ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ທີ່ຫວັງຊິງຕຳແໜ່ງປະທານາທິບໍດີ ຂອງພັກຣີພັບບລິກັນ ຮວມໂຕກັນ ເພື່ອໂຕ້ວາທີຄັ້ງທີສາມ


ຜູ້ທີ່ຫວັງຊິງຕຳແໜ່ງປະທານາທິບໍດີ ຂອງພັກຣີພັບບລິກັນ ຮວມໂຕກັນເພື່ອໂຕ້ວາທີຄັ້ງທີສາມ

ຜູ້ສະໝັກຊິງຕໍາແໜ່ງປະທານາທິບໍດີ 5 ອັນດັບທຳອິດ ຂອງພັກຣີພັບບລີກັນ ກຳລັງຮວມໂຕກັນ ໃນວັນພຸດ ທີ 8 ພະຈິກ ສຳລັບການໂຕ້ວາທີຄັ້ງທີ 3 ຂອງປີ. ການໂຕ້ວາທີນີ້, ຄາດກັນວ່າ ຈະແຕກຕ່າງຈາກຄັ້ງກ່ອນໆ ເນື່ອງຈາກວ່າ ບັນດາຜູ້ສະຫມັກພະ ຍາຍາມແຍກໂຕເອງ ອອກຈາກຄວາມຄິດເຫັນຂອງເຂົາເຈົ້າ ກ່ຽວກັບສົງຄາມ ລະຫວ່າງ ອິສຣາແອລ ກັບ ກຸ່ມຮາມາສ. ດັ່ງທີ່ ແຄໂຣລີນ ເພຣຊູດຕີ (Carolyn Presutti) ຜູ້ສື່ຂ່າວວີໂອເອ ບອກພວກເຮົາວ່າ ນັ້ນ ບໍ່ແມ່ນການປ່ຽນແປງພຽງຢ່າງດຽດ ໃນການໂຕ້ວາທີຄັ້ງນີ້, ອາດນາສັກ ມີລາຍລະອຽດກ່ຽວກັບເລື້ອງນີ້.

ຮອບທີສາມແມ່ນວັນພຸດ ຢູ່ໃນ ນະຄອນໄມອາມີ, ລັດຟລໍຣີດາ.

ມີການປ່ຽນແປງຢ່າງຫຼວງຫຼາຍ ນັບຕັ້ງແຕ່ການຮວມໂຕກັນ ຢູ່ລັດຄາລິຟໍເນຍ ເມື່ອເດືອນກັນຍາ.

ກຸ່ມຮາມາສ ບຸກໂຈມຕີ ອິສຣາແອລ ແລະ ອິສຣາແອລ ກຳລັງຖິ້ມລະເບີດໃສ່ເຂດກາຊາ. ພັກຣີພັບບລີກັນສ່ວນໃຫຍ່ ສະໜັບສະໜູນອິສຣາແອລ, ແຕ່ນີ້ອາດຈະເປັນຈຸດແບ່ງແຍກລະຫວ່າງບັນດາຜູ້ສະໝັກ.

ຊອກຫາຄໍາຄິດຄໍາເຫັນທີ່ແຂງແກ່ນ ໃນການປົກປ້ອງອິສຣາແອລ ຈາກອະດີດຜູ້ປົກຄອງລັດ ແລະເອກອັກຄະລັດຖະທູດປະຈຳອົງການສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ (Nikki Haley) ແລະຜູ້ປົກຄອງລັດ ຟລໍຣີດາ ທ່ານຣອນ ດີແຊນທິສ (Ron DeSantis), ຜູ້ທີ່ໄດ້ສົ່ງຊາວອາເມຣິກັນ ກັບຈາກອິສຣາແອລ.

"ອິສຣາແອລມີສິດຢ່າງແທ້ຈິງ ແລະຢູ່ໃນດິນແດນຢ່າງໝັ້ນຄົງ..."

ນັ້ນແມ່ນຄຳເວົ້າ ຂອງຜູ້ປະກອບການ ທ່ານວິເວກ ຣາມາສວາມີ (Vivek Ramaswamy) ຜູ້ທີ່ໄດ້ປ່ຽນແປງຄວາມຄິດເຫັນຂອງລາວ ນັບຕັ້ງແຕ່ສົງຄາມໄດ້ເລີ່ມຕົ້ນຂຶ້ນ ແລະອາດຈະຖືກວິພາກວິຈານ ຍ້ອນສິ່ງນັ້ນ ໃນລະຫວ່າງການໂຕ້ວາທີ.

ທ່ານ ເທວີ ທຣອຍ (Tevi Troy) ຈາກສູນນະໂຍບາຍ ສອງພັກ ໄດ້ເຮັດວຽກ ກ່ຽວກັບການໂຕ້ວາທີ ທີ່ຜ່ານມາ, ໄດ້ໃຫ້ຄຳເຫັນວ່າ:

“ເບິ່ງຄືວ່າ ລາວມີຄວາມອົດທົນຕໍ່ຄຳເຫັນ ທີ່ສະໜັບສະໜູນຄວາມປ່າເຖື່ອນ ຫຼືຄົນທີ່ເວົ້າສິ່ງທີ່ສະໜັບສະໜູນ ການກໍ່ການຮ້າຍຂອງກຸ່ມຮາມາສ. ລາວເອີ້ນວ່າ ເສລີພາບໃນການປາກເວົ້າ. ຂໍ້ຍໍ້າຄືນອີກເທື່ອນຶ່ງວ່າ ຂ້ອຍເປັນຜູ້ສະໜັບສະໜູນເສລີພາບ ຂອງການປາກເວົ້າ ລາຍໃຫຍ່, ແຕ່ຂ້ອຍຄິດວ່າ ມັນມີຂໍ້ຈຳກັດ ເມື່ອທ່ານສະໜັບສະໜູນຄວາມຮຸນແຮງ ແລະການຄາດຕະກຳ, ສະນັ້ນມັນບໍ່ຄັກ ໃນທັດສະນະແນວຄິດຂອງຂ້ອຍ.”

ການຢັ່ງຫາງສຽງຄັ້ງຫຼ້າສຸດ ຂອງມະຫາວິທະຍາໄລ ຄວິນນີປິກ (Quinnipiac) ສະແດງໃຫ້ເຫັນວ່າ ອະດີດປະທານາທິບໍດີ ດໍໂນລ ທຣຳ ນໍາໜ້າສະມາຊິກພັກຣີພັບບລີກັນ ຄົນ ອື່ນໆ ຢູ່ທີ່ 64 ເປີເຊັນ, ຕິດຕາມມາດ້ວຍ ທ່ານ ດີແຊນທິສ ຢູ່ທີ່ 15 ເປີເຊັນ ແລະ ທ່ານນາງ ເຮລີ ຢູ່ທີ່ 8 ເປີເຊັນ. ແຕ່ຜູ້ລົງແຂ່ງແຖວໜ້າ, ຈະຂ້າມການໂຕ້ວາທີ ທີ່ໄມອາມີ ນີ້, ດັ່ງທີ່ທ່ານ ໄດ້ເຮັດກັບການໂຕ້ວາທີ ສອງຄັ້ງ ກ່ອນໜ້ານີ້, ໂດຍເລືອກຈັດການຮວມຊຸມນຸມ ຢູ່ໃນເມືອງໃກ້ຄຽງ ແທນ.

ນອກຈາກນີ້, ສິ່ງທີ່ຂາດຫາຍໄປຈາກການໂຕ້ວາທີຄັ້ງນີ້ ແມ່ນອະດີດຮອງປະທານາທິບໍດີຂອງ ທ່ານທຣຳ, ທ່ານໄມຄ໌ ເພັນສ໌, ຜູ້ທີ່ຖອນໂຕອອກຈາກການແຂ່ງຂັນ ຍ້ອນການລົງຄະແນນສຽງຕ່ຳ ແລະຂາດເງິນ.

ທ່ານທຣອຍ ອີກເທື່ອນຶ່ງ ໄດ້ໃຫ້ທັດສະນະ ກ່ຽວກັບວ່າ ສິ່ງນີ້ ໄດ້ເຮັດໃຫ້ມີການປ່ຽນແປງແນວໃດ, ໂດຍໄດ້ກ່າວ່ວ:

"ລາວເປັນກະບອກສຽງທີ່ສໍາຄັນ ຢ່າງເຕັມໃຈ ທີ່ຈະວິພາກວິຈານປະທານາທິບໍດີ ທຣຳ ເທິງເວທີ. ໃນຕອນນີ້, ມັນມີພຽງແຕ່ (ອະດີດຜູ້ປົກຄອງລັດ ນິວ ເຈີຊີ), ທ່ານຄຣິສ ຄຣິສຕີ (Chris Christie) ເທົ່ານັ້ນ ທີ່ວິພາກວິຈານ ທ່ານທຣໍາ ຢ່າງເປີດເຜີຍໃນທຸກໆລັກສະນະ. ມັນອາດຈະຈຳເປັນທີ່ຄູ່ແຂງອັນດັບຕົ້ນໆ ບາງຄົນ, ລວມທັງ ທ່ານນາງ ເຮລີ ແລະ ທ່ານດີແຊນທິສ, ທີ່ຈະຕ້ອງວິພາກວິຈານ ທ່ານທຣຳ ໃຫ້ຫຼາຍຂຶ້ນ, ແລະບາງເທື່ອ, ການຂາດ ທ່ານເພັນສ໌ ອາດຈະເຮັດໃຫ້ພວກເຂົາ ມີໂອກາດທີ່ຈະເຮັດແບບນັ້ນ.”

ພັກຣີພັບບລີກັນ ໄດ້ກຳນົດການໂຕ້ວາທີ ຄັ້ງທີ 4 ໃສ່ວັນທີ 6 ທັນວານີ້. ເມື່ອເຖິງເວລານັ້ນ, ຄວາມຕ້ອງການດ້ານຄຸນສົມບັດ ທີ່ແຂງແກ່ນກວ່ານັ້ນ ຄວນແຄບລົງຕື່ມ.

ອ່ານລາຍງານນີ້ເປັນພາສາອັງກິດຂ້າງລຸ່ມນີ້:

The top five Republican Party presidential candidates are gathering on Wednesday (November 8) for the third debate of the year. This debate is expected to differ from the rest as candidates try to set themselves apart with their views on the Israel-Hamas war. As VOA's Carolyn Presutti tells us, that’s not the only change in this debate.

Round three is Wednesday, in Miami, Florida.

A lot has changed since September’s gathering in California.

Hamas attacked Israel and Israel is bombing Gaza. Most Republicans support Israel, but this could be a dividing point among the candidates.

Look for strong comments defending Israel from former governor and U.N. ambassador Nikki Haley and Florida Governor Ron DeSantis, who flew Americans back from Israel.

Ramaswamy: “Israel absolutely has the right and is on firm territory...”

Entrepreneur Vivek Ramaswamy has changed his comments since the war began and could be criticized because of that during the debate.

Tevi Troy of the Bipartisan Policy Center has worked on past debates.

“He seems to be more tolerant of pro-barbarity comments or people who say things that support Hamas terrorism. He calls it free speech. Again, I'm a big free speech advocate, but I think there are limits when you advocate violence and murder, that then that's not okay in my book.”

The latest Quinnipiac University poll shows Former President Donald Trump leading other Republicans at 64%, trailed by DeSantis at 15% and Haley at 8. But the front-runner, will skip this Miami debate, as he did for two previous ones, choosing instead to hold a rally in a nearby city.

Also missing from this debate is Trump’s former vice president, Mike Pence, who dropped out of the race due to low polling and lack of money.

Again, Troy, on how this changes the dynamic.

Tevi Troy, Bipartisan Policy Center:
“He was an important voice in being willing to criticize President Trump on stage. Now it's only [Former New Jersey Governor] Chris Christie who's been overtly critical of Trump in every appearance. It may behoove some of the top contenders, including Haley and DeSantis, to make more of a pointed critique of Trump, and perhaps Pence’s absence gives them the opportunity to do that.”

The Republican Party has scheduled a fourth debate for December 6th. By then, time and stiffer qualification requirements should narrow the field even more.

XS
SM
MD
LG