ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີລາຍງານ ການພະຍາຍາມ ກໍ່ລັດຖະປະຫານ ຢູ່ປະເທດ ເລໂຊໂທ (ວີດີໂອ)


ໄດ້​ຍິນ​ສຽງ​ປືນ​ດັງ​ຂື້ນ​ ໃນປະ​ເທດ​ເລ​ໂຊ​ໂທ ​ໃນ​ຕອນ​ເຊົ້າ​ວັນ
​ເສົາມື້ນີ້ ​ໃນ​ຂະນະ​ທີ່​ພວກ​ທະຫານ ພາກັນ​ອ້ອມ​ຕຶກໂຮງການ
ຕ່າງໆຂອງລັດຖະບານ ຮວມ​ທັງ​ຫ້ອງ ການ​ຕໍາ ຫລວດ ຢູ່​ທີ່ນະ
ຄອນ​ຫລວງ.

ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ການ​ເຄື່ອນ​ໄຫວດັ່ງກ່າວ
ແມ່ນ​ເປັນ​ພາກສ່ວນ​ນຶ່ງ ​ໃນຄວາມ​ພະຍາຍາມເພື່ອກໍ່ລັດ
ຖະປະຫານຢູ່​ໃນອານາຈັກນ້​ອຍໆທີ່ເຕັມໄປດ້ວຍ ພູຜາ
ທາງພາກ​ໃຕ້​ຂອງອາ​ຟຣິກາ ຊຶ່ງທັງໝົດໄດ້​ຫ້ອມ​ລ້ອມ​ໄປ​ດ້ວຍປະເທດອາ​ຟຣິກາ​ໃຕ້ນັ້ນ​.

ນັກ​ຂ່າວວີ​ໂອ​ເອ ​ໄດ້​ໂອ້​ລົມ​ກັບ ພະນັກງານສະຖານທູດສະຫະລັດ ​ທີ່ນະຄອນຫຼວງ
Maseru ​ ຂອງເລ​ໂຊ​ໂທ ​ທີ່​ໃຫ້ການຢືນຢັນ​ວ່າ ມີທະຫານລາດຕະ​ເວນຢູ່​ຕາ​ມຖະໜົນ
ຫົນທາງ. ທ່ານບໍ່​ໄດ້​ແຈ້ງໃຫ້ຊາບວ່າຜູ້​ໃດເປັນຜູ້​ຢູ່​ເບື້ອງ​ຫລັງໃນ​ ການ​ພະຍາຍາມກໍ່ລັດ
ຖະປະຫານດັ່ງກ່າວ. ວີ​ໂອ​ເອ ​ໄດ້​ໂອ້​ລົມ​ກັບພະນັກງານ ສະຖານ​ທູດສະຫະລັດອີກ​ຄົນ
​ນຶ່ງ ​ທີ່​ໄດ້ໃຫ້ການຢືນຢັນ ຕໍ່​ລາຍ​ງານການ​ພະຍາຍາ​ມກໍ່ລັດຖະປະຫານ ​ແຕ່​ບໍ່​ໄດ້​ໃຫ້​
ລາຍ​ລະອຽດໃດໆ. ທັງສອງຄົນຕ່າງກໍບໍ່ໄດ້ ແຈ້ງໃຫ້ຊາບກ່ຽວກັບການບາດ​ເຈັບລົ້ມ
ຕາຍ.

Gunfire was heard in Lesotho early Saturday morning as military units surrounded government buildings, including police offices in the capital.

Witnesses say the move is apparently part of a coup attempt in the small mountainous southern African kingdom that is entirely surrounded by South Africa.

VOA News spoke to a staffer at the U.S. Embassy in Lesotho's capital, Maseru, who confirmed that soldiers were patrolling the streets. He did not say who was behind the apparent coup attempt. VOA spoke to another American embassy staffer who confirmed reports of a coup attempt but gave no details. Neither person reported any news of casualties.

Diplomatic officials in South Africa could not be reached for comment early Saturday, but local media reported that they would release information later in the day.

A shaky coalition has governed Lesotho since elections two years ago. Coalition partners patched up the fragile deal through mediators in June.

ບັນດາ​ນັກ​ການ​ທູດ ຢູ່ອາ​ຟຣິກາ​ໃຕ້ ກໍຍັງບໍ່​ສາມາດ​ຕິດ​ຕໍ່​ໄດ້ ​ເພື່ອ​ໃຫ້ຄວາມເຫັນ ​ໃນ​
ຕອນ​ເຊົ້າ​ຂອງວັນ​ເສົາມື້ນີ້ ​ແຕ່​ສື່ມວນຊົນ​ທ້ອງ​ຖິ່ນ​ ລາຍ​ງານ​ວ່າ ​ເຂົາ​ເຈົ້າ​ຈະ​ແຈ້ງລາຍ​
ລະອຽດ​ໃຫ້ຊາບຕາມພາຍຫລັງ ໃນ​ມື້​ນີ້.

ລັດຖະບານ​ປະສົມ​ທີ່​ບໍ່ມີຄວາມທຸ່ນທ່ຽງ ​ໄດ້​ປົກຄອງ​ເລ​ໂຊ​ໂທ ນັບ​ຕັ້ງ​ແຕ່​ມີ​ການ​ເລືອກ​
ຕັ້ງ​ເມື່ອ​ສອງ​ປີ​ກ່ອນ. ບັນດາ​ພັກຝ່າຍທີ່ເຂົ້າຮ່ວມຢູ່​ລັດຖະບານ​ປະສົມ ​ໄດ້​ປົວແປງ
ການຕົກລົງ​ທີ່​ບອບ​ບາງດັ່ງກ່າວໂດຍ​ບັນ​ດາ​ຜູ້​ໄກ່​ເກ່ຍ ​ໃນ​ເດືອນ​ມິຖຸນາ ຜ່ານມານີ້.

LESOTHO VO
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG