ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຳຫຼວດ ຈີນ ໃຊ້ການ ທໍລະມານ ເພື່ອ ບັງຄັບ ໃຫ້ຣັບ ສາລະພາບ


ຕຳຫຼວດໜ່ວຍເສີມທະຫານ ຈີນ ຢືນລຽນແຖວຫຼັງຈາກພິທີຊັກທຸງຊາດຂື້ນເສົາທີ່ ຈະຕຸລັດ ຕຽນອັນເໝິນ ໃນການສະເຫຼີມສະຫຼອງວັນຊາດ. ວິທີທໍລະມານທີ່ເປີດເຜີຍໂດຍ ອົງການນິລະໂທດກຳລວມມີ ການທຸບຕີ, ການຫ້າມບໍ່ໃຫ້ນອນ, ໃຫ້ຢູ່ໃນສະພາບເຈັບປວດເປັນເວລາດົນນານ, ແລະ ໃຫ້ອົດອາຫານ, ນ້ຳ ຫຼື ບໍ່ໃຫ້ໄດ້ຣັບການປິ່ນປົວ.
ຕຳຫຼວດໜ່ວຍເສີມທະຫານ ຈີນ ຢືນລຽນແຖວຫຼັງຈາກພິທີຊັກທຸງຊາດຂື້ນເສົາທີ່ ຈະຕຸລັດ ຕຽນອັນເໝິນ ໃນການສະເຫຼີມສະຫຼອງວັນຊາດ. ວິທີທໍລະມານທີ່ເປີດເຜີຍໂດຍ ອົງການນິລະໂທດກຳລວມມີ ການທຸບຕີ, ການຫ້າມບໍ່ໃຫ້ນອນ, ໃຫ້ຢູ່ໃນສະພາບເຈັບປວດເປັນເວລາດົນນານ, ແລະ ໃຫ້ອົດອາຫານ, ນ້ຳ ຫຼື ບໍ່ໃຫ້ໄດ້ຣັບການປິ່ນປົວ.

ຕຳຫຼວດ ຈີນ ຍັງໃຊ້ມາດຕະການທໍລະມານຢ່າງເປັນປະຈຳເພື່ອບັງ ຄັບໃຫ້ໄດ້ຣັບການສາລະພາບຈາກຜູ້ຕ້ອງສົງໄສວ່າ ເປັນອາສະຍາ ກອນດັ່ງທີ່ກ່າວໂດຍ ອົງການນິລະໂທດກຳສາກົນ ຫຼື Amnesty International ໃນວັນພະຫັດມື້ນີ້, ທັງໆທີ່ປັກກິ່ງໄດ້ປະຕິຮູບພາກ ສ່ວນຍຸດຕິທຳ ແລະ ກົດໝາຍ ສຳລັບຜູ້ກະທຳຜິດເມື່ອບໍ່ດົນນີ້.

ບົດລາຍງານທີ່ໃສ່ຫົວຂໍ້ວ່າ “ບໍມີຄວາມສິ້ນສຸດໃນສາຍຕາ ຫຼື No end in Sight” ແມ່ນອີງຕາມສ່ວນໜຶ່ງໃນການສຳພາດ ກັບທະ ນາຍຄວາມສິດທິມະນຸດຫຼາຍ 10 ຄົນ, ແລະ ເກີດຂຶ້ນໃນຂະນະທີ່ ອົງການສະຫະປະຊາຊາດ ມີກຳນົດທີ່ຈະດຳເນີນການທົບທວນ ປະຫວັດກ່ຽວກັບການທໍລະມານຂອງ ຈີນ ຢ່າງເປັນປະຈຳ.

ທ່ານ Patrick Poon ນັກຄົ້ນຄວ້າກ່ຽວກັບ ຈີນ ຂອງກຸ່ມສິດທິມະນຸດທີ່ມີຫ້ອງການຕັ້ງຢູ່ ອັງກິດ ກ່າວວ່າ “ສຳລັບຕຳຫຼວດ, ການໄດ້ຮັບຄຳສາລະພາບແມ່ນຍັງເປັນວິທີທີ່ງ່າຍທີ່ສຸດ ເພື່ອ ການຕັດສິນວ່າກະທຳຜິດ.”

ວິທີທໍລະມານທີ່ເປີດເຜີຍໂດຍອົງການນິລະໂທດກຳລວມມີ ການທຸບຕີ, ການຫ້າມບໍ່ໃຫ້ນອນ, ໃຫ້ຢູ່ໃນສະພາບເຈັບປວດເປັນເວລາດົນນານ, ແລະ ໃຫ້ອົດອາຫານ, ນ້ຳ ຫຼື ບໍ່ໃຫ້ໄດ້ຣັບການ ປິ່ນປົວ.

ຕັ້ງແຕ່ປີ 2010 ເປັນຕົ້ນມາ, ຈີນ ໄດ້ສະເໜີຫຼາຍກົດເກນທີ່ພວກເຂົາເຈົ້າກ່າວວ່າໄດ້ຫຼຸດຜ່ອນ ການທໍລະມານລົງຢ່າງປະສົບຄວາມສຳເລັດ, ລວມທັງກົດໝາຍຫ້າມການປະຕິບັດດັ່ງກ່າວ ນັ້ນຢ່າງກະຈ່າງແຈ້ງ.

ອົງການນິລະໂທດກຳກ່າວວ່າ, ແຕ່ວ່າມາດຕະການດັ່ງກ່າວນັ້ນແມ່ນບໍ່ໄດ້ຜົນ, ສ່ວນໜຶ່ງກໍ ແມ່ນຍ້ອນສານທີ່ຄວນຈະລົງໂທດຕໍ່ພຶດຕິກຳດັ່ງກ່າວນັ້ນ ແມ່ນຖືກຄວບຄຸມໂດຍພັກ ຄອມມູນິສທີ່ປົກຄອງປະເທດຢູ່.

XS
SM
MD
LG