ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ລົງສະໝັກ ຈາກພັກ Republican ເພັ່ງເລັງໃສ່ ບັນຫາ ຄົນເຂົ້າເມືອງ ກ່ອນການໂຕ້ວາທີ ຄັ້ງທຳອິດ


ຜູ້ລົງສະໝັກຕຳແໜ່ງປະທານາທິບໍດີ ສະຫະລັດ ຂອງພັກ Republican ສະມາຊິກສະພາ Marco Rubio ເຂົ້າຮ່ວມການປະຊຸມຜ່ານທາງວິດີໂອ ໃນລະຫວ່າງການ ປະຊຸມຜູ້ລົງຄະແນນສຽງປະທານາທິບໍດີຄັ້ງທຳອິດ ໃນນະຄອນ Manchester, ລັດ New Hampshire 3 ສິງຫາ, 2015.
ຜູ້ລົງສະໝັກຕຳແໜ່ງປະທານາທິບໍດີ ສະຫະລັດ ຂອງພັກ Republican ສະມາຊິກສະພາ Marco Rubio ເຂົ້າຮ່ວມການປະຊຸມຜ່ານທາງວິດີໂອ ໃນລະຫວ່າງການ ປະຊຸມຜູ້ລົງຄະແນນສຽງປະທານາທິບໍດີຄັ້ງທຳອິດ ໃນນະຄອນ Manchester, ລັດ New Hampshire 3 ສິງຫາ, 2015.

ເລື້ອງຄົນເຂົ້າເມືອງ ​ແມ່ນ​ຈຸດ​ເພັ່ງເລັງ​ທີ່​ສຳຄັນ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ບັນດາ​ສະມາຊິກ​ພັກ Republican ທີ່ຫວັງ​ວ່າ​ຈ​ະໄດ້ເປັນ​ປະທານາທິບໍດີ​ ສະຫະລັດ ຄົນ​ຕໍ່​ໄປ, ໄດ້​ເຂົ້າ​ຮ່ວມ​ໃນການ​ປະ​ຊຸມ ກ່ອນ​ການ​ໂຕ້​ວາທີ​ຢ່າງ​ເປັນ​ທາງ​ການຄັ້ງທຳ​ອິດ​ຂອງ​ພັກ​ດັ່ງກ່າວ.

ຜູ້​ສະໝັກ 14 ​ທ່ານ ຂອງຈຳນວນທັງໝົດ 17 ທ່ານໄດ້ເຂົ້າຮ່ວມ ໃນພິ ທີເປັນເວລາສອງ ຊົ່ວໂມງ ​ຢູ່​ລັດ New Hampshire ເຊິ່ງ ມີການ​ຖ່າຍທອດ​ທາງ​ໂທລະ​ພາບ​ທົ່ວ​ປະ​ເທດ ​ໃນ​ເຄືອ​ຂ່າຍ​ຂ່າວ​ດຽວ​ກັນທີ່​ສະ​ແດງ ​ໃຫ້​ເຫັນ​ການ​ປະຕິບັດ​ການ​ຂ​ອງລັດຖະສະພາ ​ແລະ ທາງ​ຊ່ອງ​ໂທ​ລະ​ພາບ​ຂອງ​ທ້ອງ​ຖິ່ນ​ ໃນລັດເຊິ່ງຈະເປັນຜູ້ ປ່ອນບັດແຫ່ງທຳ​ອິດ​ ໃນຂັ້ນ ຕອນການແຕ່ງຕັ້ງສະ​ເໜີ​ຊື່ ໃນຕົ້ນ​ປີໜ້າ.

​ເສດ​ຖີເງິນ​ພັນ​ລ້ານ ທ່ານ Donald Trump, ​ເປັນ​ຜູ້​ມີຄະແນນນຳໜ້າ ໃນ​ການຢັ່ງຫາງສຽງ ປະຊາຊົນ​ທົ່ວ​ປະ​ເທດໃນປັດຈຸບັນນີ້, ​ໄດ້​ປະຕິ​ເສດ​ທີ່​ຈະ​ເຂົ້າ​ຮ່ວມ, ເຊັ່ນດ່ຽວ​ກັບ​ອະດີດ​ເຈົ້າ​ຄອງ​ລັດ Arkansas ທ່ານ Mike Huckabee.

ສຳລັບ​ຜູ້​ສະໝັກ​ຄົນອື່ນໆທີ່ແມ່ນ​ປ່ຽນ​ຜຽນ​ກັນ​ກ່າວ​ໃນ​ການ​ສຳພາດດ່ຽວ, ​ເຊິ່ງ​ເປັນ​ຮູບ​ແບບ​ທີ່​ແຕກ​ຕ່າງ​ຈາ​ກການ​ໂຕ້​ວາທີໃນ​ເມືອງ Cleveland, ລັດ Ohio ໃນວັນ​ພະຫັດນີ້ ເຊິ່ງຈະ ອະນຸຍາດ​ໃຫ້ບັນດາ​ຜູ້​ລົງ​ສະໝັກ​ຮັບ​ເລືອກ​ຕັ້ງ ກ່າວ​ເຖິງກັນ​ແລະ​ກັນ. ການໂຕ້ວາທີດັ່ງກ່າວ​ຈະຈຳກັດຮັບເອົາຜູ້​ສະໝັກ ມີຄະແນນສູງ​ສຸດ 10 ຄົນເທົ່ານັ້ນ ​ໃນ​ການ​ຢັ່ງຫາງສຽງທົ່ວ ປະເທດ, ອີງ​ຕາມ​ກົດ​ລະບຽບຂອງ​ພັກ.

​ພວກ​ທ່ານ​ແນ​ເປົ້າ​ໃສ່​ການ​ໂຈມຕີ​ພັກ​ເດ​ໂມແຄຣັດ, ​ໂດຍ​ສະ​ເພາະ​ຜູ້ມີຄະແນນສຽງນຳໜ້າ​ຂອງພັກ​, ທ່ານນາງ Hilary Clinton, ​ໃນ​ຂະນະ​ທີ່​ສະ​ແດງ​ຄວາມ​ຕ້ອງການເພື່ອ​ແນ​ໃສ່​ການ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ເ​ປັນ​ອົງ​ປະກອບ​ຫຼັກ​ຂອງ​ນະ​ໂຍບາຍ​ດ້ານຄົນເຂົ້າ ເມືອງ.

ອະ​ດີດ​ຜູ້ປົກຄອງ​ລັດ Texas ທ່ານ Rick Perry ​ໄດ້​ກ່າວ​ວ່າ “ຈົນ​ກວ່າ​ພວກ​ເຮົາ​ຈະ​ເຮັດ​ໃຫ້​ເຂດ​ຊາຍ​ແດນ​ນັ້ນ​ປອດໄພ, ມັນ​ຈະ​ບໍ່​ມີ​ວັນ​ຢຸດ. ມັນ​ເປັນ​ດັ່ງ​ກັບ​ບາດ​ແຜ​ທີ່​ຮ້າຍ​ແຮງ, ທ່ານ​ຢາກ​ຈະ​ຫ້າມ​ການ​ໄຫຼ​ຂອງ​ເລືອດ ​ແລະ ນັ້ນ​ບໍ່​ແ​ມ່ນສິ່ງທີ່​ກຳລັງເກີດ​ຂຶ້ນຢູ່ໃນ​ປະ​ເທດ​ນີ້​ ໃນ​ປະຈຸບັນ.”

ອະດີດ​ຜູ້ປົກຄອງ​ລັດ Florida ທ່ານ Jeb Bush ​ໄດ້​ກ່າວ​ວ່າ ຊິ້ນ​ສ່ວນ​ໜຶ່ງ​ຂອງ​ການ​ປະຕິ ​
ຮູ​ບເລື້ອງຄົນເຂົ້າເມືອງ ຄວນ​ແມ່ນ​ການ​ຈຳ​ກັດ​ຈຳນວນ​ຂອງ​ຄົນ​ທີ່​ໄດ້ຮັບອະນຸຍາດໃຫ້​ເຂົ້າ​ມາ​ໃນ ສະຫະລັດ ​ເພື່ອ​ຢູ່​ຮ່ວມ​ກັບ​ຄອບຄົວ​ຂອງ​ພວກ​ເຂົາ​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ປະ​ເທດ​ແລ້ວ. ສະມາຊິກ​ສະພາ​ສູງຂອງ​ລັດ Florida ທ່ານ Marco Rubio ກໍ​ສະ ໜັບສະໜູນ​ຄວາມ​ຄິດ​ນັ້ນ​ເຊັ່ນ​ກັນ.

ອະດີດສະມາຊິກສະພາສູງຈາກລັດ Pennsylvania ທ່ານ Rick Santorum ສະໜັບ ສະໜູນໃຫ້ຕັດຈຳນວນຄົນເຂົ້າເມືອງທີ່ມີຄວາມ ສາມາດຕ່ຳ ລົງ 25 ເປີເຊັນ. ສ່ວນຜູ້ປົກ ຄອງລັດ Ohio ທ່ານ John Kasich ກ່າວ​ວ່າ ມັນ​ຄວນ​ຈະ​ມີ​ການ​ຂະຫຍາຍ​ໃນໂຄງການ​ແຮງ​ງານ​ຈາກ​ປະ​ເທດ​ຍາກຈົນ, ​ແລະ ກ່າວ​ວ່າ ​ແຮງ​ງານ​ຜິດ​ກົດໝາຍ​ ທີ່ຢູ່​ໃນ​ ສະຫະລັດ ແລ້ວ ​ເຊິ່ງ​ເຄົາລົບ​ກົດໝາຍ​ຄວນ​ຈະ​ໄດ້ຮັບອະນຸຍາດ​ໃຫ້​ຢູ່​ໃນ​ປະ​ເທດນີ້ໄດ້.

​ສ່ວນ​ຫົວ​ຂໍ້ອື່ນໆ, ​ຜູ້ປົກ​ຄອງ​ລັດ Wisconsin ທ່ານ Scott Walker ​ໄດ້ໂຈມ​ຕີ​ແຜນການ​ຂອງ​ປະທາ​ທິບໍດີ ບາຣັກ ​ໂອ​ບາ​ມາທີ່​ໄດ້ເປີດ​ເຜີຍ​ ການ​ຕັດ​ການ​ປ່ອຍ​ຄວັນ​ພິດ​ທາດ​ຄາບ​ອນຈາກ​ໂຮງ​ໄຟຟ້າ​ຂອງ​ປ​ະ​ເທດໃນ​ວັນ​ຈັນ​ວານ​ນີ້, ໂດຍເອີ້ນ​ວ່າ​ເປັນ​ “ການ​ຕັດ” ທີ່​ມີ​ລາ​ຄາ​ສູງ​ຕໍ່​ເສ​ດ ຖະກິດ ອາ​ເມຣິກາ.

US Politics
please wait
Embed

No media source currently available

0:00 0:01:57 0:00

XS
SM
MD
LG