ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບົດ​ລາຍ​ງານ ຄົ້ນ​ພົບ ໄພ​ຂົ່ມ​ຂູ່ ຕໍ່​ເສ​ລ​ີ​ພາບ ໃນ​ບັນ​ດາ​ປະ​ເທດ ອາ​ຟ​ຣິ​ກາ


ທ່ານ​ນາງ ອາ​ຢາ ຮິ​ຈາ​ຊີ, ຜູ້ກໍ່​ຕັ້ງ​ອົງ​ການ Belady, ນັ່ງ​ອ່ານ​ປຶ້ມ​ຢູ່​ໃນ​ຫ້ອງ​ຂັງ ໃນ​ຂະ​ນະ​ທີ່​ລາວ​ລໍ​ຖ້າ​ການ​ດຳ​ເນີນ​ຄະ​ດີ ໃນ​ຂໍ້​ຫາ ການ​ຄ້າ​ມະ​ນຸດ. ນະ​ຄອນຫຼວງ ໄຄ​ໂຣ, ປະ​ເທດ ອ​ີ​ຈິບ. 23 ມີ​ນາ, 2017.
ທ່ານ​ນາງ ອາ​ຢາ ຮິ​ຈາ​ຊີ, ຜູ້ກໍ່​ຕັ້ງ​ອົງ​ການ Belady, ນັ່ງ​ອ່ານ​ປຶ້ມ​ຢູ່​ໃນ​ຫ້ອງ​ຂັງ ໃນ​ຂະ​ນະ​ທີ່​ລາວ​ລໍ​ຖ້າ​ການ​ດຳ​ເນີນ​ຄະ​ດີ ໃນ​ຂໍ້​ຫາ ການ​ຄ້າ​ມະ​ນຸດ. ນະ​ຄອນຫຼວງ ໄຄ​ໂຣ, ປະ​ເທດ ອ​ີ​ຈິບ. 23 ມີ​ນາ, 2017.

ໃນຫຼາຍກວ່າ​ສິບ​ປະ​ເທດ​ທົ່ວ​ທະ​ວີບ ອາ​ຟ​ຣິ​ກາ, ລັດ​ຖະ​ບານ​ຕ່າງໆ ແມ່ນ​ໄດ້​ປະ​ກາດ​
ໃຊ້ກົດໝາຍ ຫຼື ນະໂຍບາຍທີ່ “ລະງັບຍັບຢັ້ງ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ
ຢ່າງບໍ່ເໝາະສົມ” ແລະ ເປັນໄພອັນຕະລາຍ ຕໍ່ກຸ່ມສັງຄົມພົນລະເຮືອນ, ອີງຕາມລາຍ
ງານສະບັບໃໝ່ ຂອງອົງການ Freedom House.

ການ​ຍັບ​ຢັ້ງ​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ແມ່ນ​ໄດ້ “ສ້າງ​ຜົນ​ກະ​ທົບ​ອັນ​ຮ້າຍ​
ແຮງຕໍ່ຄວາມສາມາດຂອງອົງການຈັດຕັ້ງສັງຄົມພົນລະເຮືອນ ແລະ ປະຊາຊົນເພື່ອໃຫ້
ລັດຖະບານຮັບຜິດຊອບ ແລະ ປົກປ້ອງສິດທິມະນຸດ. ອີງຕາມການກ່າວຂອງທ່ານ
ກອດຟຣີ ເອັມ. ມູຊີລາ, ຜູ້ຂຽນລາຍງານທີ່ໄດ້ນຳອອກເຜີຍແຜ່ໃນວັນອັງຄານວານນີ້
ໂດຍອົງການຈັດຕັ້ງອິດສະຫຼະ ເຊິ່ງມີຫ້ອງການຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ. ທ່ານໄດ້
ກ່າວຕື່ມວ່າ ການຈຳກັດຂອງລັດຖະບານ “ແນ່ ນອນ ແມ່ນປະກອບດ້ວຍມາດຕະການ
ອື່ນໆທີ່ຈຳກັດຮັດແຄບເສລີພາບຕ່າງໆ” ແລະ ຂະຫຍາຍການຄວບຄຸມໂດຍລັດ ຫຼື ຜູ້
ນຳຜະເດັດການ.

ບົດ​ລາຍ​ງານ ຫົວ​ຂໍ້ “ເສ​ລີ​ພາບ​ກຳ​ລັງ​ຕົກ​ຢູ່​ພາຍ​ໃຕ້​ໄພ​ຂົ່ມ​ຂູ່: ການ​ແຜ່​ລາມ​ຂອງ​ມາດ​
ຕະການ ຕໍ່ຕ້ານອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານໃນ ອາຟຣິກາ” ນັ້ນ ໄດ້ສັງເກດ
ເບິ່ງຄວາມພະຍາຍາມຕ່າງໆ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ ທີ່ຫ້າມກຸ່ມສັງຄົມພົນ
ລະເຮືອນ, ໂດຍສະເພາະກຸ່ມຕ່າງໆທີ່ເຮັດວຽກ ກ່ຽວກັບ ສິດທິມະນຸດ ແລະ ບັນຫາ
ການປົກຄອງ.

ມາດ​ຕະ​ການ​ຕ່າງໆ​ເຊັ່ນ ສັບ​ຊ້ອນ​ການ​ລົງ​ທະ​ບ​ຽນ ຫຼື ຈຳ​ກັດ​ພະ​ນັກ​ງານ​ຄົນ​ຕ່າງ​ປະ​
ເທດ ແລະ ການຊ່ວຍເຫຼືອດ້ານການເງິນ ແມ່ນໄດ້ຖືກປະຕິບັດ ໃນ ຫຼາຍກວ່າສິບປະ
ເທດເຊັ່ນ ອາລຈີເຣຍ, ບູຣຸນດີ, ອີຈິບ, ເອທິໂອເປຍ, ຣວັນດາ, ຊີແອຣາ ເລອອນ,
ຊູດານໃຕ້, ຊູດານ, ແທນຊາເນຍ, ຕູນີເຊຍ, ອູການດາ ແລະ ແຊມເບຍ.

ລາຍ​ງານ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ມາດ​ຕະ​ການ​ຕໍ່​ຕ້ານ​ອົງ​ການ​ຈັດ​ຕັ້ງ ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​
ບານ ແມ່ນກຳລັງຢູ່ໃນລະຫວ່າງການລໍຖ້າ ຫຼື ເປັນໄປໄດ້ໃນປະເທດ ອີຈິບ, ມາລາ
ວີ, ໂມຊຳບິກ, ຣວັນດາ, ຊູດານ ແລະ ແຊມເບຍ.

ການ​ຫ້າມ​ຕ່າງໆ​ແມ່ນ​ໄດ້​ຖືກ​ນຳ​ສະ​ເໜີ ແຕ່ “ຖືກ​ລົ້ມ​ເລີກ​ໂດຍ​ຜູ້​ມີ​ອຳ​ນາດ, ຖືກ​ປະ​ຕິ
ເສດໂດຍສະຖາບັນນິຕິບັນຍັດ, ຫຼືຖືກເຮັດໃຫເປັນໂມຄະໂດຍສານຕ່າງໆ” ໃນຫົກ
ປະເທດຄື ອັງໂກລາ, ຄອງໂກ-ບຣາຊາວິລ, ເຄັນຢາ, ມາລາວີ, ໄນຈີເຣຍ ແລະ ຊິມ
ບັບເວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG