ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ໃນລັດຄາລີຟໍເນຍ ກ່າວວ່າ ມືປືນຄົນນຶ່ງ ໄດ້ຍິງ 11 ຄົນ ຢູ່ທີ່ ບາເຕັ້ນລຳ

ໃນພາບນີ້ ທີ່ໄດ້ມາຈາກວີດີໂອ ສະແດງໃຫ້ເຫັນ ລົດເຈົ້າໜ້າທີ່ຕຳຫຼວດ ຫຼາຍຄັນກຳລັງແລ່ນໄປຍັງ ບໍລິເວນ ບາເຕັ້ນລຳທີ່ມີລາຍງານການຍິງກັນເກີດຂຶ້ນ
ໃນພາບນີ້ ທີ່ໄດ້ມາຈາກວີດີໂອ ສະແດງໃຫ້ເຫັນ ລົດເຈົ້າໜ້າທີ່ຕຳຫຼວດ ຫຼາຍຄັນກຳລັງແລ່ນໄປຍັງ ບໍລິເວນ ບາເຕັ້ນລຳທີ່ມີລາຍງານການຍິງກັນເກີດຂຶ້ນ

ບັນດາເຈົ້າໜ້າທີ່ ໃນລັດຄາລີຟໍເນຍ ກ່າວວ່າ ມືປືນຄົນນຶ່ງ ໄດ້ຍິງ ຢ່າງໜ້ອຍ 11 ຄົນ
ເມື່ອຕອນເດິກ ວັນພຸດວານນີ້ ຢູ່ທີ່ ບາເຕັ້ນລຳ ແຫ່ງນຶ່ງ.

ເຈົ້າໜ້າທີ່ຕຳຫຼວດ ເມືອງ ເວັນທູຣາ ຮ້ອຍເອກ ກາໂຣ ຄູເຣດຈຽນ (Garo Kuredjian)
ໄດ້ບອກ ບັນດານັກຂ່າວວ່າ ທ່ານບໍ່ຮູ້ສະພາບການໃດໆ ຂອງພວກຜູ້ເຄາະຮ້າຍ ແຕ່ວ່າ
ມີເຈົ້າໜ້າທີ່ຕຳຫຼວດ ທ່ານນຶ່ງ ລວມຢູ່ໃນນັ້ນດ້ວຍ.

ໃນພາບນີ້ ໄດ້ມາຈາກພາບວີດີໂອ ສະແດງໃຫ້ເຫັນ ລົດຂອງເຈົ້າໜ້າທີ່ຕຳຫຼວດ ຫຼາຍຄັນ ຈອດລຽນກັນຢູ່ທາງເສັ້ນນຶ່ງ ບໍລິເວນ ມີການຍິງກັນເກີດຂຶ້ນ ໃນເມືອງ ທາວເສັນ ໂອກສ໌ (Thousand Oaks) ຂອງລັດຄາລີຟໍເນຍ, ເມື່ອຕອນເຊົ້າຂອງວັນທີ 8 ພະຈິກ 2018.

ທ່ານ ຄູເຣດຈຽນ ກ່າວວ່າ ທາງການໄດ້ລະດົມກຳລັງໄປຍັງ ຮ້ານຊື່ວ່າ Borderline
Bar & Grill ຢູ່ໃນເມືອງ ທາວເສັນ ໂອກສ໌ (Thousand Oaks) ຫຼັງຈາກ ໄດ້ຮັບລາຍ
ງານວ່າ ມີການຍິງກັນເກີດຂຶ້ນຢູ່ໃນຮ້ານດັ່ງກ່າວ.

ທ່ານ ຄູເຣດຈຽນ ບໍ່ສາມາດຢືນຢັນໄດ້ວ່າ ມືປືນຄົນນັ້ນ ໄດ້ຖືກຄວບຄຸມໂຕ ຫຼືບໍ່ ຫຼືວ່າ
ໄດ້ຖືກນຳສົ່ງໂຕໄປໂຮງໝໍ ແຕ່ທ່ານໄດ້ກ່າວວ່າ ພວກນັກສືບສວນ ເຊື່ອວ່າ ຜູ້ກ່ຽວ ບໍ່ໄດ້
ອອກໄປຈາກບາເຕັ້ນລຳນັ້ນ ແລະວ່າ ບໍ່ມີໄພຂົ່ມຂູ່ ຕໍ່ຊຸມຊົນອ້ອມແອ້ມບໍລິເວນ ອີກຕໍ່ໄປ.

​ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Authorities in California say a gunman shot at least 11 people late Wednesday at a bar and dance club.

Ventura County Sheriff's Office Capt. Garo Kuredjian told reporters he did not know the condition of any of the victims, but that they included one sheriff's deputy.

Kuredjian said authorities responded to the Borderline Bar & Grill in the city of Thousand Oaks after getting a report of shots being fired at the bar.

He could not confirm whether the shooter was in custody or had been transported to a hospital, but he did say investigators believe he did not leave the bar and that there was no further threat to the surrounding community.

XS
SM
MD
LG