ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສໍ້​ລາດ​ບັງ​ຫລວງ​ເປັນ​ຮາກ​ເຫງົ້າ ​ຂອງຄວາມ​ຮຸນ​ແຮງ​​ໂລດໂຜນ.


ອາສາສະໝັກຄົນນຶ່ງ ເລີ້ມທາສີປົກຝາ ທີ່ໄດ້ວາງສະແດງ ໂດຍພວກຫົວຮຸນແຮງ ລັດອິສລາມ.
ອາສາສະໝັກຄົນນຶ່ງ ເລີ້ມທາສີປົກຝາ ທີ່ໄດ້ວາງສະແດງ ໂດຍພວກຫົວຮຸນແຮງ ລັດອິສລາມ.

ຫ້ອງການ​ຄວາມໂປ່ງໃສສາກົນ ກ່າວ​ວ່າ ການ​ສໍ້​ລາດ​ບັງ​ຫລວງ​ເປັນ​ຮາກ​ເຫງົ້າ ​ເຣັດ​ໃຫ້​
ເກີດ ຄວາມ​ຮຸນ​ແຮງໂລດໂຜນ.

ຫ້ອງການ​ສັງ​ເກດ​ການຕ້ານການ​ສໍ້​ລາດ​ບັງ​ຫລວງກ່າວ​ວ່່າ ປະຊາ​ຄົມ​ສາກົນຢາກຕິດ
ຕາມເບິ່ງການສໍ້​ ລາດ​ບັງ​ຫລວງ​ໃຫ້ເປັນ​ເລື່ອງ​ທີ່ສຳຄັນ​ສຸດ ຢູ່​ໃ​ນການ​ດຳ​ເນີນ​ຕໍ່ສູ້ຕ້ານ​
ບັນ​ດາ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ ​ເຊັນ​ວ່າ​ລັດ​ອິສລາມ ​ແລະ Boko Haram.

ຢູ່​ໃນ​ລາຍ​ງານ​ທີ່​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ມື້​ນີ້ ຫ້ອງການ​ຄວາມໂປ່ງໃສ​ສາກົນ ກ່າວ​ວ່າ​
ການ​ສໍ້​ລາດ​ບັງ​ຫລວງລັດຖະບານ ປ່ອຍ​ໃຫ້​ພວກ​ຫົວ​ຮຸນ​ແຮງຖື​ເອົາ​ຜົນ​ປະ​ໂຫຍ​ດ ​ຈາກຄວາມໂກດ​ແຄ້ນຂອງ ສາທາລະນະຊົນ ເພື່ອ​ເກັບ​ເກນ ນຳພາ​ຂົນ​ສົ່ງ​ອາວຸດ ​ແລະ​ທຳ
ລາຍ​ບັນດາ​ສະ​ຖາບັນ​ສາ​ທາ​ລະນະ ​ເຊັນ​ວ່າທະຫານ ປ່ອຍ​ໃຫ້​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ສາ
ມາດ​ຄວບ​ຄຸມ​ການ​ຂົ່ມ​ຂູ່ຂອງ​ພວກ​ຫົວ​ຮຸນ​ແຮງ​ຈັດ.

ທ່ານ​ນາງ Katherine Dixon ຜູ້ອຳນວຍການ​ຫ້ອງການ​ຄວາມໂປ່ງໃສ​ສາກົນ ດ້ານ
ການປ້ອງ​ກັນ ​ແລະ​ຄວາມ​ໝັ້ນຄົງ​ກ່າວ​ວ່າ “ປະຊາ​ຄົມ​ສາກົນ ​ໄດ້ໃຊ້​ຄວາມ​ພະຍາຍາມ​
ອັນ​ໃຫຍ່​ຫລວງເພື່ອຮັບມືກັບ "ກຸ່ມອຸດົມການ ​ເຊັນ​ພວກ ISIS ​ເນັ້ນ​ໜັກ​ໃສ່​ໂວຫານ
​ທາງດ້ານ​ສາສະໜາທີ່ພວກ​ເຂົາສ້າງ​ຂຶ້ນ ໂດຍບໍ່​ຫົວຊາ​ທັງ​ໝົດ​ຕໍ່​ເຫດການວັດ​ຖຸອັນ​ທີ່
​ເຂົາ​ເຈົ້າ​ສະ​ແຫວ​ງຫາຢູ່.”

ຮູບພາບວິດີໂອ Boko Haram ເຜີຍແຜ່ໂດຍ ກຸ່ມຫົວຮຸນແຮງຈັດໄນຈີເຣຍ ສະແດງໃຫ້ເຫັນຜູ້ນຳໄນຈີເຣຍຫົວຮຸນແຮງ Abubakar Shekau ສັ່ງສອນຄົນທ້ອງຖິ່ນ.
ຮູບພາບວິດີໂອ Boko Haram ເຜີຍແຜ່ໂດຍ ກຸ່ມຫົວຮຸນແຮງຈັດໄນຈີເຣຍ ສະແດງໃຫ້ເຫັນຜູ້ນຳໄນຈີເຣຍຫົວຮຸນແຮງ Abubakar Shekau ສັ່ງສອນຄົນທ້ອງຖິ່ນ.

ລາຍ​ງານ​ນີ້ ໄດ້​ໃຫ້​ຂໍ້​ສັງ​ເກດເຖິງຄວາມ​ສາມາດ​ຂອງພວກ​ນັກ​ລົບ​ລັດ​ອິສລາມ ທີ່​ຈະ​ຍຶ​ດ
​ເອົາ​ເມືອງ Mosul ທີ່​ສຳຄັນ​ຂອງ​ອີຣັກ​ໃນ​ປີ 2015 ​ໃນ​ຂະນະ​ທີ່​ກວດ​ລ້າງໄປ​ທົ່ວ​ພາກ
ສ່ວນ​ທາງ​ທິດ​ເໜືອ ​ແລະ​ທິດ​ຕາ​ເວັນ​ຕົກ​ຂອງ​ອີຣັກ ​ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.
​ເມືອງ Mosul ​ໄດ້ຕົກ​ໄປ​ຢ່າງ​ວ່ອງ​ໄວ​ເພາະວ່າກຳລັງ​ອີຣັກບໍ່​ມີ​ຄວາມ​ສາມາດ​ປ້ອງ​ກັນ​
ເມືອງ​ໄດ້ ຊຶ່ງ​ປັດຈຸບັນ​ນີ້​ເນັ້ນ​ໜັກ​ໃສ່​ການ​ຕໍ່ສູ້​ທີ່​ສຳຄັນ ​ເພື່ອ​ທວງ​ເອົາ​ການ​ຄວບ​ຄຸມ​ຈາກ
​ພວກ​ຫົວ​ຮຸນ​ແຮງກັບຄືນ.

ລັດ​ອິສລາມຍັງສຳ​ເລັດໃນການ​ຄວບ​ຄຸມ​ຂອງ​ຍ້ອນການ​ຂາດ​ສະມັດ​ຕະພາບ​ຢູ່​ໃນ​ລີເບຍ
ທີ່​ໄດ້​ເກີ​ດຂຶ້ນ​ຢູ່​ເປັນ​ປະຈຳ​ນັບ​ແຕ່ ການ​ໂຄ່ນ​ລົ້ມຂອງຜູ້ນຳຍາວ​ນານ Moammar
Gadhafi ​ເຖິງ​ແມ່ນ​ວ່າ​ກຸ່ມ​ດັ່ງ​ກ່າວ​ຈະໄດ້ສູນ​ເສຍ​ສ່ວນ​ໃຫຍ່​ຂອງຂົງ​ເຂດທີ່​ຕົນ​ໄດ້​ຄອບ
​ຄອງ​ມາ​ຄັ້ງ​ນຶ່ງ​ນັ້ນ ແລ້ວກໍຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG