ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເກົາຫຼີ​ເໜືອ ​ທົດ​ລອງ​ຍິງ ​ລູກ​ສອນ​ໄຟ​ ໄລຍະ ປານກາງ ແຕ່ລົ້ມແຫຼວ


North Korea Missle
please wait
Embed

No media source currently available

0:00 0:01:40 0:00

ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາຫຼີ​ເໜືອ​ໃນ​ວັນ​ອັງຄານ​ມື້​ນີ້ ​ເບິ່ງ​ຄື​ວ່າ​ລົ້ມ​ແຫຼວ​ ອິງ​ຕາມ​ເຈົ້າ​ໜ້າ​ທີ່​ຂອງ​ເກົາຫຼີ​ໃຕ້.

​“ຄວາມ​ພະຍາຍາມ​ໃນ​ການທົດ​ລອງ​ຍິງ​ລູກ​ສອນ​ໄຟນັ້ນ ​ແມ່ນ​ໄດ້​ລົ້ມແຫຼວ​ລົງ. ພວກ​ເຮົາ​ແມ່ນ​ໄດ້​ວິ​ເຄາະ ​ແລະ​ຕິດຕາມ​ສິ້ງຊອມ​ເບິ່ງ​ຢ່າງ​ໃກ້ຊິດ ​ໃນ​ສະຖານະ​ການ​ທີ່​ວ່າ​ນີ້ແລະຢູ່​ ໃນ​ທ່າ​ທີກຽມພ້ອມເພື່ອ​ຮັບ​ມື​ກັບ​ສະຖານະ​ການ​ດັ່ງກ່າວ.” ນັ້ນຄື​ຄຳ​ເວົ້າຂອງໂຄສົກກະ ຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້.

ເສນາ​ທິການ​ຮ່ວມ​ຂອງເກົາຫຼີ​ໃຕ້ ​ໄດ້ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ ກ່າວ​ວ່າ ການ​ທົດ​ລອງ​ລູກ​ສອນ​ໄຟຂອງ​ເກົາຫຼີ​ເໜືອ ​ຖືກ​ຍິງ​ຂຶ້ນ​ໃນ​ເວລາ 5 ​ໂມງ 20 ຕອນ​ເຊົ້າ ຂອງ​ວັນ​ຈັນ​ວານ​ນີ້ ​ທີ່ເມືອງ​ທ່າ Wosan ທາງພາກ​ຕາ​ເວັນ​ອອກຂອງ​ປະ​ເທດ.

​ໃນ​ເຊົ້າ​ຂອງ​ມື້​ວານ​ນີ້ ອົງການ​ຂ່າວ​ NHK ຂອງ​ຍີ່ປຸ່ນ ​ໄດ້​ກ່າວ​ວ່າ ລັດຖະບານ​ໄດ້​ຢູ່​ໃນ​ທ່າ​ກຽມ​ພ້ອມ. ຍີ່ປຸ່ນ ​ໄດ້ສັ່ງ​ການ​ໃຫ້​ກ່ຳ​ປັ່ນ​ລົບ​ຂອງ​ຕົນ ຍິງ​ທຳລາຍສິ່ງ​ໃດ​ກໍ​ຕາມ ທີ່​ເປັນ​ການ​ຂົ່ມຂູ່​ຕໍ່​ເຂດ​ນ້ຳ​ແດນ​ດິນ​ຂອງ​ຕົນ. ທາງກະຊວງ​ປ້ອງ​ກັນ​ປະ​ເທດເກົາຫຼີໃຕ້ ​ໄດ້​ກ່າວ​ວ່າ ​
ໂຊ​ລ ​ແມ່ນ​ຢູ່​ໃນ​ທ່າ​ກຽມ​ພ້ອມ​ເຊັ່ນ​ດຽວ​ກັນ.

​ເຈົ້າ​ໜ້າທີ່​ໄດ້​ກ່າວ​ວ່າ ບໍ່​ໄດ້ໃຫ້ລາຍ​ລະອຽດ​ກ່ຽວ​ກັບ​ຊະນິດ​ຂອງລູກ​ສອນ​ໄຟ ​ແຕ່​ລາຍ​ງານ​ກ່າວວ່າ ​ເບິ່ງ​ຄື​ວ່າ​ຈະ​ແມ່ນ​ລູກ​ສອນ​ໄລຍະ​ປານ​ກາງ Musudan ທີ່​ຄ້າຍຄື​ກັນ​ກັບ​ອັນ​ທີ່​ທາງ​ເກົາຫຼີ​ເໜືອ​ໄດ້​ພະຍາຍາມທົດ​ລ​ອງ​ໄປແລ້ວ 3 ​ເທື່ອ​ແຕ່​ບໍ່​ປະສົບ​ຜົນສຳ​ເລັດໃນ​ເດືອນ​ເມສາ​ຜ່ານ​ມາ​ນີ້.

ລູກ​ສອນ​ໄຟ​ດັ່ງກ່າວ ​ແມ່ນ​ສາມາດ​ຍິງ​ໄດ້​ໃນ​ລັດສະໝີປະມານ 3 ຫາ 4 ພັນ​ກິ​ໂລ​ແມັດ ຖ້າ​ຫາກ​ສຳ​ເລັດ ສາມາດ​ຍິງໄປເຖິງເປົ້າ​ໝາຍໃນຍີ່ປຸ່ນ, ຈີນ ​ແລະ​ເກາະ ​Guam ​ໄດ້.

ລູກ​ສອນ​ໄຟ​ Musudan ​ແມ່ນ​ມີ​ພື້ນຖານ​ມາ​ຈາກການ​ອອກ​ແບບລູກ​ສອນ​ໄຟ​ທີ່​ຍິງ​ຈາກເຮືອ ດຳ​ນ້ຳຂອງອະ​ດີດ​ສະຫະພາບໂຊຫ​ວຽດ ທີ່​ເກົາຫຼີ​ເໜືອ ​ໄດ້​ນຳ​ມາ​ດັດ​ແປງ​ໃຫ້​ສາມາດ​ຍິງ​ຈາກຖານ​ໃນ​ພື້ນ​ດິນ ແບບ​ເຄື່ອນ​ທີ່ໄດ້.

ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້ຫ້າມ​ບໍ່​ໃຫ້​ເກົາຫຼີ​ເໜືອ​ ພັດທະນາ​ນິວ​ເຄລຍ ​ແລະ​ໂຄງການລູກ​ສອນ​ໄຟ​ຂີ​ປະນາວຸດ. ຈີນ​ຊຶ່ງ​ເປັນ​ຄູ່​ພາຄີ​ສຳຄັນ​ຂອງ​ເກົາຫຼີ​ເໜືອ​ໄດ້​ຮຽກຮ້ອງ​ໃຫ້​ປະທານ​ປະ​ເທດ​ເກົາຫຼີ​ເໜືອ ທ່ານ Kim Jong Un ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ​ນາໆ​ຊາດ ​ແລະ​ທັບ​ມ້າງໂຄງການ​ນິວ​ເຄລຍຂອງ​ຕົນ ​ເພື່ອ​ຮັບ​ເອົາ​ການ​ຊ່ອຍ​ເຫລືອ​ທາງ​ດ້ານ​ເສດຖະກິດ ​ແລະການ​ຄ້ຳປະກັນທາງຄວາ​ມປອດ​ໄພ​.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG