ລັດຖະບານຮົງກົງໄດ້ໂຈະຮ່າງກົດໝາຍ ວ່າດ້ວຍການສົ່ງຄົນຮ້າຍຂ້າມແດນ ເອົາໄວ້
ກ່ອນ ຊຶ່ງມັນໄດ້ກໍ່ໃຫ້ເກີດການປະທ້ວງຂະໜາດໃຫຍ່.
ຜູ້ບໍລິຫານໃຫຍ່ຂອງຮົງກົງ ທ່ານນາງແຄຣີ ແລມ ໄດ້ກ່າວໃນວັນເສົາມື້ນີ້ວ່າ ລັດຖະບານ
ຈະບໍ່ເອົາມາດຕະການໃດໆ ກ່ຽວກັບຮ່າງກົດໝາຍດັ່ງກ່າວ ຈົນກວ່າຕົນ ໄດ້ປຶກສາຫາລື
ກັບຫຼາຍພາກສ່ວນເສຍກ່ອນ.
ຮ່າງກົດໝາຍວ່າດ້ວຍການສົ່ງຄົນຮ້າຍໄປຈີນ ຈະອະນຸຍາດໃຫ້ສົ່ງຜູ້ຕ້ອງສົງໄສຄະດີ
ອາຍາ ໄປໃຫ້ຈີນແຜ່ນດິນໃຫຍ່ ເພື່ອດຳເນີນຄະດີ. ຄວາມມຸ້ງຫວັງໃນການສົ່ງຄົນຮ້າຍ
ໄປໃຫ້ຈີນ ທີ່ມີລະບົບຍຸຕິທຳທີ່ແຕກຕ່າງຈາກຮົງກົງຢ່າງສິ້ນເຊີງນັ້ນ ໄດ້ພາໃຫ້ພາກ
ສ່ວນຕ່າງໆ ທົ່ວຮົງກົງຕື່ນຕົກໃຈ ຕະຫຼອດຈາກກຸ່ມທຸລະກິດຂອງຕ່າງປະເທດ ໄປເຖິງ
ກຸ່ມສັງຄົມພົນລະເຮືອນດ້ານກົດໝາຍຕ່າງໆ ແລະກຸ່ມສະ ໜັບສະໜຸນປະຊາທິປະໄຕ
ທັງຫຼາຍອີກດ້ວຍ.
ພວກປະທ້ວງຫຼາຍຮ້ອຍພັນຄົນ ໄດ້ພາກັນລົງສູ່ຖະໜົນສາຍຕ່າງໆໃນວັນພຸດຜ່ານມາ
ເມື່ອສະພາຂອງຮົງກົງ ໄດ້ມີກຳນົດຈະອະພິປາຍ ຂໍ້ສະເໜີກ່ຽວກັບຮ່າງກົດໝາຍສະບັບ
ດັ່ງກ່າວນັ້ນ.
ການເດີນຂະບວນປະທ້ວງ ໃນວັນພຸດຜ່ານມາ ທີ່ເປັນຜົນເຮັດໃຫ້ເກີດການປະທະກັນ
ຢ່າງຮຸນແຮງກັບພວກເຈົ້າໜ້າທີ່ຕຳຫຼວດ ຊຶ່ງໄດ້ເຕືອນຄວາມຊົງຈຳ ຢ້ອນຄືນໄປເຖິງ
ການປະທ້ວງເພື່ອປະຊາທິປະໄຕ ໃນປີ 2014 ທີ່ກະຕຸ້ນໃຫ້ມີຄວາມຮູ້ສຶກ ທີ່ແຂງກ້າ
ຂຶ້ນກວ່າເກົ່າ ໂດຍເຮັດໃຫ້ມີທັງອາລົມໃຈຮ້າຍແລະມຸ້ງໝັ້ນ.
ຂໍ້ສະເໜີທີ່ຈະປ່ຽນແປງກົດໝາຍຂອງຮົງກົງນັ້ນ ໄດ້ພາໃຫ້ມີການຕ້ອງຕິຈາກປະຊາຄົມ
ນານາຊາດ ທີ່ລວມທັງ ສະຫະລັດນຳດ້ວຍ. ສ່ວນຈີນ ກໍໄດ້ກ່າວຫາສະຫະລັດ ໃນວັນ
ອັງຄານຜ່ານມາ ວ່າແຊກແຊງເຂົ້າໃນ ກິດຈະການພາຍໃນຂອງຕົນ. ປັກກິ່ງໄດ້ກ່າວ
ເຖິງການປະທ້ວງ ຊຶ່ງສ່ວນໃຫຍ່ແລ້ວເປັນໄປແບບສັນຕິ ຢູ່ໃນຮົງກົງນັ້ນ ວ່າ ຄືກັບ
“ການຈະລາຈົນ” ແລະໄດ້ກ່າວຫາພວກປະທ້ວງທັງຫຼາຍວ່າ “ກໍ່ຄວາມຮຸນແຮງ.”
ຮົງກົງ ຊຶ່ງເປັນອະດີດອານານິຄົມຂອງອັງກິດ ໄດ້ຮັບອະນຸຍາດໃຫ້ເປັນເຂດພິເສດ
ທີ່ປົກຄອງຕົນເອງ ມາໄດ້ 50 ປີແລ້ວ ພາຍຫຼັງຈາກທີ່ອະທິປະໄຕ ຂອງຮົງກົງ ໄດ້ຖືກ
ໂອນຄືນໃຫ້ຈີນ ໃນປີ 1997. ແຕ່ຊາວຮົງກົງຫຼາຍຄົນ ແມ່ນເປັນຫ່ວງວ່າ ຈີນ ກຳລັງ
ຄ່ອຍໆກ້າວກ່າຍເຂົ້າໃນສິດທິຕ່າງໆເຫຼົ່ານັ້ນ ແລະຮັດກຸມຂົງເຂດນີ້ໃຫ້ຢູ່ໃນກຳມື
ຂອງຕົນ.
ການປະທ້ວງທີ່ເອີ້ນວ່າ ຂະບວນການຄັນຮົ່ມ ຫຼື Umbrella Movement ນັ້ນ ໄດ້ເລີ້ມ
ຂຶ້ນໃນປີ 2014 ເພື່ອຮຽກຮ້ອງໃຫ້ມີການເລືອກຕັ້ງ ຜູ້ນຳລະດັບສູງສຸດ ຂອງຮົງກົງ
ໂດຍກົງ ຫຼັງຈາກທີ່ຈີນ ບໍ່ເອົາຫົວຊາຕໍ່ຄຳໝັ້ນສັນຍາ ທີ່ຈະໃຫ້ເຂດດັ່ງກ່າວ ມີສິດໃນ
ການເລືອກຕັ້ງເອົານັກການເມືອງໂດຍທົ່ວໄປ ພາຍໃນປີ 2017. ການປະທ້ວງໄດ້ຍຸຕິລົງ
ໂດຍບໍ່ໄດ້ຮັບການຜ່ອນຜັນໃດໆ ຈາກລັດຖະບານຮົງກົງ.