ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດຫົວໜ້າຕຳຫຼວດ ບໍ່ໝັ້ນໃຈ ກ່ຽວກັບ ອະນາຄົດຂອງ ສະຫະລັດ


ພວກຜູ້ໂດຍສານ ຍ່າງໄປດ່ານກວດກາຄວາມປອດໄພຢູ່ສະໜາມ
ບິນສາກົນ JFK ໃນນະຄອນ ນິວຢອກ.
ພວກຜູ້ໂດຍສານ ຍ່າງໄປດ່ານກວດກາຄວາມປອດໄພຢູ່ສະໜາມ ບິນສາກົນ JFK ໃນນະຄອນ ນິວຢອກ.

ອະດີດຫົວໜ້າຕຳຫຼວດ ສະຫະລັດ ກ່າວວ່າ ເພິ່ນ “ຮູ້ສຶກມີຄວາມຫຼໍ່ແຫຼມ ແລະ ບໍແນ່ໃຈ
ກ່ຽວກັບ ອະນາຄົດຂອງປະເທດທີ່ຄັ້ງໜຶ່ງເຄີຍຍິ່ງໃຫຍ່”
ຫຼັງຈາກໄດ້ຖືກກັກຕົວເປັນເວ
ລາ 90 ນາທີຢູູ່ສະໜາມບິນ JFK ໃນນະຄອນ ນິວຢອກ.

ທ່ານ Hassan Aden ໄດ້ຮັບສັນຊາດ ສະຫະລັດ ນັບຕັ້ງແຕ່ອາຍຸ 10 ປີເປັນຕົ້ນມາ
ແລະ ເປັນລູກຂອງແມ່ຄົນ ອີຕາລີ ແລະ ພໍ່ຄົນໂຊມາເລຍ. ເພິ່ນໄດ້ກັບຄືນສູ່ປະເທດຈາກ
ນະຄອນຫຼວງ ປາຣີ ໃນວັນທີ 13 ມີນາທີ່ຜ່ານມາ ແລະ ໄດ້ກ່າວວ່າ ເພິ່ນໄດ້ຖືກດຶງອອກ
ຈາກແຖວໃນເວລາທີ່ກຳລັງຍ່າງຜ່ານດ່ານກວດກາພາສີຢູ່. ເຈົ້າໜ້າທີ່ຄົນໜຶ່ງໄດ້ບອກ
ເພິ່ນວ່າ ຊື່ຂອງເພິ່ນແມ່ນຄືກັບຊື່ປອມທີ່ຖືກໃຊ້ໂດຍຄົນໃດຄົນໜຶ່ງຢູ່ໃນບັນຊີເຝົ້າລະວັງ
ແລະ ຂໍ້ມູນຂອງ ເພິ່ນກໍຖືກກວດກາກັບອີກ ອົງການໜຶ່ງ ກ່ອນທີ່ຈະສາມາດຖືກແຈ້ງວ່າ
ບໍລິສຸດ.

ທ່ານ Aden ໄດ້ອະທິບາຍໃນຂໍ້ຄວາມທີ່ຂຽນຢູ່ Facebook ກ່ຽວກັບ ສິ່ງທີ່ ເພິ່ນໄດ້ກ່າວ
ວ່າ ໄດ້ແນມເບິ່ງຄົນຕ່າງປະເທດຢ່າງໜ້ອຍ 25 ຄົນຖືກກວດໜັງສືເດີນທາງຂອງພວກ
ເຂົາເຈົ້າເປັນເວລາ 5 ນາທີ ກ່ອນທີ່ພວກເຂົາເຈົ້າຈະຖືກປ່ອຍໄປ, ແລະ ວ່າເມື່ອເພິ່ນໄດ້
ຕຳໜິ ກ່ຽວກັບ ໄລຍະຂອງການກັກຕົວໄວ້ນັ້ນ ເຈົ້າໜ້າທີ່ໄດ້ບອກວ່າເພິ່ນ ບໍ່ໄດ້ຖືກກັກ
ຕົວ.

ທ່ານ Aden ໄດ້ຂຽນວ່າ “ຂ້ອຍຢູ່ໃນຫ້ອງທີ່ບໍ່ສາມາດເປີດໃຊ້ໂທລະສັບ ເພື່ອສື່ສານ
ກັບເມຍ ແລະ ຄອບຄົວຂອງຂ້ອຍ ກ່ຽວກັບ ສິ່ງເກີດຂຶ້ນ, ການເຄື່ອນໄຫວຂອງຂ້ອຍ
ຖືກຫ້າມໄວ້ກັບຕັ່ງໜ່ວຍໜຶ່ງ ແລະ ພວກເຂົາເຈົ້າກໍເອົາໜັງສືເດີນທາງຂອງຂ້ອຍໄປ.
ປານນັ້ນ ພວກເຂົາເຈົ້າຍັງກ້າບອກຂ້ອຍວ່າຂ້ອຍບໍ່ໄດ້ຖືກກັກຕົວ.”

ທ່ານ Aden ກ່າວວ່າ ໃນຖານະເຄີຍເປັນອະດີດເຈົ້າໜ້າທີ່ຕຳຫຼວດຄົນໜຶ່ງ, ເພິ່ນເຂົ້າໃຈ
ດີ ກ່ຽວກັບ "ການກັກຕົວສືບສວນສອບສວນທີ່ສົມເຫດສົມຜົນ” ຖ້າເງື່ອນໄຂບາງຢ່າງ
ແມ່ນເໝາະສົມ. ແຕ່ເພິ່ນບໍ່ແນ່ໃຈວ່າ “ຄວາມຢ້ານກົວ ແລະ ການກັກຕົວ” ແມ່ນພາລະ
ກິດໃໝ່ສຳລັບກົມກວດກາພາສີ ແລະ ເຂດຊາຍແດນ ຫຼື ບໍ່.

ກົມກວດກາພາສີ ແລະ ເຂດຊາຍແດນກ່າວວ່າ ພວກເຂົາເຈົ້າບໍ່ໃຫ້ຄຳເຫັນ ກ່ຽວກັບ ກໍລະ
ນີບຸກຄົນ.

ປະສົບການຂອງປະຊາຊົນຢູ່ສະໜາມບິນແຫ່ງຕ່າງໆຂອງ ສະຫະລັດ ໄດ້ເປັນຈຸດສົນໃຈ
ພິເສດ ນັບຕັ້ງແຕ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ລົງນາມດຳລັດຫ້າມອອກວີຊາໃໝ່ ໃຫ້
ກັບປະຊາຊົນຈາກເຈັດປະເທດ ມຸສລິມ ແລະ ຢຸດໂຄງການຮັບເອົາອົບພະຍົບຂອງປະ
ເທດໄວ້ຊົ່ວຄາວ. ສານລັດຖະບານກາງໄດ້ຫ້າມລັດຖະບານ ຈາກການບັງຄັບໃຊ້ດຳລັດ
ດັ່ງກ່າວ, ແລະ ຫຼັງຈາກທ່ານ ທຣຳ ໄດ້ປະກາດດຳລັດທີ່ຖືກທົບທວນ ໃໝ່ນັ້ນ, ສານອີກ
ແຫ່ງໜຶ່ງກໍໄດ້ກີດກັ້ນໄວ້ເຊັ່ນກັນ. ປະທານາທິບໍດີກ່າວວ່າ ມາດຕະການດັ່ງກ່າວແມ່ນມີ
ຄວາມຈຳເປັນເພື່ອປົກປ້ອງຄວາມປອດໄພຂອງຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG