ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານຂ່າວ ແຈ້ງວ່າ ສະຫະລັດ ຈະຍົກເລີກ ຖານະພິເສດ ທີພີີແອັສ


ທ່ານ Francisco Portillo (ຊ້າຍ) ອົງການຈັດຕັ້ງ ຂອງຊາວຮອນດູຣັສ ທີ່ນະຄອນແຊນແຟຣນຊິສໂກ ແລະ ທ່ານນາງ Marleine Bastien ຜູ້ອຳນວຍການ ອົງການແມ່ຍິງ ເຮຕີ ທີ່ນະຄອນໄມອາມີ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ. (7 ມິຖຸນາ 2017)
ທ່ານ Francisco Portillo (ຊ້າຍ) ອົງການຈັດຕັ້ງ ຂອງຊາວຮອນດູຣັສ ທີ່ນະຄອນແຊນແຟຣນຊິສໂກ ແລະ ທ່ານນາງ Marleine Bastien ຜູ້ອຳນວຍການ ອົງການແມ່ຍິງ ເຮຕີ ທີ່ນະຄອນໄມອາມີ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ. (7 ມິຖຸນາ 2017)

ໜັງສືພິມ Washington Post ລາຍງານວ່າ ກະຊວງການຕ່າງປະເທດສະຫະລັດຖື
ວ່າ ພວກທີ່ມາຈາກອາເມຣິກາກາງແລະຊາວເຮຕີ ຈຳນວນຫຼາຍກວ່າ 300,000 ຄົນ
ທີ່ອາໄສຢູ່ໃນສະຫະລັດ ຈະບໍ່ມີຄວາມຈຳເປັນອີກຕໍ່ໄປແລ້ວ ໃນການທີ່ຈະໄດ້ຮັບຖາ
ນະການປົກປ້ອງເປັນການຊົ່ວຄາວພິເສດທີ່ເອີ້ນຫຍໍ້ວ່າ TPS ຊຶ່ງປ້ອງກັນບໍ່ໃຫ້ພວກ
ເຂົາເຈົ້າຖືກເນລະເທດ.

ໜັງສືພິມ Washington Post ລາຍງານໃນແລງວັນສຸກວານນີ້ວ່າ ລັດຖະມົນຕີກະ ຊວງການຕ່າງປະເທດທ່ານ Rex Tillerson ໄດ້ສົ່ງຈົດໝາຍສະບັບນຶ່ງໄປຫາທ່ານ
ນາງ Elain Duke ຮັກສາການ ກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະ
ລັດໂດຍກ່າວວ່າ ເງື່ອນໄຂຕ່າງໆທີ່ນຳມາໃຊ້ເພື່ອເປັນເຫດຜົນໃນການອະນຸມັດຖາ
ນະ TPS ຂອງພວກເຂົາເຈົ້າ ແມ່ນບໍ່ສາມາດນຳມາໃຊ້ອີກຕໍ່ໄປໄດ້ແລ້ວ. ໜັງສືພິມ Washington Post ກ່າວວ່າ ຕົນໄດ້ຮັບການຢືນຢັນກ່ຽວກັບຂໍ້ມູນເຫຼົ່ານີ້ຜ່ານແຫຼ່ງ ຂ່າວທີ່ຂໍສະຫງວນຊື່ຈຳນວນນຶ່ງ ຍ້ອນວ່າການສະເໜີແນະດັ່ງກ່າວ ຍັງບໍ່ທັນເປັນທີ່
ເປີດເຜີຍເທື່ອ.

ຊາວອາເມຣິກາກາງເປັນຈຳນວນຫຼວງຫຼາຍ ທີ່ໄດ້ອາໄສຢູ່ໃນສະຫະລັດພາຍໃຕ້ຖາ
ນະ TPS ແມ່ນຢູ່ໃນສະຫະລັດແບບຜິດກົດໝາຍ ແຕ່ໄດ້ຮັບການປົກປ້ອງບໍ່ໃຫ້ຖືກ
ເນລະເທດ ຫລັງຈາກລົມເຮີຮິເຄນ Mitch ໄດ້ທຳລາຍບາງເຂດຂອງທະວີບອາເມຣິ
ກາກາງ ໃນປີ 1998. ໄພພິບັດທີ່ຕິດຕາມມາແລະຄວາມບໍ່ໝັ້ນຄົງຢູ່ໃນຂົງເຂດແມ່ນ
ໄດ້ພາໃຫ້ມີການຮື້ຟື້ນຖານະ TPS ຄືນອີກ ເປັນເວລາເກືອບ​ 2 ທົດສະວັດ.

ແຕ່ກະຊວງຮັກສາຄວາມປອດໄພພາຍໃນຕ້ອງປະກາດໃນວັນຈັນຈະມານີ້ວ່າ ພວກ
ທີ່ໄດ້ຮັບ TPS ຈະໄດ້ຮັບການຕໍ່ອາຍຸຫຼືບໍ່ ສຳລັບຊາວຮອນດູຣາສຈຳນວນ​ 57,000
ຄົນແລະຊາວນິກາຣາກວາ 2,500 ຄົນຊຶ່ງຖ້າບໍ່ດັ່ງນັ້ນແລ້ວຖານະຂອງພວກເຂົາເຈົ້າ ກໍຈະໝົດອາຍຸໃນເດືອນມັງກອນຈະມານີ້.

ສະພາໄດ້ສ້າງຕັ້ງຖານະ TPS ໃນປີ 1990 ເພື່ອບໍ່ໃຫ້ພວກຄົນຕ່າງດ້າວ ຖືກສົ່ງກັບ
ຄືນປະເທດດ້ວຍການບັງຄັບ ໃນເວລາທີ່ເກີດໄພພິບັດຫລືບັນຫາຂັດແຍ້ງ ດ້ວຍກຳ
ລັງອາວຸດ ທີ່ເຮັດໃຫ້ສະຖານະການເປັນອັນຕະລາຍນັ້ນ.

ທຳນຽບຂາວ ກ່າວວ່າ ຖານະ TPS ນີ້ ບໍ່ໄດ້ໝາຍຄວາມວ່າ ຈະເປັນຊ່ອງທາງເພື່ອ
ໃຫ້ ຜູ້ຄົນອາໄສຢູ່ໃນສະຫະລັດເປັນເວລາດົນນານ ແລະ ໜັງສືພິມ Washington
Post ກໍລາຍງານວ່າ ຄວາມເຫັນຂອງທ່ານ Tillerson ກໍແມ່ນເຫັນພ້ອມກັບຄວາມ
ພະຍາຍາມ ຂອງລັດຖະບານ ທ່ານທຣຳ ທີ່ຈະຫຼຸດຈຳນວນຄົນເຂົ້າເມືອງມາຍັງສະ
ຫະລັດ.

ນອກຈາກຊາວຮອນດູຣາສແລະນິກາຣາກວາແລ້ວຊາວເຮຕີປະມານ 50,000 ຄົນ
ທີ່ໄດ້ຮັບຖານະ TPS ກໍກຳລັງລໍຖ້າການຕັດສິນ ກ່ຽວກັບຊະຕາກຳ ຂອງພວກເຂົາ
ເຈົ້າ ໃນທ້າຍເດືອນນີ້. ປະເທດເຮຕີກຳລັງມີການລະບາດ ຂອງໂຣກອະຫິວາຢູ່ໃນ
ເວລານີ້ ທີ່ເລີ້ມມາຈາກກຳລັງສະຫະປະຊາຊາດທີ່ເດີນທາງໄປເຮຕີເພື່ອຊ່ອຍບູລະ
ນະສ້າງສາ ຫລັງຈາກໄດ້ເກີດແຜ່ນດິນໄຫວຮ້າຍແຮງໃນປີ 2010.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG