ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

'ການຟື້ນຄືນຊີບ' ຄົນ ຜ່ານ ປັນຍາປະດິດ - ເປັນການປອບໂຍນຈິດໃຈ ຫຼື ເປັນຕາຢ້ານ?


'ການຟື້ນຄືນຊີບ' ຄົນ ຜ່ານ ປັນຍາປະດິດ - ເປັນການປອບໂຍນຈິດໃຈ ຫຼື ເປັນຕາຢ້ານ?

ປັນຍາປະດິດ ຫລື AI ກໍາລັງສະໜອງວິທີການໃໝ່ໆ ເພື່ອໃຫ້ຄົນຈົດຈໍາຄົນທີ່ຕົນຮັກທີ່ຕາຍໄປແລ້ວໄດ້. ແຕ່ວ່າ ບໍ່ແມ່ນມັນກໍາລັງກ້າວລ້ຳຈົນເກີນໄປໂພດບໍ? Maxim Moskalkov ນັກ​ຂ່າວ​ວີ​ໂອ​ເອມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນຕໍ່ໄປ.

ບໍລິສັດເລີ້ມຕົ້ນໃໝ່ທາງເທັກໂນໂລຈີຫຼາຍແຫ່ງ ກໍາລັງໃຊ້ປັນຍາປະດິດ ຫລື AI ເພື່ອເຮັດໃຫ້ຄົນຮູ້ສຶກວ່າ ພວກເຂົາເຈົ້າຍັງຕິດຕໍ່ພົວພັນກັບຄົນທີ່ຕົນຮັກທີ່ຕາຍໄປແລ້ວນັ້ນຢູ່. ສິ່ງທີ່ເອີ້ນວ່າ "AI ແຫ່ງການຟື້ນຊີບຄືນ" ຫລື resurrection AI” ແມ່ນອາໄສການສ້າງແອປພລີເຄຊັນຮຽນແບບການສົນທະນາແຊດບອດສ (chat bot), ຫຼື ການສົນທະນາກັນຂອງຄົນໃນທາງອອນລາຍທີ່ເໝືອນຈິງ ຊຶ່ງພາສາອັງກິດ ເອີ້ນວ່າ virtual double, ໂດຍອີງໃສ່ຂໍ້ມູນທາງສັງຄົມຂອງຜູ້ທີ່ຕາຍໄປແລ້ວ - ເຊັ່ນຮູບ, ສຽງ ແລະຂໍ້ຄວາມ, ແລະອີເມລຂອງລາວ.

ທ່ານໄມໂຄລ ຈັງ (Michael Jung) ເຮັດວຽກໃນບໍລິສັດດີບເບຣນ (DeepBrain) AI ທີ່ສ້າງການສົນທະນາຂອງຄົນທາງອອນລາຍເໝືອນຈິງ.

ທ່ານໄມໂຄລ ຈັງ (Michael Jung) ກ່າວຜ່ານທາງ Zoom ວ່າ:

"ສົມມຸດວ່າ, ຂ້ອຍຢາກສ້າງເຈົ້າຂຶ້ນມາ. ຫຼັງ​ຈາກ​ນັ້ນ​, ພວກ​ເຮົາ​ກໍໄປ​ຫ້ອງສະ​ຕູ​ດິ​ໂອ​, ແລະ​ພວກ​ເຮົາ​ຖ່າຍ​ຮູບ​ເຈົ້າ​, ແລະ​ເຈົ້າກໍ​ອ່ານ 300 ຫາ 500 ປະ​ໂຫຍກ​ຢູ່​ຕໍ່​ຫນ້າກ້ອງ​ຖ່າຍວີດິໂອ. ແລະຫຼັງຈາກນັ້ນ ພວກເຮົາກໍໄດ້ແຫຼ່ງວິດີໂອຕົ້ນສະບັບອັນນັ້ນ. ແລະພວກເຮົາກໍເຮັດໃຫ້ເຄື່ອງຈັກທໍາການຮຽນຮູ້ຢູ່ເປັນເວລານຶ່ງເດືອນ. ຫຼັງຈາກນຶ່ງເດືອນແຫ່ງການຮຽນຮູ້ຂອງເຄື່ອງຈັກແລ້ວ, ພວກເຮົາກໍສ້າງຕົວແທນ ທາງອອນລາຍ ຫລື avatar ຂອງເຈົ້າຂຶ້ນມາ."

ຢູ່ໜີ້ຄືທ່ານສເຕັບເຟນ ສມິດ (Stephen Smith), ຫົວໜ້າບໍລິຫານ ຫລື CEO ແລະຜູ້ຮ່ວມກໍ່ຕັ້ງຂອງບໍລິສັດທີ່ຊື່ວ່າ ສຕໍຣີຟາຍລ໌ (StoryFile).

ໃນຄວາມເປັນຈິງ, ມັນບໍ່ແມ່ນທ່ານສມິດ (Smith) ແຕ່ມັນແມ່ນ avatar ຂອງລາວ.

ທ່ານສເຕັບເຟນ ສມິດ (Stephen Smith), ຈາກບໍລິສັດສຕຣີຟາຍລ໌ (StoryFile) ກ່າວຜ່ານທາງ Zoom ວ່າ:

“ຄິດ​ວ່າ ​ມັນ​ຄ້າຍ​ຄື​ກັນກັບອັ​ລ​ບອບ​ຮູບ​ພາບ​ທີ່​ມີ​ຊີ​ວິດ​. ສິ່ງທີ່ພວກເຮົາກໍາລັງເຮັດກໍ ຄືການນໍາໃຊ້ AI ເພື່ອສະຫນັບສະຫນູນບຸກຄົນຜູ້ຊຶ່ງວ່າ ບັນພະບຸລຸດຂອງເຂົາເຈົ້າ ໄດ້ຖ່າຍທອດຄວາມຊົງຈໍາຂອງເຂົາເຈົ້າໃຫ້ຄົນລຸ້ນຕໍ່ໄປ ດັ່ງດຽວກັນກັບເຂົາເຈົ້າເຮັດໃນແບບອື່ນ."

ການຟື້ນຊີບຄືນທາງດິຈິຕອນ ແມ່ນແນວຄວາມຄິດທີ່ສັບສົນ, ອີງຕາມທ່ານນາງ ອີຣີນາ ໄຣຄູ (Irina Raicu) ຈາກໂຄງການຈັນຍາບັນທາງອິນເຕີແນັດຂອງມະຫາວິທະຍາໄລ ແຊນຕາຄລາຣາ (Santa Clara) ເວົ້້າ.

ທ່ານນອີຣີນາ ໄຣຄູ (Irina Raicu) ກ່າວຜ່ານ Zoom ວ່າ:

“ໃນແບບນຶ່ງ, ກໍຮູ້ສຶກຄ້າຍກັບວ່າ ພວກເຮົາສາມາດເຮັດໃຫ້ຄົນທີ່ເຮົາຮັກ ທີ່ຢູ່ໃນ ແບບເທັກໂນໂລຈີສາມາດຊີວິດຢູ່ໄດ້ ເຮັດໃຫ້ຂ້ອຍຕົກໃຈຄືກັນກັບມັນຂ້ອນຂ້າງ ວ່າ ເປັນການດອງສົບແບບແປກວາດໃດວາດນຶ່ງນີຫລະ; ຮູ້ສຶກຄ້າຍກັບວ່າ ແທນທີ່ຈະດອງສົບຄົນຜູ້ນຶ່ງ ແລະ ພະຍາຍາມຮັກສາເຂົາເຈົ້າໃຫ້ຢູ່ກັບພວກເຮົາຕໍ່ໄປ ແຕ່ພວກເຮົາພະຍາຍາມທີ່ຈະດອງຈິດໃຈຂອງເຂົາເຈົ້າໄວ້."

ເໝືອນກັນກັບເທັກໂນໂລຈີໃຫມ່ໆຫຼາຍແບບ, AI ແຫ່ງການຟື້ນຊີບຄືນ ກໍາລັງເຮັດໃຫ້ມີຄໍາຖາມຕ່າງໆ ໃນຂະນະທີ່ຄົນທັງຫຼາຍກໍາລັງຄົ້ນຫາທ່າແຮງອັນຍິ່ງໃຫຍ່ຂອງມັນຢູ່.

ອ່ານບົດລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Artificial intelligence is giving people new ways to remember loved ones who have died. But does is it going too far? VOA’s Maxim Moskalkov has the story.

Several tech startups are using artificial intelligence to allow people to feel that they are staying in touch with a loved one who passed away. The so-called “resurrection AI” relies on creating chat bots, or virtual doubles, based on a deceased person’s social data – images, voice and text messages, and emails.

Michael Jung works with the DeepBrain AI company that creates the virtual doubles.

Michael Jung, DeepBrain AI:

“Let's say, I want to create you. Then we go to the studio, and we film you, and you read 300-500 sentences in front of the camera. And then we have that original video source. And we do one month of machine learning. After one month of machine learning, we create your avatar.”

Here’s Stephen Smith, the CEO and a co-founder of a company called StoryFile.

In reality, it’s not Smith, but his avatar.

Stephen Smith, StoryFile:

“Think of it like a living photo album. What we're doing is using AI to support the person who, as an ancestor, passes down their memories, as they would do in any other form.”

Digital resurrection is a complicated concept, says Irina Raicu of Santa Clara University’s Internet Ethics Program.

Irina Raicu, Santa Clara University:

“In a way, the sense that we can somehow keep tech version of loved ones alive strikes me as a weird kind of relative of embalming; that instead of embalming somebody's body and trying to keep them with us, we are trying to embalm their minds.”

Like many new technologies, resurrection AI is raising questions while people explore its great potential.

XS
SM
MD
LG