NASA
ກ່າວ​ວ່າ “ການ​ສົ່ງ​ແບບ​ຂຶ້ນ​ໄປ​ຍັງສະພາ​ອາກາດນັ້ນແລະ​ຫາ​ປະສົບ​ການ ​ເຂົ້າ​ໃຈ​ໃຫ້
ດີ​ກວ່າ ກ່ຽວ​ກັບການ​ປົວ​ແປງ ດີ​ເອັນ​ເອ (DNA) ​ແມ່ນ​ສຳຄັນ​. ອີກ​ຄັ້ງ​ນຶ່ງ ບໍ່​ແມ່ນ
​ແຕ່​ວ່າ​ຈະ​ເຮັດ​ໃຫ້​ແນ່​ໃຈ ທີ່​ວ່າ​ພວກ​ເຮົາ​ສາມາດ​ທີ່​ຈະ​ເກັບ​ພວກ​ນັກ​ອາ​ວະ​ກາດ
ພວກ​ທີ່​ອາ​ໄສ​ຢູ່​ແລະ​ແລະ​ເຮັດ​ວຽກ​ຢູ່ໃນ​ສະພາບແວດ​ລ້ອມທີ່​ສົມບູນນັ້ນ, ​ແຕ່​ວ່າ​
ເຂົ້າ​ໃຈເຖິງຜົນ​ປະ​ໂຫຍ​ດ ຂອງ​ສຸຂະພາບ​ຂອງ​ມະນຸດ​ຢູ່​ໃນ​ພື້ນ​ດິນ.”

​ໃນ​ທີ່​ສຸດ ມະນຸດ​ເຮົາ ກໍ​ຈະ​ສ້າງ​ຖານ​ຢ່າງ​ເປັນ​ການ​ຖາວອນ ​ໃນ​ດວງ​ດາວ ​ແຕ່​ວ່າ
ມັນ​ກໍຂຶ້ນ​ຢູ່​ກັບ​ສະໜັບສະໜຸນ​ຢູ່​ພາກ​ພື້ນ​ດິນ​ເຮົາ​ພີ້.

ທ່ານ​ເຈັຟ ອິສ​ເ​ເຊັກ​ຊັນ (Jeff Issacson) ຜູ້​ຊ່ອຍຄົ້ນຄວ້າຂອງ​ມາ​ຫາ​ວິທະຍາ​ໄລ
ອະວະກາດ ກ່າວ​ວ່າ “ມັນ​ຕ້ອງໃຊ້​ເງິນ​ຫຼາຍ ມັນ​ແມ່ນ​ມີ​ບັນຫາກົດດັນ​ຫຼາຍ​ຢ່າງ​ທີ່​ວ່າ
ດັ່ງ​ທີ່​ທ່ານ​ຮູ້​ແລ້ວ​ລະ ສິ່ງ​ທີ່​ພວກ​ເຮົາ​ມີ​ຢູ່​ໃນ​ສະຫະລັດ ​ແຕ່​ວ່າ ຄູ່​ພາຄີ​ນາໆ​ຊາດມີ​ນັ້​ນ ​
ແລະ​ທີ່​ພວກ​ເຮົາ​ເກັບ​ຄວາມ​ເພັ່ງ​ເລັງ​ແບບ​ນີ້ ​ແລະ​ການ​ມີສະຖຽນ​ລະ​ພາບ​ຂອງ​ງົບ
ປະມານ ​ແລະ​ຄວາມຕໍ່​ເນື່ອງ, ທີ່​ທ່ານ​ຮູ້​ນັ້ນ​ລະ ​ແມ່ນ​ເປັນ​ການ​ຍາກ​ລຳບາກ ທີ່​ຈະ
​ເຮັດ​ໃຫ້​ຮັກສາ​ໄວ້ຊຶ່ງ​ຄວາມຍືນ​ຍົງ ໃນ​ປີ 2018 ຫຼາຍ​ກວ່າ ​ໃນ​ສິ່ງ​ທີ່​ພວກ​ເຮົາ​ມີ
​ໃນ​ຊຸ່ມ​ປີ 1960ພຸ້ນ.​”

​ເຖິງ​ແມ່ນ​ວ່າ​ອົງການ​ນາ​ຊາ ​ແມ່ນ​ໄດ້​ສ້າງ​ລູກ​ສອນ​ໄຟ​ທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງ ກໍ​ຕາມ.

ມັນ​ເໝາະ​ສົມ ກັບ​ການ​ສຳ​ຫຼວດ​ໃນ​ອະ​ວະກາ​ດທີ່​ເລິກ ຊຶ່ງທາງ​ອົງການ​ຍັງ​ບໍ່​ທັນ​ໄດ້​
ຕັ້ງ​ວັນ​ເວລາ​ເທື່ອ ສຳ​ຫຼັບ​ໂຄງການ​ໃນ​ດວງເດືອນ ຄັ້ງຕໍ່​ໄປ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG