ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ​ກູ້​ໄພຈີນ ຍັງ​​ສືບ​ຕໍ່ ຄົ້ນ​ຫາ​ ພວກລອດຊີວິດ ຈາກເຫດ ແຜ່ນດິນໄຫວ (ວີດີໂອ/ສະໄລດ໌)


CHINA QUAKE VO.mov
please wait
Embed

No media source currently available

0:00 0:01:09 0:00

ແຜ່ນດິນໄຫວໃນພາກຕາ​ເວັນ​ຕົກສຽງ​ເໜືອຂອງ​ຈີນ

ພວກ​ກູ້​ໄພ​ແຜ່ນດິນ​ໄຫວ ​ໃນ​ເຂດ​ຊົນນະບົດທາງພາກຕາ​ເວັນ​ຕົກ
ສຽງ​ເໜືອຂອງ​ຈີນ ຍັງສືບ​ຕໍ່ທໍາ​ການ​ຄົ້ນ​ຫາ​ຕາມ​ຊາກ​ຫັກ​ພັງ​ຂອງ
​ຕຶກ​ອາຄານ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຂະນະ​ທີ່​ຈໍານວນ​ຜູ້​ຕາຍ​ໄດ້​ສູງ​
ເຖິງ 94 ຄົນ​ແລ້ວ. ​

ໂທລະພາບ​ຂອງ​ລັດສະ​ແດງ​ໃຫ້​ເຫັນ​ພາບພວກ​ທະຫານ​ ແລະພວກ​
ກູ້​ໄພອື່ນໆ ຂຸດ​ຄຸ້ຍຕາມ​ບ້ານ​ເຮືອນ​ທີ່​ຖືກ​ຝັງ​ຢູ່​ໃຕ້​ດິນ​ເຈື່ອນ​ໃນແຂວງGansu ບ່ອນ​ທີ່​ແຜ່ນດິນ
​ໄຫວ​ໄດ້​ປະ​ທະ ​ຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້​.

ລາຍ​ງານສື່ຂອງ​ລັດ​ກ່າວ​ວ່າ ມີບ້ານ​ເຮືອນ​ຫຼາຍ​ກ່ວາ 5.700 ​ພັງ​ລົງ​ ໃນລະຫວ່າງ​ເກີດແຜ່ນດິນ​ໄຫວ ແລະ​ດິນ​ເຈື່ອນ​ທີ່​ຕິດຕາມ​ມາ ​ແລະບ້ານ​ເຮືອນອີກ 73 ພັນຫຼັງ ​ໄດ້ຮັບ​ຄວາມ​ເສຍ​ຫາຍໜັກ.​ ລາຍ​ງານ​ຍັງ​ໄດ້​ກ່າວ​ອີກ​ວ່າ ມີ​ຫຼາຍ​ກວ່າ 31 ພັນຄົນ ​ໄດ້​ຖືກ​ຍົກຍ້າຍ.

​ໄດ້​ມີ​ການຈັດ​ຕັ້ງສູນ​ກາງຮັກສາຂັ້ນ​ປະຖົມ​ພະຍາບານ​ຊົ່ວຄາວ​ຂຶ້ນຫຼາຍໆ​ແຫ່ງ ​ເພື່ອ​ປິ່ນ​ປົວຜູ້​ບາດ​ເຈັບ​ຈໍານວນ​ຫຼວງ​ຫຼາຍ​ກວ່າ 870 ຄົນ.​ ເຈົ້າ​ໜ້າ​ທີ່​ກ່າ​ວວ່າ ​ດິນ​ເຈື່ອນ​ໄດ້ເຮັດໃຫ້​ພວກ​ກູ້​ໄພ​ເຂົ້າໄປ​ບໍ່ເຖິງ ຫຼາຍໆເຂດ​ ທີ່ຢູ່​ຫ່າງ​ໄກ​ສອກຫຼີກ​ນັ້ນ.

ກົມ​ສໍາ​ຫຼວດທໍລະນີ​ສະຫະລັດ ​ກ່າວ​ວ່າ ແຜ່ນດິນ​ໄຫວທີ່​ບໍ່​ເລິກ ​ຄວາມ​ແຮງ​ 5.9 Richter​ ​ໄດ້​ປະ​ທະ​ ບໍລິ​ເວນໃກ້ໆ​ກັບ​ເມືອງ Dingxi​ ໃນແຂວງ Gansu ທີ່​ເຕັມ​ໄປ​ດ້ວຍພູຜານັ້ນ ​ໃນ​ວັນ​ຈັນ​ວານ​ນີ້. ຫຼັງຈາກ​ນັ້ນ ກໍ​ໄດ້​ເກີດແຜ່ນດິນ​ໄຫວ ຄັ້ງ​ທີ 2 ​ຄວາມ​ແຮງ​ 5.6 Richter ປະ​ທະເຂດ​ດຽວ​ກັນ ປະມານ 90 ນາທີຕໍ່​ມາ ແລະມີ​ແຜ່ນດິນ​ສັ່ນ​ສະ​ເທືອ​ນຂັ້ນ​ນ້ອຍໆຫລາ​ຍຮ້ອຍ​ຄັ້ງ ຕິດຕາມ​ມາ.

ພະຍາກອນ​ອາກາດ​ຄາດ​ຄະ​ເນ​ວ່າ ຈະ​ມີ​ຝົນຕົກ​ໜັກ​ໃນ​ອີກ​ຫຼາຍໆ​ມື້​ຂ້າງ​ໜ້າ​ນີ້​ ຊຶ່ງຈະ​ພາ​ໃຫ້​ມີ​ຄວາມ​ສ່ຽງ​ຫຼາຍຂຶ້ນ ຕໍ່​ເຫດການດິນ​ເຈື່ອນ​ ແລະ​ຍິ່ງ​ຈະ​ເຮັດ​ໃຫ້ການ​ກູ້​ໄພ ​ຍາກ​ລໍາບາກ​ເພີ່ມ​ຂຶ້ນ​ອີກ.

ອົງການ​ສະພາກາ​ແດງ​ຂອງ​ຈີນ ​ໄດ້​ກ່າວ​ວ່າ ​ຕົນໄດ້ສົ່ງເຄື່ອງ​ບັນ​ເທົາ​ທຸກ ຊຶ່ງ​ຮວມທັງ​ເສື້ອ​ແຈ໊ກແກັຕ ກັນ​ໜາວ ​ແລະ​ເຕັ້ນ​ກາງ​ນອນ​ ​ໄປໃຫ້​ພວກ​ເຄາະ​ຮ້າຍ​ທີ່​ລອດ​ຊີວິດ​ມາ​ໄດ້​ນັ້ນ.

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໄດ້​ມີ​ຄໍາ​ສັ່ງ​ໃຫ້ພວກ​ພະນັກງານ​ກູ້​ໄພສຸກ​ເສີນ ​ເຮັດ​ສຸດ​ຄວາມ​ສາມາດ ເພື່ອຄວາມ​ພະຍາຍາມ​ຊ່ອຍ​ກູ້​ຊີວິດ​ພວກ​ຜູ້​ຄົນ​ທີ່​ປະສົບເຄາະ​ຮ້າຍ​ຄັ້ງ​ນີ້.

XS
SM
MD
LG