ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກຄົ້ນຄວ້າກ່າວວ່າ ໂຄວິດ-19 ມີຜົນກະທົບ ຕໍ່ແມ່ຍິງຖືພາ ແລະລູກຢູ່ໃນທ້ອງ ຂອງເຂົາເຈົ້າ ໃນລະດັບແຕກຕ່າງກັນ


COVID: Pregnancy -- USAGM
please wait

No media source currently available

0:00 0:02:41 0:00

ໂຄວິດ-19 ອາດຈະ ມີຜົນກະທົບ ຕໍ່ພວກແມ່ຍິງຖືພາ ແລະ ລູກນ້ອຍ ທີ່ກໍາລັງເຕີບໂຕຢູ່ໃນທ້ອງຂອງເຂົາເຈົ້າໄດ້.

ບັນດາທ່ານໝໍທັງຫລາຍຮູ້ຈັກວ່າ ໄວຣັສສາມາດມີຜົນກະທົບຕໍ່ພວກແມ່ຍິງຖືພາ ແລະ ລູກນ້ອຍທີ່ກໍາລັງເຕີບໂຕຢູ່ໃນທ້ອງຂອງເຂົາເຈົ້າໄດ້. ພວກເຂົາເຈົ້າພາກັນຮ້ອນໃຈໃນຕອນນີ້ ເພື່ອຊອກຮູ້ໃຫ້ເຂົ້າໃຈກ່ຽວກັບຜົນກະທົບຂອງພະຍາດ ໂຄວິດ-19 ຕໍ່ການຖືພາ. Carol Pearson, ນັກຂ່າວວີໂອເອ ມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ເມື່ອແມ່ຍິງຄົນນຶ່ງຖືພາ, ລະບົບພູມຕ້ານທານຂອງນາງຈະປ່ຽນແປງໄປເພື່ອປົກປ້ອງລູກລູກທີ່ກຳລັງເຕີບໃຫຍ່ຢູ່ໃນທ້ອງຂອງນາງ. ແຕ່ວ່າ ການປ່ຽນແປງເຫຼົ່ານີ້ເຮັດໃຫ້ນາງມີຄວາມສ່ຽງ ຕໍ່ເຊື້ອໄວຣັສໃດນຶ່ງເຊັ່ນ: ໄຂ້ຫວັດໃຫຍ່ ແລະເຮັດໃຫ້ ນາງມີຄວາມສ່ຽງຕໍ່ບັນຫາສຸຂະພາບທີ່ຮ້າຍແຮງ.

ທີ່ຜ່ານມາ, ການສຶກສາຄົ້ນຄວ້າ ກ່ຽວກັບແມ່ຍິງຖືພາທີ່ຕິດເຊື້ອໄວຣັສໂຄໂຣນາ ຊະນິດໃໝ່ ສະແດງໃຫ້ເຫັນທັງຜົນໄດ້ຮັບທີ່ໜ້າເຊື່ອຖືໄດ້ ແລະໜ້າຕື່ນຕົກໃຈ.

ດຣ. ໂທຊິນ ໂກເຈ (Tosin Goje), ໃນຄລີນິກຂອງລັດຄລີບວ໌ແລນ (Cleveland) ກ່າວວ່າ:
"ພວກເຂົາເຈົ້າມີການເຂົ້າໂຮງໝໍເພີ່ມຂຶ້ນ, ແລະເຂົາເຈົ້າກໍເຂົ້າໄປຮັບການປິ່ນ ປົວຢູ່ໃນຫ້ອງມໍລະສຸມ ຫລື ICU, ແລະພວກເຂົາເຈົ້າໄດ້ມີສະພາບທີ່ຕ້ອງໃຊ້ ເຄື່ອງຈັກຊ່ວຍຫາຍໃຈຫລາຍຂຶ້ນເມື່ອທຽບໃສ່ກັບແມ່ຍິງຢູ່ໃນເກນອາຍຸທີ່ສາມາດ ຖືພາໄດ້ຄືກັນ ແຕ່ບໍ່ໄດ້ຖືພາທີ່ເປັນພະຍາດໂຄວິດ-19 ນັ້ນ."

ບັນດາທ່ານໝໍທັງຫລາຍກຳລັງພະຍາຍາມກຳນົດໃຫ້ໄດ້ວ່າ ພະຍາດ ໂຄວິດ-19 ມີອັນຕະລາຍສຳລັບແມ່ຍິງຖືພາຫຼາຍກວ່າການເປັນໄຂ້ຫວັດ ຫລືບໍ່.

ດຣ. ເບຣນນາ ຮີວສ໌ (Brenna Hughes) ແມ່ນແພດໝໍແມ່ ແລະເດັກ ໃນມະຫາວິທະຍາໄລດູກ ກ່າວຜ່ານທາງ Skype ວ່າ:
"ມາຮອດຈຸດນີ້ ປາກົດວ່າ ໃນຕົວຈິງແລ້ວ ມັນບໍ່ໄດ້ຮ້າຍແຮງຄືກັນກັບໂຣກໄຂ້ຫວັດ ໃຫຍ່ໃນລະຫວ່າງການຖືພາ."

ແຕ່ຢ່າງໃດກໍ່ຕາມ, ສູນຄວບຄຸມແລະປ້ອງກັນພະຍາດກ່າວວ່າ ແມ່ຍິງຖືພາທີ່ເປັນ ພະຍາດໂຄວິດ-19 ແລະໄດ້ເຂົ້າໂຮງໝໍທີ່ມີອັດຕາຂອງຮ້າຍແຮງໃນການເປັນພະ ຍາດນີ້ສູງກວ່ານັ້ນ ແມ່ນມີແນວໂນ້ມທີ່ຈະຫຼຸລູກ, ເກີດລູກກ່ອນໄວອັນຄວນ, ແລະ ມັກຈະມີລູກຕາຍຕອນເກີດອອກມາ.

ຢູ່ໃນການສຶກສາຄົ້ນຄວ້າບັ້ນອື່ນໆ ແມ່ນມີຜົນທີ່ຂັດກັນ. ຊຶ່ງ ດຣ. ເບຣນນາ ຮີວສ໌ (Brenna Hughes) ກ່າວຜ່ານ Skype ອີກວ່າ:
"ຂ້າພະເຈົ້າຄິດວ່າພວກເຮົາຕ້ອງໄດ້ເອົາບາດກ້າວຖອຍອອກໜ້ອຍນຶ່ງ ເພາະວ່າ ໂຄວິດ-19 ເປັນເລື້ອງທີ່ໃໝ່ຫຼາຍ. ພວກເຮົາບໍ່ມີຂໍ້ມູນທັງໝົດທີ່ພວກເຮົາຕ້ອງ ການເພື່ອຈະທຳການປະເມີນວ່າ ມັນມີຄວາມສ່ຽງທີ່ສົ່ງຜົນກະທົບຕໍ່ແມ່ຍິງຖືພາໃນລະດັບ."

ຍົກຕົວຢ່າງ, ຄວາມກົດດັນອາດຈະແມ່ນປັດໄຈນຶ່ງໄດ້ບໍ? ອຸປະສັກທີ່ກ່ຽວຂ້ອງກັບໂຣກລະບາດໃນການດູແລສຸຂະພາບກ່ອນຄອດລູກ ເຊັ່ນການປິດເມືອງໄດ້ ກີດກັນແມ່ຍິງຈຳນວນນຶ່ງບໍ່ໃຫ້ໄປຮັບການກວດສຸຂະພາບ ຫຼືແມ່ນແຕ່ໄດ້ຮັບການປິ່ນປົວທາງການແພດໃນເວລາເກີດລູກກໍເປັນໄດ້.

ແມ່ຍິງບາງຄົນເລື່ອນການໄປພົບທ່ານໝໍຂອງພວກເຂົາເຈົ້າ ຍ້ອນຢ້ານວ່າຈະຕິດ ໄວຣັສໂຄໂຣນາ.

ດຣ. ຮີວສ໌ເວົ້າວ່າ ພວກແມ່ຍິງຕ້ອງໄປພົບທ່ານໝໍຂອງພວກເຂົາເຈົ້າ ຢູ່ໃນ ເດືອນ ທ້າຍໆ ຂອງການຖືພາຂອງເຂົາເຈົ້າ.

ດຣ. ຮີ້ວສ໌ (Hughes) ອະທິບາຍຜ່ານທາງ Skype ອີກວ່າ:
"ການເບິ່ງແຍງລູກກ່ອນຄອດ, ໂດຍສະເພາະແມ່ນຢູ່ໃນໄຕມາດທີສາມ, ແມ່ນນຶ່ງ ໃນວິທີທີ່ພວກເຮົາຮັບປະກັນທັງສຸຂະພາບຂອງແມ່ ແລະຮັບປະກັນວ່າ ບໍ່ມີການຕາຍຂອງລູກໃນຕອນເກີດອອກມາ."

ຕາບໃດຫາກຍັງບໍ່ທັນມີຄົນຮູ້ຫຼາຍກວ່ານີ້, ແມ່ຍິງຖືພາຕ້ອງໄດ້ປ້ອງກັນຕົນເອງບໍ່ໃຫ້ຕິດໄວຣັສໂຄໂຣນາ ໂດຍການໃສ່ໜ້າກາກປິດປາກໄວ້, ຮັກສາການຢູ່ຫ່າງ ກັນໃນສັງຄົມ, ຫລີກລ້ຽງການຢູ່ບ່ອນມີຝູງຊົນແອອັດ ແລະປະຕິບັດການຮັກສາອະນາໄມມືໃຫ້ສະອາດ. ບັນດາທ່ານໝໍກ່າວວ່າ ແມ່ຍິງເຫລົ່ານີ້ ຍັງຕ້ອງໄດ້ໂທຫາແພດໝໍຂອງພວກເຂົາເຈົ້າ ຖ້າຫາກສັງເກດເຫັນວ່າ ການເຄື່ອນເໜັງຂອງລູກໃນທ້ອງຫຼຸດລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້:

Doctors know that viruses can affect pregnant women and their developing fetuses. They are scrambling now to understand the effects of COVID-19 on pregnancies. VOA's Carol Pearson has more.

When a woman is pregnant, her immune system changes to protect her growing baby. But these changes make her more vulnerable to certain viruses, such as the flu, and increase her risk of serious health problems.

So far, studies about pregnant women infected with the new coronavirus show both reassuring and alarming results.

Dr. Tosin Goje, Cleveland Clinic:
"They had increased hospitalizations, and they had ICU admissions, and they had increased incidence of mechanical ventilation when compared to women of the same reproductive age with COVID-19 that were not pregnant."

Doctors are trying to determine if COVID-19 is more dangerous for pregnant women than getting the flu.

Dr. Brenna Hughes is a maternal and fetal medicine physician at Duke University: Skype:

Dr. Brenna Hughes, Duke University:
"It appears, at this point, that it is actually not as severe as influenza is during pregnancy."

Yet, the Centers for Disease Control and Prevention says pregnant women who get COVID-19 and are hospitalized have higher rates of serious illness, are more likely to have miscarriages, deliver babies prematurely, and more likely to have stillborn babies.

Other studies contradict these results. Skype:

Dr. Brenna Hughes, Duke University:
"I think we need to take a step back a little bit since COVID-19 is so new. We don't have all of the data that we really need to make an assessment as to what level of risk it imparts on a pregnant woman."

For example, could stress be a factor? Pandemic-related hurdles to prenatal care like lockdowns prevented some women from getting checkups or even getting medical care when giving birth.

Some women put off seeing their doctors out of fear of getting the coronavirus.

Dr. Hughes says women need to see their doctors in their last Skype

Dr. Brenna Hughes, Duke University:

"Prenatal care, particularly in the third trimester, is one of the ways that we ensure both mother's health and ensure that there aren't stillbirths."

Until more is known, pregnant women need to protect themselves from the coronavirus by wearing face masks, social distancing, avoiding crowds and practicing good hand hygiene. Doctors say women also need to call their physician if they notice decreased fetal movement.

XS
SM
MD
LG