ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລາຍ​ງານ: ທ່ານ ທ​ຣຳ ຮູ້ກ່ຽວ​ກັບ ເລື່ອງ​ການ​ຕຳ​ໜິ ຂອງ​ຜູ້​ແຈ້ງ​ຄວາມ​ຜິດ ກ່ອນ​ປ່ອຍ​ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ່​ກາວ​ຄຳ​ປາ​ໄສ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ ທີ່​ເມືອງ ຊັນ​ໄຣ​ສ໌, ລັດ ຟ​ລໍ​ຣິ​ດາ. 26 ພະ​ຈິກ, 2019. (AP Photo/Susan Walsh)
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ່​ກາວ​ຄຳ​ປາ​ໄສ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ ທີ່​ເມືອງ ຊັນ​ໄຣ​ສ໌, ລັດ ຟ​ລໍ​ຣິ​ດາ. 26 ພະ​ຈິກ, 2019. (AP Photo/Susan Walsh)

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຮັບ​ຊາບ ກ່ຽວ​ກັບ ການ​ຕຳ​ໜິ​ຂອງ​ຜູ້​ແຈ້ງ​ຄວາມ​ຜິດ ກ່ຽວ​ກັບ ສາຍ​ພົວ​ພັນ​ຂອງ​ທ່ານ​ກັບ ຢູ​ເຄ​ຣນ ກ່ອນ​ທ່ານ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ປ່ອຍ​ເງິນ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ເກືອບ 400 ລ້ານ​ໂດ​ລາ, ອີງ​ຕາມ​ລາຍ​ງານ​ຂອງ​ໜັງ​ສື​ພິມ ນິວຢອກ ໄທ​ມ​ສ໌ ທີ່​ຖືກ​ຕີ​ພິມ​ໃນ​ວັນ​ອັງ​ຄານ​ວານນີ້.

ໜັງ​ສື​ພິມ ໄທ​ມ​ສ໌ ໄດ້​ອ້າງ​ເຖິງ​ສອງ​ຄົນ​ທີ່​ຄຸ້ນ​ເຄີຍ​ກັບ​ບັນ​ຫາ​ດັ່ງ​ກ່າວ, ໂດຍ​ເວົ້າ​ວ່າ ບັນ​ດາ​ທະ​ນາຍ​ຄວາມ​ຂອງ​ທຳ​ນຽບ​ຂາວ​ໄດ້​ບອກ​ທ່ານ ທ​ຣຳ ກ່ຽວ​ກັບ ການ​ຕຳ​ໜິ​ໃນ​ທ້າຍ​ເດືອນ​ສິງ​ຫາວ່າ ເຂົາ​ເຈົ້າ​ໄດ້​ເຮັດ​ວຽກ​ເພື່ອ​ພິ​ຈາ​ລະ​ນາ​ວ່າ ເຂົາ​ເຈົ້າ​ຕ້ອງ​ໄດ້​ສົ່ງ​ມັນ​ໃຫ້​ລັດ​ຖະ​ສະ​ພາ​ຫຼືບໍ່.

ການ​ຕໍ່​ສູ້​ດັ່ງ​ກ່າວ​ໄດ້​ກໍ່​ຕັ້ງ​ຂັ້ນ​ຕອນ​ທຳ​ອິດ​ ຂອງ​ສິ່ງ​ທີ່​ໄດ້​ກາຍ​ມາ​ເປັນ​ຈຸດ​ເພັ່ງ​ເລັງ​ຂອງ​ການ​ສືບ​ສວນ​ເພື່ອ​ການ​ຟ້ອງ​ຮ້ອງ​ໃນ​ປັດ​ຈຸ​ບັນ​ນີ້ ທີ່​ດຳ​ເນີນ​ການ​ໂດຍ​ສະ​ພາ​ຕ່ຳ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໄດ້​ຮັບ​ການ​ຕຳ​ໜິ​ໃນ​ທ້າຍ​ເດືອນ​ກັນ​ຍາ ແລະ ໄດ້​ເປີດ​ເຜີຍ​ສະ​ບັບ​ນຶ່ງ​ຕໍ່​ສາ​ທາ​ລະ​ນະ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ, ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ​ທີ່​ນຳ​ໜ້າ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຈັດ​ການ​ໃຫ້​ປາກ​ຄຳ​ລັບ ແລະ ເປີດ​ເຜີຍ​ຈາກ​ບັນ​ດາ​ນັກ​ການ​ທູດ​ໃນ​ອະ​ດີດ ແລະ ປັດ​ຈຸ​ບັນ ແລະ ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ເພື່ອ​ພິ​ຈາ​ລະ​ນາການກ່າວ​ຫາ​ຕ່າງໆ​ທີ່​ວ່າ​ທ່ານ ທ​ຣຳ ໄດ້​ກັກ​ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ເພື່ອ​ກົດ​ດັນ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດິ​ເມຍ ເຊ​ເລັ​ນ​ສ​ກີ ໃຫ້​ສັນ​ຍາ​ທີ່​ຈະ​ສືບ​ສວນ​ສອບ​ສວນ​ນຶ່ງ​ໃນ​ຜູ້​ທີ່​ອາດ​ເປັນ​ຄູ່​ແຂ່ງ​ຂອງ​ທ່ານ​ ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ປີ 2020, ເຊິ່ງ​ແມ່ນ​ທ່ານ ໂຈ ໄບ​ເດັນ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ.

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ, ເຊິ່ງ​ຈະ​ຕັດ​ສິນ​ວ່າຈະ​ສົ່ງ​ມາດ​ຕາ​ການ​ຟ້ອງ​ຮ້ອງ​ຕ່າງໆ​ຫາ​ສະ​ພາ​ຕ່ຳ ເພື່ອ​ການ​ລົງ​ຄະ​ແນນ​ສຽງ​ນັ້ນ, ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ເຂົາ​ເຈົ້າ​ຈະ​ຈັດ​ການ​ໃຫ້​ປາກ​ຄຳ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 4 ທັນ​ວາ ແລະ ໄດ້​ເຊີນ​ໃຫ້​ທ່ານ ທ​ຣຳ ໄປ​ຟັງ.

ການ​ໃຫ້​ປາກ​ຄຳ​ດັ່ງ​ກ່າວ​ຈະ​ພິ​ຈາ​ລະ​ນາ​ສິ່ງ​ທີ່​ຄະ​ນະ​ກຳ​ມະ​ການ​ເອີ້ນ​ວ່າ “ເຫດ​ຜົນ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ ສຳ​ລັບ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ.”

ຂັ້ນ​ຕອນ​ຕ່າງໆ​ທີ່​ສ້າງ​ຂຶ້ນ​ໂດຍ​ບັນ​ດາ​ຜູ້​ນຳ​ພັກ​ເດ​ໂມແຄ​ຣັດ​ໄດ້​ກ່າວ​ວ່າ ທ່ານ ທ​ຣຳ ແລະ ທະ​ນາຍ​ຄວາມ​ຂອງ​ທ່ານ ຈະ​ໄດ້​ຮັບ​ໂອ​ກາດ​ໃຫ້​ຖາມ​ຄະ​ນະ​ກຳ​ມະ​ການ ຂອງນັກ​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ​ທີ່​ຍັງ​ບໍ່​ໄດ້​ບອກ​ຊື່​ນັ້ນ ຜູ້​ທີ່​ຈະ​ໄປ​ປາ​ກົດ​ຕົວ​ເປັນ​ສັກ​ຂີ​ພິ​ຍານ.

ປະ​ທານ​ຄະ​ກຳ​ມະ​ການ​ຕຸ​ລາ​ການ​ທ່ານ ເຈີ​ໂຣ​ລ ແນດ​ເລີ ໄດ້​ສົ່ງ​ຈົດ​ໝາຍ​ຫາ​ທຳ​ນຽບ​ຂາວ ເຊື້ອ​ເຊີນ​ທ່ານ ທ​ຣຳ ໃຫ້​ເຂົ້າ​ຮ່ວມ, ໂດຍ​ເອີ້ນ​ມັນ​ວ່າ “ບໍ່​ແມ່ນ​ສິດ, ແຕ່​ເປັນ​ສິ​ທິ​ພິ​ເສດ ຫຼື ມາ​ລະ​ຍາດ.”

ທ່ານ ແນດ​ເລີ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ຕ່າງ​ຫາກວ່າ “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ມີ​ຕົວ​ເລືອ​ກ​ທີ່​ທ່ານ​ສາ​ມາດ​ເລືອກ​. ທ່ານ​ສາ​ມາດ​ຖື​ໂອ​ກາດນີ້​ທີ່​ຈະ​ປາ​ກົດ​ຕົວ​ໃນ​ການ​ຟັງ​ຄຳ​ໃຫ້​ການ ຫຼື ທ່ານ​ສາ​ມາດ​ຢຸດ​ຕຳ​ໜິ​ ກ່ຽວ​ກັບ ຂະ​ບວນ​ການ​ນັ້ນ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ທ່ານ​ຈະ​ເລືອກ​ໄປ​ເຂົ້າ​ຮ່ວມ​ໃນ​ການ​ສືບ​ສວນ, ໂດຍ​ກົງ ຫຼື ຜ່ານ​ທະ​ນາຍ​ຄວາມ​ຄື​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ອື່ນໆ​ໄດ້​ເຮັດ​ກ່ອນ​ໜ້າ​ທ່ານ.”

ທ່ານ ແນດ​ເລີ ໄດ້​ຮັບ​ປະກັນ​ຕໍ່​ທ່ານ ທ​ຣຳ ວ່າ “ທ່ານ​ຍັງ​ຄົງ​ມຸ່ງ​ໝັ້ນ​ທີ່​ຈະ​ຮັບ​ປະ​ກັນ​ເຖິງ​ຂະ​ບວນ​ການ​ທີ່​ຍຸ​ຕິ​ທຳ ແລະ ເຕັມ​ໄປ​ດ້ວຍ​ຂໍ້​ມູນ.”

ທ່ານ ແນດ​ເລີ ໄດ້​ໃຫ້​ເວ​ລາ​ ທຳ​ນຽບ​ຂາວ ຕອບ​ຈົນ​ຮອດ​ຕອ​ນ​ຄໍ່​າ​ຂອງວັນ​ອາ​ທິດນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG