ສະຫະລັດ ລາຍງານວ່າ ຕົນກຳລັງພິຈາລະນາຢູ່ວ່າຈະບໍ່ອອກ ສຽງໃນກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ທີ່ຮຽກຮ້ອງໃຫ້ຍຸດຕິ ການຫ້າມຄ້າຂາຍ ທີ່ຕົນໄດ້ວາງໄວ້ຕໍ່ຄິວບາມາດົນນານແລ້ວນັ້ນ.
ເກືອບ 25 ປີຜ່ານມາແລ້ວທີ່ ຄິວບາໄດ້ນຳເອົາຍັດຕິທີ່ຄ້າຍຄືກັນນັ້ນ ຂຶ້ນມາສະເໜີ ແຕ່ລະປີ ຢູ່ທີ່ກອງປະຊຸມສະມັດຊາວໃຫຍ່ຂອງອົງການສະຫະປະຊາຊາດ ໂດຍສະແດງຄວາມກັງວົນ ກ່ຽວກັບກົດໝາຍຕ່າງໆ ທີ່ມີຜົນຕໍ່ອະທິປະໄຕ ແລະ ການຄ້າເສລີ ຂອງປະເທດອື່ນໆນັ້ນ. ສຳຫລັບສອງປີທີ່ຜ່ານມານີ້ ສະຫະລັດ ແລະ ອິສຣາແອລ ພຽງສອງປະເທດເທົ່ານັ້ນ ທີ່ໄດ້ລົງຄະແນນສຽງຕໍ່ຕ້ານ ມາດຕະການດັ່ງກ່າວ.
ແຕ່ສາຍພົວພັນ ລະຫວ່າງ ສະຫະລັດ ກັບ ຄິວບາ ໄດ້ຫັນປ່ຽນໄປຢ່າງໃຫຍ່ ນັບຕັ້ງແຕ່ການລົງສຽງຄັ້ງຫຼ້າສຸດ ເມື່ອເດືອນຕຸລາ ປີກາຍນີ້. ໃນເດືອນກໍລະກົດຜ່ານມາ ສອງລັດຖະບານ ໄດ້ຍຸດຕິການເປັນສັດຕູກັນ ທີ່ດົນນານມາເຖິງ 54 ປີ ແລະ ໄດ້ຕົກລົງ ຟື້ນຟູການພົວພັນທາງການທູດນຳກັນຄືນ. ຕໍ່ມາສະຖາທູດໃນຮາວານາ ແລະ ວໍຊິງຕັນ ຕ່າງກໍໄດ້ເປີດຄືນອີກຄັ້ງ ໜຶ່ງ ແລະ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ອອກມາຮຽກຮ້ອງ ໃຫ້ລັດຖະສະພາ ຍົກເລີກ ການປິດລ້ອມດ້ານການຄ້າຕໍ່ຄິວບາ.
ມາເຖິງຕອນນີ້ ສະພາ ສຫລ ທີ່ຢູ່ໃນການຄວບຄຸມ ຂອງພັກຣີພັບບລີກັນ ບໍ່ໄດ້ເອົາບາດ ກ້າວໃດໆ ທີ່ສຳຄັນເພື່ອນຳໄປສູ່ການຍົກເລີກນັ້ນ ຊຶ່ງໄດ້ເຮັດໃຫ້ປະທານາທິບໍດີ ອອກມາກ່າວເມື່ອອາທິດແລ້ວ ວ່າ ລັດຖະບານຂອງທ່ານ ຈະເບິ່ງ “ເທື່ອລະບາດກ້າວ” ສຳຫລັບໂອກາດຕ່າງໆ ທີ່ຈະຜ່ອນຜັນ ຜົນກະທົບຂອງການປິດລ້ອມດັ່ງກ່າວ ໃນຂະນະທີ່ ມັນຍັງຄົງຖືກນຳໃຊ້ຢູ່.
ອົງການຂ່າວສານ AP ອ້າງອີງເຖິງ ບັນດາເຈົ້າໜ້າທີ່ລັດຖະບານ 4 ທ່ານທີ່ຂໍບໍ່ອອກຊື່ ຜູ້ທີ່ພຽງມີຄຳເຫັນພາຍໃຕ້ເງື່ອນໄຂ ຂອງການປິດບັງຊື່ ທີ່ໄດ້ລາຍງານເມື່ອວັນຈັນມື້ນີ້ ວ່າ ສະຫະລັດ ຈະພິຈາລະນາ ວ່າຈະບໍ່ອອກສຽງຕ້ານຍັດຕິສະບັບໃໝ່ ກ່ຽວກັບການຫ້າມຄ້າຂາຍ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ຖ້າຫາກ ມີຂໍ້ຄວາມມີການປ່ຽນແປງທີ່ສຳຄັນ ຈາກສະບັບກ່ອນໜ້ານີ້.
ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ຈະບໍ່ມີການຕັດສິນໃຈ ຈົນກວ່າ ຈະໄດ້ເຫັນສະບັບຫລ້າສຸດເສຍກ່ອນ ແຕ່ການບໍ່ອອກສຽງນັ້ນ ຈະເປັນສັນຍານອັນແຮງກ້າ ເຖິງສະພາກ່ຽວກັບຄວາມໝັ້ນໝາຍຂອງປະທານາທິບໍດີ ເພື່ອຍຸດຕິການປິດລ້ອມດັ່ງກ່າວນັ້ນ.