ມີບໍລິສັດຕ່າງໆຈາກຢ່າງໜ້ອຍ 13 ປະເທດໄດ້ຊ່ວຍມຽນມາເສີມສ້າງຄວາມສາມາດໃນການຜະລິດອາວຸດທີ່ໃຊ້ສຳລັບເຂັ່ນຂ້າປະຊາຊົນ ຫຼັງຈາກພວກທະຫານເຂົ້າຢຶດອຳນາດໃນປີ 2021 ນັ້ນຄືການພົບເຫັນ ຂອງພວກນັກຊ່ຽວຊານອິດສະຫລະສາກົນ ອີງຕາມລາຍງານຂອງອົງການຂ່າວເອພີ.
ລາຍງານທີ່ນຳອອກເຜີຍແຜ່ໃນວັນຈັນວານນີ້ ໂດຍສະພາທີ່ປຶກສາພິເສດສຳລັບມຽນມາ ໃຫ້ລາຍລະອຽດກ່ຽວກັບວ່າ ປະເທດດັ່ງກ່າວໄດ້ເພີ້ມການຜະລິດອາວຸດ ນັບຕັ້ງແຕ່ພວກທະຫານໄດ້ເຂົ້າຢຶດອຳນາດໃນວັນທີ 1 ກຸມພາ 2021 ຊຶ່ງໄດ້ກໍ່ໃຫ້ເກີດມີຂະບວນການຄັດຄ້ານຂອງປະຊາຊົນ.
ທະຫານໄດ້ເຂົ້າຢຶດອຳນາດຈາກບັນດາຜູ້ນຳພົນລະເຮືອນທີ່ໄດ້ຮັບການເລືອກຕັ້ງ ຊຶ່ງໄດ້ຕ່າວປີ້ນຄວາມກ້າວໜ້າໄປສູ່ປະຊາທິປະໄຕທີ່ມີມາເປັນເວລາເກືອບນຶ່ງທົດສະວັດ ລຸນຫຼັງການປົກຄອງຂອງພວກທະຫານ ເປັນເວລາ 50 ປີ. ຫຼັງຈາກກຳລັງຮັກສາຄວາມປອດໄພໄດ້ໃຊ້ຄວາມຮຸນແຮງຕໍ່ພວກເດີນຂະບວນປະທ້ວງຢ່າງສັນຕິ ພວກຕໍ່ຕ້ານລັດຖະບານຈຶ່ງໄດ້ພາກັນຈັບອາວຸດລຸກຂຶ້ນຕໍ່ສູ້. ນັກຊ່ຽວຊານສະຫະປະຊາຊາດບາງຄົນໄດ້ກ່າວເຖິງສະຖານະການດັ່ງກ່າວນີ້ວ່າເປັນສົງຄາມກາງເມືອງ.
ອົງການໃຫ້ຄວາມຊ່ວຍເຫຼືອພວກນັກໂທດການເມືອງໄດ້ຈົດບັນທຶກກ່ຽວກັບການເສຍຊີວິດຂອງພົນລະເຮືອນ ຫຼາຍກວ່າ 2,700 ຄົນ ຢູ່ໃນຄວາມຮຸນແຮງ ຮວມທັງເດັກນ້ອຍ 277 ຄົນໃນຂະນະທີ່ອີກ 13,000 ຄົນໄດ້ຖືກຈັບກຸມຄຸມຂັງ. ຈຳນວນທີ່ແທ້ຈິງນັ້ນ ອາດຈະສູງກວ່ານີ້ຫຼາຍເທົ່າ.
ບັນດາບໍລິສັດຕ່າງໆຢູ່ໃນສະຫະລັດ ຢູໂຣບ ເອເຊຍ ແລະພາກຕາເວັນອອກາງໄດ້ໃຫ້ການສະໜັບສະໜຸນແກ່ຕ່ອງໂສ້ອຸບປະທານຂອງພວກທະຫານ ອີງຕາມລາຍງານ ຊຶ່ງໄດ້ຮຽກຮ້ອງໃຫ້ບັນດາບໍລິສັດເຫຼົ່ານັ້ນ ຄ້ຳປະກັນວ່າພວກເຂົາເຈົ້າບໍ່ໄດ້ຊ່ວຍໃນການລະເມີດສິດທິມະນຸດ.
ການເຕີບໃຫຍ່ຂະຫຍາຍໂຕຂອງອຸດສາຫະກຳອາວຸດພາຍໃນປະເທດ ມີຂຶ້ນໃນຂະນະທີ່ບາງປະເທດໄດ້ປະຕິບັດການຫ້າມຂາຍອາວຸດ ຫຼືການລົງໂທດຕໍ່ສ່ວນບຸກຄົນແລະບັນດາບໍລິສັດທ່ພົວພັນການຄ້າ ຫຼືການຜະລິດອາວຸດ.
ໃນເດືອນຕຸລາ ກະຊວງການເງິນສະຫະລັດໄດ້ທຳການລົງໂທດຕໍ່ທ້າວອອງ ໂມ ມິນທ໌ ນັກທຸລະກິດ ທີ່ໃກ້ຊິດກັບພວກທະຫານ ຊຶ່ງທາງກະຊວງການເງິນກ່າວວ່າ ຕົກລົງຊື້ຂາຍອາວຸດໃນນາມຜູ້ກ່ຽວ. ສ່ວນນ້ອງຊາຍຂອງລາວ ທ້າວແລງ ໂມ ມິນທ໌ ແລະບໍລິສັດການຄ້າທີ່ລາວຕັ້ງຂຶ້ນ ຊື່ວ່າ Dynasty International
ກໍໄດ້ຕົກເປັນເປົ້າເຊັ່ນດຽວກັນ. ນຶ່ງໃນບັນດາຜູ້ອຳນວຍການ ທ້າວມຽວ ທິດຊາ ກໍໄດ້ຖືກລະບຸຊື່ໃນການລົງໂທດ.
ໃນເດືອນພະຈິກຜ່ານມາ ສະຫະລັດໄດ້ທຳການລົງໂທດຕໍ່ບໍລິສັດສະໜອງເຮືອບິນໃຫ້ແກ່ກອງທັບ ໂດຍອ້າງການໂຈມຕີຢ່າງຮ້າຍແຮງຕໍ່ພົນລະເຮືອນ.