ການຄົ້ນຄວ້າໃໝ່ໄດ້ອ້າງວ່າ ກົນໄກການຫຼຸດຜ່ອນ ອາຍຄາບອນມູນຄ່າຫຼາຍພັນລ້ານໂດລາຂອງອອສເຕຣເລຍ ແມ່ນການສໍ້ໂກງ. ເຂົາເຈົ້າໄດ້ກ່າວຫາວ່າ ຫຼາຍເຖິງ 80 ເປີເຊັນຂອງໜ່ວຍກິດອາຍຄາບອນໄດ້ຖືກອອກໃຫ້ໂຄງການຕ່າງໆທີ່ບໍ່ມີຄວາມຊື່ສັດຕໍ່ສິ່ງແວດລ້ອມ. ແຜນງານດັ່ງກ່າວໄດ້ສະໜັບສະໜູນທຸ ລະກິດທັງຫຼາຍຂອງ ອອສເຕຣເລຍ, ຕົວຢ່າງ, ໃນພາກກະສິກຳ, ການຂົນສົ່ງ ແລະການຜະລິດຖ່ານຫີນ, ໃຫ້ຫຼຸດຜ່ອນຈຳນວນອາຍແກັສເຮືອນແກ້ວທີ່ເຂົາເຈົ້າປ່ອຍອອກ ແລະ ເພື່ອດຳເນີນກິດຈະການຕ່າງໆ ທີ່ເກັບອາຍຄາບອນໄວ້. ນັກຂ່າວວີໂອເອ ຟິລ ເມີເຊີ, ມີລາຍງານຈາກນະຄອນ ຊິດນີ, ປະເທດ ອອສເຕຣເລຍ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ກົນໄກໜ່ວຍກິດອາຍຄາບອນທີ່ມີອາຍຸ 11 ປີຂອງ ອອສເຕຣເລຍ ມີຈຸດປະສົງທີ່ຈະໃຫ້ລາງວັນແກ່ບັນດາຊາວນາ, ເຈົ້າຂອງທີ່ດິນ ແລະ ທຸລະກິດອື່ນໆເພື່ອເກັບອາຍຄາບອນໄວ້ໃນຕົ້ນໄມ້, ດິນ ຫຼື ໃຊ້ວິທີທີ່ແຕກຕ່າງກັນ ເພື່ອຕັດການປ່ອຍອາຍແກັສອອກມາ.
ສຳລັບທຸກໆໂຕນຂອງແກັສເຮືອນແກ້ວທີ່ຖືກເກັບໄວ້ ຫຼື ປ້ອງກັນ, ໂຄງການຕ່າງໆທີ່ໄດ້ລົງທະບຽນພາຍໃຕ້ກອງທຶນການປ່ອຍອາຍແກັສມູນຄ່າ 3 ພັນ 4 ຮ້ອຍຕື້ໂດລາຢ່າງເປັນທາງການຂອງ ອອສເຕຣເລຍ ນັ້ນຈະໄດ້ຮັບໜ່ວຍກິດອາຍຄາບອນ. ໜ່ວຍກິດດັ່ງກ່າວໂດຍພື້ນຖານແລ້ວແມ່ນໃບຮັບຮອງ ຫຼື ໃບອະ ນຸຍາດ ໃຫ້ຜູ້ຄອບຄອງປ່ອຍແກັສເຮືອນແກ້ວເປັນໂຕນ.
ໜ່ວຍກິດສ່ວນໃຫຍ່ແມ່ນໄດ້ຖືກອະນຸຍາດໃຫ້ໂດຍລັດຖະບານໃນນະຄອນຫຼວງ ແຄນເບີຣາ, ໃນຂະນະທີ່ຈຳນວນທີ່ຫຼາຍກວ່າເກົ່າແມ່ນໄດ້ມີການຊື້ຂາຍກັນຢ່າງເປັນການສ່ວນຕົວໂດຍບັນດາບໍລິ ສັດທີ່ຢາກຊົດເຊີຍການປ່ອຍອາຍແກັສຂອງເຂົາເຈົ້າເອງ.
ແນວໃດກໍ່ຕາມ, ການຄົ້ນຄວ້າໃໝ່ໄດ້ເປີດເຜີຍຄວາມບໍ່ສອດຄ່ອງກັນຢ່າງກວ້າງຂວາງໃນລະບົບດັ່ງກ່າວ.
ການສຶກສາດັ່ງກ່າວໄດ້ດຳເນີນການໂດຍອາຈານ ແອນດຣູ ແມັກອິນທອສ ຈາກມະຫາວິທະຍາໄລແຫ່ງຊາດ ອອສເຕຣເລຍ, ຜູ້ທີ່ໄດ້ມີສ່ວນຮ່ວມໃນການພັດທະ ນາກົນໄກດັ່ງກ່າວນັ້ນ ໃນເບື້ອງຕົ້ນ.
ທ່ານໄດ້ກ່າວຕໍ່ໂທລະພາບ ABC ວ່າໜ່ວຍກິດສ່ວນໃຫຍ່ແມ່ນບໍ່ໄດ້ສະແດງໃຫ້ເຫັນການຫຼຸດລົງ ຂອງອາຍຄາບອນທີ່ແທ້ຈິງ ຫຼື ເພີ່ມເຕີມ.
ທ່ານ ແມັກອິນທອສ ກ່າວວ່າ “ສິ່ງທີ່ມັນໄດ້ເກີດຂຶ້ນໃນຕອນນີ້ ກໍແມ່ນການເກັບເອົາສິ່ງຕ່າງໆ ຜ່ານຫຼາກຫຼາຍວິທີ, ການອອກໜ່ວຍກິດເພື່ອບໍ່ໃຫ້ຕັດໄມ້ທຳລາຍປ່າ ໃນປ່າທີ່ມັນຈະບໍ່ມີວັນຖືກກຳຈັດໄປຢູ່ແລ້ວ, ເພື່ອອອກໜ່ວຍກິດສຳລັບການປູກຕົ້ນໄມ້ທີ່ບໍ່ມີຢ່າງແທ້ຈິງ, ຫຼື ອອກໜ່ວຍກິດສຳລັບການປູກຕົ້ນໄມ້ ທີ່ມີຢູ່ຫັ້ນແລ້ວ, ຫຼືໃນກໍລະນີຂອງແກັສພືດ ທີ່ເກີດຈາກການຜຸພັງຂອງພືດ ແລະ ພືດປອດສານພິດອື່ນໆ, ມອບໜ່ວຍກິດໃຫ້ແກ່ຄົນສຳລັບການເກັບ ແລະ ຈູດທາດເມເຕນ ໃນກໍລະ ນີທີ່ຄວນຖືກເຮັດຢູ່ແລ້ວ ເພາະວ່າມັນສາມາດປ່ຽນແປງໄດ້ໃນທາງການຄ້າ.”
ທ່ານ ແມັກອິນທອສ ໄດ້ຮຽກຮ້ອງໃຫ້ໂຄງການນັ້ນ ຖືກຍົກເລີກທັງໝົດ ແລະ ສຳລັບຂັ້ນຕອນເພື່ອການເລີ່ມຕົ້ນໃໝ່ທັງໝົດ.
ໃນຕອບໂຕ້ນັ້ນ, ອົງການອອກກົດລະບຽບພະລັງງານສະອາດຂອງ ອອສເຕຣເລຍ, ເຊິ່ງເປັນຜູ້ດຳ ເນີນໂຄງການດັ່ງກ່າວ, ໄດ້ເວົ້າວ່າເຂົາເຈົ້າຈະປະເມີນການຄົ້ນຄວ້າທີ່ວ່ານັ້ນ.
ແຕ່ແນວໃດກໍ່ຕາມ, ເຂົາເຈົ້າໄດ້ຢືນຢັດວ່າໂຄງການດັ່ງກ່າວທີ່ເຂົາເຈົ້າບໍລິຫານແມ່ນໄດ້ຖືກຕິດ ຕາມຢ່າງລະມັດລະວັງ. ອົງການນັ້ນໄດ້ປະຕິເສດການກ່າວຫາໃນການສຶກສານັ້ນວ່າ ລະຫວ່າງ 70 ຫາ 80 ເປີເຊັນຂອງໜ່ວຍກິດອາຍຄາບອນທີ່ໄດ້ອອກໄປນັ້ນ ແມ່ນບໍ່ມີປະໂຫຍດຫຍັງເລີຍ.
ລັດຖະບານທີ່ເປັນກາງອຽງຂວາຂອງ ອອສເຕຣເລຍ ໄດ້ສັນຍາໃນປີກາຍນີ້ວ່າ ຈະບັນລຸການກຳ ຈັດການປ່ອຍອາຍແກັສທັງໝົດ ພາຍໃນປີ 2050 “ໃນວິທີທີ່ສາມາດປະຕິບັດໄດ້ ແລະ ມີຄວາມຮັບຜິດຊອບ, ໃນຂະນະທີ່ຮັກສາວຽກງານຂອງປະຊາຊົນ ອອສເຕຣເລຍ ໄວ້ຄືເກົ່າ ແລະ ສ້າງໂອ ກາດໃໝ່ຕ່າງໆສຳລັບອຸດສາຫະກຳທັງຫຼາຍ.“
ແນວໃດກໍ່ຕາມ, ບັນດານັກໂຄສະນາເຜີຍແຜ່ໄດ້ໂຕ້ແຍ້ງວ່າ ການສະໜັບສະໜູນສຳລັບອຸດສາ ຫະກຳນໍ້າມັນເຊື້ອໄຟ ຟອສຊິລ ຂອງລັດຖະບານດັ່ງກ່າວແມ່ນບໍ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ.
ອອສເຕຣເລຍ ມີອັດຕາການປ່ອຍອາຍແກັສເຮືອນແກ້ວຕໍ່ຫົວຄົນທີ່ສູງໂດຍສ່ວນໃຫຍ່ ຍ້ອນການເພິ່ງພາອາໄສຖ່ານຫີນສຳລັບການຜະລິດໄຟຟ້າສ່ວນຫຼາຍຂອງເຂົາເຈົ້າ.