ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ສຫລ ຍຸຕິ​ ການປົກປ້ອງຄຸ້ມຄອງຊົ່ວຄາວ ຊາວ​ແອ​ລຊາ​ລວາ​ດໍ ​ ຈາກ ການຖືກເນລະເທດ


ພວກປະທ້ວງ ພາກັນເດີນຂະບວນໃນການໂຮມຊຸມນຸມ ເລື່ອງ ຄົນເຂົ້າເມືອງ ເພື່ອສະໜັບສະໜູນ ໂຄງການ ທີ່ເອີ້ນວ່າ ດັກກາ (DACA),ແລະ ທີພີແອັສ (TPS), ທີ່ລັດຖະ ສະພາ ສຫຣ, ວໍຊີງຕັນ.

ລັດຖະບານ​ສະຫະລັດ ຈະ​ຍົກເລີກ​ ການປົກປ້ອງຄຸ້ມຄອງ ຊາວ​ແອ​ລຊາ​ລວາ​ດໍ ​
ປະມານ 262,500 ຄົນ ທີ່ໄດ້ຮັບອະນຸຍາດໃຫ້ອາໄສຢູ່ໃນສະຫະລັດ ມາໄດ້ເກືອບ
​ເຖິງ​ 2 ທົດ​ສະວັດ ແລ້ວນັ້ນ ອີງຕາມການປະກາດຂອງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສະຫະລັດ
​ໃນ​ວັນ​ຈັນ​ວານ​ນີ້.

ຖານະ​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ຊົ່ວຄາວ ຫຼື TPS ທີ່​ຊາວ​ແອ​ລຊາ​ລວາ​ດໍ ​ຈຳນວນ​ຫຼາຍ
​ຮ້ອຍ​ພັນຄົນ ໄດ້ຮັບ ແມ່ນປົກປ້ອງບໍ່ໃຫ້ພວກເຂົາເຈົ້າ ຖືກ​ເນ​ລະ​ເທດຫຼັງ​ຈາກ​ທີ່​ໄດ້
ເກີດ​ແຜ່ນດິນ​ໄຫວຮ້າຍ​ແຮງ ​ໃນ​ປີ 2001 ຈະ​ສິ້ນ​ສຸດ​ລົງ ​ໃນວັນທີ 9 ກັນຍາ ​ປີ 2019.

​ໃນ​ວັນ​ນັ້ນ ພວກ​ທີ່​ໄດ້​ອາ​ໄສ ​ແລະ​ເຮັດວຽກຢ່າງຖືກຕ້ອງ​ຕາມ​ກົດໝາຍ​ໃນ​ສະຫະລັດ
ເປັນ ​ເວລາເກືອບ​ເຖິງ​ 2 ທົດ​ສະວັດນັ້ນ ຈະ​ຖືກປ່ຽນໃຫ້ໄປຢູ່ໃນຖານະ ທີ່​ພວກ​ເຂົາເຈົ້າ
ມີຢູ່ກ່ອນໄດ້ຮັບຖານະ TPS ຖ້າຫາກຖານະດັ່ງກ່າວຍັງ​ໃຊ້​ການ​ໄດ້ຢູ່. ພວກ​ເຂົາ​ຍັງ
​ສາມາດທີ່​ຈະ​ຍື່ນ​ສະໝັກ​ເພື່ອ​ຂໍ​ຮັບຜົນ​ປະ​ໂຫຍ​ດຢ່າງ​ອື່ນ ຂອງພວກ​ຄົນເຂົ້າ​ເມືອງ
ຕົວຢ່າງ​ເຊັ່ນວີ​ຊາທີ່​ມາ​ຈາກ​ພື້ນຖານທາງ​ດ້ານ​ຄອບຄົວ ​ແລະຈາກ​ການ​ເຮັດ​ວຽກ.

ການ​ຕັດສິນ​ໃຈ​ທີ່​ວ່າ​ນີ້ ​ແນ່ນອນ​ຈະເຮັດໃຫ້ຊາວ​ແອ​ລຊາ​ລວາ​ດໍບາງຄົນ ຕົກຢູ່ໃນ
ຖານະທີ່​ບໍ່​ມີ​ເອກ​ກະສາ​ນຢ່າງຖືກຕ້ອງ ​ທີ່ເຮັດໃຫ້ພວກເຂົາເຈົ້າສ່ຽງ​ຕໍ່​ການ​ຖືກ​ເນລະ​ເທດ.

ທ່ານນາງ ເຄີຣສຕ໌ເຈັນ ນຽລສັນ ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍ ນັ່ງຟັງການສຳພາດ, 2 ມັງກອນ 2018, ທີ່ນະຄອນ ແຊນ ດີເອໂລ.
ທ່ານນາງ ເຄີຣສຕ໌ເຈັນ ນຽລສັນ ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍ ນັ່ງຟັງການສຳພາດ, 2 ມັງກອນ 2018, ທີ່ນະຄອນ ແຊນ ດີເອໂລ.

​ໃນ​ການ​ທົບທວນ​ແບບ​ປົກກະຕິ​ ກ່ຽວ​ກັບ​ເງື່ອນໄຂ​ ໃນແອ​ລຊາ​ລວາ​ດໍນັ້ນ ລັດຖະບານ
​ຂອງ​ທ່ານ​ທຣຳ ​ໄດ້​ລົງຄວາມເຫັນວ່າ​ປະ​ເທດ​ໃນອາ​ເມຣິການ​ກາງ​ດັ່ງກ່າວນີ້​ ແມ່ນ​ໄດ້
ຟື້ນ​ໂຕຄືນຈາກໄພ​ພິບັດ​ທຳ​ມະ​ຊາດຫຼາຍພໍ​ແລ້ວ ​ທີ່​ຈະ​ໃຫ້​ປະຊາຊົນ​ຂອງ​ພວກ​ເຂົາ​ເຈົ້າ
ກັບ​ຄືນ​ປະ​ເທດ ໄດ້ ອີີງຕາມຄຳເວົ້າຂອງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສະຫະລັດ ​ທີ່ໄດ້ບອກ​ກັບ​
ພວກ​ນັກ​ຂ່າວ ​ໃນ​ກອງ​ປະຊຸມ​ທາງ​ໂທລະສັບ​ ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້.

​ເຖິງ​ແມ່ນ​ວ່າ ໄດ້​ມີ​ການຕໍ່ອາຍຸ​ກ່ອນ​ໜ້າ​ນີ້ ໃຫ້ແກ່ຖານະ​ທີ່​ປົກ​ປ້ອງ​ຄຸ້ມ​ຄອງ​ຊົ່ວຄາວ
ສຳ​ຫຼັບຊາວ​ແອ​ລຊາ​ລວາ​ດໍ ທີ່​ຮວມທັງການເຊື່​ມ​ໂຍງ ​ລະຫວ່າ​ງ​ໄ​ພພິບັດ​ທຳ​ມະ​ຊາດ ​
ແລະ​ການບັນຫາ​ເລື່ອງ​ອົງການ​ອາຊະຍາ​ກຳ​ແລະ​ຄວາມ​ຮຸນ​ແຮງ​ຂອງ​ປະ​ເທດ​ທີ່​ກຳລັງ​
ປະ​ເຊີນ​ຢູ່ກໍຕາມ, ​ແຕ່ເຈົ້າ​ໜ້າ​ທີ່​ຂອງ​ລັດຖະບານ ​ໄດ້​ກ່າວ​ວ່າ ກະຊວງ​ຮັກສາ​ຄວາມ​
ປອດໄພພາຍໃນຂອງສະຫະລັດ “ຊັ່ງຊາເບິ່ງ” ພຽງ​ແຕ່​ການ “ຟື້ນໂຕ​ຄືນ” ຈາກ​ແຜ່ນ
ດິນ​ໄຫວ, ບໍ່​ແມ່ນ​ຈາກ “ຄວາມ​ຮຸນ​ແຮງ​ໃນປະເທດດັ່ງກ່າວ.” ​

ເຈົ້າ​ໜ້າ​ທີ່​ ທີ່ຕອບຄຳຖາມ ເຊັ່ນດຽວກັນກັບ​ຖະແຫຼງການທີ່ເປັນລາຍລັກອັກສອນຂອງ
ລັດຖະມົນຕີກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍໃນ ທ່ານນາງ ​ເຄີຣສຕ໌ເຈັນ ນຽລສັນ
(Kirstjen Neilsen)ກ່າວ​ວ່າ ການ​ເລື່ອນ​ເວລາມາເປັນເວລາ 18 ​ເດືອນ ​ທີ່​ຈະ​ຍຸຕິຖານະ
​ປົກ​ປ້ອງ​ຄຸ້ມ​ຄອງ​ ຊົ່ວຄາວສຳ​ຫຼັບຊາວ​ແອ​ລຊາ​ລວາ​ດໍ “ຈະ​ອະນຸຍາດ​ໃຫ້ລັດຖະສະພາ ມີເວລາໃນການຮ່າງ​ກົດໝາຍ ທີ່ອາດເປັນໄປໄດ້.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

US to End Temporary Protection from Deportation for Salvadorans
please wait

No media source currently available

0:00 0:00:49 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG