ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກ​ຄົ້ນ​ຄ້​ວາ​ຜູ້​ນຶ່ງ ໄດ້​ທົດ​ລອງ ​ໃຊ້ການ​ສັກ​ຢາ​ປ້ອງ​ກັນ ຕ້ານ​ຄວາມ​ກຽດ​ຊັງ


ຜູ້​ເຖົ້າ​ຄົນ​ນຶ່ງ ໄດ້​ຮັບ​ຢາ​ປ້ອງ​ກັນ​ໄຂ້​ຫວັດ ເມື່ອ​ວັນ​ທີ 6 ກັນ​ຍາ 2013 ​ຢູ່​ທີ່ ສູນ​ກາງ William YMCA ໃນ​ເມືອງ​ແຈັກ​ສັນ​ວີ​ລ ລັດ​ຟ​ລໍ​ຣີ​ດາ​.
ຜູ້​ເຖົ້າ​ຄົນ​ນຶ່ງ ໄດ້​ຮັບ​ຢາ​ປ້ອງ​ກັນ​ໄຂ້​ຫວັດ ເມື່ອ​ວັນ​ທີ 6 ກັນ​ຍາ 2013 ​ຢູ່​ທີ່ ສູນ​ກາງ William YMCA ໃນ​ເມືອງ​ແຈັກ​ສັນ​ວີ​ລ ລັດ​ຟ​ລໍ​ຣີ​ດາ​.

ທ່າມ​ກາງ​ຄວາມ​ຮຸນ​ແຮງ​ຍ້ອນ​ລັດ​ທິ​ຫົວ​ຮຸນ​ແຮງ​ທີ່​ໄດ້​ເພີ້ມ​ສູງ​ຂຶ້​ນ​ໃນ​ທົ່ວ​ໂລກ ນັກ​ຄົ້ນ​ຄວ້າ​ດ້ານ​ການ​ສື່​ສານ ແມ່ນ​ກຳ​ລັງ​ທຳ​ການ​ທົດ​ລອງ​ກັບ​ແນວ​ຄິດ​ທີ່ບໍ່​ເຄີຍ​ເຮັດ​ມາ​ກ່ອນ​ຄື​ດັ່ງ​ນີ້: ຄົນ​ເຮົາ​ສາ​ມາດ “ສັກ​ຢາ​ຄຸມ​ກັນ” ຈາກ​ຄວາມ​ກຽດ​ຊັງ​ໄດ້ຫຼືບໍ່ ໂດຍ​ໃຫ້​ສຳ​ຜັດ​ກັບການ​ໂຄ​ສະ​ນາ​ຊວນ​ເຊື່ອ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ໜ້ອຍ​ນຶ່ງ ຊຶ່ງ​ເປັນ​ແບບ​ດຽວ​ກັນ​ກັບ​ການ​ສັກ​ຢາ​ປ້ອງ​ກັນ​ໃສ່​ຮ່າງ​ກາຍ​ຂອງ​ມະ​ນຸດ​ເພື່ອ​ຕໍ່ສູ້​ຕ້ານ​ພະ​ຍາດ.

ແນວ​ຄິດ​ດັ່ງ​ກ່າວ ແມ່ນ​ອີງ​ໃສ່​ພື້ນ​ຖານ​ບາງ​ສິ່ງ​ທີ່​ເອີ້ນ​ວ່າ ການ​ສັກ​ຢາ​ປ້ອງ​ກັນ​ທັດ​ສະ​ນະ​ຄະ​ຕິ ອັນ​ເປັນ​ເທັກ​ນິກ​ທີ່​ແນ​ໃສ່​ການ​ສ້າງ​ພູມ​ຕ້ານ​ທານ​ຕໍ່ອິດ​ທິ​ພົນ​ຕ່າງໆ​ທີ່​ເປັນ​ແງ່​ລົບ ໂດຍ​ຈະ​ໃຫ້​ພວກ​ເຂົາ​ໄດ້​ສຳ​ຜັດ​ກັບ​ຮູບ​ແບບ​ອິດ​ທິ​ພົນ​ທີ່​ ​ເບົ່າ​ໆເຫຼົ່າ​ນັ້ນ​ກ່ອນ. ແນວ​ຄິດ​ດັ່ງ​ກ່າວ​ໄດ້​ຖືກ​ພັດ​ທະ​ນາ​ຂຶ້ນ​ມາ​ໃນ​ຊຸມປີ 1960 ​ຊຶ່ງວິ​ທີ​ການນີ້ ໄດ້​ຖືກ​ນຳ​ໃຊ້​ເພື່ອ​ຊ່ອຍ​ພວກ​ຊາວ​ໜຸ່ມ​ຕ້ານ​ທານ​ຕໍ່​ການ​ກົດ​ດັນ​ຈາກ​ພວກ​ໝູ່​ເພື່ອ​ລຸ້ນ​ດຽວ​ກັນ ທີ່​ຢາກ​ໃຫ້ເລີ້ມ​ຊູບ​ຢາ.

ໃນ​ປີ 2018 ທ່ານ​ເຄີ​ຕ ແບ​ຣດ​ດັອກ ອາ​ຈາກ​ດ້ານ​ການ​ສື່​ສານ​ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ເພັນ ສ​ເຕດ ໄດ້​ທຳ​ການ​ສຶກ​ສາ​ຄົ້ນ​ຄວ້າເບິ່ງວ່າ ​ການ​ສັກ​ຢາ​ປ້ອງ​ກັນທັດ​ສະ​ນະ​ຄະ​ຕິ ອາດ​ສາ​ມາດ​ນຳ​ໃຊ້​ ​ເພື່ອ​ຕໍ່​ຕ້າ​ນ​ການ​ເປັນຫົວ​ຮຸນ​ແຮງໄດ້ຫຼືບໍ່. ຜົນ​ການ​ສຶກ​ສາ​ຄົ້ນ​ຄວ້າ ໄດ້​ຖືກ​ພິມ​ອອກ​ເຜີຍ​ແຜ່ ໃນ​ວາ​ລະ​ສານ ​ການກໍ່​ການ​ຮ້າຍ ແລະຄວາມ​ຮຸນ​ແຮງ​ດ້ານ​ການ​ເມືອງ ເມື່ອ​ເດືອນ​ພະ​ຈິກ​ຜ່ານ​ມາ ກໍ​ໄດ້​ເຫັນ​ວ່າ​ມີທ່າ​ແຮງ​ເປັນ​ໄປ​ໄດ້.

ຂໍ້​ມູນ​ຈາກ​ການ​ສຶກ​ສາ​ຄົ້ນ​ຄວ້າ ໄດ້​ສະ​ແດງ​ໃຫ້​ເຫັນວ່າ ‘ເປັນ​ເລື້ອງ​ທີ່​ດີ​ແທ້ໆ’

ທ່ານ​ແບຣດ​ດັອກ ໄດ້​ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ວ່າ “ຂໍ້​ມູນ​ທີ່​ໄດ້​ຄືນ​ມາ ສະ​ແດງ​ໃຫ້​ເຫັນ​ເລື້ອງ​ທີ່​ດີ​ແທ້ໆ​ເລີຍ ກ່ຽວ​ກັບ​ວ່າ ການ​ສັກ​ຢາ​ປ້ອງ​ກັນ​ເຮັດ​ວຽກ​ແນວ​ໃດ ໃນສະ​ພາບ​ການ​ນີ້.”

ທ່ານ​ແບຣດ​ດັອກ ໄດ້ກ່າ​ວ​ອີກວ່າ “ຂ້າ​ພະ​ເຈົ້າ​ໄດ້​ພົບ​ເປັນ​ວ່າ ຖ້າ​ເຈົ້າ​ສັກ​ຢາ​ປ້ອງ​ກັນ​ໃຫ້​ຄົນ​ເພື່ອ​ຕໍ່​ຕ້ານ​ການ​ໂຄ​ສະ​ນາ​ຊວນ​ເຊື່ອ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ຝ່າຍ​ຂວາ ຫຼື​ກຸ່ ການ​ໂຄ​ສະ​ນາ​ສວນ​ເຊື່ອ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ຝ່າຍຊ້າຍ ພວກ​ເຂົາ​ມັກ​ຈະ​ໂຕ້​ຖຽງ​ຕໍ່​ຕ້ານ​ການ​ໂຄ​ສະ​ນາຊວນ​ເຊື່ອ​ອັນ​ນັ້ນ ຫຼາຍກວ່າ​ ຖ້າ​ເຈົ້າບໍ່​ໄດ້ ​ການ​ສັກ​ຢາ​ປ້ອງ​ກັນ​ໃຫ້​ພວກ​ເຂົາ. ພວກ​ເຂົາ​ມັກ​ຈະ​ຮູ້​ສຶກ​ຄຽດ​ແຄນຕໍ່​ແຫຼ່ງ​ຂອງ​ການ​ໂຄ​ສະ​ນາ​ຊວນ​ເຊື່ອຫຼາຍກວ່າ ພວກ​ທີ່​ເຈົ້າ​ບໍ່​ໄດ້​ສັກ​ປ້ອງ​ກັນ​ໃຫ້​ພວກ​ເຂົາ. ແລະ​ພວກ​ເຂົາ​ມັກ​ຈະ​ຄຶດ​ວ່າ ກຸ່ມ​ຫົວ​ຮຸນ​ແຮງ​ທັງຫຼາຍ ທີ່​ຜະ​ລິດ​ການ​ໂຄ​ສະ​ນາ​ຊວນ​ເຊື່ອນັ້ນ ແມ່ນບໍ່​ຄ່ອຍ​ໜ້າ​ເຊື່ອ​ຖື​ໄດ້ຫຼາຍກວ່າ ຖ້າ​ເຈົ້າ​ບໍ່​ໄດ້​ສັກ​ປ້ອງ​ກັນ​ໃຫ້​ພວກ​ເຂົາ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG