ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບລີກັນ ໃກ້ທີ່ຈະໄດ້ຮັບໄຊຊະນະ ໃນການເຂົ້າຄວບຄຸມສະພາຕ່ຳ ສະຫະລັດ


ບັນດາສະມາຊິກທີ່ໄດ້ຖືກເລືອກໃໝ່ ຈາກ ສະພາຕ່ຳສະຫະລັດ ຢືນລຽນແຖວສຳລັບການຖ່າຍຮູບເປັນກຸ່ມ ຢູ່ດ້ານນອກຂອງຕຶກລັດຖະສະພາສະຫະລັດ ຫຼື U.S. Capitol ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 15 ພະຈິກ 2022.
ບັນດາສະມາຊິກທີ່ໄດ້ຖືກເລືອກໃໝ່ ຈາກ ສະພາຕ່ຳສະຫະລັດ ຢືນລຽນແຖວສຳລັບການຖ່າຍຮູບເປັນກຸ່ມ ຢູ່ດ້ານນອກຂອງຕຶກລັດຖະສະພາສະຫະລັດ ຫຼື U.S. Capitol ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 15 ພະຈິກ 2022.

ບັນດາສະມາຊິກພັກຣີພັບບລີກັນສະຫະລັດ ໃນວັນອັງຄານວານນີ້ ແມ່ນໃກ້ທີ່ຈະໄດ້ຮັບໄຊຊະນະ ໃນການເຂົ້າຄວບຄຸມສະພາຕ່ຳ ເມື່ອກອງປະຊຸມລັດຖະສະພາຄັ້ງຕໍ່ໄປ ຊຶ່ງພວກເພິ່ນຈະໄດ້ເຂົ້າດຳລົງຕຳແໜ່ງ ໃນເດືອນມັງກອນ.

ຫຼັງຈາກທີ່ສະມາຊິກສັງກັດພັກຣີພັບບລີກັນ ໄດ້ຮັບໄຊຊະນະໃໝ່ ໃນແລງວັນຈັນ ມື້ກ່ອນນີ້ ພັກດັ່ງກ່າວໄດ້ຊະນະ 217 ຕໍ່ 204 ບ່ອນນັ່ງ ຂອງພັກເດໂມແຄຣັດ ໃນການສະແຫວງຫາຂອງທັງສອງພັກການເມືອງ ທີ່ຈະໄດ້ຮັບ 218 ບ່ອນນັ່ງ ເພື່ອມີສຽງສ່ວນຫຼາຍ ຢູ່ໃນສະພາທີ່ມີສະມາຊິກທັງໝົດ 435 ຄົນ.

ບັນດານັກວິເຄາະການເລືອກຕັ້ງ ກ່າວວ່າ ການນັບຄະແນນສຽງຍັງເຫຼືອຢູ່ໃນ 14 ລັດ ທີ່ມີການແຂ່ງຂັນກັນ ຊຶ່ງພັກຣີພັບບລີກັນ ກໍຈະມີໂອກາດຫຼາຍ ທີ່ຈະໄດ້ຮັບບ່ອນນັ່ງ ຫຼາຍກວ່ານຶ່ງບ່ອນ ແລະເປັນໄປໄດ້ສູງທີ່ຈະໄດ້ຮັບຕື່ມອີກນຶ່ງບ່ອນ ໂດຍຈະຍາດຊີງເອົາການຄວບຄຸມສະພາ ມາຈາກພັກເດໂມແຄຣັດ ທີ່ມີສຽງສ່ວນຫຼາຍໃນປັດຈຸບັນນີ້.

ເຖິງຢ່າງໃດກໍຕາມ ບັນຊີລາຍຊື່ຢ່າງຄົບຖ້ວນຂອງບັນດາສະມາຊິກສະພາສັງກັດພັກຣີພັບບລີກັນ ແມ່ນຍັງບໍ່ທັນຮູ້ຈັກເທື່ອ ກຸ່ມກ້ອນພັກນີ້ ຕາມທີ່ໄດ້ຄາດໝາຍກັນໄວ້ແລ້ວ ໃນວັນອັງຄານວານນີ້ ກໍໄດ້ເລືອກເອົາ ສະມາຊິກສະພາຕ່ຳຈາກລັດຄາລີຟໍເນຍ ທ່ານແຄບວິນ ແມັກຄາຣທີ ຊຶ່ງດຽວນີ້ ເປັນຜູ້ນຳສຽງສ່ວນນ້ອຍ ເປັນຜູ້ທີ່ຕົນເລືອກໃຫ້ເປັນປະທານສະພາຕ່ຳ ໃນກອງປະຊຸມລັດຖະສະພາຄັ້ງໃໝ່ ເພື່ອເຂົ້າ​ຮັບ​ໜ້າ​ທີ່ແທນປະທານສະພາຕ່ຳ ທ່ານນາງແນນຊີ ເພໂ​ລຊີ ​ທີ່ສັງກັດພັກເດໂມແຄຣັດ.

ທ່ານແມັກຄາຣທີ ໄດ້ຊະນະການເຫັນດີ ຈາກກຸ່ມກ້ອນພັກນີ້ ດ້ວຍຄະແນນສຽງ 188 ຕໍ່ 31 ເຖິງແມ່ນຈະມີການປະທ້ວງຕໍ່ຜູ້ສະໝັກຈາກສະມາຊິກສະພາຕໍ່າ ຫົວອະນຸລັກນິຍົມ ທ່ານແອນດີ ບິກສ໌ ຂອງລັດອາຣີໂຊນາ ກໍຕາມ.

ແຕ່ທ່ານແມັກຄາຣທີ ຈະຕ້ອງໄດ້ຮັບຄະແນນສຽງ 218 ສຽງໃນຕົ້ນເດືອນມັງກອນ ເມື່ອສະພາຕ່ຳພົບປະກັນຄົບຄະນະ ຢູ່ໃນການເລີ້ມຕົ້ນກອງປະຊຸມລັດຖະສະພາຮອບໃໝ່ ເພື່ອເລືອກເອົາຜູ້ນຳຂອງສະພາ ຜູ້ທີ່ຢູ່ພາຍໃຕ້ລັດຖະທຳມະນູນຂອງສະຫະລັດ ທີ່ຈະກາຍມາເປັນຜູ້ທີ່ສອງໃນຖັນແຖວຕໍ່ຈາກປະທານາທິບໍດີ ຕາມຫຼັງມາດ້ວຍ ຮອງປະທານາທິບໍດີ ຖ້າຫາກສອງຕຳແໜ່ງຂັ້ນສູງໃນການນຳຂອງສະຫະລັດ ໄດ້ຖືກເປົ່າຫວ່າງ.

ປະທານາທິບໍດີ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ໄດ້ຍອມຮັບໃນວັນຈັນນີ້ ວ່າ ພັກຣີພັບບລີກັນ ແມ່ນໃກ້ທີ່ຈະເຂົ້າກຳສະພາຕ່ຳ ໂດຍການກ່າວຕໍ່ບັນດານັກຂ່າວ ຢູ່ທີ່ກອງປະຊຸມຖະແຫລງຂ່າວ​ກຸ່ມ G-20 ໃນປະເທດອິນໂດເນເຊຍ ວ່າ “ຂ້າພະເຈົ້າຄຶດວ່າ ພວກເຮົາກຳລັງຈະໃກ້ຄຽງກັນຫຼາຍໃນສະພາຕໍ່າ. ຂ້າ ພະເຈົ້າຄຶດວ່າ ມັນຈະໃກ້ຄຽງກັນຫຼາຍ ແຕ່ຂ້າພະເຈົ້າ ຄຶດວ່າ ພວກເຮົາຈະບໍ່ສຳເລັດ.”

ໃນການນັບຄະແນນສຽງເມື່ອຕອນແລງວັນຈັນນີ້ ຫົກວັນຫຼັງຈາກການເລືອກຕັ້ງສະມາຊິກສະພາໃນທົ່ວປະເທດເມື່ອວັນອັງຄານແລ້ວນີ້ ພັກຣີພັບບລີກັນ ໄດ້ບ່ອນນັ່ງຫຼາຍຂຶ້ນ ຢູ່ໃນລັດນິວຢອກທາງພາກຕາເວັນອອກ ແລະໃນລັດທາງພາກຕາເວັນຕົກເຊັ່ນລັດອາຣີໂຊນາ ແລະຄາລີຟໍເນຍ. ຜົນທີ່ອອກມາຂອງການແຂ່ງຂັນໃນຫຼາຍເຂດຂອງລັດຄາລີຟໍເນຍ ຊຶ່ງເປັນລັດທີ່ມີປະຊາກອນໜາແໜ້ນທີ່ສຸດ ແລະແຫ່ງອື່ນໆຂອງປະເທດ ກໍຍັງຄົງຕັດສິນບໍ່ໄດ້ເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG