ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດ ຜູ້ພິພາກສາ ສານສູງສຸດ ຢາກໃຫ້ ຍົກເລີກ ບົດແກ້ໄຂ ລັດຖະທຳມະນູນ ຂໍ້ທີສອງ


ບຳນານຜູ້ພິພາກສາ ສານສູງສຸດ ທ່ານ ຈອນ ພອລ ສຕີເວັນສ໌ ກຽມທີ່ຈະໃຫ້ປາກຄຳ ກ່ຽວກັບຈຳນວນເງິນທີ່ຖືກໃຊ້ ຫຼາຍກວ່າເກົ່າ ໃນການເລືອກຕັ້ງ ໃນຂະນະທີ່ທ່ານໄດ້ໄປປາກົດຕົວ ຕໍ່ຄະນະກຳມະການກົດລະບຽບສະພາສູງ ທີ່ລັດຖະສະພາ , 30 ເມສາ, 2014.
ບຳນານຜູ້ພິພາກສາ ສານສູງສຸດ ທ່ານ ຈອນ ພອລ ສຕີເວັນສ໌ ກຽມທີ່ຈະໃຫ້ປາກຄຳ ກ່ຽວກັບຈຳນວນເງິນທີ່ຖືກໃຊ້ ຫຼາຍກວ່າເກົ່າ ໃນການເລືອກຕັ້ງ ໃນຂະນະທີ່ທ່ານໄດ້ໄປປາກົດຕົວ ຕໍ່ຄະນະກຳມະການກົດລະບຽບສະພາສູງ ທີ່ລັດຖະສະພາ , 30 ເມສາ, 2014.

ຜູ້ພິພາກສາສານສູງສູດ ສະຫະລັດ ທີ່ອອກບຳນານແລ້ວ ທ່ານ ຈອນ ພອລ ສຕີເວັນສ໌
“John Paul Stevens” ໄດ້ຮຽກຮ້ອງໃຫ້ປ່ຽນບົດແກ້ໄຂລັດຖະທຳມະນູນຂໍ້ທີສອງ,
ເຊິ່ງອ້າງເຖິງການປະທ້ວງ ໃນການຕອບໂຕ້ ຕໍ່ການຍິງສັງຫານທີ່ຮ້າຍແຮງຢູ່ໂຮງຮຽນ
ເມືອງ ພາກແລນ, ໃນລັດຟລໍຣິດາ ນັ້ນວ່າ ເປັນແຮງກະຕຸ້ນເພື່ອການປ່ຽນແປງ.

ໃນບົດຄວາມຄິດເຫັນຂອງຜູ້ຂຽນ ໃນໜັງສືພິມ New York Times ສະບັບທີ່ອອກ
ໃນວັນອັງຄານວານນີ້, ທ່ານສຕີເວັນສ໌ ອາຍຸ 97 ປີໄດ້ຂຽນວ່າ ການແກ້ໄຂລັດຖະທຳ
ມະນູນ “ເພື່ອກຳຈັດ” ບົດແກ້ໄຂ ຂໍ້ທີສອງ “ຈະເຮັດໃຫ້ຄວາມສາມາດຂອງສະມາຄົມ
ປືນຍາວແຫ່ງຊາດ ຫຼື NRA ມີຄວາມອ່ອນແອ ຕໍ່ການກີດກັ້ນການໂຕ້ແຍ້ງທາງນິຕິ
ບັນຍັດຫຼາຍຂຶ້ນ ແລະ ກີດກັ້ນການຕັ້ງກົດໝາຍຄວບຄຸມປືນຫຼາຍກວ່າ ທາງເລືອກ
ອື່ນໆທີ່ມີຢູ່.”

ທ່ານ ສຕີເວັນສ໌ ແມ່ນຮູ້ສຶກບໍ່ສະບາຍໃຈ ກ່ຽວກັບ ການຕັດສິນໃນປີ 2008 ເຊິ່ງສານ
ສູງໄດ້ຢືນຢັດວ່າ ບົດແກ້ໄຂລັດຖະທຳມະນູນຂໍ້ທີສອງຈະເຮັດໃຫ້ແຕ່ລະບຸກຄົນມີສິດ
ທີ່ຈະເປັນເຈົ້າຂອງປືນເພື່ອການປ້ອງກັນຕົວ. ທ່ານກ່າວວ່າ ການຕັດສິນດັ່ງກ່າວນັ້ນ
ໄດ້ເຮັດໃຫ້ສະມາຄົມປືນຍາວແຫ່ງຊາດມີໂຄສະນາຊວນເຊື່ອ ກ່ຽວກັບ ອາວຸດທີ່ມີອຳ
ນາດຢ່າງກວ້າງຂວາງ.”

ທ່ານ ສຕີເວັນສ໌ ໄດ້ອອກບຳນານຈາກສານໃນປີ 2010, ຫຼັງຈາກປະຕິບັດໜ້າທີ່ໄດ້
35 ປີ.

ປະທານາທິບໍດີ ທຣຳ ໄດ້ຕອບໂຕ້ທາງ Twitter ໃນວັນພຸດມື້ນີ້ວ່າ "ບົດແກ້ໄຂລັດຖະ
ທຳມະນູນຂໍ້ທີສອງຈະບໍ່ມີວັນຖືກຍົກເລີກ.

ທ່ານ ທຣຳ ໄດ້ກ່າວວ່າ "ຫຼາຍເທົ່າທີ່ພັກເດໂມແຄຣັດ ຢາກເຫັນສິ່ງນີ້ເກີດຂຶ້ນນັ້ນ,
ແລະ ເຖິງແມ່ນຈະມີຄຳເວົ້າຕ່າງໆຂອງອະດີດຜູ້ພິພາກສາສານສູງສຸດທ່ານ ສຕີເວັນສ
ມື້ວານນີ້ກໍຕາມນັ້ນ, ມັນຈະບໍ່ມີທາງເກີດຂຶ້ນ, ພວກເຮົາຕ້ອງການສະມາຊິກພັກຣີພັບ
ບລີກັນ ເພີ່ມເຕີມໃນປີ 2018 ນີ້ ແລະ ຕ້ອງຄວບຄຸມສານສູງສຸດຕະຫຼອດໄປ.

ໂຄສົກຂອງທ່ານ ທຣຳ, ທ່ານນາງ ຊາຣາ ຮັກຄາບີ ແຊນເດີສ ໄດ້ກ່າວວ່າ ທຳນຽບ
ຂາວ ໄດ້ສະໜັບສະໜູນບົດແກ້ໄຂຂໍ້ທີສອງ ແລະ ໄດ້ເພັ່ງເລັງໃສ່ການກຳຈັດປືນ
ອອກຈາກຄົນທີ່ເປັນອັນຕະລາຍ, “ແຕ່ບໍ່ໄດ້ກີດກັ້ນປະຊາຊົນອາເມຣິກັນທຸກຄົນ
ກ່ຽວກັບສິດທິໃນລັດຖະທຳມະນູນຂອງເຂົາເຈົ້າ.”

ການຍົກເລີກຂໍ້ແກ້ໄຂດັ່ງກ່າວແມ່ນເປັນໄປໄດ້ຍາກຢ່າງຍິ່ງ. ຂໍ້ແກ້ໄຂນຶ່ງຂອງລັດຖະ
ທຳມະນູນ ແມ່ນສາມາດຖືກສະເໜີໂດຍພຽງລັດຖະສະພາທີ່ມີຄະແນນສຽງສອງ
ສ່ວນສາມ ຢູ່ໃນທັງສອງສະພາ ຫລືກອງປະຊຸມໃຫຍ່ລັດຖະທຳມະນູນທີ່ຖືກຮຽກ
ຮ້ອງໃຫ້ຈັດຂຶ້ນໂດຍສະພານິຕິບັນຍັດປະຈຳລັດ ຈຳນວນສອງສ່ວນສາມເທົ່ານັ້ນ.
ຫຼັງຈາກນັ້ນ ຂໍ້ແກ້ໄຂດັ່ງກ່າວກໍຈະຕ້ອງຖືກຮັບຮອງໂດຍສາມສ່ວນສີ່ຂອງລັດຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG