ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ລະບຸວ່າ ການແຊກແຊງ ຂອງຈີນ​ ຢູ່ ​ອອສ​ເຕຣ​ເລຍ ແມ່ນມີ ຢ່າງແຜ່ກວ້າງ


ລັດຖະມົນຕີການຕ່າງປະເທດອອສ​ເຕຣ​ເລຍ ທ່ານນາງ ຈູລີ ບີຊອບ (Julie Bishop) ໂອ້ລົມກັບຄູ່ຕຳແໜ່ງຂອງຈີນ ທ່ານວັງ ຢີ (Wang Yi), ໃນຂະນະທີ່ ລັດຖະມົນຕີການຕ່າງປະເທດ
ເຢຍຣະມັນ ທ່ານ ຮາຍໂກ ມາສ (Heiko Maas) ເບິ່ງ,
ໃນກອງປະຊຸມ G20 ຂອງບັນດາລັດຖະມົນຕີການຕ່າງປະເທດ ທີ່ນະຄອນບູແອນົສ ແອເຣັສ (Buenos Aires), ອາເຈັນຕິນາ, 21 ພຶດສະພາ 2018.
ລັດຖະມົນຕີການຕ່າງປະເທດອອສ​ເຕຣ​ເລຍ ທ່ານນາງ ຈູລີ ບີຊອບ (Julie Bishop) ໂອ້ລົມກັບຄູ່ຕຳແໜ່ງຂອງຈີນ ທ່ານວັງ ຢີ (Wang Yi), ໃນຂະນະທີ່ ລັດຖະມົນຕີການຕ່າງປະເທດ ເຢຍຣະມັນ ທ່ານ ຮາຍໂກ ມາສ (Heiko Maas) ເບິ່ງ, ໃນກອງປະຊຸມ G20 ຂອງບັນດາລັດຖະມົນຕີການຕ່າງປະເທດ ທີ່ນະຄອນບູແອນົສ ແອເຣັສ (Buenos Aires), ອາເຈັນຕິນາ, 21 ພຶດສະພາ 2018.

ລາຍ​ງານ​ລັບ​ສຸດ​ຍອດ​ສະບັບ​ນຶ່ງ ​ໄດ້ສ້າງຄວາມ​ເປັນ​ຫວ່ງ​ ທີ່ວ່າ ຈີນ​ໄດ້ພະຍາຍາມ
ໃຊ້​ອິດ​ທິພົນຕໍ່ພັກການ​ເມືອງຕ່າງໆ ຂອງ​ອອສ​ເຕຣ​ເລຍ ​ໃນ​ຮອບ​ທົດ​ສະ​ວັດ​ຜ່ານ​ມາ.
ການສື​ບສວນ ກ່ຽວກັບ​ການ​ເຂົ້າແຊກ​ແຊງ ຂອງ​ຕ່າງປະ​ເທດ ຢູ່​ໃນອອສ​ເຕຣ​ເລຍ ​
ແມ່ນ​ໄດ້ຮັບຄຳສັ່ງ​ ຈາກ​ນາຍົກລັດຖະມົນຕີ ມາລ​ໂຄມ ​ເທີຣ໌ນ​ໂບລ (Malcolm
Turnbull) ​ໃນປີ 2016 ທີ່​ນຳ​ໄປ​ສູ່ ການສະ​ເໜີ​ ໃຫ້​ມີ​ກົດ​ໝາຍ​ໃໝ່ຂຶ້ນມາ ທີ່​ຈະ
ເກືອດຫ້າມ​ການ​ບໍລິຈາກ​ຂອງ​ຕ່າງປະ​ເທດ ​ແກ່ພວກຜູ້​ລົງ​ສະ​ໝັກ​ແຂ່ງຂັນ​ທາງ​ດ້ານ
ການ​ເມືອງ. ນັກ​ຂ່າວ​ວີ​ໂອ​ເອ ຟຽນ ເມີເຊີ້ ມີ​ລາຍ​ງານມາຈາກ ​ຊິດ​ນີ ຊຶ່ງ​ວັນນະ​ສອນ
ຈະ​ນຳ​ລາຍ​ລະອຽດມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

​ແຫຼ່ງຂ່າວ​ຂອງອອສ​ເຕຣ​ເລຍ ອ້າງ​ວ່າ ​ລາຍ​ງານດັ່ງກ່າວ ໃຫ້ລາຍ​ລະອຽດ ​ກ່ຽວກັບ
ການແຊກ​ແຊງ​ຢ່າງ​ກວ້າງຂວາງຂອງ ​ຈີນ ຢູ່ ​ໃນອອສ​ເຕຣ​ເລຍ. ນາຍົກລັດຖະມົນຕີ
ມາລ​ໂຄມ ​ເທີຣ໌ນ​ໂບລ (Malcolm Turnbull) ກ່າວ​ວ່າ ເນື້ອໃນຂອງມັນແມ່ນ
ເປັນເລື້ອງລັບ ແຕ່ ລາຍງານທີ່ຮົ່ວໄຫຼອອກມາ ສະເໜີແນະວ່າ ຈີນ ​ໄດ້​ພະຍາຍາມ
ໃນ​ທຸກໆ​ລະດັບ ຂອງ​ລັດຖະບານ​ໃນອອສ​ເຕຣ​ເລຍ ລົງມາຈົນ​ເຖິງ​ລະດັບ​ສະພາ​
ທ້ອງ​ຖິ່ນ ​ແລະ​ໄດ້​ພະຍາຍາມ​ທີ່​ຈະປະນີປະນອມ ກັບບັນດາພັກການ​ເມືອງ​ໃຫຽ່ໆ.

ນຶ່ງ​ໃນ​ບັນດາຜູ້​ຂຽນລາຍ​ງານ ​ກໍແມ່ນ​ທ່ານ ຈອນ ກາຣ໌​ໂນຕ (John Garnaut),
ອະດີດ​ທີ່​ປຶກສາ​ລັດຖະບານ ຜູ້​ຊຶ່ງ​ປັດຈຸບັນ ກຳລັງເປັນຜູ້ບໍລິຫານບໍລິສັດ​ທີ່​ປຶກສາຢູ່.
ຜູ້ກ່ຽວຍັງ​ບໍ່​ທັນ​ໄດ້ເປີດເຜີຍ​ຄວາມລັບຂອງເອກະສານດັ່ງກ່າວເທື່ອ​ ​ແຕ່ກໍໄດ້ເຕືອນ
​ເຖິງ​ ​ອິດ​ທິພົນ​ຂອງ​ຈີນ ​ຢູ່ໃນອອສ​ເຕຣ​ເລຍ ຕອນ​ທີ່​ເພິ່ນ​ໄດ້​ໄປ​ປາກົດ​ໂຕ ຢູ່​ຊ້ອງໜ້າ
ຄະນະ​ກຳມາ​ທິການກອງທັບສະພາຕໍ່າ​ສະຫະລັດ ​ໃນ​ເດືອນ​ມີນາ ຜ່ານ​ມາ​ນີ້.

ທ່ານກາຣ໌​ໂນຕ ກ່າວ​ວ່າ: “ພາຍ​ໃຕ້​ການນຳພາ​ທີ່ບໍ່ສອດຄ່ອງກັນຂອງ​ປະທານ
​ປະ​ເທດ​ຈີນ ທ່ານ​ ສີ ຈິ້ນ ຜິ​ງ ນັ້ນ, ກິດຈະກຳ​ຕ່າງໆ​ຂອງ​ຈີນ ​ແມ່ນໄຮ້ຄວາມລະອາຍ
ທັງເປັນ​ການຮຸກຮານ ຊຶ່ງພວກ​ເຮົາ ບໍ່​ສາມາດ​ທີ່​ຈະ​ເມີນ​ເສີຍ​ອີກ​ຕໍ່​ໄປ​ໄດ້.”

ລາຍ​ງານ​ລັບ​ສຸດ​ ດັ່ງກ່າວ ​ໄດ້​ຊ່ອຍ​ໃຫ້ນະຄອນຫຼວງ ​ແຄນ​ເບີຣ໌ຣາ ນຳ​ມາ​ຊຶ່ງ​ກົດໝາຍ
ໃໝ່​ກ່ຽວກັບການ​ເຂົ້າ​ແຊກ​ແຊງ​ຂອງຕ່າງປະ​ເທດ ຊຶ່ງ​ໄດ້​ຖືກ​ນຳ​ສະ​ເໜີເຂົ້າໃນລັດຖະ
ສະພາ ​ໃນ​ປີ​ກາຍ​ນີ້, ​ແຕ່​ວ່າ​ຍັງ​ບໍ່​ທັນ​ໄດ້​ຮັບ​ຜ່ານ​ເທື່ອ. ພວກເຈົ້າ​ໜ້າ​ທີ່​ ໄດ້​ເນັ້ນ​ເຖິງວ່າ
​ກົດໝາຍ​ທີ່​ວ່າ​ນີ້ ​ບໍ່​ໄດ້​ສະ​ເພາະ​ເຈາະ​ຈົງ​ໃສ່​ປະ​ເທດ​ໃດ​ນຶ່ງ, ​ເຖິງ​ແມ່ນ​ວ່າ ພວກ​ນັກ
ວິ​ເຄາະຈະ​ພາກັນ​ເຊື່ອ​ວ່າ ການ​ເອົາ​ມາດ​ຕະການ​ທີ່​ວ່າ​ນີ້ ​ແມ່ນແນ​ເປົ້າ​ໝາຍ​ໃສ່​ຈີນ.

ສັບປະດາ​ແລ້ວ​ນີ້ ຜູ້ອຳນວຍການ​ໃຫຍ່​ ຂອງ​ອົງການ​ຮັກສາ​ການ​ສື​ບລັບ​ອອສ​ເຕຣ​ເລຍ
ທ່ານ ດັນເກັນ ລູວິສ (Duncan Lewis) ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ ​ກຳລັງ​ປະ​ເຊີນ​
ກັບ​ການ​ເຂົ້າ​ແຊກ​ແຊງ​ຈາກ​ຕ່າງປະ​ເທດ ຢ່າງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ນາຍົກລັດຖະມົນຕີ ມາລ​ໂຄມ ​ເທີຣ໌ນ​ໂບລ (Malcolm Turnbull) ມີປະຕິກິລິຍາ ໃນຂະນະທີ່ທ່ານກ່າວ ໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບຜົນສະຫຼຸບຂອງການສຳຫຼວດການເທົ່າທຽມກັນ ຂອງການແຕ່ງງານ ໃນແຄນເບີຣ໌ຣາ, ອອສເຕຣເລຍ, 15 ພະຈິກ 2017.
ນາຍົກລັດຖະມົນຕີ ມາລ​ໂຄມ ​ເທີຣ໌ນ​ໂບລ (Malcolm Turnbull) ມີປະຕິກິລິຍາ ໃນຂະນະທີ່ທ່ານກ່າວ ໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບຜົນສະຫຼຸບຂອງການສຳຫຼວດການເທົ່າທຽມກັນ ຂອງການແຕ່ງງານ ໃນແຄນເບີຣ໌ຣາ, ອອສເຕຣເລຍ, 15 ພະຈິກ 2017.

ທ່ານລູວິສ ກ່າວ​ວ່າ “ພວກ​ນັກສະ​ແດງ​ຕ່າງປະ​ເທດທັງຫຼາຍ​ ​ພະຍາຍາມ​ຢ່າງລັບໆ ທີ່​ຈະ​ໃຊ້ອິດ​ທິພົນ ​ແລະ​ດັດ​ແປງ​ຮູບ​ຮ່າງ​ຂອງ​ມຸມ​ມອງ​ຂອງ​ສະມາຊິກ​ສາທາລະນະຊົນ​ອອສ​ເຕຣ​ເລຍ, ຮວມທັງ ສື່ມວນຊົນອອສ​ເຕຣ​ເລຍ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານອອສ​ເຕຣ​ເລຍ​ນຳ.”

ກ່ອນ​ໜ້າ​ນີ້ ປັກ​ກິ່ງ​ໄດ້​ກ່າວ​ຫາ ນາຍົກລັດຖະມົນຕີ ​ເທີຣ໌ນ​ໂບລ ​ວ່າ ​ຕໍ່ຕ້ານ​ຈີນ ​ແລະໃສ່ຢາພິດ​ເຂົ້າໄປ​ໃນ​ສາຍ​ພົວພັນ​ສອງ​ຝ່າຍ.

ທ່ານ ​ເທີຣ໌ນ​ໂບລ ຈະຕ້ອງໄດ້​ກຳກັບ​ເສັ້ນທາງການ​ທູດ​ທີ່​ຫຼໍ່​ແຫຼມນີ້ໃຫ້ດີໆ. ຈີນ​ ເປັນ​ຄູ່​ພາຄີ​ການ​ຄ້າ ​ທີ່​ໃຫຍ່​ສຸດ​ຂອງອອສ​ເຕຣ​ເລຍ, ​ໃນ​ຂະນະ​ທີ່​ ທາງການ​ທະຫານ​ຂອງແຄນ​ເບີຣ໌ຣາ ​ແມ່ນ​ເປັນພັນທະ​ມິດ​ທີ່​ຍາວ​ນານກັບ​ສະຫະລັດ ຊຶ່ງ​ເປັນ​ເສົາ​ຫຼັກ​ທີ່ຢັ່ງ​ເລິກ​ລົງ​ໄປໃນ ຍຸດ​ທະ​ສາດ​ດ້ານ​ຄວາມ​ປອດ​ໄພ ຂອງ​ປະ​ເທດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານປະເທດຈີນ ທ່ານ ສີ ຈິ້ນ ຜິງ ກ່າວໃນກອງປະຊຸມລັບຂອງພັກສະພາປະຊາຊົນປະຕິວັດ ຫຼື(NPC) ໃນສາລາປະຊາຊົນ, 20 ມີນາ 2018.
ປະທານປະເທດຈີນ ທ່ານ ສີ ຈິ້ນ ຜິງ ກ່າວໃນກອງປະຊຸມລັບຂອງພັກສະພາປະຊາຊົນປະຕິວັດ ຫຼື(NPC) ໃນສາລາປະຊາຊົນ, 20 ມີນາ 2018.

XS
SM
MD
LG