ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ ຕິ​ຕຽນ ສະ​ຫະ​ລັດ ກວດ​ຄົ້ນ​ຄະ​ລື​ຫາດ Mar-a-Lago ຂອງ​ທ່ານ ທ​ຣຳ


ຕຳຫຼວດ​ລັບ ແລະ ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດໝາຍ​ຢູ່​ໜ້າ​ບ້ານ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ທີ່​ຄະ​ລື​ຫາດ Mar-a-Lago ເມືອງ ພາມ ບີດ​ຈ໌, ລັດ ຟ​ລໍ​ຣິ​ດາ, 9 ສິ​ງ​ຫາ 2022.
ຕຳຫຼວດ​ລັບ ແລະ ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດໝາຍ​ຢູ່​ໜ້າ​ບ້ານ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ທີ່​ຄະ​ລື​ຫາດ Mar-a-Lago ເມືອງ ພາມ ບີດ​ຈ໌, ລັດ ຟ​ລໍ​ຣິ​ດາ, 9 ສິ​ງ​ຫາ 2022.

ບັນ​ດາ​ເພື່ອ​ນ​ຮ່ວມ​ພັກ​ຣີ​ພັບ​ບ​ລີ​ກັນ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ອອກ​ມາ​ປ້ອງ​ກັນ​ທ່ານ ​ໃນ​ວັນ​ອັງ​ຄານ​ວານນີ້, ໂດຍ​ຂໍຄຳອະ​ທິ​ບາຍ​ສຳ​ລັບ​ການກວດ​ຄົ້ນ​ຢູ່​ຄະ​ລື​ຫາດ ມາ-ອາ-ລາ​ໂກ ຂອງ​ທ່ານໃນ​ລັດ​ຟ​ລໍ​ຣິ​ດາ ​ໂດຍ​ເຈົ້າ​ໜ້າ​ທີ່ FBI, ເຊິ່ງ​ພວກ​ເຈົ້າ​ໜ້າ​ທີ່​ໄດ້ຊອກ​ຫາເອ​ກະ​ສານ​ລັບ ​ທີ່​ທ່ານ​ໄດ້​ເອົາ​ໄປ​ຈາກ​ທຳ​ນຽບ​ຂາວ ​ໃນ​ເວ​ລາ​ທີ່​ການ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ ຂອງ​ທ່ານ​ໄດ້​ສິ້ນ​ສຸດລົງ​ເມື່ອເດືອນ​ມັງ​ກອນ 2021.

ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ສະ​ພາ​ຕ່ຳ​ທ່ານ ເຄວິນ ແມັກ​ຄາ​ທີ ໄດ້​ປະ​ຕິ​ຍານ ​ທີ່​ຈະ​ເປີດ​ການ​ສືບ​ສວນ​ສອບ​ສວນ ຖ້າ​ພັກ​ຣີ​ພັບ​ບ​ລີ​ກັນ ຄວບ​ຄຸມ​ສະ​ພາ​ຕ່ຳ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ໃນ​ຕົ້​ນ​ປີ​ໜ້າ, ເຊິ່ງ​ການ​ຢັ່ງ​ຫາງ​ສຽງ​ໄດ້​ຊີ້​ໃຫ້​ເຫັນ​ວ່າແມ່ນ​ຄວາມ​ເປັນ​ໄປ​ໄດ້​ທາງ​ການ​ເມືອງ​ທີ່​ຊັດ​ເຈນ.

ທ່ານ ແມັກ​ຄາ​ທີ ໄດ້​ກ່າວ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່​ທວິດ​ເຕີ​ວ່າ “ຂ້ອຍ​ໄດ້​ເຫັນ​ພໍ​ແລ້ວ. ກະ​ຊວງ​ຍຸ​ຕິ​ທຳ​ໄດ້​ໄປ​ຮອດ​ຈຸດ​ທີ່​ອົດ​ກັ້ນ​ອີກ​ຕໍ່​ໄປ​ບໍ່​ໄດ້ແລ້ວ ກ່ຽວ​ກັບ ການ​ໃຊ້​ການ​ເມືອງ​ເປັນ​ອາ​ວຸດ. ເວ​ລາ​ພັກ​ຣີ​ພັບ​ບ​ລີ​ກັນ​ຍຶດ​ເອົາ​ສະ​ພາ​ຕ່ຳ​ຄືນ, ພວກ​ເຮົາ​ຈະ​ດຳ​ເນີນ​ການ​ສືບ​ສວນ​ກະ​ຊວງ​ດັ່ງ​ກ່າວ​ໃນ​ທັນ​ທີ, ເຮັດ​ຕາມ​ຂໍ້​ເທັດ​ຈິງ, ແລະ ຈະ​ເຮັດ​ທຸກ​ຢ່າງ​ເພື່ອ​ບັນ​ລຸ​ຄວາມ​ສຳ​ເລັດ.”

ທ່ານ​ໄດ້​ເຕືອນ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ທ່ານ ເມີ​ຣິກ ກາ​ແລນ, ໃຫ້ “ຮັກ​ສາ​ເອ​ກະ​ສານ​ຂອງ​ເຈົ້າ​ໄວ້ ແລະ ເຮັດ​ຕົນ​ເອງ​ໃຫ້​ຫວ່າງ” ເພື່ອ​ໄປ​ໃຫ້​ການ​ຢູ່​ໃນ​ການ​ສືບ​ສວນ​ສອບ​ສວນ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີຂອງ​ທ່ານ ທ​ຣຳ, ທ່ານ ໄມ​ຄ໌ ເພັ​ນ​ສ໌ ໄດ້​ກ່າວ​ວ່າ “ຂ້າ​ພະເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ​ກັບ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຫຼາຍ​ລ້ານ​ຄົນ ກ່ຽວ​ກັບ ການກວດ​ຄົ້ນ ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ຢູ່​ສະ​ຖານ​ທີ່​ພັກ​ສ່ວນ​ຕົວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ. ບໍ່​ມີ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ຄົນ​ໃດ​ເຄີຍ​ຖືກ​ບຸກກວດ​ຄົ້ນ​ຢູ່​ສະ​ຖານ​ທີ່​ພັກ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ​ໃນ​ປະ​ຫວັດ​ສາດ​ຂອງ ອາ​ເມ​ຣິ​ກາ.”

ທ່ານ ເພັນ​ສ໌ ໄດ້​ກ່າວ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ການກວດ​ຄົ້ນ​ຄະ​ລື​ຫາດ​ແຄມ​ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ ຂອງ​ທ່ານ ທ​ຣຳ “ໄດ້​ສ້າງ​ຄວາມ​ເສຍ​ຫ​າຍ​ຕໍ່​ຄວາມ​ໝັ້ນ​ໃຈ​ຂອງ​ສາ​ທາ​ລະ​ນະ​ໃນ​ລະ​ບົບ​ຍຸ​ຕິ​ທຳ​ຂອງ​ພວກ​ເຮົາ, ແລະ ລັດ​ຖະ​ມົນ​ຕີ ກາ​ແລນ ຕ້ອງ​ໃຫ້​ການ​ອະ​ທິ​ບາຍ​ສາ​ເຫດຢ່າງ​ເຕັມ​ທີ່​ຕໍ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ ວ່າ​ເປັນ​ຫຍັງ​ການ​ດຳ​ເນີນ​ການນີ້​ຈຶ່ງ​ໄດ້​ເກີດ​ຂຶ້ນ, ແລະ ທ່ານ​ຕ້ອງ​ເຮັດ​ແນວ​ນັ້ນ​ໃນ​ທັນ​ທີ.”

ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ຄົນ​ອື່ນໆ​ໄດ້​ເອີ້ນ​ການກວດ​ຄົ້ນ​ດັ່ງ​ກ່າວ​ວ່າ​ການລະ​ເມີດ​ອຳ​ນາດ, ເຖິງ​ແມ່ນ​ວ່າ​ການກວດ​ຄົ້ນ​ດັ່ງ​ກ່າວ​ແມ່ນ​ໄດ້​ຮັບ​ອະ​ນຸ​ຍາດ​ໂດຍ​ສານ ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຖືກ​ອະ​ນຸ​ມັດ​ຢູ່​ໃນ​ລະ​ດັບ​ທີ່​ສູງ​ທີ່​ສຸດ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ. ສຳ​ລັບບົດ​ບາດ​ຂອງ ທ່ານ ກາ​ແລນ ນັ້ນ ແມ່ນບໍ່​ມີ​ໃຜ​ຮູ້​ຈັກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG