ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍງານ ການລ່ວງລະເມີດສິດທິຕ່າງໆ ກ່ອນການເລືອກຕັ້ງ ແຫ່ງຊາດຂອງ ມຽນມາ


ຜູ້ລົງຄະແນນສຽງຄົນນຶ່ງ ປ່ອນບັດຂອງລາວ ໃນການເລືອກຕັ້ຢູ່ນະຄອນ ຢາງກຸ້ງ, ມຽນມາ, 3 ພະຈິກ 2018.
ຜູ້ລົງຄະແນນສຽງຄົນນຶ່ງ ປ່ອນບັດຂອງລາວ ໃນການເລືອກຕັ້ຢູ່ນະຄອນ ຢາງກຸ້ງ, ມຽນມາ, 3 ພະຈິກ 2018.

ເຈົ້າໜ້າທີ່ອົງການສະຫະປະຊາຊາດຄົນນຶ່ງທີ່ບັນທຶກ ກ່ຽວກັບ ສະຖານະການສິດທິມະນຸດໃນ ມຽນມາ ໄດ້ເຕືອນວ່າ ການເລືອກຕັ້ງແຫ່ງຊາດຂອງປະເທດດັ່ງກ່າວໃນວັນທີ 8 ພະຈິກນີ້, ຈະບໍ່ເປັນອິດສະຫຼະ ຫຼື ຍຸຕິທຳ ແລະ ຈະບໍ່ສະທ້ອນເຖິງຄວາມປາຖະໜາຂອງປະຊາຊົນຢ່າງແນ່ນອນ. ການນຳສະເໜີບົດລາຍງານຂອງທ່ານຢູ່ສະພາສິດທິມະນຸດ ສະຫະປະຊາຊາດ ໄດ້ກໍ່ໃຫ້ເກີດການປະທ້ວງຈາກ ມຽນມາ ແລະ ຜູ້ສະໜັບສະໜູນຂອງເຂົາເຈົ້າ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍ ງານຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ມຽນມາ ບໍ່ໄດ້ອະນຸຍາດໃຫ້ ຜູ້ຂຽນລາຍງານພິເສດຂອງອົງການສະຫະປະຊາຊາດເຂົ້າໄປໃນປະ ເທດ, ແຕ່ແນວໃດກໍຕາມ, ລາວກໍສາມາດທີ່ຈະດຳເນີນການສືບສວນຂອງລາວຈາກທາງໄກໄດ້. ທ່ານ ທອມມາສ ແອນດຣູສ໌ ໄດ້ກ່າວວ່າການໃຫ້ປາກຄຳຈາກພວກຕໍ່ສູ້ເພື່ອສິດທິມະນຸດ, ບັນດາສະມາຊິກຂອງກຸ່ມສັງຄົມພົນລະເຮືອນຂອງ ມຽນມາ ແລະ ພາບຖ່າຍທີ່ລະບຸໃຫ້ເຫັນວ່າການເລືອກຕັ້ງຈະບໍ່ໜ້າເຊື່ອຖື, ແມ່ນກະທັ້ງກ່ອນທີ່ບັດຄະແນນສຽງໃບດຽວຈະຖືກປ່ອນ.

ທ່ານ ແອນດຣູສ ກ່າວວ່າ “ຜົນຂອງການເລືອກຕັ້ງຈະບໍ່ສະທ້ອນເຖິງຄວາມປາຖະໜາຂອງປະຊາ ຊົນຢ່າງແນ່ນອນ, ເມື່ອສິດໃນການເລືອກຕັ້ງໄດ້ຖືກປະຕິເສດຍ້ອນເຊື້ອຊາດຜິວພັນ, ຊົນເຜົ່າ ແລະ ສາສະໜາຂອງຄົນຜູ້ນຶ່ງ. ແລະ ຂ້າພະເຈົ້າບໍ່ໄດ້ເຫັນຫຼັກຖານທີ່ວ່າ ລັດຖະບານດັ່ງກ່າວມີ ຄວາມຍິນດີ ຫຼື ໄດ້ ກຽມທີ່ຈະອຳນວຍສິດທິໃນການເລືອກຕັ້ງໃຫ້ຊາວໂຣຮິງຢາ ທີ່ຢູ່ໃນໄວສາມາດ ລົງຄະແນນສຽງໄດ້ຫຼາຍຮ້ອຍພັນຄົນໃນລັດ ຣາໄຄນ໌ ຫຼື ໃນສູນອົບພະຍົບໃນປະເທດ ບັງກລາແດັສ.”

ທ່ານ ແອນດຣູສ ໄດ້ກ່າວວ່າ ການຈັດການເລືອກຕັ້ງໃນລະຫວ່າງທີ່ເກີດບັນຫາຂັດແຍ້ງດ້ວຍອາ ວຸດທີ່ກຳລັງຮ້ອນແຮງຢູ່, ພ້ອມກັບໃນເວລາທີ່ກຳລັງຕໍ່ສູ້ກັບໄວຣັສໂຄໂຣນາຢູ່ນັ້ນ, ແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ. ນອກຈາກການຫ້າມ ກ່ຽວກັບ ການເຄື່ອນໄຫວທີ່ຖືກກຳນົດຂຶ້ນຍ້ອນໂຣກລະບາດນັ້ນ, ທ່ານໄດ້ກ່າວວ່າການປິດອິນເຕີແນັດ ແລະ ສື່ສັງຄົມຂອງລັດຖະບານໄດ້ເຮັດໃຫ້ປະຊາຊົນມີຄວາມຫຍຸ້ງຍາກໃນການສົ່ງຂໍ້ຄວາມໄປມາຂອງເຂົາເຈົ້າ.

ທ່ານ ແອນດຣູສ ເວົ້າວ່າ “ອີກດ້ານນຶ່ງຂອງລັກສະນະອາການກໍແມ່ນອັນຕະລາຍທີ່ບັນດາຜູ້ລົງແຂ່ງຂັນ ແລະ ພັກການເມືອງຈະເລືອກຄຳເວົ້າທີ່ຂາດການພິຈາລະນາ ແລະ ຄຽດຊັງເປັນອາວຸດທາງການເມືອງ. ປະຊາຊົນ ມຽນມາ ຮູ້ວ່ານີ້ແມ່ນຢາພິດທີ່ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການເລືອກຕັ້ງເທົ່ານັ້ນ ແຕ່ຍັງສາມາດກໍ່ໃຫ້ເກີດຄວາມຮຸນແຮງ. ມັນບໍ່ຄວນມີຂໍ້ຄວາມທີ່ກໍ່ຄວາມບໍ່ສະຫງົບພວກນີ້ໃນການເລືອກຕັ້ງ, ຫຼືໃນປ້າຍການໂຄສະນາຫາສຽງ ຫຼື ໃນອິນເຕີແນັດ.”

ນັກສືບສວນສອບສວນອົງການສະຫະປະຊາຊາດຄົນດັ່ງກ່າວ ໄດ້ສະແດງຮູບພາບຕ່າງໆຂອງສິ່ງທີ່ທ່ານເອີ້ນວ່າ ວັດຖຸການໂຄສະນາຫາສຽງທີ່ເປັນພິດ. ນັ້ນໄດ້ກໍ່ໃຫ້ເກີດເຄື່ອນໄຫວຄັດຄ້ານຈາກ ມຽນມາ, ເວເນຊູເອລາ, ຈີນ, ເບລາ-ຣຸສ ແລະ ຄິວບາ. ເຂົາເຈົ້າໄດ້ໂຕ້ຖຽງວ່າ ວັດຖຸທີ່ສາມາດເບິ່ງເຫັນນັ້ນແມ່ນໄດ້ຖືກປ່ຽນແປງ, ບໍ່ໄດ້ຖືກອະນຸມັດໂດຍສະພາກ່ອນໜ້ານັ້ນ ແລະ ບໍ່ຄວນຖືກນຳ ອອກມາສະແດງໃຫ້ເຫັນ.

ປະທານສະພາ ທ່ານນາງ ເອລິຊາເບັດທີ ທີຊີ ຟິສໂຊເບີເກີ ກ່າວວ່າ ມັນໄດ້ມີການບັນລຸຂໍ້ຮຽກຮ້ອງທາງກົດໝາຍທຸກຢ່າງ.

ທ່ານນາງ ເອລິຊາເບັດທີ ກ່າວວ່າ “ພວກເຮົາໄດ້ຮັບພາບທີ່ວ່ານີ້ສອງສາມວັນທີ່ຜ່ານມາ. ມັນໄດ້ຖືກນຳເຜີຍແຜ່ກັບຫ້ອງການ ຜູ້ທີ່ໄດ້ເຫັນດີວ່າມັນຄວນຖືກນຳມາສະແດງໃຫ້ເຫັນພາຍໃຕ້ເງື່ອນໄຂທີ່ວ່າ ໜ້າຕາຂອງຄົນທີ່ພວກເຮົາຫາກໍໄດ້ເຫັນນັ້ນຈະບໍ່ຖືກເຮັດໃຫ້ຈື່ໄດ້, ເຊິ່ງພວກເຮົາກໍໄດ້ເຮັດແນວນັ້ນ. ສະນັ້ນຫ້ອງການດັ່ງກ່າວຈຶ່ງໄດ້ຕົກລົງວ່າ ວັດຖຸນີ້ຄວນຖືກນຳມາສະແດງໃຫ້ເຫັນ.”

ອອສເຕຣເລຍ, ຍີ່ປຸ່ນ ແລະ ບັນດາສະມາຊິກຂອງສະຫະພາບ ຢູໂຣບ ໄດ້ກ່າວສະໜັບສະໜູນສຳ ລັບຂໍ້ສະເໜີທີ່ຈະອະນຸຍາດໃຫ້ຮູບພາບ, ພາບຈາກດາວທຽມ ແລະ ພາບອື່ນໆຖືກນຳມາສະແດງໃຫ້ເຫັນໄດ້. ຫຼັງຈາກການລົງຄະແນນສຽງ ຕາມການຂານຊື່ແຕ່ລະຄົນທີ່ສະໜັບສະນູນຂໍ້ສະເໜີນັ້ນໄດ້ຖືກຮັບຜ່ານ, ນັກສືບສວນສອບສວນອົງການສະຫະປະຊາຊາດດັ່ງກ່າວກໍໄດ້ຮັບອະນຸຍາດ ໃຫ້ດຳເນີນການຕໍ່ກັບການສະເໜີລາຍງານຂອງລາວ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG