ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນເປັນປະທດທີ່ຂັງຄຸກ ພວກນັກຂ່າວ ຫລາຍທີ່ສຸດໃນໂລກ


ກຸ່ມປົກ​ປ້ອງ​ສິດທິ​ສື່​​ມວນ​ຊົນ​ກ່າວ​ວ່າ ປັດຈຸບັນ​ນີ້​ ຈີນກໍາລັງ​ກັກ​ຂັງນັກ​ຂ່າວ​ຢ່າງ​ໜ້ອຍ 32 ຄົນ​ຢູ່​ໃນ​ຄຸກ
ກຸ່ມປົກ​ປ້ອງ​ສິດທິ​ສື່​​ມວນ​ຊົນ​ກ່າວ​ວ່າ ປັດຈຸບັນ​ນີ້​ ຈີນກໍາລັງ​ກັກ​ຂັງນັກ​ຂ່າວ​ຢ່າງ​ໜ້ອຍ 32 ຄົນ​ຢູ່​ໃນ​ຄຸກ
ກຸ່ມປົກ​ປ້ອງ​ສິດທິ​ຂອງ​ສື່ມວນ​ຊົນ ຊັ້ນ​ນໍາ​ກຸ່ມ​ນຶ່ງ​ກ່າວ​ວ່າ ປັດຈຸ
ບັນ​ນີ້​ ຈີນ ກໍາລັງ​ກັກ​ຂັງນັກ​ຂ່າວ​ຢ່າງ​ໜ້ອຍ 32 ຄົນ​ຢູ່​ໃນ​ຄຸກ
ຊຶ່ງ​ເຮັດ​ໃຫ້ຈີນ ​ເປັນ​ຜູ້​ຂັງຄຸກນັກ​ຂ່າວ ຫລາຍ​ທີ່ສຸດ​ຂອງ​ໂລກ.

ຄະນະ​ກໍາມະການປົກ​ປ້ອງ​ນັກ​ຂ່າວ​ CPJ ກ່າວ​ວ່າ ພວກ​ນັກ​
ຂ່າ​ວທີ່​ເຮັດ​ວຽກ​ຢູ່​ໃນ​ຂົງ​ເຂດ​ ທິ​ເບ​ດ ​ແລະ Xingjiang ທີ່​
ວຸ້ນວາຍນັ້ນ​ ​ແມ່ນ​ພວກ​ທີ່​ຕົກ​ຢູ່​ໃນ​ອັນ​ຕະລາຍຫລາຍ​ທີ່​ສຸດ ​ແລະ​ວ່າ ສອງ​ສ່ວນ​ສາມ​ຂອງ​
ພວກ​ນັກ​ຂ່າວ​ທີ່​ຖືກ​ຂັງ​ໃນ​ຄຸກ​ຂອງ​ຈີນນັ້ນ ​ແມ່ນ​ຊາວ​ທິ​ເບ​ດ ຫລື ຊາວ ວີ​ເກີ້ (Uighurs) ທີ່​ຖືກ​ກັກ​ຂັງ ​ຍ້ອນ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຄວາມ​ເຄ່ງ​ຕຶງ​ດ້ານຊົນ​ເຜົ່າ ທີ່​ມີ​ຫລາຍ​ຂຶ້ນ​ນັບ​
ມື້​ນັ້ນ.

ຜົນ​ການ​ສໍາ​ຫລວດ​ດັ່ງກ່າວ ​ໄດ້​ເຜີຍ​ແຜ່ໃຫ້​ຮູ້ໃນ​ວັນ​ອັງຄານນີ້​ ຢູ່​ໃນ​ລາຍ​ງານປະ​ຈໍາປີ​ຂອງ
ການ​ສໍາ​ຫລວດກ່ຽວ​ກັບການ​ກັກ​ຂັງ​ນັກ​ຂ່າວຂອງ ກຸ່ມ CPJ ກ່ຽວ​ກັບ​ ​ທີ່​ພົບ​ວ່າ ຈໍານວນ​
ຕົວ​ເລກ​ຂອງພວກນັກ​ຂ່າ​ວທີ່​ຖືກ​ກັກ​ຂັງ ​ໃນ​ປີ 2012 ​ແມ່ນສູງ​ທີ່​ສຸດຢ່າງ​ເປັນ​ປະວັດ​ການ. ​ເທິກີຕົກຢູ່​ ໃນ​ອັນ​ດັບ​ຂີ້ຮ້າຍ​ທີ່​ສຸດ ​ໃນ​ລາຍ​ງານຂອງ​ກຸ່ມປົກ​ປ້ອງ​ບັນດາ​ນັກ​ຂ່າວ ໂດຍ​ມີ​ການ​ຂັງ​ຄຸກ​ນັກ​ຂ່າວ 49 ຄົນ ຕິດຕາມ​ມາ​ໂດ​ຍອິຣານ ​ທີ່​ມີ​ນັກ​ໂທດ​ນັກ​ຂ່າວ 45 ຄົນ.

ກຸ່ມ CPJ ບົ່ງ​ວ່າ ​ໃນ​ທົ່ວ​ໂລກ ມີ​ນັກ​ຂ່າວ​ຖືກ​ກັກ​ຂັງ​ທັງ​ໝົດ 232 ຄົນ ຊຶ່ງ​ແມ່ນ​ຫລາຍ​ທີ່​ສຸດ​ນັບ​ແຕ່​ກຸ່ມ​ດັ່ງກ່າວ​ໄດ້​ທໍາ​ການ​ສໍາ​ຫລວດ​ ແລະ​ບັນທຶກ​ໄວ້ ນັບ​ແຕ່​ປີ 1990 ​ເປັນ​ຕົ້ນ​ມາ ​ແລະ​ວ່າການ​ເພີ້​ມຂຶ້ນ​ໃນ​ຈໍານວນ​ດັ່ງກ່າ​ວ ​ສ່ວນ​ນຶ່ງແມ່ນເປັນ​ຍ້ອນ​ການນໍາ​ໃຊ້​ຂໍ້​ກ່າວ​ຫາ​ກ່ຽວ​ກັບ​ການ​ກໍ່​ການ​ຮ້າຍ​ຢ່າງ​ແຜ່​ຫລາຍ ​ແລະ​ຄວາມ​ຜິດ​ຕໍ່ຕ້ານ​ລັດ​ຢ່າງ​ອື່ນ ຕໍ່​ພວກ​ນັກ​ຂ່າວ​ນັ້ນ.

​ໃນ​ແງ່ທີ່​ດີ​ນັ້ນ ລາຍງານ​ກ່າວ​ວ່າ​ ເປັນ​ເທື່ອ​ທໍາ​ອິດ​ນັບ​ແຕ່​ປີ 1996 ທີ່​ມຽນມາ ບໍ່​ຢູ່​ໃນ​ບັນຊີ​ຂອງພວກປ​ະ​ເທດ ທີ່​ກັກ​ຂັງ​ນັກ​ຂ່າວ. ລາຍ​ງານ​ກ່າວ​ອີກ​ວ່າ ​ເຈົ້າ​ໜ້າ​ທີ່ມຽນມາ ​ໄດ້​ປ່ອຍ
ບັນດາ​ນັກ​ຂ່າວ​ ຢ່າງ​ໜ້ອຍ 12 ຄົນ ທີ່​ຖືກ​ກັກ​ຂັງ​ໃນ​ປີ​ທີ່​ຜ່ານ​ມາ ອັນ​ເປັນ​ສ່ວນ​ນຶ່ງໃນ​ການ​ປະຕິ​ຮູບທາງການ​ເມືອງ ​ໃນປະ​ເທດທີ່​ຕັ້ງ​ຢູ່​ໃນ​ເຂດເອ​ເຊຍຕາ​ເວັນ​ອອກສຽງໃຕ້​ແຫ່ງ​ນັ້ນ.
XS
SM
MD
LG