ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານກູ້ໄພ ກ່າວວ່າ 18 ຄົນເສຍຊີວິດ ໃນເຫດລະເບີດ ທີ່ໂຮງງານຜະລິດບັ້ງໄຟດອກ ໃນໄທ


ຄວັນດຳພຸ່ງຂຶ້ນ ຫຼັງຈາກເກີດເຫດລະເບີດຢູ່ທີ່ໂຮງງານຜະລິດບັ້ງໄຟດອກຢູ່ໃກ້ເຂດເມືອງສາລາຂາວ ໃນແຂວງສຸພັນບູຣີ ຂອງໄທ, ວັນທີ 17 ມັງກອນ 2024. (Photo by handout/Thailand Novice Kaew Suphanburi Highway Rescue Association/AFP)
ຄວັນດຳພຸ່ງຂຶ້ນ ຫຼັງຈາກເກີດເຫດລະເບີດຢູ່ທີ່ໂຮງງານຜະລິດບັ້ງໄຟດອກຢູ່ໃກ້ເຂດເມືອງສາລາຂາວ ໃນແຂວງສຸພັນບູຣີ ຂອງໄທ, ວັນທີ 17 ມັງກອນ 2024. (Photo by handout/Thailand Novice Kaew Suphanburi Highway Rescue Association/AFP)

ຢ່າງໜ້ອຍ 18 ຄົນໄດ້ເສຍຊີວິດ ຫຼັງຈາກເກີດເຫດລະເບີດຂຶ້ນ ຢູ່ທີ່ໂຮງງານຜະລິດບັ້ງໄຟດອກ ໃນພາກກາງຂອງໄທ ເມື່ອວັນພຸດວານນີ້ ພະນັກງານກູ້ໄພຄົນນຶ່ງໄດ້ກ່າວ ອີງຕາມອົງການຂ່າວເອແອັຟພີ.

ພະນັກງານກູ້ໄພຄົນນີ້ ເວົ້າວ່າ “ໄດ້ພົບເຫັນ​ສິບແປດຄົນເສຍຊີວິດ ທີ່ໄດ້ຖືກຢັ້ງຢືນ” ຊຶ່ງເປັນການແກ້ຈຳນວນລົງຈາກທີ່ລາວໄດ້ຄາດຄະເນໄປ ໃນເມື່ອກ່ອນວ່າ ມີ 20 ຄົນ.

ເຫດລະເບີດໄດ້ເກີດຂຶ້ນຕອນປະມານບ່າຍສາມໂມງ ຕາມເວລາໃນທ້ອງຖິ່ນ ຢູ່ໃກ້ກັບເຂດເມືອງສາລາຂາວ ຢູ່ໃນຈັງ​ຫວັດ ສຸພັນບູຣີ ທາງ​ພາກ​ກາງ​ຂອງ​ໄທ.

ຕຳຫຼວດໄດ້ກ່າວຕໍ່ອົງການຂ່າວເອແອັຟພີ ວ່າ ທາງການຍັງກວດກາເບິ່ງ ຈຳນວນການເສຍຊີວິດ ທີ່ເປັນທາງການຢູ່.

“ມີການເສຍຊີວິດຫຼາຍ ພວກເຮົາກຳລັງກວດກາເບິ່ງວ່າ ມີຄົນເສຍຊີວິດຫຼາຍປານໃດ” ພັນໂທຕຳຫຼວດ ທີຣາພົຈ ຣາວັງບານ ໄດ້ກ່າວຕໍ່ອົງການຂ່າວເອແອັຟພີ.

ທ່ານໄດ້ກ່າວຕື່ມວ່າ “ພວກເຮົາບໍ່ເຫັນວ່າ ມີຄວາມເສຍຫາຍຕື່ມອີກຕໍ່ເຮືອນຫຼັງອື່ນໆ ຫຼືຕໍ່ຄົນຜູ້ທີ່ອາໄສ ຢູ່ໃນບໍລິເວນຊຸມຊົນໃກ້ຄຽງ.”

ຍັງບໍ່ທັນມີຂໍ້ບົ່ງບອກເຖິງສິ່ງໃດ ທີ່ອາດເປັນສາເຫດເຮັດໃຫ້ເກີດການລະເບີດນັ້ນ.

ພາບຖ່າຍທັງຫຼາຍ ທີ່ໜ່ວຍງານກູ້ໄພຂອງທ້ອງຖິ່ນ ໄດ້ນຳອອກມາເຜີຍແຜ່ສະແດງໃຫ້ເຫັນເສດໂລຫະກະຈາຍໄປທົ່ວພື້ນດິນ ແລະຄວັນໄຟດຳຂະໜາດໃຫຍ່ ພຸ່ງຂຶ້ນສູ່ທ້ອງຟ້າ.

ເຫດລະເບີດຢູ່ໂຮງງານຜະລິດກະໂພກ ແລະບັ້ງໄຟດອກອື່ນໆນັ້ນ ບໍ່ແມ່ນເລື້ອງທີ່ແປກ ຢູ່ໃນໄທເລີຍ.

At least 18 people have died after an explosion at a fireworks factory in central Thailand on Wednesday, a rescue worker said.

"Eighteen found dead, confirmed," the rescue worker said, revising down his earlier estimate of 20.

The blast occurred at around 3:00 pm (0800 GMT) near Sala Khao township, in central Suphan Buri province.

Police told AFP authorities were still checking the official death toll.

"There were deaths, we are checking how many people died," police colonel Theerapoj Rawangban told AFP.

"We do not see more damage toward other houses or people who live in the (nearby) community," he added.

There was no indication of what may have caused the explosion.

Images shared by the local rescue service showed metal debris littering the ground, and a huge plume of black smoke.

Explosions at workshops producing firecrackers and other pyrotechnics are not uncommon in Thailand.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG