ກຸ່ມສົ່ງເສີມລະບອບປະຊາທິປະໄຕ ທີ່ມີສຳນັກງານຕັ້ງຢູ່ໃນນະ
ຄອນຫລວງວໍຊິງຕັນ ກ່າວວ່າ ເສລີພາບຂອງສື່ມວນຊົນ ໃນທົ່ວ
ໂລກ ໄດ້ລົດລົງສູ່ລະດັບຕ່ຳສຸດ ໃນຮອບນຶ່ງທົດສະວັດຜ່ານມາ
ຮວມທັງໃນແຫ່ງຕ່າງໆ ທີ່ໄດ້ທຳຄວາມຄືບໜ້າມາກ່ອນນຳ.
ອົງການ Freedom House ໄດ້ເປີດເຜີຍລາຍງານ ວ່າດ້ວຍເສ
ລີພາບໃນວົງການສື່ມວນຊົນປະຈຳປີຂອງຕົນໃຫ້ຊາບໃນວັນພະ
ຫັດມື້ນີ້ໂດຍກ່າວວ່າ ເກົາຫຼີເໜືອເປັນປະເທດທີ່ຂີ້ຮ້າຍທີ່ສຸດ ໃນ
ຈຳນວນ 197 ປະເທດ ແລະດິນແດນ ທີ່ກຸ່ມດັ່ງກ່າວໄດ້ຊັ່ງຊາຕີ
ລາຄາເບິ່ງນັ້ນ.
ທ່ານນາງ Karin Karlekar ກ່າວຕໍ່ວີໂອເອວ່າ ໃນຊ່ວງປີ 2013 ນີ້ ມີພຽງແຕ່ນຶ່ງ ໃນທຸກໆ 6 ຄົນເທົ່ານັ້ນໃນໂລກ ທີ່ເຂົ້າຫາສື່ມວນຊົນ “ເສລີ” ໄດ້.
ລາຍງານຂອງກຸ່ມດັ່ງກ່າວນີ້ ຈັດອີຣ່ານ ແລະຊີເຣຍຢູ່ໃນລະດັບ
ເກືອບຕ່ຳສຸດໂດຍເນັ້ນເຖິງແນວໂນ້ມໃນພາກຕາເວັນອອກກາງ
ທີ່ອົງການ Freedom House ກ່າວວ່າ ໄດ້ຫລຸດລົງຫຼາຍກວ່າໝູ່
ກ່ຽວກັບເສລີພາບໃນວົງການຂ່າວນັ້ນ.
ນາງ Karekar ກ່າວວ່າ ໄດ້ມີການຕັ້ງຄວາມຫວັງໄວ້ຢ່າງສູງວ່າ
ຈະມີການປ່ຽນແປງດ້ວຍການລຸກຮືຂຶ້ນໃນລະດູບານໃໝ່ທີ່ເອີ້ນ
ວ່າ Arab Spring ແຕ່ນັ້ນໄດ້ກັບ “ເປັນການຖອຍຫຼັງຢ່າງຫຼວງ
ຫຼາຍ” ຢູ່ໃນ ພາກພື້ນ.
ລາຍງານສະບັບນີ້ ໄດ້ຈັດເຂດ Eurasia ເປັນພາກພື້ນທີ່ຂີ້ຮ້າຍ
ທີ່ສຸດ ຊຶ່ງບໍ່ມີປະຊາກອນຈັກຄົນ ອາໄສຢູ່ໃນປະເທດທີ່ມີວົງການ
ສື່ມວນຊົນເສລີ ລາຍງານສະບັບນີ້ ໄດ້ເລົ່າເຖິງ ການທຸບຕີພວກ
ນັກຂ່າວ ທີ່ຖືກຄຸມຂັງຢູ່ໃນຄຸກ ໃນຣັດເຊຍ ຕະຫຼອດທັງການບຸກ ໂຈມຕີຢ່າງໂຫດຫ້ຽມຕໍ່ພວກນັກຂ່າວ ໃນຢູເຄຣນນັ້ນ.